Thursday, 30 May 2019

E-Translation

Payment terms:









Perfectmoney:U117171467
Bitcoin: 1HRzaZLnLkmAGK6S9Ayxn4Jp4iUhAiGMjR
Ethereum: 0x5ceC64CfdBf2387bd0796371dCC1f036cA7B892a

Thursday, 21 February 2019

ພະລັງຈິດ

ພະລັງຈິດແມ່ນຫຍັງ? Brain_Molecular_Thoughts-Thinkstock ພະລັງຈິດ (Gsychergy) ໝາຍເຖິງ ຄື້ນຄວາມຖີ່ຂອງພະລັງງານຄວາມຄິດ (Pranic Energy) ເຊິ່ງເປັນພະລັງງານໄຟຟ້າບວກ (Proton) ໄຟຟ້າລົບ (Electron) ທີ່ເກີດຈາກຕ່ອມໄພເນວ (Pineal Gland) ທີ່ສະໝອງຂ້າງເທິງ ເມື່ອບຸກຄົນຄິດຕ່ອມນີ້ ຈະສ້າງຄື້ນຄວາມຖີ່ຂອງຄວາມຄິດຂື້ນ ຄື້ນນີ້ອາດຈະມີມາກ ຫຼື ນ້ອຍ ຂື້ນຢູ່ກັບຂະບວນການທາງຄວາມຄິດ (Thinking Process) ນັ້ນ ຄື້ນນີ້ຈະລອຍຢູ່ອ້ອມຮອບຕົວຜູ້ຄິດ ເມື່ອຄິດເຖິງໃຜ ຄື້ນນັ້ນຈະສົ່ງໄປຍັງ ຕ່ອມສ້າງຄວາມຄິດຂອງຜູ້ຮັບນັ້ນ ຖ້າຜູ້ຮັບຮັບຄື້ນຄວາມຄິດນັ້ນໄດ້ ຈະເກີດຄວາມຄວາມຄິດເຊັ່ນນັ້ນທັນທີ ເອີ້ນວ່າ ເກີດການຮັບຮູ້ຄວາມຄິດຂອງຜູ້ອື່ນໄດ້. ບຸກຄົນທີ່ມີພະລັງຈິດສູງ ຄື: ບຸກຄົນທີ່ມີສະມາທິດີ ເຊັ່ນ: ມີສະມາທິຢູ່ໃນຊັ້ນກາງທີ່ເອີ້ນວ່າ ອຸປະຈະຣະສະມາທິ ແລະ ສະມາທິຂັ້ນສູງທີ່ເອີ້ນວ່າ: ອັບປະນາສະມາທິ ➤ ການທໍາງານຂອງພະລັງຈິດ ຈິດຈະທໍາງານໄດ້ ຈິດຕ້ອງມີເຄື່ອງມືຄື: ຮ່າງກາຍທີ່ເປັນຢູ່ຂອງຈິດ ຈິດຈຶ່ງສະແດງຜົນອອກມາໃຫ້ເຫັນໄດ້ ສ່ວນຂອງມັນສະໝອງ ມີໜ້າທີ່ຮັບຄໍາສັ່ງຂອງຈິດຄື ຕ່ອມໄພເນວ (Pineal Gland) ເຊິ່ງເປັນຕ່ອມນ້ອຍໆສີແດງອົມເທົາ ຮູບຈວຍ ເປັນສ່ວນປະກອບຂອງປາຍປະສາດ ຕ່ອມນີ້ ຢູ່ໃນສ່ວນກາງຂ້າງເທິງຂອງມັນສະໝອງ ເມື່ອຕ່ອມໄພເນວ ຮັບຄໍາສັ່ງຂອງຈິດຕ່ອມນີ້ ຈະສ້າງເປັນຄື້ນຄວາມຖີ່ອອກມາ ຄື້ນຄວາມຖີ່ຈະຫຼາຍ ຫຼື ນ້ອຍ ຂື້ນຢູ່ກັບຄວາມຄິດນັ້ນ ແລະ ຈະລອຍຢູ່ອ້ອມຮອບຕົວຂອງຜູ້ຄິດ ແລະ ຄື້ນຄວາມຖີ່ນີ້ ຈະແລ່ນໄປຕາມປະສາດຕ່າງໆ ທັງຮ່າງກາຍ ເພື່ອຄວບຄຸມການທໍາງານຂອງອະໄວຍະວະນັ້ນໆ ພະລັງງານໄຟຟ້າທີ່ຄວບຄຸມອະໄວຍະວະຕ່າງໆ ຈະມີກະແສຄວາມຖີ່ຕ່າງກັນ ຕາມໜ້າທີ່ຂອງອະໄວຍະວະ ແລະ ຄົນນັ້ນໆ ອີກດ້ວຍ ເຊັ່ນ: Electron ແລະ Protron ທີ່ຄວບຄຸມການທໍາງານຂອງເຊລເນື້ອເຫຍື່ອຂອງອະໄວຍະວະຕ່າງໆ ເຮັດໃຫ້ມີການສ້າງ ແລະ ທໍາລາຍຂອງເຊລໄດ້ຕາມປົກກະຕິ ເຊັ່ນ: ທໍາລາຍໄປ 10 ເຊລ ກໍຈະສ້າງຂື້ນມາທົດແທນຄືເກົ່າ ອະໄວຍະວະນັ້ນຈະທໍາໜ້າທີ່ໄດ້ຕາມປົກກະຕິ ສ້າງພູມຕ້ານທານຂອງຮ່າງກາຍ ໃຫ້ສູງເປັນປົກກະຕິ ຮ່າງກາຍຈະແຂງແຮງສົມບູນ ການສຶກສາ ພະລັງຈິດ ໄດ້ມີການຄົ້ນຄວ້າທາງພະລັງຈິດ ທັງພາຍໃນປະເທດ ແລະ ຕ່າງປະເທດ ປະເທດເຮົາເອີ້ນພະລັງນີ້ວ່າ: ພະລັງອໍານາດທິບ ສ່ວນໃນຕ່າງປະເທດ ເຊັ່ນ: ຊາວຈີນບູຮານເອີ້ນວ່າ: ພະລັງແຫ່ງຊີວິດ (Life Force Energy) ຊາວເອີຣົບ ເຊັ່ນ: ເຢັຍລະມັນ ເອີ້ນວ່າ: ພະລັງແມ່ເຫຼັກສັດ (Animal Magnetism), ຊາວລັດເຊຍເອີ້ນວ່າ: ພະລັງຊີວະພາບ (Bioplasmic Energy), ນັກວິທະຍາສາດ ໃນກຸ່ມຕາເວັນຕົກ ເອີ້ນວ່າ: ພະລັງຊີວະພາບ (Bio Energy) ຫຼື ພະລັງແມ່ເຫຼັກໄຟຟ້າ (Electo Magnetic Force) ບຸກຄົນທີ່ມີຮ່າງກາຍແຂງແຮງ ຄື ຜູ້ທີ່ມີພະລັງຈິດສົມບູນຄວບຄຸມຢູ່ທົ່ວທຸກສ່ວນຂອງຮ່າງກາຍ ເຮັດໃຫ້ຮ່າງກາຍຮູ້ສຶກສົດຊື່ນ ແຈ່ມໃສ ໂປດໂປ່ງ ພະລັງຈິດຈະເປັ່ງເປັນລັດສະໝີອອກໂດຍຮອບຮ່າງກາຍ ກົງກັນຂ້າມຄົນປ່ວຍຈະມີພະລັງຈິດ ຄວບຄຸມຢູ່ພຽງເລັກນ້ອຍ ພູມຕ້ານທານໃນຮ່າງກາຍຈະຫຼຸດລົງ ຮ່າງກາຍອ່ອນແອ ແລະ ຈະມີຮ່າງກາຍທີ່ປົກກະຕິ ເໝືອນເດີມໄດ້ ເມື່ອໄດ້ຮັບພະລັງຈິດນັ້ນໆເພີ່ມຂື້ນ ດັ່ງນັ້ນ, ພະລັງຈິດຈຶ່ງເປັນພະລັງງານທີີ່ຄວບຄຸມການທໍາງານຂອງຮ່າງກາຍ ເຊັ່ນ: ການໝູນວຽນຂອງໂລຫິດ ການຈະເລີນເຕີບໂຕຂອງເຊວ ຫາກຮ່າງກາຍສ່ວນໃດຂາດພະລັງຈິດ ຮ່າງກາຍສ່ວນນັ້ນຈະບໍ່ສາມາດທໍາໜ້າທີ່ໃດໆໄດ້ຕາມປົກກະຕິໄດ້ ຫຼື ຮ່າງກາຍບໍ່ສາມາດມີຊີວິດຢູ່ໄດ້ ພະລັງຈິດທີ່ໃຊ້ກັນທົ່ວໄປມີ 3 ລັກສະນະຄື: 1. Telepathy ຄື: ພະລັງງານແຫ່ງເມດຕາ ພະລັງນີ້ຕິດຕໍ່ກັນໄດ້ໂດຍທາງຈິດ ເປັນພະລັງງານທີ່ໃຊ້ເພື່ອການສ້າງສັນ 2. Telkynesys ຄື: ພະລັງງານທີ່ໃຊ້ບັງຄັບວັດຖຸໃຫ້ເຄື່ອນທີ່ ຫຼື ໃຊ້ເພື່ອທໍາລາຍວັດຖຸຕ່າງໆ ເປັນພະລັງງານທີ່ໃຊ້ເພື່ອການບັງຄັບ ຫຼື ເພື່ອການທໍາລາຍ 3. Teleportation ຄື: ພະລັງງານທີ່ໃຊ້ເພື່ອການລ່ອງຫົນຫາຍຕົວ ເມື່ອໃຊ້ພະລັງງານນີ້ແລ້ວ ສາມາດຍ່າງເທິງນໍ້າ ເທິງອາກາດ ຫຼື ຜ່ານເຄື່ອງກີດຂວາງໄດ້. ພະລັງຈິດ ຜິດປົກກະຕິເຮັດໃຫ້ເຈັບປ່ວຍ. ຈິດມີອໍານາດເໜືອຮ່າງກາຍ ທີ່ເອີ້ນວ່າ ຈິດເປັນໃຫຍ່ ຈິດເປັນປະທານ ສໍາເລັດແລ້ວດ້ວຍຈິດ ເມື່ອຈິດມີອໍານາດຂອງກໍາຄອບຄອງງໍາຢູ່ ຈິດນັ້ນຈະສັ່ງກາຍ ເຊິ່ງເປັນເຄື່ອງມືຂອງຈິດຕາມອໍານາດ ຂອງກໍານັ້ນ ເຊັ່ນ: ຈິດມີອໍານາດຂອງອະກຸສົນກໍາຫຼາຍ ພະລັງງານໄຟຟ້າທີ່ອອກມາ ຈະບໍ່ມີຄວາມສົມດູນທາງທໍາມະຊາດ ເຊັ່ນ: ເຮັດໃຫ້ພະລັງງານໄຟຟ້າບວກສູງຫຼາຍຈົນເກີນໄປ ຈະມີຜົນເຮັດໃຫ້ລະບົບການສ້າງການທໍາລາຍຂອງຮ່າງກາຍບໍ່ຄົງທີ່, ດ່ັງນີ້: ພະລັງງານໄຟຟ້າບວກສູງຫຼາຍ ຈະເຮັດໃຫ້ການສ້າງເຊວຫຼາຍກວ່າການທໍາລາຍ ຫຼື ເທົ່າເດີມ ແຕ່ຮູບຮ່າງໃຫຍ່ກວ່າເກົ່າ ຈະເປັນສາເຫດຂອງໂລກບວມ ເນື້ອງອກ ເຊັ່ນ: ໂລກຫົວໃຈ ໂລກມົດລູກ ເນື້ອງອກທໍາມະດາ ເນື້ອງອກມະເຮັງ ເປັນຕົ້ນ. ທ່ານໝໍຜູ້ຊ່ຽວຊານ ໂລກມະເຮັງ ໄດ້ກ່າວເຖິງ ທິດສະດີກ່ຽວກັບມະເຮັງ ທີ່ໄດ້ຮັບການຍອມຮັບຫຼາຍທີ່ສຸດວ່າ ເຊວມະເຮັງເກີດຂື້ນໃນຕົວຄົນເຮົາຕະຫຼອດເວລາ ແຕ່ຖືກທໍາລາຍໂດຍ ເຊວເມັດເລືອດຂາວ ກ່ອນທີ່ມັນຈະໃຫຍ່ຈົນກໍ່ພິດໄພແກ່ຮ່າງກາຍ ໂລກມະເຮັງເກີດຂື້ນຕໍ່ເມື່ອ ລະບົບພູມຕ້ານທານ ຖືກກົດດັນການທໍາງານໄວ້ ເຮັດໃຫ້ບໍ່ສາມາດກໍາຈັດ ເຊວມະເຮັງ ທີ່ກໍ່ຕົວຂື້ນ ດ່ັງນັ້ນ, ຖ້າມີສິ່ງໃດກໍຕາມທີ່ສົ່ງຜົນກະທົບ ຕໍ່ການທໍາງານຂອງສະໝອງ ທີ່ຄວບຄຸມ ລະບົບຄຸ້ມກັນ ມະເຮັງຍ່ອມເກີດຂື້ນໄດ້. ພະລັງງານໄຟຟ້າລົບສູງຫຼາຍ ຈະເຮັດໃຫ້ການສ້າງເຊວນ້ອຍກວ່າການທໍາລາຍ ຫຼື ເທົ່າເດີມ ແຕ່ຮູບຮ່າງນ້ອຍກວ່າເດີມ ຈະເຮັດໃຫ້ເປັນໂລກ ລີບຕີບຕ່າງໆ ເຊັ່ນ: ຫຼອດເລືອດຕີບ ລີ້ນຫົວໃຈຕີບ ກ້າມເນື້ອຕາຍ ມັນສະໝອງຝໍ່ ພູມຕ້ານທານບົກຜ່ອງ ຕັບວາຍ ໄຕວາຍ ກ້າມເນື້ອຫົວໃຈບໍ່ທໍາງານ ເອີ້ນວ່າ: ໂລກໄຫຼຕາຍ ເດັກເກີດມາມີຮ່າງກາຍບໍ່ສົມບູນ ເປັນຕົ້ນ. ພະລັງງານໄຟຟ້າໃນຮ່າງກາຍ ຂອງແຕ່ລະຄົນອາດບໍ່ຄືກັນກໍເປັນໄດ້ ແລະ ກໍໄດ້ພົບເຫັນວ່າ ການເພີ່ມເລືອດໃຫ້ຄົນໄຂ້ ສະພາບຮ່າງກາຍຂອງຄົນໄຂ້ບໍ່ຍອມຮັບເລືອດນັ້ນ ເພາະເລືຶອດໃໝ່ ແລະ ເລືອດເກົ່າບໍ່ສາມາດເຂົ້າກັນໄດ້ ເຖິງແມ່ນວ່າ ທາງການແພດຈະວິເຄາະແລ້ວວ່າ ເປັນເລືຶອດກຸບດຽວກັນກໍຕາມ ເມື່ອພິຈາລະນາແລ້ວວ່າ ພະລັງງານໄຟຟ້າທີ່ຄວບຄຸມເມັດເລືອດນັ້ນບໍ່ເທົ່າກັນ ສະແດງວ່າ ພະລັງງານຄວບຄຸມເມັດເລືອດ ຂອງແຕ່ລະຄົນຈະເທົ່າກັນ ຫຼື ບໍ່ເທົ່າກັນກໍໄດ້ ແລະ ພົບຢູ່ຫຼາຍກັບກຸ່ມຜູ້ຫຼົງຜິດ ທີ່ໄປຮັບເອົາພະລັງງານອື່ນ ມາກົດທັບພະລັງຈິດຂອງຕົນເອງ ເຮັດໃຫ້ການທໍາງານຂອງພະລັງຈິດຂອງຕົນຜິດໄປ ຈິດນັ້ນຈຶ່ງສັ່ງມາທີ່ ສະໝອງຂອງຕົນຜິດ ການສະແດງອອກຂອງຮ່າງກາຍຈິດຜິດຕາມໄປດ້ວຍ ເຊັ່ນ: ກຸ່ມຂອງຄົນຊົງເຈົ້າເຂົ້າຜີ ກຸ່ມຂອງເຫຼົ່ານີ້ ຈະໄປຮັບເອົາເວດມົນຄາຖາ ຂອງມີອິດທິ ຂອງອາຖັນດວງວິນຍານເຂົ້າມາສິງ ເຊັ່ນ: ດວງວິນຍານກຸມມານທອງ ນາງກວັກ ປະລັດຂິກ ເຈົ້າແມ່ ນໍ້າມັນພາຍ ຫຼື ອົງເທບຕ່າງໆມາຢູ່ກັບຕົນ ທີ່ເອີ້ນວ່າ: ເດຣັດສານວິຊາ ບໍ່ເປັນຈິດດັ້ງເດີມຂອງຕົນເອງ ອາການປ່ວຍຂອງບຸກຄົນເຫຼົ່ານີ້ ທາງການແພດຈະກວດຫາບໍ່ພົບ ➤ ການເພີ່ມ ແລະ ການຮັບພະລັງຈິດ ບຸກຄົນທີ່ມີສະມາທິດີ ຈະມີຄື້ນຄວາມຖີ່ ແລະ ຄວາມແຮງຂອງພະລັງງານຄວາມຄິດສູງ ສາມາດທີ່ຈະສົ່ງພະລັງງານນັ້ນ ເອີ້ນວ່າ: ການເພີ່ມ ແລະ ການຮັບພະລັງຈິດ ການເພີ່ມແຕ່ລະຄັ້ງ ແຕ່ລະຄົນບໍ່ຄືກັນ ເພີ່ມພະລັງຈິດແຕ່ລະຄັ້ງນານເທົ່າໃດ ຜູ້ເພີ່ມພະລັງຈິດຈະຮູ້ໄດ້ໃນສະມາທິຈິດນັ້ນ ຫາກຜູ້ຮັບຍັງຮັບໄດ້ ກໍເພີ່ມໄດ້ຕໍ່ໄປ ຫາກເຫັນວ່າ ພະລັງຈິດທີ່ສົ່ງໄປນັ້ນຢຸດລົງ ກໍຢຸດເພີ່ມະລັງຈິດໃນຄັ້ງນັ້ນ ແລະ ຕ້ອງເພີ່ມພະລັງຈິດອີກຈັກເທື່ອຈຶ່ງຈະໄດ້ຜົນ ສິ່ງນີ້ບໍ່ມີກໍານົດ ແນ່ນອນຂື້ນຢູ່ກັບຜູ້ຮັບ ຫາກຜູ້ຮັບສາມາດຮັບພະລັງຈິດໄດ້ຫຼາຍ ແລະ ເຮັດວ່າອະໄວຍະວະທີ່ຜິດປົກກະຕິນັ້ນ ປ່ຽນເປັນປົກກະຕິໄວ ພະລັງຈິດທີ່ສົ່ງໄປຈະຢຸດລົງ ຄວນຢຸດເພີ່ມພະລັງຈິດໃຫ້ຜູ້ປ່ວຍກັບໄປທໍາສະມາທິພາວະນາດ້ວຍຕົນເອງ ຜູ້ປ່ວຍຈະສ້າງພະລັງຈິດທີ່ດີຂື້ນມາໄດ້ ພະລັງຈິດນັ້ນໆ ຈະບໍາບັດທຸກໃຫ້ກັບຜູ້ປ່ວຍໄດ້ໃນທີ່ສຸດ ການເພີ່ມພະລັງຈິດ ສາມາດເຮັດໄດ້ 3 ທາງຄື: 1. ເພີ່ມທີ່ອະໄວຍະວະນັ້ນໂດຍກົງ 2. ເພີ່ມທີ່ຈຸດກໍາເນີດຂອງພະລັງຈິດ ຄືທີ່ຕ່ອມໄພເນວ 3. ເພີ່ມພະລັງຈິດໃຫ້ຄວບຄຸມທັງຕົວຜູ້ຮັບ ຈະເພີ່ມໃຫ້ໃຜທີ່ອະໄວຍະວະໃດນັ້ນ ຈະຮູ້ ແລະ ເຫັນໄດ້ໃນສະມາທິນັ້ນໆ ຜູ້ເພີ່ມພະລັງຈິດທີ່ດີ ຜູ້ເພີ່ມພະລັງຈິດທີ່ດີຄວນມີຄຸນສົມບັດດັ່ງນີ້ຄື ເປັນຜູ້ທີ່ຕັ້ງຢູ່ໃນສິນ ສະມາທິ ປັນຍາ ແລະ ເມື່ອເພີ່ມພະລັງຈິດໃຫ້ກັບໃຜກໍຕາມຕ້ອງຮູ້ທຸກ ສາເຫດແຫ່ງທຸກ ຮູ້ຫົນທາງດັບທຸກ ແລະ ຮູ້ວິທີການດັບທຸກນັ້ນໆ ໂດຍຊັດເຈນ ພ້ອມຕັ້ງຕົນຢູ່ໃນພົມມະວິຫານທໍາ ແລະ ຫິຣິໂອດຕັບປະທໍາ ➤ ຜູ້ຮັບພະລັງຈິດທີ່ດີ ຄື ເປັນຜູ້ທີ່ມີ: 1. ສັດທາ ຜູ້ຮັບຕ້ອງມີສັດທາທີ່ຈະຮັບພະລັງຈິດ 2. ສະມາທິ ຜູ້ຮັບຕ້ອງມີຄວາມຕັ້ງໝັ້ນແຫ່ງຈິດຢູ່ກັບກາຍ ແລະ ຈິດຂອງຕົນ 3. ສະຕິ ຜູ້ຮັບຕ້ອງມີຄວາມລະນຶກໄດ້ວ່າຕົນກໍາລັງຮັບພະລັງຈິດຢູ່ 4. ປັນຍາ ຜູ້ຮັບຕ້ອງຮູ້ຈັກການປ່ອຍວາງຄວາມທຸກອອກຈາກຈິດໃຈໃນຂະນະນັ້ນ 5. ຄວາມຂະຫຍັນໝັ່ນພຽນ ການຮັບພະລັງຈິດນັ້ນຕ້ອງຮັບສະໝໍ່າສະເໝີ ແລະ ໃຫ້ຕັ້ງຢູ່ໃນຄໍາສອນຂອງພຸດທະອົງ ເປັນຫຼັກ. ➤ ການເພີ່ມພະລັງຈິດຜ່ານບຸກຄົນອື່ນ ວັດຖຸຸອື່ນ ກໍທີ່ຈໍາເປັນ ຄື ຜູ້ປ່ວຍບໍ່ສາມາດຂໍຮັບພະລັງຈິດດ້ວຍຕົນເອງ ການເພີ່ມພະລັງຈິດຜ່ານບຸກຄົນອື່ນ ວັດຖຸອື່ນ ບາງກໍລະນີທີ່ຈໍາເປັນທີ່ຜູ້ປ່ວຍບໍ່ສາມາດຂໍຮັບພະລັງຈິດ້ວຍຕົນເອງໄດ້ ເຊັ່ນ: ຢູ່ໃນຫ້ອງຜູ້ປ່ວຍໜັກຢູ່ໃນໂຮງໝໍຈິດຕະເວດ ຢູ່ຕ່າງປະເທດ ກໍສາມາດເພີ່ມພະລັງຈິດຜ່ານກະແສຈິດຂອງຜູ້ໃກ້ຊິດ ເຊັ່ນ: ພໍ່, ແມ່, ລູກ, ຜົວ, ເມຍ, ຜູ້ເບິ່ງແຍງ ຫຼື ຜ່ານລົງໄປໃນນໍ້າດື່ມ ກໍສາມາດຊ່ວຍຜູ້ປ່ວຍໄດ້ດ້ວຍເປັນບາງສ່ວນເທົ່ານັ້ນ.

ອິດ​ທິ​ບາດ​ 4

ຄຳ​ວ່າ​ ອິດ​ທິ​ບາດ​ ແປວ່າ:​ ບາດ​ຖານ​ແຫ່ງ​ຄວາມ​ສຳ​ເລັດ​ ໝາຍ​ເຖິງ​ ສິ່ງ​ຊຶ່ງ​ມີ​ຄຸນ​ນະ​ທັມ​ ເຄື່ອງ​ໃຫ້​ບັນລຸ​ເຖິງ​ຄວາມ​ສຳ​ເ​ລັດ​ຕາມ​ທີ່ຕົນ​ປະ​ສົງ​ ​ ຜູ້​ຫວັງ​ຄວາມ​ສຳ​ເລັດ​ໃນ​ສິ່ງ​ໃດ​ ຕ້ອງ​ເຮັດ​ຕົນ​ໃຫ້​ສົມບູນ​ ດ້ວຍ​ສິ່ງ​ທີ່​ເອີ້ນ​ວ່າ:​ ອິດ​ທິ​ບາດ​ ຊຶ່ງ​ຈຳ​ແນກ​ໄວ້​ເປັນ​ 4 ປະ​ການຄື:​ 1.​ ສັນ​ທະ ຄື​ ຄວາມ​ພໍ​ໃຈ​ຮັກ​ໃຄຣ່​ໃນ​ສິ່ງ​ນັ້ນ​ 2.​ ວິ​ຣິ​ຍະ​ ຄືຄວາມ​ພາກ​ພຽນ​ໃນ​ສິ່ງ​ນັ້ນ​ 3.​ ຈິດ​ຕະ​ ຄືຄວາມ​ເອົາ​ໃຈ​ໃສ່​ຝັກ​ໃຝ່​ໃນ​ສິ່ງ​ນັ້ນ​ 4.​ ວິ​ມັງ​ສາ​ ຄືຄວາມ​ໝັ່ນ​ສອດ​ສ່ອງ​ໃນ​ເຫດຜົນ​ຂອງ​ສິ່ງ​ນັ້ນ​ ບົດ​ອະ​ທິ​ບາຍ: 1. ສັນ​ທະ​ ຄື: ​ຄວາມ​ພໍ​ໃຈ​ໃນ​ຖານະ ​ເປັນ​ສິ່ງ​ທີ່​ຕົນ​ຖື​ວ່າ​ດີ​ທີ່ສຸດ​ ທີ່​ມະນຸດ​ເຮົາ​ຄວນ​ຈະ​ໄດ້​ ຂໍ້​ນີ້​ເປັນ​ກຳ​ລັງ​ໃຈ​ອັນທຳ​ອິດ ທີ່​ເຮັດໃຫ້​ເກີດ​ຄຸນ​ນະ​ທັມ ຂໍ້​ຕໍ່ໄປ​ທຸກ​ຂໍ້​ 2. ວິ​ຣິ​ຍະ​ ຄື: ​ຄວາມ​ພາກ​ພຽນ​ ໝາຍ​ເຖິງ​ ການ​ກະ​ທຳ​ທີ່​ຕິດ​ຕໍ່​ ບໍ່​ຂາດ​ຕອນ​ ເປັນ​​ໄລ​ຍະ​ຍາວ​ ຈົນ​ປະ​ສົບ​ ຄວາມ​ສຳ​ເລັດ​ ຄຳ​ນີ້​ ມີ​ຄວາມຫມາຍ​ຂອງຄຳ​ວ່າ:​ ຄວາມ​​ກ້າ​ຫານ​ 3. ຈິດ​ຕະ​ ຄື: ຄວາມ​ບໍ່​ທອດ​ຖິ້ມ​ ສິ່ງ​ນັ້ນ​ ໄປ​ຈາກ​ຄວາມ​ຮູ້ສຶກ​ ຂອງ​ຕົວ​ ເຮັດ​ສິ່ງ​ຊຶ່ງ​ເປັນ​ ວັດ​ຖຸ​ປະ​ສົງ​ ນັ້ນ​ໃຫ້​ເດັ່ນ​ແຈ້ງ​ ຢູ່ໃນ​ໃຈ​ສະເໝີ​ ຄຳ​ນີ້​ ທັງຫມົດ​ຄວາມຫມາຍ​ ຂອງ​ຄຳ​ວ່າ​: ສ​ມາ​ທິ​ 4. ວິ​ມັງ​ສາ​ ຄື: ຄວາມ​ສອດ​ສ່ອງ​ໃນ​ ເຫດ ​ແລະ​ ຜົນ​ ແຫ່ງ​ຄວາມ​ສຳ​ເລັດ​ ກ່ຽວກັບ​ເລື່ອງ​ນັ້ນ​ໆ​ ໃຫ້​ເລິກ​ເຊິ່ງຢິ່ງ​ໆ​ ຂຶ້ນ​ໄປ​ຕະຫລອດ​ເວລາ​ ຄຳ​ນີ້​ ທັງຫມົດ​ຄວາມຫມາຍ​ ຂອງ​ຄຳ​ວ່າ​: ປັນຍາ​ Credit: http://yarkhu.blogspot.com/2017/02/4_7.html#more

ສັງ​ຄ​ະຫະວັດ​ຖຸ

ສັງ​ຄ​ະຫະວັດ​ຖຸ​ ແປວ່າ:​ ທຳ​ທີ່​ເປັນ​ທີ່​ຕັ້ງ​ແຫ່ງ​ການ​ສົງ​ເຄາະ​ກັນ​, ທຳ​ເປັນ​ເຄື່ອງ​ຍຶດ​ໜ່ຽວ​ນ້ຳ​ໃຈ​ກັນ​ ໝາຍ​ເຖິງ​ ຫຼັກ​ການ​ຄອງ​ໃຈ​ຄົນ​, ຫຼັກ​ຍຶດ​ໜ່ຽວ​ໃຈ​ກັນ​ໄວ້​, ວິທີ​ເຮັດໃຫ້​ຄົນ​ຮັກ​, ຫຼັກ​ສັງຄົມ​ສົງ​ເຄາະ​ ຊຶ່ງ​ເປັນ​ເຄື່ອງ​ປະ​ສານ​ໃຈ​ ແລະ​ ໜ່ຽວ​​ໃຈ​ຄົນ​ໃຫ້ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໄດ້​ ແລະ ​ເຮັດໃຫ້​ຢູ່​ກັນ​ດ້ວຍ​ຄວາມ​ຮັກ​ຄວາມ​ປາຖະຫນາ​ດີ​ຕໍ່​ກັນ​ ມີ​ຢູ່​ 4 ປະ​ການ​ ໄດ້​ແກ່​: 1. ທານ​ ຄື​: ການ​ໃຫ້​ ການ​ເສຍ​ສະຫລະ​ ຫລື ​ການ​ເອື້ອ​ເຟື້ອ​ເພື່ອ​ແຜ່ແບ່ງ​ປັນ​ຂອງ​ໆ​ຕົນ​ເພື່ອ​ປະໂຫຍດ​ແກ່​ບຸກ​ຄົນ​ອື່ນ​ ບໍ່​ຂີ້ຖີ່​ຖີ່​ໜຽວ​ ບໍ່​ເປັນ​ຄົນ​ເຫັນ​ແກ່​ໄດ້​ຝ່າຍ​ດຽວ​ ຄຸນ​ນະ​ທັມ​ຂໍ້​ນີ້ ​ຈະ​ຊ່ວຍ​ໃຫ້​ບໍ່​ເປັນ​ຄົນ​ໂລບ​ມາກ​ ບໍ່​ເຫັນ​ແກ່​ຕັວ​ ເຮົາ​ຄວນ​ຄຳ​ນຶງ​ຢູ່​ສະເໝີ​ວ່າ​ ຊັບ​ສິ່ງ​ຂອງ​ທີ່​ເຮົາ​ຫາ​ມາ​ໄດ້​ ບໍ່​ແມ່ນ​ສິ່ງ​ຈີ​​ລັງ​ຢັ່ງ​ຢືນ​ ເມື່ອ​ເຮົາ​ສິ້ນ​ຊີວິດ​ໄປ​ແລ້ວ​ກໍ​ບໍ່​ສາມາດ​ຈະ​ນຳ​ຕິດ​ຕັວ​ເອົາ​ໄປ​ໄດ້​ 2. ປິຍ​ວາ​ຈາ​ ຄື:​ ການ​ເວົ້າ​ຈາ​ດ້ວຍ​ຖ້ອຍ​ຄຳ​ທີ່​ມ່ວນ​ອ່ອນ​ຫວານ​ ເວົ້າ​ດ້ວຍ​ຄວາມ​ຈິງ​ໃຈ​ ບໍ່​ເວົ້າ​ຫຍາບ​ຄາຍ​ ​ ເວົ້າ​ໃນ​ສິ່ງ​ທີ່​ເປັນ​ປະໂຫຍດ​ເໝາະ​ສຳລັບ​ການ​ເທ​ສະ​ ພະ​ພຸດ​ທ​ະເຈົ້າ​ຊົງ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ເວົ້າ​ເປັນ​ຢ່າງ​ຍິ່ງ​ ເພາະ​ການ​ເວົ້າ​ເປັນ​ບັນ​ໄດ​ຂັ້ນ​​ທ​ຳ​ອິດ​ທີ່​ຈະ​ສ້າງ​ມະນຸດ​ສຳພັນ​ອັນ​ດີ​ໃຫ້​ເກີດ​ຂຶ້ນ​ ວິທີ​ການ​ທີ່​ຈະ​ເວົ້າ​ໃຫ້ເປັນ​ປິຍ​ະວາ​ຈາ​ນັ້ນ​ ຈະ​ຕ້ອງ​ເວົ້າ​ໂດຍ​​ຍິດ​ຖື​ຫຼັກ​ເກນ​ດັ່ງ​ຕໍ່ໄປ​ນີ້​: ⟢ ເວັ້ນ​ຈາກ​ການ​ເວົ້າ​ເທັດ​ ⟢ ເວັ້ນ​ຈາກ​ການ​ເວົ້າ​ສໍ່​ສຽດ​ ⟢ ເວັ້ນ​ຈາກ​ການ​ເວົ້າ​ຄຳ​ຫຍາບ​ ⟢ ເວັ້ນ​ຈາກ​ການ​ເວົ້າ​ເພີ້​ເຈີ້​ 3. ອັຕ​ຖ​ະ​ຈະ​ຣິ​ຍາ​ ຄື​: ການ​ສົງ​ເຄາະ​ທຸກ​ຊະນິດ​ ຫລື​ ການ​ປະພຶດ​ໃນ​ສິ່ງ​ທີ່​ເປັນ​ປະໂຫຍດ​ແກ່​ຜູ້​ອື່ນ​ 4. ສ​ມາ​ນັດ​ຕາ​ ຄື​: ການ​ເປັນ​ຜູ້​ມີ​ຄວາມ​ສ​ມ່ຳ​ສະເໝີ​ ຫລື ​ມີ​ຄວາມ​ປະພຶດ​ສະເໝີ​ຕົ້ນ​ສະເໝີ​ປາຍ​ ຄຸນ​ນະ​ທັມ​ຂໍ້​ນີ້ ​ຈະ​ຊ່ວຍ​ໃຫ້​ເຮົາ​ເປັນ​ຄົນ​ມີ​ຈິດ​ໃຈ​ໜັກ​ແໜ້ນ​ບໍ່​ໂລ​ເລ​ ທັງຫມົດ​ທັງ​ຍັງ​ເປັນ​ການສ້າງ​ຄວາມ​ນິຍົມ​ ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ຜູ້​ອື່​ນ​.

ໂລກກະ​ທັມ​ 8

%25E0%25B9%2582%25E0%25B8%25A5%25E0%25B8%2581%25E0%25B8%2598%25E0%25B8%25A3%25E0%25B8%25A3%25E0%25B8%25A1 ໂລກກະ​ທັມ​ 8 ໝາຍ​ເຖິງ​ ເລື່ອງ​ຂອງ​ ໂລກ​ມີ​ຢູ່​ປະຈຳ​ກັບ​ຊີວິດ​ ສັງຄົມ ​ແລະ ​ໂລກ​ຂອງ​ມະນຸດ​ເປັນ​ຄວາມ​ຈິງ​ທີ່​ທຸກ​ຄົນ​ຕ້ອງ​ປະ​ສົບ​ນຳກັນ ​ທັງ​ນັ້ນ​ຢ່າງ​ຫຼີກ​ລ້ຽງ​ບໍ່​ໄດ້​ ບໍ່​ວ່າ​ຈະ​ມັກ ​ຫລື ​ບໍ່​ມັກ​ກໍ​ຕາມ​ ຂໍ້​ແຕກ​ຕ່າງ​ຄື​ ໃຜ​ປະ​ສົບ​ຫລາຍ​ ປຣະ​ສົບ​ນ້ອຍ​ ຊ້າ​ ຫລື​ ໄວ​ ໂລກ​ກະທັມ​ແບ່ງ​ອອກ​ເປັນ​ 8 ຊະນິດ​ ຈຳ​ແນກ​ອອກ​ເປັນ​ 2 ຝ່າຍ​ຄອບຄູ່​ກັນ​ ແລະ​ ມີ​ຄວາມຫມາຍ​ກົງກັນຂ້າມ​ກັນ​ ຄື:​ 1. ໂລກະ​ທັມ​ຝ່າຍ​ອິດ​ຖາຣົມ​ ຄື​ ຝ່າຍ​ທີ່​ມະນຸດ​ພໍ​ໃຈ​ມີ​ 4 ເລື່ອງ​ ຄື​: ➩ ໄດ້​ລາບ​ ໝາຍ​ຄວາມ​ວ່າ:​ ໄດ້​ຜົນປະໂຫຍດ ​ ໄດ້​ຊັບ​ສິນ​ເງີນ​ທອງ​ ໄດ້​ບ້ານ​ເຮືອນ​ຫລື​ທີ່ດ​ວົນ​ ໄຮ່​ນາ​ ➩ ໄດ້​ຍົດ​ ໝາຍ​ຄວາມ​ວ່າ:​ ໄດ້ຮັບ​ແຕ່ງ​ຕັ້ງ​ໃຫ້​ມີ​ຖາ​ນັນ​ດົນ​ສູງ​ຂຶ້ນ​ ໄດ້​ຕຳແໜ່ງ​ ໄດ້​ອຳນາດ​ເປັນ​ໃຫຍ່​ເປັນ​ໃຫຍ່​ ➩ ໄດ້ຮັບ​ສັນລະເສີນ​ ຄື:​ ໄດ້ຍິນ ໄດ້​ຟັງ​ ຄຳ​ສັນ​ສັນລະເສີນ​ ຄຳ​ຍ້ອງຍໍ ➩ ໄດ້​ສຸກ​ ຄື​: ໄດ້​ຄວາມ​ສະບາຍ​ກາຍ​ ສະບາຍ​ໃຈ​ ໄດ້​ຄວາມ​ເບີກ​ບານ​​ ໄດ້​ຄວາມ​ບັນ​ເທີງ​ໃຈ​ 2. ໂລກ​ະທັມຝ່າຍ​ອະ​ນິດ​ຖານ​ມ​ນ໌​ ຄື​ ຝ່າຍ​ທີ່​ມະນຸດ​ບໍ່​ພໍ​ໃຈ​ມີ​ 4 ເລື່ອງ​ ຄື​: ➩ ເສຍ​ລາບ​ ໝາຍ​ຄວາມ​ວ່າ​ ລາບ​ທີ່​ໄດ້​ມາ​ແລ້ວ​ເສຍ​ໄປ​ ➩ ເສື່ອມ​ຍົດ​ ໝາຍ​ເຖິງ​ ຖືກ​ລົດ​ຄວາມ​ເປັນ​ໃຫຍ່​ ຖືກ​ຖອດ​ອອກຈາກ​ຕຳແໜ່ງ​ ຖືກ​ຖອດ​ອຳນາດ​ ➩ ຖືກ​ນິນ​ທາ​ ໝາຍ​ເຖິງ​ ຖືກ​ຕຳ​ໜິ​ຕິ​ຕຽນ​ວ່າ​ບໍ່​ດີ​ ມີ​ໃຜ​ເວົ້າ​ເຖິງ​ ຄວາມ​ບໍ່​ດີ​ຂອງ​ເຮົາ​ໃນ​ທີ່​ລັບ​ຫຼັງ​ເອີ້ນວ່າ:​ຖືກ​ນິນ​ທາ​ ➩ ຕົກ​ທຸກ​ ຄື:​ ໄດ້ຮັບ​ຄວາມ​ທຸກທໍລະມານ​ກາຍ​ທໍລະມານ​ໃຈ​

ພົມວິຫານ 4

ພົມວິຫານ 4 5c08fff7 ພ​ົມ​ວິ​ຫານ ຫລື ພ​ົມ​​ວິ​ຫານ​ທັມ ແປ​ວ່າ: ທັມ​ຂອງ​ພ​ຣົມ ຫຼື ຂອງ​ທ່ານ​ຜູ້​ໃຫຍ່ ​ ເປັນ​ຫຼັກ​ທຳ​ປະຈຳ​ໃຈ​ເພື່ອ​ໃຫ້​ຕົນ​ດຳ​ລົງ​ຊີວິດ​ໄດ້​ຢ່າງ​ປະ​ເສີດ ​ແລະ​ ບໍລິສຸດ​​ ປະກອບ​ດ້ວຍ​ຫຼັກ​ປະຕິບັດ​ 4 ປະ​ການ​ ໄດ້​ແກ່​: 1. ເມດຕາ​ ໝາຍ​ເຖິງ​ ຄວາມ​ປາຖະຫ​ນາ​ໃຫ້​ຜູ້​ອື່ນ​ໄດ້ຮັບ​ສຸກ 2. ກະລຸນາ​ ໝາຍ​ເຖິງ​ ຄວາມ​ປາດຖະຫນາ​ໃຫ້​ຜູ້​ອື່ນ​ພົ້ນ​ທຸກ​ ຄວາມ​ທຸກ 3. ມຸ​ທິ​ຕາ​ ໝາຍ​ເຖິງ​ ຄວາມ​ຍິນດີ​ເມື່ອຜູ້ອື່ນໄດ້ດີ 4. ອຸ​ເປກ​ຂາ​ ໝາຍ​ເຖິງ​ ການ​ຮູ້ຈັກວາງເສີຍ ບົດ​ອະ​ທິ​ບາຍ: 1. ເມດຕາ​ ຄື: ຄວາມ​ປາຖະຫ​ນາ​ໃຫ້​ຜູ້​ອື່ນ​ໄດ້ຮັບ​ສຸກ ​ ຄວາມ​ສຸກ​ເປັນ​ສິ່ງ​ທີ່​ທຸກ​ຄົນ​ປາດຖະຫນາ​ ຄວາມ​ສຸກ​ເກີດ​ຂຶ້ນ​ໄດ້​ທັງ​ກາຍ​ ແລະ ​ໃຈ​ ເຊັ່ນ​: ຄວາມ​ສຸກ​ເກີດ​ການ​ມີຊັບ, ຄວາມ​ສຸກ​ເກີດ​ຈາກ​ການ​ໃຊ້​ຈ່າຍ​ຊັບ​ເພື່ອ​ການ​ບໍ​ລິ​ໂພກ,​ ຄວາມ​ສຸກ​ເກີດ​ຈາກ​ການ​ບໍ່​ເປັນ​ໜີ້​ ແລະ ​ຄວາມ​ສຸກ​ເກີດ​ຈາກ​ການ​ເຮັດ​ວຽກງານ​ທີ່​ປາດສະຈາກ​ໂທດ​ ເປັນ​ຕົ້ນ​. ປະ​ເພດ​ຂອງ​ເມດຕາ​ 1.1. ເມດຕາ​ແທ້​ ຄື:​ ຄວາມ​ປາຖະນາ​ທີ່​ຈະໃຫ້​ຜູ້​ອື່ນ​ມີ​ຄວາມ​ສຸກ​ຢ່າງ​ແທ້ຈິງ​ ອັນ​ປະກອບ​ຂຶ້ນ​ຈາກ​ໃຈ​ທີ່​ບໍລິສຸດ​ບໍ່​ແອບ​ແຝງ​ດ້ວຍ​ພຽງ​ຫວັງ​ປະໂຫຍດ​ແກ່ຕົນ 1.2. ເມດຕາ​ທຽມ​ ຄື:​ ການ​ແກ້ງ​ເຮັດ​ດ້ວຍ​ຄວາມ​ປາດຖະຫນາ ​ຫລື​ ຄວາມ​ປະສົງ​ທີ່​ຈະໃຫ້​ຜູ້​ອື່ນ​ມີ​ຄວາມ​ສຸກ​ ອັນ​ປະກອບ​ຂຶ້ນ​ຈາກ​ໃຈ​ທີ່​ມຸ້ງ​ຫວັງ​ຫວັງ​ປະໂຫຍດ​ແກ່ຕົນ 2. ກະລຸນາ​ ຄື: ຄວາມ​ປາດຖະຫນາ​ໃຫ້​ຜູ້​ອື່ນ​ພົ້ນ​ທຸກ​ ຄວາມ​ທຸກ​ ຄື​ ສິ່ງ​ທີ່​ເຂົ້າ​ມາ​ບຽດ​ບຽນ​ໃຫ້​ເກີດ​ຄວາມ​ບໍ່​ສະບາຍ​ກາຍ​ ບໍ່​ສະບາຍ​ໃຈ​ ແລະ​ ເກີດ​ຂຶ້ນ​ຈາກ​ປັດ​ຈັຍ​ຫຼາຍ​ປະ​ການ​ນຳກັນ​ ພະ​ພຸດ​ທະ​ອົງ​ຄ໌​ຊົງ​ສະຫລຸບ​ໄວ້​ວ່າ​ຄວາມ​ທຸກ​ມີ​ 2 ກຸ່ມ​ໃຫຍ່​ໆ​ ດັ່ງ​ນີ້​: ᗌ ທຸກ​ໂດຍ​ສະພາ​ວະ​ ຫລື ​ເກີດ​ຈາກ​ປ່ຽນ​ແປງ​ຕາມ​ທຳມະຊາດ​ຂອງ​ຮ່າງກາຍ​ ເຊັ່ນ:​ ການ​ເກີດ​, ການ​ເຈັບ​ໄຂ້​, ຄວາມ​ແກ່​ ແລະ ຄວາມ​ຕາຍ ​ສິ່ງ​ມີ​ຊີວິດ​ທັງ​ຫຼາຍ​ທີ່​ເກີດ​ມາ​ໃນ​ໂລກ​ຈະ​ຕ້ອງ​ປະ​ສົບ​ກັບ​ການ​ປ່ຽນ​ແປງ​ທາງ​ຮ່າງກາຍ​ຢ່າງ​ຫຼີກ​ລ້ຽງ​ບໍ່​ໄດ້​ ຊຶ່ງ​ທັງຫມົດເອີ້ນວ່າ:​ ກາ​ຍິກ​ທຸກ​ ᗌ ທຸກ​ຈົນ​ ຫລື ​ທຸກ​ທາງ​ໃຈ​ ອັນ​ເປັນ​ຄວາມ​ທຸກ​ທີ່​ເກີດ​ຈາກ​ສາ​ເຫດ​ທີ່​ຢູ່​ນອກ​ຕົວ​ເຮົາ​ ເຊັ່ນ​: ເມື່ອ​ປາດຖະຫນາ​ແລ້ວ​ບໍ່​ສົມ​ຫວັງ​ກໍ​ເປັນ​ທຸກ​ ການ​ປະ​ສົບ​ກັບ​ສິ່ງ​ອັນ​ບໍ່​ເປັນ​ທີ່​ຮັກ​ກໍ​ເປັນ​ທຸກ ​ການ​ພັດພາກ​ຈາກ​ສິ່ງ​ອັນ​ເປັນ​ທີ່​ຮັກ​ ກໍ​ເປັນ​ທຸກ​ ທັງຫມົດ​ເອີ້ນ​ວ່າ:​ ເຈຕສິກ​ທຸກ​ ປະ​ເພດ​ຂອງ​ກະລຸນາ​ 1.1. ກະລຸນາ​ແທ້​ ຄື:​ ການ​ສົງ​ເຄາະ​ຜູ້​ອື່ນ​ໃຫ້​ພົ້ນ​ຈາກ​ທຸກ​ດ້ວຍ​ຄວາມ​ປາຖະນາ​ທີ່​ແທ້ຈິງ​ ອັນ​ປະກອບ​ຂຶ້ນ​ຈາກ​ໃຈ​ທີ່​ບໍລິສຸດ​ ບໍ່​ໄດ້​ພຽງ​ສົງ​ເຄາະ​ຜູ້​ອື່ນ​ເພາະ​ຫວັງ​ໃຫ້​ເຂົາ​ຫຼົງ​ເຊື່ອ​ ຫລື​ ຍັງ​ຊຶ່ງ​ປະໂຫຍດ​ແກ່ຕົນ 1.2. ກະລຸນາ​ທຽມ​ ຄື:​ ການ​ແກ້ງ​ເຮັດ​ສົງ​ເຄາະ​ຜູ້​ອື່ນ​ໃຫ້​ພົ້ນ​ຈາກ​ທຸກ ​ດ້ວຍ​ຄວາມ​ທີ່​​ມຸ້ງ​ຫວັງ​ໃຫ້​ເຂົາ​ຫຼົງ​ເຊື່ອ​ຫລື ​ພຽງ​ເພື່ອ​ຫວັງ​ໃນ​ປະໂຫຍດ​ຈາກ​ຜູ້​ອື່ນ​ ຫລື ​ເພື່ອ​ເພີ່ມ​ຄວາມ​ທຸກ​ໃຫ້​ຜູ້​ອື່ນ 3. ມຸ​ທິ​ຕາ​ ຄື: ຄວາມ​ຍິນ​ດີ​ເມື່ອ​ຜູ້​ອື່ນ​ໄດ້​ດີ​ ຄຳ​ວ່າ​ "ດີ​" ໃນ​ທີ່​ນີ້​ ໝາຍ​ເຖິງ​ ການ​ມີ​ຄວາມ​ສຸກ​ ຫລື ​ມີ​ຄວາມ​ຈະເລີນ​ກ້າວ​ໜ້າ​ ຄວາມ​ຍິນ​ດີ​ເມື່ອ​ຜູ້​ອື່ນ​ໄດ້​ດີ​ ຈຶ່ງ​ໝາຍ​ເຖິງ​ ຄວາມ​ປາຖະຫນາ​ໃຫ້​ຜູ້​ອື່ນ​ມີ​ຄວາມ​ສຸກ​ຄວາມ​ຈະເລີນ​ກ້າວ​ໜ້າ​ຢິ່ງ​ໆ​ຂຶ້ນ​ ບໍ່​ມີ​ຈິດ​ໃຈ​​ຣິ​ສ​ຍາ​ ຄວາມ​ຣິ​ສ​ະຍາ ຄື​ ຄວາມ​ບໍ່​ສະບາຍ​ໃຈ​, ຄວາມ​ຄຽດ,​ ຄວາມ​ຟຸ້ງ​ຊ່ານ ​ຊຶ່ງ​ມັກ​ເກີດ​ຂຶ້ນ​ເມື່ອ​ເຫັນ​ຜູ້​ອື່ນ​ໄດ້​ດີກວ່າ​ຕົນ​. ປະ​ເພດ​ຂອງ​ມຸ​ທິ​ຕາ​ 1.1. ມຸ​ທິ​ຕາ​ແທ້​ ຄື:​ ການເຮັດ​ໃຈ​ຍິນ​ດີ​ ແລະ​ ສະແດງ​ອອກ​ເຖິງ​ຄວາມ​ຢິນ​ດີ​ຕໍ່​ຄວາມ​ສຸກ​ ແລະ​ ການ​ພົ້ນ​ຈາກ​ທຸກ​ຂອງ​ຜູ້​ອື່ນ​ດ້ວຍ​ຈິດ​ອັນ​ບໍລິສຸດ​ ບໍ່​ແມ່ນ​ແກ້ງ​ເຮັດ​ເພື່ອ​ຫວັງ​ໃຫ້​ຜູ້​ອື່ນ​ຫຼົງ​ເຊື່ອ​ ເພື່ອ​ຫວັງ​ປະໂຫຍດ​ຈາກ​ເຂົາ 1.2. ມຸ​ທິ​ຕາ​ທຽມ​ ຄື​: ການ​ແກ້ງ​ເຮັດ​ໃຈ​ຍິນ​ດີ​ ຫລື ​ແກ້ງ​ສະແດງ​ອອກ​ເຖິງ​ຄວາມ​ຍິນ​ດີ​ຕໍ່​ຄວາມ​ສຸກ​ ແລະ​ການ​ພົ້ນ​ຈາກ​ທຸກ​ຂອງ​ຜູ້​ອື່ນ​ ພຽງ​ເພື່ອ​ຫວັງ​ໃຫ້​ຜູ້​ອື່ນ​ຫຼົງ​ເຊື່ອ​ ເພື່ອຈະ​ໄດ້ຮັບ​ປະໂຫຍດ​ຈາກ​ເຂົາ 4. ອຸ​ເປກ​ຂາ​ ຄື: ການ​ຮູ້​ຈັກ​ວາງ​ເສີຍ​ ໝາຍ​ເຖິງ​ ການ​ວາງ​ໃຈ​ເປັນ​ກາງ ​ເພາະ​ພິຈາລະນາ​ເຫັນ​ວ່າ​ ໃຜ​ເຮັດ​ດີ​ຄວນ​ໄດ້​ດີ​ ໃຜ​ເຮັດ​ຊົ່ວ​ຄວນ​ໄດ້​ຊົ່ວ​ ຕາມ​ກົດ​ແຫ່ງ​ກຳ​ ຄື​ ໃຜ​ເຮັດ​ສິ່ງ​ໃດ​ໄວ້ ​ສິ່ງ​ນັ້ນ​ຄວນ​ຕອບສະຫນອງ​ຄືນ​ບຸກ​ຄົນ​ຜູ້ກ​ະທຳ ​ ເມື່ອ​ເຮົາ​ເຫັນ​ໃຜ​ໄດ້ຮັບ​ຜົນ​ກຳ​ໃນ​ທາງ​ທີ່​ເປັນ​ໂທດ​ເຮົາ​ກໍ​ບໍ່​ຄວນ​ດີ​ໃຈ ​ຫລື ​ ຄິດ​ຊ້ຳ​ເຕີມ​ເຂົາໃນ​ເລື່ອງ​ທີ່ເກິດຂື້ນ​ ເຮົາ​ຄວນ​ມີ​ຄວາມ​ປາຖະນາ​ດີ ​ ຄື​ພະຍາຍາມ​ຊ່ວຍ​ເຫລືອ​ຜູ້​ອື່ນ ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກ​ໃນ​ລັກສະນະ​ທີ່​ຖືກ​ຕ້ອງ​ຕາມ​ທຳນອງ​ຄອງ​ທຳ​. ປະ​ເພດ​ຂອງ​ອຸ​ເປກ​ຂາ​ 1.1. ອຸ​ເປກ​ຂາ​ແທ້​ ຄື​: ການ​ວາງ​ໃຈ​ເປັນ​ກາງ​ຕໍ່​ຄວາມ​ສຸກ ​ຫລື ​ຄວາມ​ທຸກ​ດ້ວຍ​ຈິດ​ອັນ​ທີ່ຕົນ​ຕັ້ງ​ມັ່ນ​ໂດຍ​ແທ້​ ບໍ່​ແມ່ນ​ພຽງ​ແກ້ງເຮັດ​ເພື່ອ​ໃຫ້​ຜູ້​ອື່ນ​ຫຼົງ​ເຊື່ອ​ 1.2. ອຸ​ເປກ​ຂາ​ທຽມ​ ຄື​: ການ​ແກ້ງເຮັດ​ໃນ​ການ​ວາງ​ໃຈ​ເປັນ​ກາງ​ຕໍ່​ຄວາມ​ສຸກ ​ຫລື ​ຄວາມ​ທຸກ​ ພຽງ​ເພື່ອ​ຫຼອກ​ໃຫ້​ຜູ້​ອື່ນ​ຫຼົງ​ເຊື່ອ​ໃນ​ຕົນ​

ຄະຣາວາດທັມ

ຄະຣາວາດທັມ women-481794_640 ຄ​າຣະ​ວາດ​ທັມ ໝາຍ​ເຖິງ​ ທັມມະ​ຂອງ​ຄະຣາວາດ​ ຫລື​ ທັມມະ​ສຳລັບ​ຜູ້​ຄອງ​ເຮືອນ​ ຄະຣາວາດ​ ໝາຍ​ເຖິງ​ ຜູ້​ຄອງ​ເຮືອນ​ ບາງທີເອີ້ນວ່າ:​ ຄ​ະລືຫັດ​ ໝາຍ​ເຖິງ​ ບຸກຄົນ​ທີ່​ບໍ່​ແມ່ນ​ນັກ​ບວດ ​ຫລື​ພະ​ສົງ​ຄ໌ ​ທີ່​ມີ​ອາ​ຊີບ​ແຕກ​ຕ່າງ​ກັນ​ ເຊັ່ນ:​ ຊາວ​ນາ,​ ຊາວ​ໄຮ່​, ພໍ່​ຄ້າ,​ ນັກ​ສຶກ​ສາ ​ ເປັນຕົ້ນ. ຄະຣາວາດ​ທັມ​ 4 ປະ​ການ​ ຄື: 1. ສັຈຈະ​ (ຄວາມ​ຊື່ສັດ​) 2. ທະ​ມະ​ (ການ​ຝຶກ​ຕົນ​) 3. ຂັນ​ຕິ​ (ການ​ອົດ​ທົນ​) 4. ຈາ​ຄະ​ (ການ​ບໍລິຈາກ​/ຄວາມເສຍສະຫລະ​) 1. ສັຈ​ຈະ​ (ຄວາມ​ຊື່ສັດ​) ສັດ​ຈະ​ ໃນ​ຄະຣາວາດ​ທັມ ​ 4 ໝາຍ​ເຖິງ​ ຄວາມ​ຊື່ສັດ​ ຊື່​ກົງ​ ດ້ວຍ​ກາຍ​ຈິງ​ ຄື​ ປະພຶດ​ດ້ວຍ​ຄວາມ​ສຸຈະຣິດ​ ບໍ່​ຄົດ​ໂກງ​ ບໍ່​ຫລອກລວງ​ ບໍ່ເວົ້າຕົ໋ວະ ຄື​ ເວົ້າ​ຄວາມ​ຈິງ​ ແລະ ​ໃຈ​ຈິງ​ ຄື​ ມີ​ຄວາມ​ຈິງ​ໃຈ​ 2. ທະ​ມະ​ (ການ​ຝຶກ​ຕົນ​) ທ​ະມະ​ ໃນ​ຄະຣາວາດ​ທັມ​ 4 ໝາຍ​ເຖິງ​ ການ​ຝຶກ​ຝົນ​ ການ​ຝຶກ​ຕົນ​ ໃຫ້​ມີ​ການ​ປັບ​ປຸງ​ຕົວ​ ທັງ​ໃນ​ດ້ານ​ຈິດ​ໃຈ​ ແລະ​ ການ​ກະທຳ​ ດ້ວຍ​ປັນຍາ​ເພື່ອ​ປັບ​ປຸງ​ ແກ້​ໄຂ​ຂໍ້​ບົກຜ່ອງ​ໃນ​ຫນ້າທີ່​ການ​ງານ​ ຫລື​ ສິ່ງ​ທີ່​ກະທຳ​ຢູ່​ນັ້ນ​ ທະ​ມະ​ ເປັນ​ທັມ​ທີ່​ມຸ້ງ​ເນັ້ນ​ໃຫ້​ໃຊ້ປັນຍາ​ຕຶງຕອງ​ ແລະ​ ໄຕ່ຕອງໃຫ້​ອ້ອມ​ຄອບ​ກ່ອນທີ່ຈະ​ກະທຳ​ການ​ໃດ​ໆ​ ໂດຍ​ຕ້ອງ​ຄຳ​ນຶງ​ຢູ່​ສະເໝີ​ວ່າ​ ມີ​ປະໂຫຍດ​ຫລາຍກວ່າ​ໂທດ ​ຫລື ​ມີ​ດີ​ຫລາຍກວ່າ​ຊົ່ວ​ຈຶ່ງ​ຈະ​ກະທຳ​ ໂດຍ​ສະເພາະ​ການ​ເອົາ​ຊະນະ​ຄວາມ​ໂກດ​ ເພາະ​ເມື່ອ​ຄວາມ​ໂກດ​ເກີດ​ຂຶ້ນ​ຍ່ອມສົ່ງ​ຜົນ​ໃຫ້​ຈິດ​ໃຈ​ຂຸ່ນ​ມົວ​ ຜິວ​ພັນ​ເສົ້າ​ໝອງ​ ເປັນ​ເຫດ​ໃຫ້​ເກີດ​ຜົນ​ເສຍ​ແກ່​ຕົນເອງ​ ແລະ ​ຜູ້​ອື່ນ​ ທັງ​ນີ້​ ເພາະ​ຜູ້​ມີໂກດ​ຍ່ອມ​ບໍ່​ຮູ້​ຈັກ​ຜິດຖືກ ບໍ່ຮູ້ດີຊົ່ວ ສາມາດ​ຂ້າ​ໄດ້​ແມ້ກ​ະ​ທັ່ງ​ບິດາ​ມານດາ​ຂອງ​ຕົນເອງ​ ຜູ້​ທີ່​ຖືກ​ຄວາມ​ໂກດ​ເຂົ້າ​ຄອບ​ງຳ​ຍ່ອມ​ເສຍຊັບ​ ເສື່ອມ​ລາບ​ຢົດ​ ຫາ​ທີ່​ພຶ່ງ​ພິງ​ໄດ້​ຍາກ​ ບໍ່ມີ​ຍາດ​ຂາດ​ມິດ​ ທ​ະມະ​ ແບ່ງ​ເປັນອອກ​ 2 ປະ​ການ​ ຄື​: 1. ການ​ຝຶກ​ຝົນ​ຕົນເອງ​ ເປັນ​ຄວາມ​ມຸ້ງ​ໝາຍ​ເພື່ອ​ສະ​ກົດ​ກັ້ນ​ ຝຶກ​ຝົນ​ ອົບຮົມ​ຈິດ​ໃຈ​ຂອງ​ຕົນ​ໃຫ້​ມີ​ສະພາບ​ຈິດ​ໃຈ​ດີ​ຂຶ້ນ​ ໃຫ້​ເຂັ້ມແຂງ​ຫລາຍ​ຂຶ້ນ​ ຝຶກ​ຂົ່ມ​ຄວາມ​ຮູ້ສຶກ​ເພື່ອ​ໃຫ້​ພ້ອມ​ກັບ​ສະຖານນະການ​ຕ່າງ​ໆ ​ທີ່​ອາດ​ເກີດ​ຂຶ້ນ​ ເຮົາຕ້ອງ​ຂົ່ມ​ໃຈ​ບໍ່​ໃຫ້​ສະແດງ​ອາການຮວນເຮ​ ຫວາດ​ຫວັ່ນ​ ເຊັ່ນ:​ ບໍ່​ຫລົງລືມສະຕິ​ດ່າ​ວ່າ​ອອກ​ມາ​ໂດຍ​ບໍ່​ມີ​ສະຕິ​ຢັບ​ຢັ້ງ​ ຫລື​ ຂົ່ມ​ຄວາມລະອາຍ​ເມື່ອ​ຕ້ອງ​ເວົ້າ​ ຫລື​ ສະແດງ​ອອກ​ ອີກ​ຢ່າງ​ໜຶ່ງ​ ທ​ະມະ​ນີ້​ ໃນ​ຄວາມຫມາຍ​ທີ່​ເລິກໃນ​ທາງ​ພຣະ ໝາຍ​ເຖິງ​ ການ​ຮູ້​ຈັກ​ຝຶກ​ອິນຊີ​ (ກາຍ​ ແລະ​ ໃຈ​) ໄດ້​ແກ່:​ ຕາ​ ຫູ​ ດັງ​ ລິ້ນ​ ກາຍ​ ໃຈ​ ດ້ວຍ​ອຳນາດ​ຂອງ​ຄຸນະທັມ​ ບໍ່​ໃຫ້ເປັນ​ໄປ​ຕາມ​ກຳ​ລັງ​ຂອງ​ກິ​ເລສຫລື ​ຄວາມ​ຊົ່ວຊາມ ການ​ຝຶກ​ໃຈ​ໃຫ້​ມີທະມະ​ ຄື​ ການ​ຮູ້​ຈັກ​ໃຊ້​ສະຕິ​ໃຫ້​ຫລາຍ​ ເພື່ອ​ຂົ່ມ​ຄວາມ​ຮູ້ສຶກ​ທີ່​ບໍ່​ດີ​ໄວ້​ ແລະ ​ຫາ​ທາງ​ພັດທະນາ​ໃຈ​ຕົນເອງ​ໃຫ້​ຫມັ້ນຄົງ​ຂຶ້ນ ​ດ້ວຍ​ວິທີ​ການ​ຝຶກ​ຈິດ​ໃຈ​ ເຊັ່ນ:​ ຝຶກ​ສະ​ມາ​ທິ,​ ຝຶກ​ນັ່ງ​ກຳມະ​ຖານ​ ເປັນ​ຕົ້ນ​ 2. ການ​ຂົ່ມ​ໃຈ​ຕົນເອງ​ ຄື:​ ການ​ຢັບ​ຢັ້ງ​ ແລະ ​ຮູ້​ຈັກ​ຄວບ​ຄຸມ​ຈິດ​ໃຈ​ຂອງ​ຕົນ​ບໍ່​ໃຫ້​ຕິດ​ຢູ່ໃນ​ວັງ​ວົນ​ແຫ່ງ​ອະ​ບາຍຍະ​ມຸກ​ແຫ່ງ​ໂທສະ ຄື​: ຄວາມ​ໂກດ​ ໂມ​ໂຫ​ຮ້າຍ​ ໂລ​ພະ​ ຄື​ ຄວາມ​ທະ​ຍານ​ຢາກ​ທີ່​ຈະ​ນຳ​ໄປ​ສູ່​ການ​ສະຫນອງ​​ຄວາມ​ຕ້ອງ​ການ​ຂອງ​ຕົນ​ໃນ​ທາງ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ຕາມກົດຫມາຍ​ ແລະ​ ສິນທຳ​ ແລະ ​ໂມ​ຫະ​ ຄື​ ຄວາມ​ຫຼົງ​ກັບ​ຄວາມ​ສຸກ​ທີ່ເກິດຂື້ນ​ຈາກ​ສິ່ງ​ທີ່​ບໍ່​ຢັ້ງ​ຢືນ​ ເປັນຕົ້ນ. 3. ຂັນ​ຕິ​ (ຄວາມ​ອົດ​ທົນ​) ຂັນ​ຕິ​ ໃນ​ຄະຣາວາດ​ທັມ​ 4 ໝາຍ​ເຖິງ​ ຄວາມ​ອົດ​ທົນ​ ອົດ​ກັ້ນ​ຕໍ່​ບັນຫາ​ອຸປະສັກ​ນາໆ ປະການ ຕະຫລອດຈົນເຖິງ​ອົດ​ທົນ​ ອົດ​ກັ້ນ​ຕໍ່​ສິ່ງ​ທີ່​ບໍ່​ພຶງ​ປາຖະຫນາ​ທາງ​ໃຈ​ ເຊັ່ນ: ຄວາມ​ຍາກ​ລຳ​ບາກ​ໃນ​ການ​ງານ​, ຄຳ​ປ້ອຍດ່າ​ຈາກ​ຜູ້​ອື່ນ​ ຊຶ່ງ​ຄວາມ​ອົດ​ທົນ​ນີ້​ ປະກອບ​ດ້ວຍ​ 4 ລັກສະນະ​ ໄດ້​ແກ່​: 1. ຄວາມ​ອົດ​ທົນ​ ອົດ​ກັ້ນ​ຕໍ່​ຄວາມ​ຍາກ​ລຳ​ບາກ​ກາກກໍາ​ທາງ​ທຳມະຊາດ​ຊຶ່ງ​ເກີດ​ຂຶ້ນ​ທາງ​ກາຍ​​ ເຊັ່ນ: ຄວາມ​ຮ້ອນ,​ ຄວາມ​ໜາວ,​ ຄວາມ​ຫິວ​ກະຫາຍ,​ ແລະ​ ຄວາມ​ເມື່ອຍ​ລ້າ​ອ່ອນແຮງ 2. ຄວາມ​ອົດ​ທົນ​ ອົດ​ກັ້ນ​ຕໍ່​ທຸກ​ຂະ​ເວທະ​ນາ​ທີ່ເກິດຂື້ນ​ທາງ​ກາຍ​ ເຊັ່ນ:​ ຄວາມ​ເຈັບ​ໄຂ້​ໄດ້​ປ່ວຍ,​ ຄວາມ​ທຸກທໍລະມານ​ ກໍ​ຮູ້​ຈັກ​ອົດ​ທົນ​ອົດ​ກັ້ນ​ເອົາ​ໄວ້​ ບໍ່​ສ້າງ​ຄວາມ​ທຸກ​ເພີ່ມ​ຂຶ້ນ​ອີກ​ 3. ຄວາມ​ອົດ​ທົນ​ ອົດ​ກັ້ນ​ຕໍ່​ຄວາມ​ເຈັບ​ໃຈ​ອັນ​ເກີດ​ຂຶ້ນ​ທາງ​ໃຈ​​ ເຊັ່ນ:​ ວາ​ຈາ​ສໍ່​ສຽດ,​ ຖ້ອຍ​ຄຳ​ດ່າ​ວ່າ​ຫຍາບ​ຄາຍ​ ຫລື ​ຄຳ​ກ່າວ​ລ່ວງ​ເກີນ​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ ສ້າງ​ຄວາມ​ຂຸ່ນ​ເຄືອງ​ໃຈ​ອັນ​ບໍ່​ພຶງ​ປາຖະຫນາ​ 4. ຄວາມ​ອົດ​ທົນ​ ອົດ​ກັ້ນ​ຕໍ່​ພະລັງ​ອຳນາດ​ບີບ​ຄັ້ນ​ຂອງ​ກິ​ເລສ​ ໄດ້​ແກ່​: ຣາ​ຄະ​ ໂທ​ສະ​ ໂມ​ຫະ​ ເປັນ​ຕົ້ນ​ ຄວາມ​ອົດ​ທົນ​ອົດ​ກັ້ນ​ຕໍ່​ກິ​ເລສທັງປວງ ​ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ສູງ​ສຸດ​ແຫ່ງ​ຊີວິດ​ທີ່​ດີ​ງາມ​ 4. ຈາ​ຄະ​ (ການ​ບໍລິຈາກ​/ຄວາມ​ເສຍສະຫລະ) ຈາ​ຄະ​ ໃນ​ຄ​າຣະ​ວາດ​ທັມ​ 4 ໝາຍ​ເຖິງ​ ການ​ບໍລິຈາກ​ ຫລື ​ຄວາມ​ເສຍ​ສະຫລະ​ຈາກ​ຄວາມ​ສຸກ​ ແລະ​ຜົນ​ປະໂຫຍດ​ຂອງ​ຕົນ​ ຕະຫລອດຈົນ​ເຖິງ​ການ​ລະ​ຈາກ​ກິ​ເລສ​ ເຮັດໃຫ້​ເປັນ​ຜູ້​ມີ​ຄວາມ​ໃຈ​ກວ້າງ​ ຮູ້​ຈັກ​ເອື້ອ​ເຟື້ອ​ເຜື່ອ​ແຜ່ແກ່ຜູ້ອື່ນ​ ແລະ ​ພ້ອມ​ທີ່​ຈະ​ຜະເຊີນ​ກັບ​ຄວາມ​ທຸກ​ຮ່ວມ​ກັບ​ຜູ້​ອື່ນ​ ຈາ​ຄະ​ມີ​ຄວາມຫມາຍ​ກວ້າງ​ກວ່າ​ທານ​ ເນື່ອງ​ຈາກ​ວ່າ ຈາ​ຄະ​ ຄື​ ການ​ສະລະ​ທັງ​ສິ່ງ​ທີ່​ເປັນ​ຮູບປະ​ທັມ ແລະ​ ນາມ​ມະທັມ​ ໂດຍ​ບໍ່​ສົນ​ໃຈ​ວ່າ​ຈະ​ມີ​ຜູ້​ຮັບ​ ຫລື ​ບໍ່​ ແລະ ​ມີ​ຄວາມຫມາຍ​ໂດຍ​ທັງ​ໃນ​ລະ​ດັບ​ໂລ​ກີ​ຍະ​ ແລະ ​ໂລ​ກຸດ​ຕະລະ ໃນ​ລະ​ດັບ​ໂລ​ກີ​ຍະ ​ເປັນ​ການເສຍສະ​ລະ​ ການ​ໃຫ້​ທານ​ ການ​ແບ່ງ​ປັນ​ເອື້ອ​ເຟື້ອ​ເຜື່ອ​ແຜ່​ຕໍ່​ຜູ້​ອື່ນ​ ທັງ​ໃນ​ວັດ​ຖຸ​ ແລະ ​ສິ່ງ​ທີ່​ເປັນ​ນາມມະ​ທັມ​ ສ່ວນ​ໃນ​ລະ​ດັບ​ໂລ​ກຸດ​ຕະຣະ​ ເປັນ​ການ​ສະລະ​ໃນ​ຄວາມ​ຢຶດ​ໝັ້ນ​ຖື​ຫມັ້ນ​ ຄວາມ​ບໍ່​ດີ​ຕ່າງ​ໆ​ ທີ່​ຢູ່ໃນ​ຈິດ​ໃຈ​ ດັ່ງ​ນັ້ນ,​ ​ຄວາມ​ເສຍ​ສະລະ​ຈຶ່ງ​ມີ​ 2 ຢ່າງຄື:​ 1. ການ​ເສຍ​ສະລະ​ວັດ​ຖຸ​ສິ່ງ​ຂອງ​ ໄດ້​ແກ່​: ຊັບສິນເງີນທອງຂອງ​ຂອງ​ຕົນ​ເພື່ອ​ປະໂຫຍດ​ແກ່​ຜູ້​ອື່ນ​ ໂດຍ​ບໍ່​ເກີນ​ກຳ​ລັງ​ຄວາມ​ສາມາດ​ຂອງ​ຕົນ​ 2. ການ​ເສຍ​ສະລະ​ສິ່ງ​ທີ່​ເປັນ​ນາມ​ມະທຳ​ ເຊັ່ນ​: ສະຫລະ​ກິ​ເລສ, ສະຫລະ​ຄວາມ​ເຫັນ​ແກ່​ຕົວ​, ສະຫລະ​ອາລົມ​ຄວາມ​ຮູ້ສຶກ​ທີ່​ບໍ່​ດີ​ຕ່າງ​ໆ​ ຊຶ່ງ​ການ​ຝຶກ​ຝົນ​ໃຫ້​ມີ​ຈາ​ຄະ​ຄວນ​ເຮັດໃຫ້​ຈິດ​ໃຈ​ຄາຍ​ຄວາມ​ຢຶດ​ໝັ້ນ​ຖື​ຫມັ້ນ ແລະ ​ມີ​ຄວາມ​ເຂົ້າໃຈ​ໃນ​ສິ່ງ​ທັງ​ຫຼາຍ​ຕາມ​ຄວາມ​ເປັນ​ຈິງ​ ເຮັດໃຫ້​ມີ​ຄວາມ​ສຸກ​ດ້ວຍ​ໃຈ​ຂອງ​ຕົນເອງ​ ມີ​ຈິດ​ທີ່​ເປັນ​ອິດສະຫລະ​ ບໍ່​ຂຶ້ນ​ຕໍ່​ສິ່ງ​ອື່ນ​ໃດ​ມີ​ຄວາມ​ສຸກ​ໄດ້​ແມ່ນ​ຈະ​ຕ້ອງ​ສູນ​ເສຍ​ບາງ​ສິ່ງ​ໄປ​.

ຕັນ​ຫາ​ 3

ຕັນ​ຫາ​ 3 17_02
ຕັນ​ຫາ​ ຫລື​ ຣາ​ຄະ​ ຫລື​ ໂລ​ພະ​ ໝາຍ​ເຖິງ​ ຄວາມ​ທະ​ຍານ​ຢາກ ​ ທີ່​ເກີດ​ຈາກ​ການ​ຫຼົງ​ມົວ​ເມົາ​ຕາມ​ຈິດ​ຂອງ​ຕົນ​ ຕາມ​ຄວາມ​ຈິດ​ໃຈ​ຂອງ​ຕົນ​ ຕາມ​ຄວາມ​ຢຶດ​ຕິດ​ຂອງ​ຕົນ​ ຊຶ່ງ​ເຮັດໃຫ້​ດິ້ນ​ຮົນ​ ແລະ​ ສະແຫວ​ງ​ຫາ​ສິ່ງ​ເຫຼົ່າ​ນັ້ນ​ ມາສະຫນອງ​ຕໍ່​ຄວາມ​ຕ້ອງ​ການ​ ປະກອບ​ດ້ວຍ​ 3 ປະ​ການ​ ຄື​: 1. ກາມ​ຕັນ​ຫາ​ ໝາຍ​ເຖິງ​ ຄວາມ​ທະ​ຍານ​ຢາກ​ໃນ​ທະວານ​ສັມ​ຜັດ​ທັງ​ 5 ຄື​ ໃນ​ກາມ​ຮູບ​ 2. ພະວະ​ຕັນ​ຫາ​ ໝາຍ​ເຖິງ​ ຄວາມ​ທະ​ຍານ​ຢາກ​ເປັນ​ ຄື​ ຄວາມ​ຢາກ​ ອັນ​ມຸ້ງ​ຫວັງ​ໃຫ້​ເກີດ​ຂຶ້ນ​ຕໍ່ຕົນ​ທັງ​ໃນ​ຊີວິດ​ປະຈຸບັນ​ ແລະ ​ຊີວິດ​ໃນ​ພາຍ​ພາກ​ໜ້າ​ 3. ວິພາວະ​ຕັນ​ຫາ​ ໝາຍ​ເຖິງ​ ຄວາມ​ທະ​ຍານ​ຢາກ​ທີ່​ບໍ່​ຢາກ​ເປັນ​ ຄື​ ຄວາມ​ຢາກ​ ອັນ​ມຸ້ງ​ຫວັງ​ບໍ່​ໃຫ້​ເກີດ​ຂຶ້ນ​ຕໍ່ຕົນ​ທັງ​ໃນ​ຊີວິດ​ປະຈຸບັນ​ ແລະ ​ຊີວິດ​ໃນ​ພາຍ​ພາກ​ໜ້າ​ ຕັນ​ຫາ​ 3 ຢ່າງ​: 1. ກາມ​ຕັນ​ຫາ​ ກາມ​ຕັນ​ຫາ​ ຄື​ ຄວາມ​ທະ​ຍານ​ຢາກ​ໃນ​ຮູບ​ສັມ​ຜັດ​ອັນ​ເກີດ​ຈາກ​ຄວາມ​ກຳ​ໜັດ​ ຄວາມ​ຫຼົງ​ໃຫຼ​ ຄວາມ​ຕິດ​ໃຈ​ໃນ​ສິ່ງ​ທີ່ຕົນ​ເຄີຍ​ສັມ​ຜັດ​ຈາກ​ທະວານ​ທັງ​ 5 ອັນ​ເປັນ​ອິດ​ຖາຣົມ ຄື​ ເປັນ​ສິ່ງ​ໜ້າ​ໃຄຣ່​ ນ່າປາຖະນາ​ ກາມ​ຕັນ​ຫາ​ ເປັນ​ຄວາມ​ທະ​ຍານ​ຢາກ​ເພື່ອ​ໃຫ້​ໄດ້​ສະເໜີ​ຕໍ່​ທະວານ​ທັງ​ 5 ຫລື​ ກາມມະຄຸນ 5 ຄື​ 1. ຫູ​ໄດ້ຍິນ​ ເຊັ່ນ​: ໄດ້ຍິນ​ສຽງ​ເພລງ​, ໄດ້ຍິນ​ສຽງ​ສະຕີ 2. ຕາ​ໄດ້​ເຫັນ​ ເຊັ່ນ​: ເຫັນ​ຮູບ​ກາຍ​ສະຕີ,​ ເຫັນ​ສິ່ງ​ຂອງ​ສວຍ​ງາມ​ 3. ດັງ​ໄດ້​ກິ່ນ​ ເຊັ່ນ:​ ໄດ້​ກິ່ນ​ຫອມ​ອາຫານ,​ ໄດ້​ກິ່ນ​ນ້ຳ​ຫອມ​ 4. ລິ້ນ​ຮັບ​ຣົສ​ ເຊັ່ນ:​ ຊິມ​ຮູູ້ຣົສ​ຫວານ,​ ຊິມ​ຮູ້ຣົສ​ເຄັມ​ 5. ກາຍ​ໄດ້​ສັມ​ຜັດ​ ເຊັ່ນ:​ ສັມ​ຜັດ​ຮູ້​ອຸ່ນ,​ ສັມ​ຜັດ​ຮູ້​ເຢັນ​ ການ​ຫຼົງ​ມັວ​ເມົາ​ ຕັນ​ຫາ​ທີ່ເກິດຂື້ນ​ໃນ​ກາມ​ມະຄຸນ​ທັງ​ 5 ນີ້​ ເປັນ​ຕັນ​ຫາ​ໃນ​ຮູບປະ​ທຳ​ ມີ​ຕົວ​ຕົນ​ທີ່​ຈັບ​ຕ້ອງ​ໄດ້​ ດ້ວຍ​ທະວານ​ທັງ​ 5 ນຳ​ມາສູ່​ຈິດ​ນຶກ​ທົບ​ທວນ​ ນຶກ​ໃຄຣ່​ຫຼົງ​ໃນ​ສັມ​ຜັດ​ທີ່ເກິດຂື້ນ​ ເຮັດໃຫ້​ທະ​ຍານ​ຢາກ​ທີ່​ຈະ​ສັມ​ຜັດ​ ແລະ ​ຮັບ​ຮູ້​ອີກ​ຕໍ່ໄປ​ເປັນ​ນິດ​ 2. ພະວະຕັນ​ຫາ​ ພະວະ​ຕັນ​ຫາ​ ຄື​ ຄວາມ​ທະ​ຍານ​ຢາກ​ໃຫ້​ເກີດ​ຂຶ້ນ​ຕາມ​ຮູບປະທໍາ​ ທີ່ຕົ​ນ​ໄດ້​ປຸງ​ແຕ່ງ​ໃຫ້​ເກີດ​ໃນ​ຈິດ​ໃຈ​ ເຊັ່ນ: ຢາກ​ເປັນ​ຕຳ​ຫລວດ, ຢາກ​ເກີດ​ເປັນ​ເສດຖີ​ ເປັນ​ຕົ້ນ​ ພະວະ​ຕັນ​ຫາ​ ມີ​ຖານ​ສັບ​ມາ​ຈາກ​ພາສາ​ບາ​ລີ​ ຄື​ – ພະວ​ະ ແປວ່າ​: ພົບ​ ຄື​ ໂລກ​ ຫລື ​ສະຖານ​ອັນ​ເປັນ​ທີ່​ຢູ່​ຂອງ​ຕົນ​ ທັງ​ໃນ​ຊີວິດ​ປະຈຸບັນ​ ແລະ ​ຊີວິດ​ໃນ​ພາຍ​ພາກ​ໜ້າ​ – ຕັນ​ຫາ​ ແປລ​ວ່າ​ ຄວາມ​ຢາກ​ ແປລຕາມ​ຮາກ​ສັບ​ ຄື​: ຄວາມ​ຢາກ​ເປັນ​ໃນ​ສິ່ງ​ໃດ​ໆ​ ທັງ​ໃນ​ຊີວິດ​ປະຈຸບັນ​ ແລະ ​ຊີວິດ​ໃນ​ພາຍ​ພາກ​ໜ້າ​ 3. ວິພະວະ​ຕັນ​ຫາ​ ວິພະວະຕັນ​ຫາ​ ຄື​ ຄວາມ​ທະ​ຍານ​ຢາກ​ທີ່​ຈະ​ຂ້າມ​ພົ້ນ​ໄປ​ຈາກ​ຮູບປະທໍາ​ ທີ່ຕົນ​ໄດ້​ປຸງ​ແຕ່ງ​ໃຫ້​ເກີດ​ໃນ​ຈິດ​ໃຈ​ ເຊັ່ນ: ບໍ່​ຢາກ​ເປັນ​ໂຈນ​, ບໍ່​ຢາກ​ເກີດ​ເປັນ​ສັດ​ ເປັນ​ຕົ້ນ​ ວິພະວະ​ຕັນ​ຫາ​ ມີ​ຖານ​ສັບ​ມາ​ຈາກ​ພາສາ​ບາ​ລີ​ ຄື​: – ວິ​ ແປວ່າ​: ບໍ່​ – ພະວະ​ ແປ​ວ່າ:​ ພົບ​ – ຕັນ​ຫາ​ ແປວ່າ:​ ຄວາມ​ຢາກ​ ແປ​ຕາມ​ຮາກ​ສັບ​ ຄື​ ຄວາມ​ຢາກ​ບໍ່​ເປັນ​ໃນ​ສິ່ງ​ໃດ​ໆ​ ທັງ​ໃນ​ຊີວິດ​ປະຈຸບັນ​ ແລະ ​ຊີວິດ​ໃນ​ພາຍ​ພາກ​ໜ້າ​ ພະວະຕັນ​ຫາ​ ແລະ ​ວິພະວະຕັນ​ຫາ​ ເປັນ​ຄວາມ​ທະ​ຍານ​ຢາກ​ໃນ​ທະວານ​ທີ 6 ຄື​ ຄວາມ​ຕ້ອງ​ການ​ທາງ​ໃຈ​ ທີ່​ຈິດ​ຕົນ​ພະຍາຍາມ​ປຸງ​ແຕ່ງ​ໃຫ້​ເກີດ​ເປັນ​ຮູບ​ໃນ​ຈິດ​ໃຈ​ ຊຶ່ງ​ສ່ວນຫນຶ່ງ​ມາ​ຈາກ​ພື້ນ​ຖານ​ກາມ​ຕັນ​ຫາ​ ຄື​ ຄ​ວາມ​ລືມ​ຫຼົງ​ໃນ​ຮູບ​ສັມ​ຜັດ​ທັງ​ຫຼາຍ ​ທີ່ຕົນເຄືຍສໍາຜັດມາ ຕັນ​ຫາ​ຍັງ​ໃຫ້​ເກີດ​ການ​ປະພຶດ​ ຄື​: 1. ທາງ​ກາຍ​ 2 ຢ່າງ​ ຄື​: – ເຮັດໃຫ້​ເກີດ​ການ​ລັກ​ຊັບ​ຜູ້​ອື່ນ​ – ເຮັດໃຫ້​ລ່ວງ​ຜິດ​ໃນ​ກາມ​ກັບ​ຍິງ ຫລື​ ຊາຍ​ອື່ນ​ 2. ທາງ​ວາ​ຈາ​ 3 ຢ່າງ​ ຄື​ – ເຮັດໃຫ້​ເວົ້າ​ຄວາມ​ເທັດ​ – ເຮັດໃຫ້​ເວົ້າ​ບຽດ​ບຽນ​ ຫລື​ ຍຸ​ແຍ່​ຜູ້​ອື່ນ​ ເພາະ​ຄວາມ​ອິດສາ​ – ເຮັດໃຫ້​ເວົ້າ​ບໍ່​ມີ​ສາ​ລະ (ບໍ່ມີປະໂຫຍດ)​ ບໍ່​ມີ​ຄຳ​ທີ່​ໜ້າ​ເຊື່ອ​ຖື​ໄດ້​ 3. ທາງ​ໃຈ​ 2 ຢ່າງ​ ຄື​ – ເຮັດໃຫ້​ຢິນ​ດີ​ໃນ​ຄວາມ​ທຸກ​ຂອງ​ຜູ້​ອື່ນ​ – ເຮັດໃຫ້​ຮູ້​ຜິດ​ ເຂົ້າໃຈ​ຜິດ​ ບໍ່​ສອດ​ຄ້ອງ​ກັບ​ຄວາມ​ເປັນ​ຈິງ​

ກາລາມະສູດ 10 ປະການ

ກາລາມະສູດ 10 ປະການ 0001560_wm10086_750 ກາ​ລາ​ມະ​ສູ​ດ​ ແປ​ວ່າ ພ​ຣະ​ສູດທີ່​ພ​ຣະ​ພຸ​ທທະ​ເຈົ້າ​ໄດ້​ຊົງ​ສະ​ແດງ​ແກ່​ຊົນ​ຊາວ “ກາລາມະ” ໃນໝູ່ບ້ານສະປຸດຕິຍະນິຄົມ ແຄວ້ນໂກສົນ ບາງຄັ້ງກໍ່ເອີ້ນວ່າ: ເກສະປຸດຕະສູດ ກໍ່ມີ ເຊິ່ງ ກາລາມະສູດນີ້ເປັນຫຼັກແຫ່ງຄວາມເຊື່ອ ບໍ່ໃຫ້ເຊື່ອງົມງາຍໂດຍທີ່ບໍ່ໃຊ້ປັນຍາພິຈາລະນາ ໃຫ້ເຫັນຈິງເຖິງຄຸນໂທດ ຫຼື ດີບໍ່ດີ. ກ່ອນເຊື່ອນັ້ນ ມີ 10 ປະການທີ່ຄວນພິຈາລະນາຄື: 1. ມາ ອະນຸສສະເວນະ ຢ່າ​ຟ້າວເຊື່ອ ​ ຕາມ​ຖ້ອຍ​ຄຳ​ທີ່​ໄດ້ຍິນ ​ໄດ້​ຟັງ​ມາ​ 2. ມາ ປຣັມປຣາຍະ ຢ່າ​ຟ້າວເຊື່ອ ຕາມ​ຖ້ອຍ​ຄຳ​ສືບ​ໆ​ ກັນ​ມາ 3. ມາ ອິຕິກິຣາຍະ ຢ່າ​ຟ້າວເຊື່ອ ​ ຕາມມົງຄຸນ​ຕື່ນ​ຂ່າວ ​ວ່າ​ໄດ້ຍິນ​ຢ່າງ​ນີ້​ 4. ມາ ປິດະກະສັມປະທາເນນະ ຢ່າ​ຟ້າວເຊື່ອ ​ ໂດຍ​ອ້າງ​ຕຳ​ລາ 5. ມາ ຕັກກະເຫຕຸ ຢ່າ​ຟ້າວເຊື່ອ ​ ໂດຍ​ເດົາ​ເອົາ​ເອງ 6. ມາ ນະຍະເຫຕຸ ຢ່າ​ຟ້າວເຊື່ອ ​ ໂດຍ​ຄາດ​ຄະ​ເນ 7. ມາ ອາກາຣະປະຣິວິຕັກເກນະ ຢ່າ​ຟ້າວເຊື່ອ ​ ຕາມ​ຄວາມ​ຄິດໄປຕາມອາການທີ່ໄດ້ເຫັນ 8. ມາ ທິຖຖິນິຊນານັກຂັນຕິຍະ ຢ່າ​ຟ້າວເຊື່ອ ໂດຍ​ຊອບ​ໃຈ​ວ່າ ​ເຂົ້າ​ກັນໄດ້ກັບ​ທິ​ດສະດີຂອງຕົນ 9. ມາ ພັພພະຣູປະຕາຍະ ຢ່າ​ຟ້າວເຊື່ອ ໂດຍ​ເຊື່ອ​ວ່າ​ ຜູ້​ເວົ້າ​ສົມຄວນ​ຈະ​ເຊື່ອ​ໄດ້​ 10. ມາ ສະມະໂນ ໂນຄະຣູຕິ ຢ່າ​ຟ້າວເຊື່ອ ຜູ້ເວົ້າເປັນສະມະນະ ​ ຫລື ຄູບາອາຈາຣຍ໌​ຂອງ​ເຮົາ​ Do not accept anything on (mere) hearsay (i.e., thinking that thus have we heard it from a long time). Do not accept anything by mere tradition (i.e., thinking that it has thus been handed down through many generations). Do not accept anything on account of mere rumors (i.e., by believing what others say without my investigation). Do not accept anything just because it accords with your scriptures. Do not accept anything by mere supposition. Do not accept anything by mere inherent. Do not accept anything by merely considering the reasons. Do not accept anything merely because it agrees with your preconceived notions. Do not accept anything merely because it seems acceptable (i.e., thinking that as the speaker seems to be a good person his words should be accepted). Do not accept anything thinking that the ascetic is respected by us (therefore it is right to accept his word). ເມື່ອໃດທ່ານທັງຫລາຍຮູ້ດ້ວຍຕົນເອງວ່າ: 1. ທັມເຫລົ່ານີ້ ເປັນກຸສົລ 2. ທັມເຫລົ່ານີ້ ບໍ່ມີໂທດ 3. ທັມເຫລົ່ານີ້ ທ່ານຜູ້ຮູ້ສັນລະເສີນ 4. ທັມເຫລົ່ານີ້ ໃຜສະມາທານໃຫ້ບໍລິບູນແລ້ວ ເປັນໄປເພື່ອປະໂຍດເກື້ອກູນ ເພື່ອຄວາມສຸກ, ເມື່ອນັ້ນ ທ່ານທັງຫລາຍຄວນເຂົ້າເຖິງທັມເຫລົ່ານັ້ນແລ້ວຈິງເຊື່ອ.

ອະຣິຍະມັກຄ໌ມີອົງຄ໌ 8

ອະຣິຍະມັກຄ໌ມີອົງຄ໌ 8 NobleEightfoldPath
ອະຣິຍະມັກຄ໌ ມີອົງ 8 (The Noble Eightfold Path) ໝາຍ​ເຖິງ​ ແນວ​ທາງ​ປະຕິບັດ​ເພື່ອ​ໃຫ້​ເກີດ​ຄວາມ​ຮູ້​ແຈ້ງ​ດ້ວຍ​ປັນຍາ ​ສຳລັບ​ກຳຈັດ​ຄວາມ​ໂງ່ ຄວາມ​ຫຼົງ​ຜິດ​ ຄວາມ​ທຸກ​ ເພື່ອ​ໃຫ້​ການ​ດຳ​ເນີນ​ຊີວິດ​ດຳ​ລົງ​ຢູ່ໃນ​ສິນລະທຳ​ອັນ​ດີ​ງາມ​ ປະກອບ​ດ້ວຍ​ທຳ​ 8 ປະ​ການ​ ຄື​: 1. ສັມ​ມາ​ທິດ​ຖິ​ ຄື​ ການ​ເຫັນທີ່​ຖືກຕ້ອງ (Right View) 2. ສັມ​ມາ​ສັງ​ກັບ​ປະ​ ຄື​ ການ​ຄິດທີ່ຖືກຕ້ອງ ​ (Right Thought) 3. ສັມ​ມາ​ວາ​ຈາ​ ຄື​ ວາຈາທີ່ຖືືກຕ້ອງ (Right Speech) 4. ສັມ​ມາ​ກັມ​ມັນ​ຕະ​ຄື​ ການ​ປະຕິບັດທີ່ຖືກຕ້ອງ (Right Action) 5. ສັມ​ມາ​ອາ​ຊີ​ວະ​ ຄື​ ການ​ຫາລ້ຽງຊີບທີ່ຖືກຕ້ອງ​ (Right Livelihood) 6. ສັມ​ມາ​ວາ​ຢາ​ມະ​ ຄື​ ຄວາມພຽນທີ່ຖືກຕ້ອງ (Right Effort) 7. ສັມ​ມາດ​ຕິ​ ຄື​ ການມີສະຕິທີ່ຖືກຕ້ອງ​ (Right Mindfulness) 8. ສັມ​ມາດ​ມາ​ທິ​ ຄື​ ການມີສະມາທິທີ່ຖືກຕ້ອງ (Right Concentration) ປັນຍາ​ທີ່​ເປັນ​ເຄື່ອງ​ມື​ໃນ​ການ​ກຳຈັດ​ຄວາມໂງ່ ແບ່ງ​ເປັນ​ 3 ປະ​ເພດ​ ຄື​: 1. ສຸຕະມະຍະ​ປັນຍາ​ ຄື​ ປັນຍາ​ທີ່​ເກີດ​ຈາກ​ການສຶກສາ​ຮໍ່າ​ຮຽນ​ໃນ​ຕຳ​ລາ​ຮຽນ​ 2. ຈິນ​ຕະມະຍະ​ປັນຍາ​ ຄື​ ປັນຍາ​ທີ່​ເກີດ​ຈາກ​ຂະ​ບວນ​ການ​ຄິດ​ ການ​ວິ​ເຄາະ​ ໄຕ່ຕອງໃນ​ເຫດ​ ແລະ ​ຜົນ​ ໂດຍ​ໃຊ້​ສຸຕະມະຍະ​ປັນຍາ​ເປັນ​ປັນຍາ​ພື້ນ​ຖານ​ 3. ພາວະນາມະຍະ​ປັນຍາ​ ຄື​ ປັນຍາ​ທີ່​ເກີດ​ຈາກ​ການ​ລົງ​ມື​ປະຕິບັດ​ ລົງ​ມື​ເຮັດ​ ລົງ​ມື​ທົດລອງ​ ຈົນ​ຮູ້​ເຫັນ​ດ້ວຍ​ປະສົບການ​ທີ່​ແທ້​ຈິງ​ຂອງ​ຕົນ​ ໂດຍ​ມີ​ສຸຕະມະຍະ​ປັນຍາ​ ແລະ​ ຈິນ​ຕະມະຍະປັນຍາ​ເປັນ​ປັນຍາ​ພື້ນ​ຖານ​ ມັກຄ໌ ທັງ​ 8 ແບ່ງ​ໄດ້​ 3 ໝວດ​ ຄື​: 1. ໝວດ​ສິນ​ ປະກອບ​ດ້ວຍ​: – ສັມ​ມາ​ວາ​ຈາ​ – ສັມ​ມາ​ກັມ​ມັນ​ຕະ​ – ສັມ​ມາ​ອາ​ຊີ​ວະ​ 2. ໝວດ​ສະ​ມາ​ທິ​ ປະກອບ​ດ້ວຍ​: – ສັມ​ມາ​ວາ​ຍະາ​ມະ​ – ສັມ​ມາສະ​ຕິ​ – ສັມ​ມາສະ​ມາ​ທິ​ 3. ໝວດ​ປັນຍາ​ ປະກອບ​ດ້ວຍ​: – ສັມ​ມາ​ທິດ​ຖິ​ – ສັມ​ມາ​ສັງ​ກັບ​ປະ​ ຫົນທາງ​ 8 ປະ​ການ​ ສຳລັບ​ການ​ດຳ​ເນີນ​ຊີວິດ​ ມີຄື: 1. ສັມ​ມາ​ທິດ​ຖິ​ (ການ​ເຫັນຊອບ​) ສັມ​ມາ​ທິດ​ຖິ​ ແຫ່ງ​ມັກຄ໌ 8 ໝາຍ​ເຖິງ​ ຄວາມ​ເຫັນ​ ຫລື​ ການ​ເຂົ້າໃຈ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ​ ແລະ ​ດີ​ງາມ​ ຕາມ​ແນວ​ທາງ​ແຫ່ງ​ອະ​ຣິຍະ​ສັດ​ 4 ອັນ​ປະກອບ​ດ້ວຍ​: – ທຸກ​ ຄື​ ສະພາ​ວະ​ຈິດ​ໃຈ​ທີ່​ເກີດ​ຄວາມ​ທຸກ​ – ສະ​ມຸ​ທັຍ​ ຄື​ ສິ່ງ​ທີ່​ເຮັດໃຫ້​ເກີດ​ທຸກ​ ອັນ​ໄດ້​ແກ່​ ໂທ​ສະ​ ໂມ​ຫະ​ ແລະ ​ໂລ​ພະ​ – ນິ​ໂຣດ​ ຄື​ ສິ່ງ​ທີ່​ສາມາດ​ດັບ​ທຸກ​ໄດ້​ ອັນ​ປະກອບ​ດ້ວຍ​ຄວາມ​ເຂົ້າໃຈ​ໃນ​ສະພາບ​ຄວາມເປັນຈິງ​ຂອງ​ທຳມະຊາດ​ ຄື​ ອ​ະນິດ​ຈັງ​ ທຸກ​ຂັງ​ ແລະ​ ອະ​ນັດ​ຕາ​ – ມັກຄ໌​ ຄື​ ຫົນ​ທາງ​ໃນ​ການ​ດັບ​ທຸກ​ ຄື​ ມັກຄ໌​ 8 ອົງ​​ທີ່​ກໍ່​ໃຫ້​ເກີດ​ສັມ​ມາ​ທິດ​ຖິ​ 2 ຢ່າງ​ ຄື​: – ປະຣະໂຕໂຄ​ສະ​ ຄື​ ຄວາມ​ເຫັນ​ຊອບທີ່​ມາ​ຈາກ​ປັດ​ຈັຍ​ພາຍນອກ​ ເຊັ່ນ​: ຄຳ​ບອກ​ເລົ່າ​ ຂ່າວ​ສານ​ ຄຳ​ສັ່ງ​ສອນ​ ຕຳ​ລາ​ ເປັນ​ຕົ້ນ; ​ສິ່ງເຫລົ້ານີ້​ ເປັນ​ບໍ່ເກີດ​ຂອງ​ຄວາມ​ຮູ້​ທີ່​ປະກອບ​ຂຶ້ນ​ຈາກ​ພາຍນອກ​ທີ່​ເຮົາ​ຕ້ອງ​ຂົນຂວາຍ​ຫາ​ ແຕ່​ຄວາມ​ຮູ້​ເຫຼົ່າ​ນີ້​ ຈຳ​ເປັນ​ຕ້ອງ​ຮູ້​ຈັກ​ໃຊ້​ວິ​ຈາລະ​ນາຍານ​ໃຫ້​ເກີດ​ຄວາມ​ເຂົ້າໃຈ​ຢ່າງ​ທ່ອງ​ແທ້​ເສຍ​ກ່ອນ​ ການ​ໃຊ້​ວິ​ຈາລະນາ​ຍານ​ນີ້​ ເອີ້ນທາງ​ພຸດ​ທະ​ທັມ​ວ່າ:​ ໂຍ​ນິ​ໂສມ​ະນະ​ສິ​ການ​ – ໂຍ​ນິ​ໂສມ​ະນ​ະສິ​ການ​ ຄື​ ການ​ຮູ້​ຈັກ​ຄິດ​ ວິ​ເຄາະ​ໃນ​ເຫດ​ ແລະ​ ຜົນ​ ອັນ​ນຳ​ມາ​ຊຶ່ງ​ປັນຍາ​ ຄື​ ການ​ຮູ້​ແຈ້ງ​ ໂດຍ​ໃຊ້​ຂໍ້​ມູນ​ຂ່າວ​ສານ ​ຫລື​ ແຫຼ່ງ​ຄວາມ​ຮູ້​ຕ່າງ​ໆ ​ຈາກ​ປະຣະໂຕໂຄ​ສະ​ມາປະ​ກອບ​ ສັມ​ມາ​ທິດ​ຖິ​ 2 ລະ​ດັບ​ ຄື: – ໂລ​ກິຍະ​ສັມ​ມາ​ທິດ​ຖິ​ ຄື​ ຄວາມ​ເຫັນ​ ຫລື​ ການ​ເຂົ້າໃຈ​ໃນ​ລະ​ດັບ​ປຸ​ຖຸຊົນ​ທີ່​ມີ​ຄວາມ​ເຫັນ​ ຫລື ​ເຂົ້າໃຈ​ໃນ​ສິ່ງ​ທີ່ເປັນຄວາມຊົ່ວ ແລະ ຄວາມ​ດີ ທີ່ມີຄວມກ່ຽວເນື່ອງກັນກັບທັມນອງຄອງທັມ ແຕ່ກໍຍັງ​​ບໍ່ໄດ້​ເຂົ້າ​ເຖິງ​ການ​ຮູ້​ແຈ້ງ​ໃນ​ລະ​ດັບ​ພະ​ອະຣິຍະ​ ເຮັດໃຫ້​ຍັງຕ້ອງ​ວຽນ​ວາຍຕາຍຢູ່ໃນວັດຕະສົງສານ – ໂລ​ກຸດຕະຣະ​ສັມ​ມາ​ທິດ​ຖິ​ ຄື​ ຄວາມ​ເຫັນ​ ຫລື​ ການ​ເຂົ້າໃຈ​ໃນ​ລະ​ດັບ​ພະ​ອະ​ຣິຍະທີ່​ມີ​ຄວາມ​ເຫັນ​ແຈ້ງ​ ຮູ້​ແຈ້ງ​ໃນ​ທຸກ​ສັບພະສິ່ງ​ເທິງ​ໂລກ​ ຫຼຸດ​ພົ້ນ​ຈາກ​ກິ​ເລສທັງປວງ​ ແລະ​ ບໍ່​ມີການວຽນ​ວາຍຕາຍເກີດ​ໃນ​ວັດ​ສົງ​ສານ​ອີກຕໍ່ໄປ... 2. ສັມ​ມາ​ສັງ​ກັບ​ປະ​ (ການ​ດຳ​ຣິຊອບ) ສັມ​ມາ​ສັງ​ກັບ​ປະ​ ແຫ່ງ​ມັກ​ຄ໌ 8 ໝາຍ​ເຖິງ​ ການ​ຮູ້​ຈັກ​ຄິດ​ໃນ​ທາງ​ທີ່​ຖືກ​ທີ່​ຄວນ​ ເທິງພື້ນ​ຖານ​ຂອງ​ສິນລະທຳ​ອັນດີ​ງາມ ​ທີ່​ປາສະຈາກ​ການ​ຄິດ​ໂລບ​ໃນ​ຄວາມ​ຢາກ​ຂອງ​ຕົນ​ ການ​ຄິດ​ພ​ະຍາາ​ບາດ​ ອາ​ຄາດ​ແຄ້ນ​ ແລະ ​ການ​ຄິດ​ທີ່​ຈະ​ບຽດ​ບຽນ​ຜູ້​ອື່ນ​ໃຫ້​ເສຍ​ຫາຍ​ ສັມ​ມາ​ສັງ​ກັບ​ປະ ​ເປັນ​ທັມ​ທີ່​ພຶ່ງ​ເວັ້ນ​ຈາກ​ມິດ​ສາ​ສັງ​ກັບ​ປະ​ 3 ປະ​ການ​ ຄື​: – ກາມ​ສັງ​ກັບ​ປະ​ ຄື​ ການ​ຄິດ​ໃນ​ກາມ​ ອັນ​ເປັນ​ຄວາມ​ຢາກ​ ຄວາມ​ຕ້ອງ​ການ​ຂອງ​ຕົນ​ໃນ​ທຸກ​ດ້ານ ​ໂດຍ​ບໍ່​ສົນ​ໃຈ​ເລື່ອງ​ສິນລະທຳ​ອັນ​ດີ​ ຈົນ​ນຳ​ໄປ​ສູ່​ການສະແຫວ​ງ​ຫາ​ແນວ​ທາງ​ ເພື່ອ​ໃຫ້​ບັນ​ລຸ​ຊຶ່ງ​ຄວາມ​ຢາກ​ເຫຼົ່າ​ນັ້ນ​ – ພ​ະຍາບາດ​ສັງ​ກັບ​ປະ​ ຄື​ ການ​ຄິດ​ພະຍາ​ບາດ​ ອັນ​ປະກອບ​ຂຶ້ນ​ດ້ວຍ​ຈິດ​ທີ່​ມີ​ຄວາມ​ຂຸ່ນ​ເຄືອງ​ ຄວາມ​ຄຽດ​ແຄ້ນ​ ແລະ ​ຄວາມ​ອາ​ຄາດ​ຕໍ່​ຜູ້​ອື່ນ​ – ວິ​ຫິງ​ສາ​ສັງ​ກັບ​ປະ​ ຄື​ ການ​ຄິດ​ບຽດ​ບຽນ​ ອັນ​ປະກອບ​ຂຶ້ນ​ຈາກ​ພ​ະຍາ​ບາດ​ສັງ​ກັບ​ປະ​ທີ່​ຝັງ​ຢູ່ໃນ​ຈິດ​ໃຈ ​ຈົນ​ນຳ​ໄປ​ສູ່​ການ​ຄິດ​ເພື່ອ​ສະແຫວງ​ຫາ​ທາງ​ທີ່​ຈະ​ບຽດ​ບຽນ​ ຫລື ​ກະທຳຮ້າຍ​ຜູ້​ອື່ນ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ 3. ສັມ​ມາ​ວາ​ຈາ​ (ການ​ເວົ້າຈາຊອບ) ສັມ​ມາ​ວາ​ຈາ​ ແຫ່ງ​ມັກຄ໌​ 8 ໝາຍ​ເຖິງ​ ການ​ເວົ້າ​ຈາ​ຊອບ​ໃນ​ທາງ​ທີ່​ຖືກ​ທີ່​ງາມ​ ອັນ​ປະກອບ​ດ້ວຍ ​ເວັ້ນ​ຈາກ​ການ​ເວົ້າ​ຕົ໋ວະ​ ເວັ້ນ​ຈາກ​ການ​ເວົ້າ​ສໍ່​ສຽດ​ ເວັ້ນ​ຈາກ​ການ​ເວົ້າ​ຄຳ​ຫຍາບ​ ເວັ້ນຈາກການເວົ້າກັບຄໍາ ການ​ປະພຶດ​ສັມ​ມາ​ວາ​ຈາ​ ທ່ານ​ແນະ​ນຳ​ໃຫ້​ພຶ່ງ​ເວັ້ນ​ຈາກ​ ວະ​ຈີ​ທຸດຈະລິດ​ 4 ປະ​ການ​ ຄື:​ – ມຸ​ສາ​ວາ​ທາ​ ຄື​ ເພິ່ງ​ເວັ້ນ​ຈາກ​ການ​ເວົ້າ​ຕົ໋ວະ ຄຳ​ຫລອກລວງ​ ທີ່​ບໍ່​ເປັນ​ຈິງ​ດັ່ງ​ປາກົດ​ພຽງ​ເພື່ອ​ຫວັງ​ປະໂຫຍດ​ແກ່ຕົນ ແລະ ​ຍັງ​ໃຫ້​ຜູ້​ອື່ນ​ເສຍ​ຫາຍ​ – ປິ​ສຸ​ນາ​ວາ​ຈາ​ ຄື​ ເພິ່ງເວັ້ນ​ຈາກ​ການ​ເວົ້າ​ສໍ່​ສຽດ​ເພື່ອ​ໃຫ້​ຜູ້​ອື່ນ​ເຈັບ​ໃຈ​ ແລະ​ ການ​ເວົ້າ​ຍຸແຍ່ເພື່ອ​ໃຫ້​ເກີດ​ຄວາມ​ແຕກ​ແຍກ​ໃນ​ໝູ່​ຄະນະ – ຜະຣຸສາວາ​ຈາ​ ຄື​ ເພິ່ງ​ເວັ້ນ​ຈາກ​ການ​ເວົ້າ​ຄຳ​ຫຍາບ ​ອັນ​ເປັນ​ຄຳ​ທີ່​ບໍ່​ມ່ວນຫູ ​ພຽງ​ເພື່ອ​ເຮັດໃຫ້​ຜູ້​ອື່ນ​ເຈັບ​ໃຈ​ ຫລື ​ເວົ້າ​ເພາະ​ຄວາມ​ຄຶກ​ຄະ​ນອງ​ – ສັມ​ຜັບ​ປະລາ​ປະ​ ຄື​ ເພິ່ງ​ເວັ້ນ​ຈາກ​ການ​ເວົ້າ​ກັບ​ຄຳ​ ເວົ້າ​ກັບ​ໄປ​ກັບ​ມາ​ ຈັບ​ສາ​ລະ​ບໍ່​ໄດ້​ 4. ສັມ​ມາ​ກັມ​ມັນ​ຕະ​ (ການ​ປະພຶດ​ຊອບ​) ສັມ​ມາ​ກັມ​ມັນ​ຕະ​ ແຫ່ງ​ມັກ​ຄ໌ 8 ໝາຍ​ເຖິງ​ ການ​ປະພຶດ​ປະຕິບັດ​ໃນ​ທາງ​ທີ່​ຖືກ​ຕ້ອງ​ອັນ​ຄວນ​ ສັມ​ມາ​ກັມ​ມັນ​ຕະ​ໃນ​ທາງ​ໂລກ​ ທ່ານ​ເພິ່ງ​ໃຫ້​ລະ​ເວັ້ນ​ຈາກ​ກາຍະ​ທຸດຈະລິດ​ 3 ປະ​ການ​ ຄື​: – ປາ​ນາ​ຕິ​ປາ​ຕາ​ ຄື​ ການ​ລະ​ຊຶ່ງ​ການຂ້າສັດ – ອະ​ທິນ​ນາ​ທາ​ນາ​ ຄື​ ການ​ລະ​ຊຶ່ງ​ການ​ລັກ​ຊັບ​ – ກາ​ເມ​ສຸ​ມິດ​ສາ​ຈາ​ຣາ​ ຄື​ ການ​ລະ​ຊຶ່ງ​ການ​ປະພຶດ​ຜິດ​ໃນ​ກາມ​ໃນ​ຍິງ​ຕ້ອງ​ຫ້າມ​ ແລະ ​ຊາຍ​ຕ້ອງ​ຫ້າມ​ທັງ​ຫຼາຍ​ 5. ສັມ​ມາ​ອາ​ຊີ​ວະ​ (ການ​ລ້ຽງ​ຊີບ​ຊອບ​) ສັມ​ມາ​ອາ​ຊີ​ວະ​ ແຫ່ງ​ມັກ​ 8 ໝາຍ​ເຖິງ​ ການ​ປະກອບ​ອາ​ຊີບ ​ຫລື​ ການ​ຫາ​ລ້ຽງ​ຊີບ​ດ້ວຍ​ຄວາມ​ສຸດຈະ​ລິດ​ ດ້ວຍ​ການ​ໃຊ້​ປັນຍາ​ ແລະ​ ຄວາມ​ຮູ້​ຂອງ​ຕົນ ​ໃນ​ການ​ປະກອບ​ອາ​ຊີບ​ບົນພື້ນ​ຖານ​ຂອງ​ຄວາມ​ຖືກ​ຕ້ອງ​ ປາສະຈາກ​ການ​ປະພຶດ​ອັນ​ຜິດ​ຕໍ່​ສິນລະທຳ​ ຜູ້​ມີ​ສັມ​ມາ​ອາ​ຊີ​ວະ​ທ່ານ​ພຶງ​ໃຫ້​ເວັ້ນ​ຈາກ​ມິດ​ສາ​ອາ​ຊີ​ວະ​ 5 ປະ​ການ​ ຄື​: - ສັດ​ຖະວະ​ນິດ​ຊາ​ ຄື​ ການ​ປະກອບ​ອາ​ຊີບ​ດ້ວຍ​ການ​ຄ້າ​ຂາຍ​ອາ​ວຸດ​ສົງຄາມ ​ຫລື ​ວັດ​ຖຸ​ທີ່​ກ່ຽວ​ຂ້ອງ​ກັບ​ອາ​ວຸດ​ - ສັດ​ຕະວະນິດ​ຊາ​ ຄື​ ການ​ປະກອບ​ອາ​ຊີບ​ດ້ວຍ​ການ​ຄ້າ​ຂາຍ​ມະນຸດ​ ການ​ໃຊ້​ແຮງ​ງານ​ຜິດ​ກົດຫມາຍ​ ການ​ທາ​ລຸນກໍາ ການ​ບໍລິການ​ທາງ​ເພດ​ ເປັນ​ຕົ້ນ​ - ມັງ​ສະວະ​ນິດ​ຊາ​ ຄື​ ການ​ປະກອບ​ອາ​ຊີບ​ດ້ວຍ​ການ​ຄ້າ​ຂາຍ​ສັດ​ ຄ້າ​ຂາຍ​ເນື້ອ​ສັດ​ຕ້ອງ​ຫ້າມ​ທີ່​ຜິດ​ຕໍ່​ຫຼັກ​ກົດຫມາຍ​ ຫລື ​ສາດສະຫນາ​ - ມັດ​ຊະວະ​ນິດ​ຊາ​ ຄື​ ການ​ປະກອບ​ອາ​ຊີບ​ດ້ວຍ​ການ​ຄ້າ​ຂາຍ​ນ້ຳ​ເມົາ​ ແລະ​ ສານ​ເສບ​ຕິດ​ ວິສະວະ​ນິດ​ຊາ​ ຄື​ ການ​ປະກອບ​ອາ​ຊີບ​ດ້ວຍ​ການ​ຄ້າ​ຂາຍ​ຢາ ​ຫລື ​ສານ​ສຳລັບ​ການເຮັດ​ພິດຕໍ່ຄົນ ​ຫລື ​ສັດ​ 6. ສັມ​ມາ​ວາ​ຍາ​ມະ​ (ການ​ພຽນ​ຊອບ​) ສັມ​ມາ​ວາ​ຍາ​ມະ​ ແຫ່ງ​ມັກ​ຄ໌ 8 ໝາຍ​ເຖິງ​ ຄວາມ​ພຽນ​ໃນ​ການ​ງານ​ ຫລື​ ຄວາມ​ພຽນ​ໃນ​ການ​ປະພຶດ​ຕໍ່ຄຸນ​ງາມ​ຄວາມ​ດີ​ ອັນ​ໄດ້​ແກ່​: – ສັງວອນປະ​ທານ​ ຄື​ ການ​ພຽນ​ປ້ອງ​ກັນ​ບໍ່​ໃຫ້​ຕົນ​ປະພຶດ​ຢູ່ໃນ​ອ​ະກຸສົນກັມ (ກັມຊົ່ວ) – ປະ​ຫານ​ປະ​ທານ​ ຄື​ ການ​ພຽນ​ລະ​ຊຶ່ງ​ອະກຸສົນກັມ (ກັມຊົ່ວ) ​ທີ່ເກິດຂື້ນ​ແລ້ວ​ໃຫ້​ໝົດ​ໄປ​ຈາກ​ຕົນ​ – ພາວະ​ນາປະ​ທານ​ ຄື​ ການ​ພຽນ​ສ້າງ​ກຸສົນ​ກັມ (ກັມດີ) ອັນ​ທີ່​ຍັງ​ບໍ່​ເກີດ​ ໃຫ້​ເກີດ​ຂຶ້ນ​ແກ່ຕົນ​ ແລະ​ ຜູ້​ອື່ນ​ – ອ​ະນຸ​ຣັກ​ຂະ​ນາປະ​ທານ​ ຄື​ ການ​ພຽນ​ຖືຮັກສາ​ສິ່ງ​ທີ່​ດີ​ ທີ່ເກິດຂື້ນ​ແລ້ວ​ໃຫ້​ຍັງ​ຄົງ​ຢູ່​ເປັນ​ນິດ​ ແລະ ​ພຽນ​ສົ່ງ​ເສີມ​ພັດທະນາ​ໃຫ້​ສິ່ງ​ນັ້ນ​ເກີດ​ຢິ່ງ​ໆ ​ຂຶ້ນ​ໄປ​ 7. ສັມ​ມາດ​ຕິ​ (ການຕັ້ງ​ສະຕິ​ຊອບ) ສັມ​ມາສະ​ຕິ​ ແຫ່ງ​ມັກ​ຄ໌ 8 ໝາຍ​ເຖິງ​ ການຕັ້ງ​ສະຕິ​ໄດ້​ ການ​ລະ​ເລິກ​ໄດ້​ ບໍ່​ຟັ່ນ​ເຟືອນ​ ບໍ່​ເລື່ອນ​ຟູ​ ສາມາດ​ລະ​ວັງ​ຕົວ​ບໍ່​ໃຫ້​ປະພຶດ​ຕົນ​ຫຼົງ​ເຂົ້າໄປ​ໃນ​ວັງ​ວົນ​ຂອງ​ກິ​ເລສ​ທັງ​ຫຼາຍ​ ຫຍັງ​ຄວນ​ເຮັດ​ ຫຍັງ​ບໍ່​ຄວນ​ເຮັດ​ ທັງຫມົດ​ເຖິງ​ການ​ຕື່ນ​ຕົວ​ໃນ​ຫນ້າທີ່​ ການ​ສຳ​ນຶກ​ໃນ​ຫນ້າທີ່​ຢູ່​ສະເໝີ​ ລັກສະນະ​ຂອງ​ການ​ມີສະ​ຕິ​ 1. ລະ​ເລິກ​ໄດ້​ວ່າ​ ສິ່ງ​ທີ່​ຈະ​ກະທຳ ​ຫລື ​ກຳ​ລັງ​ກະທຳ​ມີ​ປະໂຫຍດ​ ຫລື ​ບໍ່​ ເປັນ​ເລື່ອງ​ດີ ​ຫລື ​ເລື່ອງ​ຊົ່ວ 2. ລະ​ເລິກ​ໄດ້​ວ່າ​ ສິ່ງ​ທີ່​ຈະ​ກະທຳ​ ຫລື ​ກຳ​ລັງ​ກະທຳ​ເໝາະ​ກັບ​ຕົນ​ ຫລື ​ບໍ່​ 3. ລະ​ເລິກ​ໄດ້​ວ່າ​ ສິ່ງ​ທີ່​ຈະ​ກະທຳ​ ຫລື ​ກຳ​ລັງ​ກະທຳ​ມີ​ຜົນ​ດີີ​ ຫລື​ ຮ້າຍ​ 4. ລະ​ເລິກ​ໄດ້​ວ່າ​ ສິ່ງ​ທີ່​ຈະ​ກະທຳ​ ຫລື ​ກຳ​ລັງ​ກະທຳ​ເປັນ​ເລື່ອງ​ງົມ​ງາຍ​ ຫລື ​ບໍ່​ 5. ລະ​ເລິກ​ໄດ້​ວ່າ​ ສິ່ງ​ທີ່​ຈະ​ກະທຳ​ ຫລື ​ກຳ​ລັງ​ກະທຳ​ມີ​ໂອ​ກາດ​ສຳ​ເຮັດ ​ຫລື​ ບໍ່​ 8. ສັມ​ມາສະ​ມາ​ທິ​ (ການຕັ້ງ​ມັ່ນ​ຊອບ) ສັມ​ມາສະ​ມາ​ທິ​ ແຫ່ງ​ມັກຄ໌​ 8 ໝາຍ​ເຖິງ​ ການຕັ້ງ​ມັ່ນ​ໃນ​ຈິດ​ ການ​ມີ​ຈິດ​ແນ່ວ​ແນ່​ຕໍ່​ສິ່ງ​ໃດ​ສິ່ງ​ໜຶ່ງ​ ຄື​ ມີ​ຈິດ​ເປັນ​ໜຶ່ງ​ທັງຫມົດ​ກັບ​ສິ່ງ​ໃດ​ໆ​ ແບ່ງ​ເປັນ​ 3 ລະ​ດັບ​ ຄື​: - ຂະ​ນິກະ​ສະ​ມາ​ທິ​ ຄື​ ສະ​ມາ​ທິ​ຊົ່ວ​ຂະນະ​ ເປັນ​ສ​ມາ​ທິ​ທີ່​ເກີດ​ຂະນະ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ໃນ​ການ​ດຳ​ເນີນ​ຊີວິດ​ ເຊັ່ນ:​ ການ​ເຮັດ​ວຽກງານ​ ການ​ຈົ່ມ​ຫນັງສື​ ເປັນ​ຕົ້ນ​ - ອຸປະ​ຈາຣະ​ສ​ະມາ​ທິ​ ຄື​ ສ​ະມາ​ທິ​ໃກ້​ຈະ​ແນ່ວ​ແນ່​ ເປັນ​ສະ​ມາ​ທິ​ທີ່​ເກີດ​ຈາກ​ການ​ກຳນົດ​ຈິດ​ຕໍ່​ສິ່ງ​ໃດ​ສິ່ງ​ໜຶ່ງ​ໃນ​ຊົ່ວ​ຂະນະ​ ທີ່​ບໍ່​ໄດ້​ດຳ​ເນີນ​ໄປ​ຢ່າງ​ຕໍ່​ເນື່ອງ​ຈົນ​ເຖິງ​ການ​ມີ​ຈິດ​ທັງຫມົດ​ເປັນ​ໜຶ່ງ​ກັບ​ສິ່ງ​ນັ້ນ​ ເຊັ່ນ​ ກ​ານກຳນົດ​ຈິດຕໍ່ລົມຫາຍ​ໃຈ​ເຂົ້າ​ອອກ​ໄດ້​ຊົ່ວຂະນະ ​ ເພາະ​ເກີດ​ຈິດ​ເລື່ອນ​ຟູ​ໄປ​ນຶກ​ເຖິງ​ສິ່ງ​ອື່ນ​ - ອັບ​ປະ​ນາສະ​ມາ​ທິ​ ຄື​ ສ​ະມາ​ທິ​ທີ່​ແນ່ວ​ແນ່​ເປັນ​ໜຶ່ງ​ ເປັນ​ສະ​ມາ​ທິ​ທີ່​ເກີດ​ຈາກ​ການ​ກຳນົດ​ຈິດ​ຕໍ່​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ດຳ​ເນີນ​ໄປ​ຢ່າງ​ຕໍ່​ເນື່ອງ ​ຈົນ​ສາມາດ​ກຳນົດ​ຈິດ​ແນ່ວ​ແນ່​ທັງຫມົດ​ເປັນ​ໜຶ່ງ​ກັບ​ສິ່ງ​ນັ້ນ​ໄດ້​ ເຊັ່ນ:​ ຈິດ​ຮັບ​ຮູ້​ ແລະ ​ແນ່ວ​ແນ່​ຕໍ່ລົມຫາຍ​ໃຈ​ເຂົ້າ​ອອກ​. ທັມ​ອັ​ນ​ໃຊ້​ຄູ່​ກັບ​ມັກຄ໌​ທັງ​ 8 1. ສັມ​ມາ​ທິດ​ຖິ​ : ສ​ມຸ​ທັຍ​ ແລະ ​ນິ​ໂຣທ ແຫ່ງ​ອະ​ຣິຍະ​ສັດ​ 4 2. ສັມ​ມາ​ສັງ​ກັບ​ປະ​ : ເວັ້ນ​ຈາກ​ມິດ​ສາ​ສັງ​ກັບ​ປະ​ 3 3. ສັມ​ມາ​ວາ​ຈາ​ : ເວັ້ນ​ຈາກ​ວະ​ຈີ​ທຸດຈະລິດ​ 4 4. ສັມ​ມາ​ກັມ​ມັນ​ຕະ​ : ເວັ້ນ​ຈາກ​ກາຍະ​ທຸດຈະລິດ​ 3 5. ສັມ​ມາ​ອາ​ຊີ​ວະ​ : ວິ​ຣິ​ຍະ​ 6. ສັມ​ມາ​ວາ​ຢາ​ມະ​ : ປະ​ທານ​ 4 7. ສັມ​ມາດ​ຕິ​ : ສະຕິ​ ສຳປະຊັນຍາ​ 8. ສັມ​ມາດ​ມາ​ທິ​ : ຊານ​ 4

ກັມແມ່ນຫຍັງ

ກັມແມ່ນຫຍັງ oa3fy9ahh5isfxkRg8I-o ກັມ ແປວ່າ: ‘‘ການກະທຳ ທີ່ປະກອບດ້ວຍເຈຕະນາ’’ ໄດ້ແກ່: ກະທໍາທາງກາຍເອີ້ນວ່າ:​ ກາຍະກັມ, ທາງວາຈາ ເອີ້ນວ່າ: ວະຈີກັມ ແລະ ທາງໃຈ ເອີ້ນວ່າ: ມະໂນກັມ. * ກັມ 2: (ການກະທຳ, ການກະທຳທີ່ປະກອບດ້ວຍ ເຈຕະນາ ທາງກາຍກໍຕາມ, ທາງວາຈາກໍຕາມ ແລະ ທາງໃຈກໍຕາມ 1. ອະກຸສົລກັມ: (ກັມທີ່ເປັນອະກຸສົລ, ກັມຊົ່ວ, ການກະທຳທີ່ບໍ່ດີ ບໍ່ສະຫລາດ ບໍ່ເກີດຈາກປັນຍາ ເຮັດໃຫ້ເຊື່ອມເສຍຄຸນນະພາບຊີວິດ ຫມາຍເຖິງ ການກະທຳທີ່ເກີດຈາກ ອະກຸສົລມູນ 3 ຢ່າງຄື: ໂລພະ, ໂທສະ ແລະ ໂມຫະ. 2. ກຸສົລກັມ: (ກັມທີ່ເປັນກຸສົລ, ກັມດີ, ການກະທຳທີ່ດີສະຫລາດ ເກີດຈາກປັນຍາ ສົ່ງເສີມຄຸນນະພາບຊີວິດຈິດໃຈ ຫມາຍເຖິງ ການກະທຳທີ່ເກີດຈາກກຸສົລມູນ 3 ຢ່າງ ຄື: ອະໂລພະ, ອະໂທສະ ແລະ ອະໂມຫະ; ການຈໍາແນກປະເພດຂອງກັມ ກັມດີ ຫລື ກັມຊົ່ວກໍ່ຕາມ ກະທຳທາງກາຍ, ທາງວາຈາ ຫລື ທາງໃຈກໍ່ຕາມ ສາມາດຈໍາປະເພດຕ່າງໆໄດ້ຫລາຍແບບຄື: * ກັມຈໍາແນກຕາມເວລາການໃຫ້ຜົນຂອງກັມ (ປາກກາລ ຈະຕຸກະ) 4 ຢ່າງ * ກັມຈໍາແນກຕາມຫນ້າທີ່ຂອງກັມ (ກິຈຈະຕຸກກະ) 4 ຢ່າງ * ກັມຈໍາແນກຕາມລຳດັບການໃຫ້ຜົນຂອງກັມ (ປາກທານ ຈະຕຸກະ) 4 ຢ່າງ 1. ກັມຈໍາແນກຕາມກາລເວລາການໃຫ້ຜົນຂອງກັມ - ທິດຖະທັມເວທະນີຍະກັມ ຫມາຍເຖິງ ກັມທີ່ໃຫ້ຜົນໃນປະຈຸບັນ ຄື ໃນພົບນີ້ (ຊາດນີ້) - ອຸປະປັຊຊະເວທະນີຍະກັມ ຫມາຍເຖິງ ກັມທີ່ໃຫ້ຜົນໃນພົມທີ່ຈະໄປເກີດ ຄື ໃນພົບຫນ້າ (ຊາດຫນ້າ) - ອະປະຣາປະຣິເວທະນີຍະກັມ ຫມາຍເຖິງ ກັມທີ່ໃຫ້ຜົນໃນພົບຕໍ່ໆ ໄປ (ໃນຊາດຕໍ່ໆໄປ...) 2. ກັມຈໍາແນກຕາມຫນ້າທີ່ຂອງກັມ - ຊະນະກະກັມ ຫມາຍເຖິງ ກັມເປັນຕົວນໍາໄປເກີດກັມແຕ່ງໃຫ້ເກີດ - ອຸປັຕຖັມພະກະກັມ ຫມາຍເຖິງ ກັມສະຫນັບສະຫນູນກັມທີ່ຊ່ວຍສະໜັບສະໜູນ ຫລື ຊໍ້າເຕີມ ຕໍ່ຈາກຊະນະກະກັມ - ອຸປະປິຣິກະກັມ ຫມາຍເຖິງ ກັມບີບຄັ້ນ ກັມທີ່ມາໃຫ້ຜົນບີບຄັ້ນ ຜົນແຫ່ງຊະນະກະກັມ ແລະ ອຸປັຕຖັມພະກະກັມນັ້ນ ໃຫ້ແປປ່ຽນທຸເລົາລົງໄປບັນທອນວິບາກບໍ່ໃຫ້ໄປໄດ້ນານ - ອຸປະຄາຕະກະກັມ ຫມາຍເຖິງ ກັມຕັດຮອນ ກັມທີ່ແຮງ ຝ່າຍກົງກັນຂ້າມກັບຊະນະກະກັມ ແລະ ອຸປັຕຖັພພະກະກັມ ເຂົ້າຕັດຮອນການໃຫ້ຜົນຂອງກັມທັງສອງຢ່າງໃຫ້ຂາດເສຍໄປ. 3. ຈໍາແນກລໍາກັບການໃຫ້ຜົນຂອງກັມ 1. ຄຣຸຸກັມ ຫມາຍເຖິງ ກັມຫນັກໃຫ້ຜົນກ່ອນເຊັ່ນ: ຍານສະມາບັດ 8 ຫລື ອະນັນຕະຣິຍະກັມ ຈັດເປັນກັມທີ່ຫນັກທີ່ສຸດໃຫ້ຜົນໄວ ແລະ ແຮງ ມີທັງຝ່າຍທີ່ເປັນກຸສົລ ຄື ຝ່າຍດີ ແລະ ຝ່າຍທີ່ເປັນອະກຸສົລ ຄື ຝ່າຍບໍ່ດີ - ຄຣຸກັມທີ່ເປັນຝ່າຍກຸສົລ ໄດ້ແກ່: ຍານສະມາບັດ 8 ຜູ້ໄດ້ຍານສະມາບັດຊື່ວ່າ ໄດ້ທຳກັມຝ່າຍທີ່ເປັນກຸສົລທີ່ດີທີ່ສຸດເມື່ອໄດ້ຊິ້ນຊີວິດແລ້ວຍ່ອມໄດ້ໄປເກີດໃນພຣົມມະໂລກທັນທີ - ຄຣຸກັມທີ່ເປັນຝ່າຍອະກຸສົລ ໄດ້ແກ່: ອະນັນຕະຣິຍະກັມ 5 ມີ: ຂ້າບິດາ, ຂ້າມານດາ, ຂ້າພຣະອໍຣະຫັນຕ໌, ທຳຮ້າຍພຣະພຸດທະເຈົ້າຈົນເຖິງພຣະໂລຫິດຫໍ້ຂື້ນໄປ, ສັງຄະເພທ ທໍາລາຍສົງໃຫ້ແຕກແຍກກັນ ຜູ້ທໍາອັນຕະຣິຍະກັມຊື່ວ່າ ໄດ້ທໍາຝ່າຍອະກຸສົລທີ່ຮ້າຍແຮງທີ່ສຸດ ເມື່ອຊິ້ນຊີວິດແລ້ວ ຍ່ອມໄປເກີດໃນນະລົກທັນທີ 2. ພະຫຸລະກັມ ຫລື ອາຈິນກັມ ຫມາຍເຖິງ ກັມທີ່ເຮັດຫລາຍ ຫລື ເຮັດຈົນເຄີຍຊິນ ໃຫ້ຜົນຮອງຈາກຄຣຸກັມ 3. ອາສັນນະກັມ ຫມາຍເຖິງ ກັມຈວນຈຽນ ຫລື ກັມໄກ້ຕາຍ ຄື ກັມທີ່ເຮັດເມື່ອໄກ້ຈະຕາຍຈັບໃຈຢູ່ໃຫມ່ໝ ຖ້າບໍ່ມີ 2 ຂໍ້ກ່ອນ ກໍຈະໃຫ້ຜົນກ່ອນອື່ນ 4. ກະຕັດຕາກັມ ຫລື ກະຕັດຕາວາປະນະກັມ (ກັຕຕະຕາ-ສິ່ງທີ່ເຄີຍເຮັດໄວ້, ວາ ປະນະ-ກໍ ຫລື ວ່າ, ກັມມະ-ກັມ) ຫມາຍເຖິງ ກັມອື່ນທີ່ເຄີຍເຮັດໄວ້ແລ້ວ ນອກຈາກກັມ 3 ຢ່າງຂ້າງຕົ້ົ້ນ, ຖິກາ ກ່າວວ່າ: ກັມນີ້ໃຫ້ຜົນໃນຊາດທີ 3 ເປັັນຕົ້ນໄປ ກັມນີ້ຈິ່ງຈະໃຫ້ຜົນເປັນກັມທັງຝ່າຍດີ ແລະ ຝ່າຍບໍ່ດີ ເຮັດໄປໂດຍບໍ່ຕັ້ງໃຈ ບໍ່ມີເຈດຕະນາ ຖືວ່າເປັນກັມທີ່ມີໂທດເບົາທີ່ສຸດໃນບັນດາກັມທັງຫລາຍ. * ຈໍາແນກຕາມຖານທີ່ໃຫ້ເກີດຂອງກັມ - ອະກຸສົນກັມ - ກາມາວະຈະຣະກຸສົນກັມ - ຣູປາວະຈະຣະກຸສົນກັມ - ອະຣູປາວະຈະຣະກຸສົລກັມ * ກົດແຫ່ງກັມ ​- ກັມໃດໃຜກໍ່ ຕົນເອງເທົ່ານັ້ນ ທີ່ຈະໄດ້ຮັບ ຜົນຂອງສິ່ງທີ່ກະທຳ - ກັມໃນປັດຈຸບັນເປັນຜົນມາຈາກ ການກະທໍາໃນອະດີດ ແລະ ກັມທີ່ກໍ່ໄວ້ໃນປັດຈຸບັນ ເປັນເຫດທີ່ຈະສົ່ງຜົນສືບເນື່ອງຕໍ່ໄປຍັງອະນາຄົດ - ກັມດີ-ກັມຊົ່ວ ລົບລ້າງກັນບໍ່ໄດ້ - ເຖິງແມ່ນວ່າ ການທໍາກັມດີ ຈະລົບລ້າງກັມຊົ່ວເກົ່າທີ່ມີຢູ່ເດີມບໍ່ໄດ້ ແຕ່ມີສ່ວນຊ່ວຍໃຫ້ຜົນຈາກກັມຊົ່ວ ທີ່ມີຢູ່ເດີມຜ່ອນລົງ ຄື ຜ່ອນຫນັກໃຫ້ເປັນເບົາ ສັດທັງຫລາຍມີກັມເປັນຂອງຕົນ ເປັນທາຍາດແຫ່ງກັມ ມີກັມເປັນກໍາເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ກັມຍ່ອມຈໍາແນກສັດໃຫ້ຊົ່ວ ແລະ ປານີດໄດ້ ‘‘ກັມມຸນາ ວັຕຕະຕິໂລໂກ’’

ອະຄະຕິ​ 4

ອະຄະຕິ​ 4 %25E0%25B8%25AA%25E0%25B8%25B4%25E0%25B8%2599%25E0%25B8%259A%25E0%25B8%2599 ອະຄະຕິ​ ມາ​ຈາກ​ພາສາ​ບາ​ລີ​ ຄຳ​ວ່າ:​ - ອະ​ ໝາຍ​ເຖິງ​ ຜິດ​, ບໍ່​, ບໍ່​ຖືກ​ຕ້ອງ​, ບໍ່​ດີ​ງາມ​, ບໍ່​ສົມຄວນ​ - ຄະ​ຕິ​ ໝາຍ​ເຖິງ​ ວິ​ຖີ​, ແນວ​ທາງ​, ສິ່ງ​ທີ່​ເປັນ​ໄປ​, ການ​ດຳ​ເນີນ​ໄປ​, ຄວາມ​ເປັນ​ໄປ​, ການ​ຕອບສະຫນອງ​, ການ​ສະແດງ​ອອກ​ ອະຄະຕິ​ ໝາຍ​ເຖິງ ​ບໍ່​ຄວນ​ປະພຶດ​ ບໍ່ຄວນເຮັດ ບໍ່ຄວນຍ່າງໄປຫາ ທັງນີ້ ອັນ​ເກີດ​ຈາກ​ທັດສະ​ນະ ​ຫລື ​ຄວາມ​ຄິດ​ເຫັນ​ໃນ​ທາງ​ທີ່​ຜິດ​ ຊຶ່ງ​ຕໍ່​ມາ​ຈຶ່ງ​ໃຊ້​ຄຳ​ໃຫ້​ເຂົ້າໃຈ​ງ່າຍ​ເປັນ​ ຄວາມ​ລຳ​ອຽງ​ ຫລື​ ຄວາມ​ບໍ່​ທ່ຽງ​ທຳ​ ປ​ະ​ກອບ​ດ້ວຍ​ 4 ປະ​ການ​ ຄື​: 1. ສັນທາຄະ​ຕິ​ ຄື:​ ຄວາມ​ລຳ​ອຽງ​ເພາະ​ຄວາມຮັກໃຄຣ່ກັນ (Prejudice caused by love or desire; partiality) 2. ໂທ​ສາຄະ​ຕິ​ ຄື:​ ຄວາມ​ລຳ​ອຽງ​ເພາະ​ກຽດ ຫລື ​ຊິງ​ຊັງ​ (Prejudice caused by hatred or enmity) 3. ໂ​ມຫາຄະ​ຕິ​ ຄື:​ ຄວາມ​ລຳ​ອຽງ​ເພາະ​ຫຼົງ​ ຫລື​ ຄວາມ​ລຳ​ອຽງ​ເພາະ​ຄວາມ​ໂງ່​ (Prejudice caused by delusion or stupidity) 4. ພ​ະຍາຄະ​ຕິ​ ຄື​: ຄວາມ​ລຳ​ອຽງ​ເພາະ​ຢ້ານ​ (Prejudice caused by fear) ອະຄະຕິ​ 4 ເປັນ​ທຳ​ສຳລັບ​ປຸ​ຖຸຊົນ​ທົ່ວ​ໄປ​ ໂດຍ​ສະເພາະ​ຜູ້​ທີ່​ເປັນ​ຜູ້​ນຳ​ ເປັນ​ຫົວ​ໜ້າ​ ຜູ້​ທີ່​ເຮັດ​ຫນ້າທີ່​ຝ່າຍ​ປົກຄອງ​ ​ ເພາະ​ທຳ​ເຫຼົ່າ​ນີ້​ ເປັ​ນ​ສັດ​ຈະ​ຄວາມ​ຈິງ​ທີ່​ມັກ​ເກີດ​ຂຶ້ນ​ກັບ​ບຸກ​ຄົນ​ເຫຼົ່າ​ນີ້​ ແລະ ​ມີ​ຜົນຢ່າງຫລວງ​ຫລາຍ​ຕໍ່​ການ​ບໍລິຫານ​ງານ​ ຕໍ່​ການ​ປົກຄອງ​ ແລະ ​ຄວາມສະຫງົບສຸກ​ຂອງ​ສັງຄົມ​ ຜູ້​ນຳ​ ຫົວ​ໜ້າ​ງານ​ ຫລື​ ຝ່າຍ​ປົກຄອງ​ທີ່​ລະ​ເວັ້ນ​ຈາກ​ອະຄະຕິ​ 4 ປະ​ການ​ນີ້​ໄດ້​ ຄວນ​ເຮັດໃຫ້​ລູກ​ນ້ອງ​ ຜູ້​ຢູ່ໃຕ້​ບັງຄັບ​ບັນຊາ ​ຫລື ​ປະຊາຊົນ​ເກີດ​ຄວາມ​ສຸກ​ ອັນ​ສົ່ງ​ຜົນ​ຕໍ່​ຄວາມ​ຈະເລີນ​ຂອງ​ສັງຄົມ​ ແລະ​ ຄວາມສະຫງົບສຸກ​ຂອງ​ສັງຄົມ​ຕາມ​ມາ​ ຄະ​ຕິ​ ມີ​ຄວາມ​ແຕກ​ຕ່າງ​ກັບ​ ທັດ​ສະນະ​ ຄື​: ທັດ​ສະນະ​ ໝາຍ​ເຖິງ​ ຄວາມ​ເຫັນ​, ຄວາມ​ຄິດ​ເຫັນ​, ມຸມ​ມອງ​ ສ່ວນ​ ຄະ​ຕິ​ ໝາຍ​ເຖິງ​ ດັ່ງ​ຂ້າງ​ຕົ້ນ​ ດັ່ງ​ນັ້ນ​ ທັດ​ສະນະຄະຕິ​ ຈຶ່ງ​ໝາຍ​ເຖິງ​ ການ​ສະແດງ​ອອກ​ ຫລື​ ວິ​ຖີ​ທີ່​ດຳ​ເນີນ​ໄປ​ອັນ​ເກີດ​ຈາກ​ຄວາມ​ຄິດ​ ຫລື ​ຄວາມ​ເຫັນ​ ຄວາມຫມາຍ​ທີ່​ຄອບ​ຄຸມ​ຂອງ​ອະຄະຕິ​: – ວິ​ຖີ​ໃນ​ທາງ​ທີ່​ຜິດ​ – ແນວ​ທາງ​ທີ່​ຜິດ​ – ສິ່ງ​ທີ່​ເປັນ​ໄປ​ໃນ​ທາງ​ທີ່​ບໍ່​ດີ​ງາມ​ – ການ​ດຳ​ເນີນ​ໄປ​ໃນ​ທາງ​ທີ່​ຜິດ​ – ຄວາມ​ລຳ​ອຽງ​ – ຄວາມ​ບໍ່​ທ່ຽງ​ທຳ​ – ຄວາມ​ບໍ່​ເປັນ​ກາງ​ ບົດອະທິບາຍ: 1. ສັນທາຄະ​ຕິ​ ຄື​ ຄວາມ​ລຳ​ອຽງ​ເພາະ​ຄວາມຮັກໃຄຣ່ ສັນທາຄະ​ຕິ ມາ​ຈາກ​ຄຳ​ວ່າ​ ສັນທະ​ + ອະຄະຕິ​ ສັນທະ​ ໝາຍ​ເຖິງ​ ຄວາມ​ມັກ​ ຫລື​ ຄວາມ​ພໍ​ໃຈ​ ສັນທຄະ​ຕິ​ ແປ​ວ່າ:​ ລຳ​ອຽງ​ເພາະ​ຮັກ​ໃຄຣ່​ກັນ​​ ເຊັ່ນ: ​ການ​ຕັດສີນຄະດີ​ອະທິກອນ​ພິ​ພາກ​ຕ່າງ​ໆ​ ກໍ​ດີ​ ການ​ແບ່ງ​ປັນ​ສິ່ງ​ຂອງ​ກໍ​ດີ​ ການ​ພິຈາລະນາ​ໃຫ້​ຍົດ ຫລື ​ລາງ​ວັນ​ກໍ​ດີ​ ດ້ວຍ​ອຳນາດ​ຄວາມ​ພໍ​ໃຈ​ຮັກ​ໃຄຣ່​ກັນ​ ໂດຍ​ຕັດ​ສິນ​ໃຫ້​ຜູ້​ທີ່​ມັກ​ພໍ​ກັນ​ເປັນ​ຜູ້​ຊະນະ​ ທັງ​ໆ​ ທີ່​ບໍ່​ຄວນ​ຊະນະ​ ໃຫ້​ສິ່ງ​ຂອງ​ທີ່​ດີ​ ໃຫ້​ຍົດ​ຫລື​ ລາງ​ວັນ​ແກ່​ຄົົນທີ່​ມັກ​ພໍ​ກັນ​ທັງ​ໆ​ ທີ່​ບໍ່​ຄວນ​ຈະ​ໄດ້​ ຊຶ່ງ​ເປັນ​ກະທໍາທີ່ບໍ່ມີຄວາມຍຸດຕິທຳ 2. ໂທ​ສາຄະຕິ​ ຄື​ ຄວາມ​ລຳ​ອຽງ​ເພາະ​ໂກດ ຫລື ​ຊິງ​ຊັງ​ ໂທ​ສາຄະຕິ​ ມາ​ຈາກ​ຄຳ​ວ່າ​ ໂທ​ສະ​ + ອະຄະຕິ​ ໂທ​ສະ​ ໝາຍ​ເຖິງ​ ຄວາມ​ໂກດ ໂທ​ສາຄະຕິ​ ແປ​ວ່າ:​ ລຳ​ອຽງ​ເພາະ​ບໍ່​ມັກ​ກັນ​ ຫລື ​ເພາະ​ຄຽດ​ກັນ​ ກຽດຊັງ​ກັນ​ ຊັງ​ກັນ​ ເຊັ່ນ​ການ​ຕັດສິນຄະດີ​ດ້ວຍ​ອຳນາດ​ຄວາມ​ຄຽດ​ກຽດຊັງ​ ໂດຍ​ໃຫ້​ຜູ້​ທີ່​ຕົນກຽດ​ຊັງ​ນັ້ນ​ ເປັນ​ຜູ້​ພ່າຍແພ້​ ທັງ​ໆ ທີ່​ບໍ່​ຄວນ​ພ່າຍແພ້​ ໃຫ້​ຂອງ​ທີ່​ຊົ່ວ​ແກ່​ຜູ້​ທີ່ຕົນ​ກຽດຊັງ ​ທັງ​ໆ​ ທີ່​ເຂົາ​ຄວນ​ຈະ​ໄດ້​ຂອງ​ດີ​ ບໍ່​ໃຫ້ຍົດ​ ຫລື ​ລາງ​ວັນ​ແກ່​ຜູ້​ທີ່​ບໍ່​ມັກ​ກັນ​ ທັງ​ໆ​ ທີ່​ທ່ານ​ຄວນ​ໄດ້​. ປັດ​ໃຈທີ່​ກໍ່​ໃຫ້ເກີດ​ຄວາມ​ໂກດ ຫລື ​ຊິງ​ຊັງ​ໃນ​ຄັມ​ພີ​ປະຣິວານ – ໂກດ​ເພາະ​ໄດ້​ເຮັດ​ແລ້ວ ​ຊຶ່ງ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ​ ຫລື​ ກໍ່​ໂທດ​ແກ່ຕົນ​ເອງ​ – ໂກດ​ເພາະ​ກຳ​ລັງ​ເຮັດ ​ຊຶ່ງ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ​ ຫລື​ ກໍ່​ໂທດ​ແກ່ດ​ນ​ເອງ​ – ໂກດ​ເພາະ​ຄິດ​ຈະ​ເຮັດ​ ຊຶ່ງ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ ​ຫລື​ ກໍ່​ໂທດ​ແກ່ດ​ນ​ເອງ​ – ໂກດ​ເພາະ​ໄດ້​ເຮັດ​ແລ້ວ ​ຊຶ່ງ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ​ ຫລື ​ກໍ່​ໂທດ​ແກ່​ຄົົນທີ່​ຕົນ​ຮັກ​ – ໂກດ​ເພາະ​ກຳ​ລັງ​ເຮັດ​ ຊຶ່ງ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ ​ຫລື​ ກໍ່​ໂທດ​ແກ່​ຄົົນທີ່​ຕົນ​ຮັກ​ – ໂກດ​​ເພາະ​ຄິດ​ຈະ​ເຮັດ​ ຊຶ່ງ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ ​ຫລື ​ກໍ່​ໂທດ​ແກ່​ຄົົນທີ່​ຕົນ​ຮັກ​ – ໂກດ​​ເພາະ​ໄດ້​ເຮັດ​ແລ້ວ ​ຊຶ່ງ​ປະໂຫຍດ​ຕໍ່​ຜູ້​ທີ່ຕົນ​ຊິງ​ຊັງ​ – ໂກດ​ເພາະ​ກຳ​ລັງ​ເຮັດ​ ຊຶ່ງ​ປະໂຫຍດ​ຕໍ່​ຜູ້​ທີ່ຕົນ​ຊິງ​ຊັງ​ – ໂກດ​​ເພາະ​ຄິດ​ຈະ​ເຮັດ​ ຊຶ່ງ​ປະໂຫຍດ​ຕໍ່​ຜູ້​ທີ່ຕົນ​ຊິງ​ຊັງ​ 3. ໂ​ມຫາ​ຄ​ະຕິ​ ຄື​ ຄວາມ​ລຳ​ອຽງ​ເພາະ​ຫຼົງ​ ຫລື​ ຄວາມ​ລຳ​ອຽງ​ເພາະ​ຄວາມ​ໂງ່ - ໂ​ມຫາ​ຄ​ະຕິ​ ມາ​ຈາກ​ຄຳ​ວ່າ​ ໂມ​ຫະ​ + ອະຄະຕິ​ - ໂມ​ຫະ​ ໝາຍ​ເຖິງ​ ຄວາມ​ຫຼົງ​ ຄວາມ​ລຸ່ມ​ຫຼົງ​ ໂ​ມຫາ​ຄະ​ຕິ​ ແປ​ວ່າ​: ລຳ​ອຽງ​ເພາະໂງ່​ ຫລື ​ເພາະ​ຄວາມ​​ຫຼົງ​ງົມ​ງວາຍ​ ບໍ່​ພິຈາລະນາ​ໃຫ້​ຖ່ອງ​ແທ້​ວ່າ​ຢ່າງໃດ​ຖືກ​ ຢ່າງໃດ​ຜິດ​ ຢ່າງໃດ​ຄວນ​ຢ່າງໃດ​ບໍ່​ຄວນ​ ເປັນຄົນຫູເບົາໃຈງ່າຍ ຂາດຄວາມຮອບຄອບ ເຊັ່ນ​ເມື່ອ​ໄດ້ຮັບ​ຄຳ​ຟ້ອງ​ແລ້ວ​ ຍັງ​ບໍ່​ທັນ​ໄດ້​ສອບ​ສວນ​ໃຫ້​ຮອມ​ຄອບ​ ກໍ​ດ່ວນ​ຕັດ​ສິນ​ຜິດ​ໆ​ ພາດ​ໆ​ ຂາດ​ໆ​ ເກີນ​ໆ​ ບໍ່​ຖືກ​ຕ້ອງ​ ບໍ່​ພໍ​ດີ​ຕາມ​ທີ່ຄວນ 4. ພ​ະຍາຄະ​ຕິ​ ຄື​ ຄວາມ​ລຳ​ອຽງ​ເພາະ​ຢ້ານ​ - ພ​ະຍາຄະ​ຕິ​ ມາ​ຈາກ​ຄຳ​ວ່າ​ ພ​ະຍະ​ + ອະຄະຕິ​ - ພ​ະຍະ ໝາຍ​ເຖິງ​ ຄວາມ​ຢ້ານ​ ຄວາມ​ຫວາດ​ຫວັ່ນ​ ພະຍາຄະຕິ ແປວ່າ:​ ລຳ​ອຽງ​ເພາະ​ຢ້ານ​ ຫລື​ ເພາະ​ເກງ​ໃຈ​ ເຊັ່ນ​ຜູ້​ມີ​ອຳນາດ​ເຮັດ​ຜິດ​ ຜູ້​ພິພາກສາ​ ບໍ່​ກ້າ​ຕັດ​ສິນ​ລົງໂທດ​ ເພາະ​ຢ້ານ​ເຂົາຈະ​ເຮັດ​ຮ້າຍ​ຕອບ​ ຫລື ​ຜູ້​ນ້ອຍ​ທີ່​ຢູ່ໃນ​ຄວາມ​ປົກຄອງ​ເຮັດ​ຜິດ​ ຜູ້​ປົກຄອງ​ບໍ່​ກ້າ​ລົງໂທດ​ເພາະ​ເກງ​ຈະ​ຂາດ​ເມດຕາ​ກະລຸນາ​ ຫລື​ ຢ້ານ​ວ່າ​ເຂົາຈະ​ເດືອດ​ຮ້ອນ. ສະຫລຸບຄວາມແລ້ວ: ຄວາມລຳອຽງ (ອະຄະຕິ) ສາມາດເກີດຂື້ນໄດ້ໃນໃຈທຸກດວງທີ່ຍັງບໍ່ບັນລຸທັມ ຫລື ຄວາມລຳອຽງເກີດໄດ້ງ່າຍໃນຄົນທີ່ມີກິເລສຫນາ ຕັນຫາຫລາຍ ເພາະຍັງມີ ຄວາມຮັກ ຄວາມຊອບ ຄວາມໂລບ ຄວາມໂກດ ແລະ ຄວາມຫລົງ ເພາະເຫດນີ້ ເມື່ອຄົນເຮົາເຮັດຢ່າງໃດກໍ່ມັກຈະຄິດເຖິງປະໂຫຍດຂອງຕົນ ຫລື ພັກພວກກ່ອນສະເໝີ ເຮັດໃຫ້ເກີດຄວາມລໍາອຽງຂື້ນ. Credit: http://yarkhu.blogspot.com/2017/06/4.html#more

ສັງ​ຄ​ະຫະວັດ​ຖຸ​

ສັງ​ຄ​ະຫະວັດ​ຖຸ​ Give-food-to-the-monks ສັງ​ຄ​ະຫະວັດ​ຖຸ​ ແປວ່າ:​ ທຳ​ທີ່​ເປັນ​ທີ່​ຕັ້ງ​ແຫ່ງ​ການ​ສົງ​ເຄາະ​ກັນ​, ທຳ​ເປັນ​ເຄື່ອງ​ຍຶດ​ໜ່ຽວ​ນ້ຳ​ໃຈ​ກັນ​ ໝາຍ​ເຖິງ​ ຫຼັກ​ການ​ຄອງ​ໃຈ​ຄົນ​, ຫຼັກ​ຍຶດ​ໜ່ຽວ​ໃຈ​ກັນ​ໄວ້​, ວິທີ​ເຮັດໃຫ້​ຄົນ​ຮັກ​, ຫຼັກ​ສັງຄົມ​ສົງ​ເຄາະ​ ຊຶ່ງ​ເປັນ​ເຄື່ອງ​ປະ​ສານ​ໃຈ​ ແລະ​ ໜ່ຽວ​​ໃຈ​ຄົນ​ໃຫ້ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໄດ້​ ແລະ ​ເຮັດໃຫ້​ຢູ່​ກັນ​ດ້ວຍ​ຄວາມ​ຮັກ​ຄວາມ​ປາຖະນາ​ດີ​ຕໍ່​ກັນ​ ມີ​ຢູ່​ 4 ປະ​ການ​ ໄດ້​ແກ່​: 1. ທານ​ ຄື​: ການ​ໃຫ້​ ການ​ເສຍ​ສະຫລະ​ ຫລື ​ການ​ເອື້ອ​ເຟື້ອ​ເພື່ອ​ແຜ່ແບ່ງ​ປັນ​ຂອງ​ໆ ​ຕົນ​ເພື່ອ​ປະໂຫຍດ​ແກ່​ບຸກ​ຄົນ​ອື່ນ​ ບໍ່​ຂີ້ຖີ່​ໜຽວແໜ້ນ​ ບໍ່​ເປັນ​ຄົນ​ເຫັນ​ແກ່​ໄດ້​ຝ່າຍ​ດຽວ​ ຄຸນະ​ທັມ​ຂໍ້​ນີ້ ​ຈະ​ຊ່ວຍ​ໃຫ້​ບໍ່​ເປັນ​ຄົນ​ໂລບ​ມາກ​ ບໍ່​ເຫັນ​ແກ່​ຕົວ​ ເຮົາ​ຄວນ​ຄຳ​ນຶງ​ຢູ່​ສະເໝີ​ວ່າ​ ຊັບ​ສິ່ງ​ຂອງ​ທີ່​ເຮົາ​ຫາ​ມາ​ໄດ້​ ບໍ່​ແມ່ນ​ສິ່ງ​ຈີ​​ລັງ​ຢັ່ງ​ຢືນ​ ເມື່ອ​ເຮົາ​ສິ້ນ​ຊີວິດ​ໄປ​ແລ້ວ​ກໍ​ບໍ່​ສາມາດ​ຈະ​ນຳ​ຕິດ​ຕົວ​ເອົາ​ໄປ​ໄດ້​ 2. ປິຍະ​ວາ​ຈາ​ ຄື:​ ການ​ເວົ້າ​ຈາ​ດ້ວຍ​ຖ້ອຍ​ຄຳ​ທີ່​ມ່ວນ​ອ່ອນ​ຫວານ​ ເວົ້າ​ດ້ວຍ​ຄວາມ​ຈິງ​ໃຈ​ ບໍ່​ເວົ້າ​ຫຍາບ​ຄາຍ​ ​ ເວົ້າ​ໃນ​ສິ່ງ​ທີ່​ເປັນ​ປະໂຫຍດ​ເໝາະ​ໃນ​ກາລະ​ເທ​ສະ​ ພຣະ​ພຸດ​ທ​ະເຈົ້າ​ຊົງ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ເວົ້າ​ເປັນ​ຢ່າງ​ຍິ່ງ​ ເພາະ​ການ​ເວົ້າ​ເປັນ​ບັນ​ໄດ​ຂັ້ນ​​ທຳ​ອິດ​ທີ່​ຈະ​ສ້າງ​ມະນຸດ​ສຳພັນ​ອັນ​ດີ​ໃຫ້​ເກີດ​ຂຶ້ນ​ ວິທີ​ການ​ທີ່​ຈະ​ເວົ້າ​ໃຫ້ເປັນ​ປິຍ​ະວາ​ຈາ​ນັ້ນ​ ຈະ​ຕ້ອງ​ເວົ້າ​ໂດຍ​​ຍິດ​ຖື​ຫຼັກ​ເກນ​ ດັ່ງ​ຕໍ່ໄປ​ນີ້​: - ເວັ້ນ​ຈາກ​ການ​ເວົ້າ​ຕົ໋ວະ - ເວັ້ນ​ຈາກ​ການ​ເວົ້າ​ສໍ່​ສຽດ​ - ເວັ້ນ​ຈາກ​ການ​ເວົ້າ​ຄຳ​ຫຍາບ​ - ເວັ້ນ​ຈາກ​ການ​ເວົ້າ​ເພີ້​ເຈີ້​ 3. ອັຕ​ຖ​ະ​ຈະ​ຣິ​ຍາ​ ຄື​: ການ​ສົງ​ເຄາະ​ທຸກ​ຊະນິດ​ ທຸກຊີວິດທີ່ເກີດມາ​ ຄວນກະທຳ​ໃນ​ສິ່ງ​ທີ່​ເປັນ​ປະໂຫຍດ​ແກ່​ຕົນເອງ ແລະ ຜູ້​ອື່ນ​ 4. ສ​ະມາ​ນັດ​ຕາ​ ຄື​: ການ​ເປັນ​ຜູ້​ມີ​ຄວາມ​ສ​ມ່ຳ​ສະເໝີ​ ຫລື ​ມີ​ຄວາມ​ປະພຶດ​ສະເໝີ​ຕົ້ນ​ສະເໝີ​ປາຍ​ ຄຸນ​ນະ​ທັມ​ຂໍ້​ນີ້ ​ຈະ​ຊ່ວຍ​ໃຫ້​ເຮົາ​ເປັນ​ຄົນ​ມີ​ຈິດ​ໃຈ​ໜັກ​ແໜ້ນ​ບໍ່​ໂລ​ເລ​ ທັງຫມົດ​ທັງ​ຍັງ​ເປັນ​ການສ້າງ​ຄວາມ​ນິຍົມຊົມຊອບ ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ຜູ້​ອື່​ນ​. Credit: http://yarkhu.blogspot.com/2017/06/blog-post_68.html

ໄຕຣລັກສະນະ

ໄຕຣລັກສະນະ rose-lotus-bud-painting-jiang ໄຕຣລັກສະນະ (three characteristics of existence) ໝາຍ​ເຖິງ​ ສະພາບ​ທີ່​ເປັນ​ປົກກະຕິ​ວິ​ໃສ ​ຫລື ​ເປັນ​ໄປ​ຕາມ​ທຳມະຊາດ ເພາະ​ທຸກ​ສິ່ງ​ເທິງ​ໂລກ​ຈະ​ຢູ່ໃນ​ກົດ ​ ຫລື ​ພາ​ວະ​ເຊັ່ນ​ນີ້​ຄືກັນ​ທັງ​ໝົດ​ ໄຕຣລັກສະນະ​ ຈຶ່ງ​ເປັນ​ຫຼັກ​ສັດຈະທຳ​ທາງ​ພຣະ​ພຸດ​ທະສາສະນາ​ ທີ່​ມຸ້ງ​ສອນ​ໃຫ້​ເຂົ້າໃຈ​ຊີວິດ​ທີ່​ເປັນ​ໄປ​ຕາມ​ທຳມະດາ ​ຕາມ​ຄວາມ​ເປັນ​ຈິງ​ ເຮັດໃຫ້​ເກີດ​ຄວາມ​ເຂົ້າໃຈ​ວ່າ ​ຊີວິດ​ເປັນ​ຢ່າງໃດ​ ເກີດ​ຄວາມ​ຮູ້​ເທົ່າ​ທັນ​ ແລະ​ ຮັບ​ຮູ້​ຕໍ່​ທຸກ​ອາການ​ຂອງສິ່ງທີ່ກໍາລັງເກີດຂື້ນຕໍ່ຕົນ. ໃນ​ພຣະ​ພຸດ​ທ​ສາສະນາ ​ມີ​ຫຼັກ​ສັດຈະທຳ​ ຫລື​ ຄຳ​ສອນ​ທີ່​ສຳຄັນ​ສຳລັບ​ພຸດ​ທະ​ສາສະ​ນິກະ​ຊົນ​ຢູ່​ເປັນ​ຈໍານວນ​ຫລາຍ​ ໂດຍ​ໄຕຣລັກສະນະ​ເປັນ​ຫຼັກ​ຄຳ​ສອນ​ທີ່​ສຳຄັນ​ປະ​ການ​ໜຶ່ງ ​ທີ່​ມຸ້ງເນັ້ນ​ໃຫ້​ລະ​ນຶກ​ເຖິງ​ຄວາມ​ເປັນ​ປົກກະຕິ​ທຳມະດາ​ຂອງ​ສັບພະສິ່ງ​ເທິງ​ໂລກ​ ກົງກັບ​ຄຳ​ວ່າ​ ເກີດ​ຂຶ້ນ​ ຕັ້ງ​ຢູ່​ ແລະ​ ດັບ​ໄປ​ ເປັນ​ອາການ​ສາ​ມັນຂອງ​ທຸກ​ສັບພະສິ່ງ ​ທັງ​ນາມມະ​ທຳ​ ແລະ ​ຮູບປະ​ທຳ​ ຄຳ​ວ່າ​ ໄຕຣລັກສະນະ ເປັນ​ຄຳ​ສັນ​ສະກິດ (ສະ​ກົດ​ດ້ວຍ​ຕົວ​ອັກສອນ​ໂຣ​ມັນ​ແບບ​ຖ່າຍ​ສຽງ​ໄດ້​ເປັນ​ tri-laksana) ກົງ​ກັບ​ຄຳ​ບາ​ລີ​ວ່າ:​ ຕິ​ລັກ​ຂະນະ​ (ti-lakhana) ຊຶ່ງ​ມາ​ຈາກ​ຄຳ​ວ່າ​ ໄຕຣລັກສະະນະ​ ຫລື​ ຕິ​ ແປວ່າ​ 3 ລວມກັບ​ຄຳ​ວ່າ:​ ລັກສະນະ​ ຫລື​ ລັກ​ຂະນະ​ ທີ່​ແປວ່າ:​ ລັກສະນະ​ (ທີ່​ເປັນ​ສາ​ມັນທັ່ວ​ໄປ​) ເມື່ອເອົາມາລວມເຂົ້າກັນ​ແລ້ວ ​ຈຶ່ງ​ໝາຍ​ຄວາມ​ວ່າ:​ ລັກສະນະ​ທີ່ເປັາ​ສາ​ມັນທົ່ວ​ໄປ​ 3 ປະ​ການ​ ຄື: 1. ອະ​ນິດ​ຈັງ​/ອ​ະນິດ​ຈະ​ຕາ​ (impermanence) ອ​ະນິດ​ຈັງ​/ອະ​ນິດ​ຈະ​ຕາ​ ແຫ່ງໄຕຣລັກສະນະ​ 3 ຄື:​ ຄວາມ​​ບໍ່​ທ່ຽງ​ ໝາຍ​ເຖິງ​ ຄວາມ​ບໍ່​ທ່ຽງ​ ຄວາມ​ບໍ່​ຖາວອນ​ຄົງ​ທີ່​ແນ່ນອນ​ ຄວາມ​ບໍ່​ຄົງ​ທີ່​ຢູ່​ໄດ້​ໃນ​ສະພາບ​ເດີມ​ຕະຫລອດ​ໄປ​ ພາ​ວະ​ທີ່ເກິດຂື້ນ​ແລ້ວ​ເສື່ອມ​ສະຫ​ລາຍ​ປັ່ນປ່ວນ​ໄປ​ ກ່າວ​ຄື​ ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ໂລກ​ມີ​ການ​ປ່ຽນ​ແປງ​ຢູ່​ສະເໝີ​ ບໍ່​ມີ​ສິ່ງ​ໃດ​ຢຸດ​ນິ່ງ​ຄົງ​ທີ່​ຢູ່​ຢ່າງ​ເດີມ​ໄດ້​ຕະຫລອດ​ໄປ​ ຂຶ້ນ​ຢູ່​ກັບ​ວ່າ​ຈະ​ປ່ຽນ​ແປງ​ຊ້າ​ ຫລື​ ປ່ຽນ​ແປງ​ໄວ​ເທົ່າ​ນັ້ນ​ ແຕ່​ທີ່​ແນ່ນອນກໍ່​ຄື​ສິ່ງ​ຕ່າງ​ໆ​ ທັງ​ໝົດ​ຈະ​ຖືກ​ການ​ເວລາ​ເຮັດໃຫ້​ປ່ຽນ​ແປງ​ປ່ຽນ​ສະພາບ​ໄປ​ຢ່າງ​ແນ່ນອນ​ ສິ່​ງ​ໃດ​ມີ​ການ​ເກີດ​ຂຶ້ນ​ໃນ​ຕອນ​ຕົ້ນ​ ສິ່ງ​ນັ້ນ​ແມ່ນ​ຈະ​ຄົງ​ມີ​ຢູ່ໃນ​ທ່າມ​ກາງ​ ແຕ່​ກໍ​ຍັງ​ຕ້ອງ​ມີ​ຄວາມ​ເສື່ອມ​ສະຫ​ລາຍ​ດັບ​ໄປ​ໃນ​ທີ່ສຸດ​ ນີ້​ນັບ​ເປັນ​ສິ່ງ​ທຳມະດາ​ແທ້​ຂອງ​ໂລກ​ ຫຼັກ​ອະນິດຈະ​ຕາ​ (ຄວາມ​ບໍ່​ທ່ຽງ​) ຈະ​ປາກົດ​ຂຶ້ນ​ເມື່ອ​ສັບພະສິງ​ບໍ່​ວ່າ​ຈະ​ມີ​ຮູບ​ຮ່າງ​ (ຮູບປະ​ທຳ​) ຫລື ​ບໍ່​ມີ​ຮູບ​ຮ່າງ​ (ອະ​ຮູບປະ​ທຳ​) ກໍ​ຕາມ​ ມີ​ການ​ເກີດ​ຂຶ້ນ​ ຕັ້ງ​ຢູ່​ ແລະ ​ດັບ​ສູນສ​ະຫລາຍ​ໄປ​ ຖ້າ​ບຸກ​ຄົນ​ໃສ່​ໃຈ​ພິຈາລະນາ​ໃຫ້​ດີ​ໃນ​ຕົນເອງ​ ແລະ ​ສັບພະສິງ​ອ້ອມ​ຂ້າງ​ກໍ​ຈະ​ເຫັນ​ໄດ້​ ຄົນ​ເຮົາ​ມັກ​ຈະ​ເຂົ້າໄປ​ຢຶດ​ຕິດ​ສິ່ງ​ຕ່າງ​ໆ​ ຈົນ​ເກີດ​ຄວາມ​ເຂົ້າໃຈ​ຜິດ​ຄິດວ່າ​ ສິ່ງ​ທີ່ຕົນເຫັນ​ ຫລື ​ກ່ຽວ​ຂ້ອງ​ມີ​ຕົວ​ຕົນ​ແທ້ໆ​ ແລ້ວ​ຖື​ຫມັັ້ນ​ຢຶດ​ຫມັ້ນ​ພະຍາຍາມ​ຮັກສາ​ປ້ອງ​ກັນ​ບໍ່​ໃຫ້​ສິ່ງ​ທີ່ຕົນ​ຊອບ ພໍ​ໃຈ​ ຮັກ​ໃຄຣ່​ ປ່ຽນ​ແປງ​ໄປ​ ແຕ່​ຖ້າ​ເປັນ​ສິ່ງ​ທີ່ຕົນ​ບໍ່​ມັກ​ ຫລື​ບໍ່​ຮັກ​ໃຄຣ່​ ກໍ່ຈະ​ພະຍາຍາມ​ໃຫ້​ສິ່ງ​ນັ້ນ​ໆ​ ປ່ຽນ​ແປງ​ໄປ​ໃນ​ທາງ​ທີ່​ດີ​ ພາ​ວະ​ຂອງ​ຄວາມ​ບໍ່​ທ່ຽງ​ມີ​ສະພາບ​ເປັນ​ກາງ​ໆ​ ບໍ່​ດີ​ ບໍ່​ຊົ່ວ​ ຂຶ້ນ​ຢູ່​ກັບ​ການ​ສົມ​ມຸດ​ ແຕ່​ບໍ່​ວ່າ​ຈະ​ເປັນ​ການ​ປ່ຽນ​ແປງ​ແບບ​ຈະເລີນ​ ຫລື​ ເສື່ອມ​ ກໍ​ຄື​ຄວາມ​ບໍ່​ທ່ຽງ​ປ່ຽນ​ແປງ​ນັ້ນ​ເອງ​ ພະ​ພຸດ​ທ​ະສາສະນາ​ສອນ​ຫຼັກ​ອະ​ນິດຈະ​ຕາ​ ບໍ່​ແມ່ນ​ໃຫ້​ຄົນ​ຢຶດ​ຕິດ ​ຫລື ​ຫຼີກ​ໜີ​ຄວາມ​ບໍ່​ທ່ຽງ​ ແຕ່​ສອນ​ເພື່ອ​ໃຫ້​ບຸກ​ຄົນ​ເຫັນ​ ຫລື ​ເຂົ້າໃຈ​ກົດ​ທຳມະຊາດ​ຂອງ​ຄວາມ​ບໍ່​ທ່ຽງ​ວ່າ​ ທຸກ​ສິ່ງ​ເປັນ​ໄປ​ພາຍໃຕ້​ກົດ​ຂອງ​ການ​ປ່ຽນ​ແປງ​ ບໍ່​ຄົງ​ທີ່​ຖາວອນ​ຢູ່​ຢ່າງ​ເດີມ​ໄດ້​ຕະຫລອດ​ໄປ​ ເມື່ອ​ຄົນເຮົາ​ເຫັນ​ ແລະ​ ເຂົ້າໃຈ​ກົດ​ທຳມະຊາດ​ນີ້​ແລ້ວ ​ກໍ່ຈະ​ເກີດ​ຄວາມ​ຮູ້​ເທົ່າ​ທັນ​ ສາມາດ​ດຶງ​ເອົາ​ຄຸນຄ່າ​ຂອງ​ຄວາມ​ຈິງ​ຂໍ້​ນີ້​ມາ​ປະຕິບັດ​ດຳ​ເນີນ​ຊີວິດ​ໄດ້​ຢ່າງ​ເໝາະ​ສົມ​ ໂດຍ​ການ​ບໍ່​ເຂົ້າໄປ​ຢຶດ​ໝັ້​ນ​ວ່າ​ເປັນ​ “ຕົວ​ນັ້ນ​ ສິ່ງ​ນັ້ນ​ ສິ່ງ​ນີ້​” ອັນ​ຈະ​ເຮັດໃຫ້​ເກີດ​ຄວາມ​ຢຶດ​ໝັ້ນ​ຕໍ່ໄປ​ວ່າ​ “ຂອງ​ເຮົາ​” ແລະ​ ໂດຍ​ການ​ບໍ່​ປະຫ​ມາດ​ໃນ​ການ​ເວລາ​ ໃນ​ຊີວິດ​ ແລະ ​ໄວ​ ເປັນ​ຕົ້ນ​ ການ​ຮູ້ ​ແລະ ​ເຂົ້າໃຈ​ຈົນ​ເກີດ​ຄວາມ​ຮູ້​ເທົ່າ​ທັນ​ຕໍ່​ກົດ​ເກນຂອງ​ຄວາມ​ບໍ່​ທ່ຽງ​ຢ່າງ​ນີ້​ ຈະ​ຊ່ວຍ​ໃຫ້​ບຸກ​ຄົນ​ບໍ່​ເກີດ​ຄວາມ​ທຸກ​ເກີນ​ສົມຄວນ​ໃນ​ຍາມ​ເມື່ອ​ເກີດ​ຄວາມ​ເສື່ອມ​ ຄວາມ​ສູນ​ເສຍ ​ຫລື ​ພັດພາກ​ຂຶ້ນ​ກັບ​ຕົນ​ ແລະ ​ບໍ່​ຫຼົງ​ຈົນ​ເກີດ​ຄວາມ​ປະຫ​ມາດ​ໃນ​ຄວາມ​ຈະເລີນ​ ແລະ ​ຄວາມ​ສຸກ​ສະບາຍ​ ຄວາມ​ບໍ່​ທ່ຽງ​ ຄວາມ​ບໍ່​ຄົງ​ທີ່​ ປ່ຽນ​ແປງ​ ຂອງ​ຫຼັກ​ອ​ະນິດ​ຈະ​ຕາ​ ປາກົດ​ຂະນະ​ທີ່​ສັບພະສິ່ງ​ເກີດ​ຂຶ້ນ​ ຕັ້ງ​ຢູ່​ ແລະ​ ດັບ​ສະ​ຫ​ລາຍ​ໄປ​ໃນ​ 3 ຈັງ​ຫວະ​ ຄື​ ສິ່ງ​ທີ່​ເປັນ​ຮູບ​​ປະທຳ​ມີ​ການ​ປ່ຽນ​ແປງ​ເກີດ​ຂຶ້ນ​ ສັງເກດ​ໄດ້​ຈາກ​ 3 ຈັງ​ຫວະ​ນີ້​ ຄື​: 1) ອຸປະ​ຈ​ະ​ຍະ​ ມີ​ການ​ເກີດ​ຂຶ້ນ​ 2) ສັນ​​ຕະ​ຕິ​ ມີ​ການ​ສືບ​ຕໍ່​ 3) ຊະນະຕາ ມີ​ການ​ຕາຍ​ ແຕກ​ດັບ​ ແລະ ​ສະຫ​ລາຍ​ໄປ​ ສ່ວນ​ສິ່ງ​ທີ່​ເປັນ​ນາມມະ​ທຳ​ມີ​ການ​ປ່ຽນ​ແປງ​ເກີດ​ຂຶ້ນ​ສັງເກດ​ໄດ້​ຈາກ​ 3 ຈັງ​ຫວະ​ ຄື​: 1) ອຸບ​ປາ​ທະ​ ມີ​ການ​ເກີດ​ຂຶ້ນ​ຂອງ​ຄວາມ​ຮູ້ສຶກ​ຈຳ​ໄດ້​ໝາຍ​ຮູ້​ ຄິດ​ນຶກ​ ແລະ ​ຮັບ​ຮູ້​ໃນ​ທາງ​ຈິດ​ 2) ຖິ​ຕິ​ ມີ​ການຕັ້ງ​ຢູ່​ຊົ່ວ​ຂະນະ​ຂອງ​ຄວາມ​ຮູ້ສຶກ​ຈຳ​ໄດ້​ໝາຍ​ຮູ້​ ຄິດ​ນຶກ​ ແລະ​ ຮັບ​ຮູ້​ໃນ​ທາງ​ຈິດ​ 3) ພັງ​ຄະ​ ມີ​ການ​ແຕກ​ດັບ​ສີ້ນສຸດ​ໄປ​ຂອງ​ຄວາມ​ຮູ້ສຶກ​ຈຳ​ໄດ້​ໝາຍ​ຮູ້​ ຄິດ​ນຶກ​ ແລະ ​ຮັບ​ຮູ້​ໃນ​ທາງ​ຈິດ​ 2. ທຸ​ກ​ຂັງ​/ທຸກ​ຂະ​ຕາ​ (stress and conflict) ທຸ​ກ​ຂັງ​/ທຸກ​ຂ​ະຕາ​ ແຫ່ງ​ໄຕຣລັກສະນະ 3 ຄື​: ຄວາມ​ເປັນ​ທຸກ​ ໝາຍ​ເຖິງ​ ຄວາມ​ຜິດ​ຫວັງ​ທີ່​ເກີດ​ຈາກ​ສິ່ງ​ທີ່​ບໍ່​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ຕົນເອງ​ ທັງຫມົດ​ເຖິງ​ພາ​ວະ​ທີ່​ຖືກ​ບີບ​ຄັ້ນ​ດ້ວຍ​ການ​ເກີດ​ຂຶ້ນ​ຂອງ​ເຫດ​ອັນ​ບໍ່​ເພິ່ງ​ປະສົງ​ ເກີດ​ສະພາບ​ຝືນ​ທົນ​ ແລະ ​ຂັດ​ແຍ້ງ​ຢູ່ໃນ​ຕົວ​ ກ່າວ​ຄື​ ສິ່ງ​ຕ່າງ​ໆ​ ທີ່​ມີ​ອົງ​ລ້ວນ​ມີ​ປະກອບ​ຈາກ​ປັດ​ໄຈ​ຕ່າງ​ໆ ​ທີ່​ບໍ່​ສາມາດ​ດຳ​ລົງ​ຢູ່​ຕາມ​ສະພາບ​ເດີມ​ໄດ້​ ມີ​ປ່ຽນ​ແປງ​ ເສື່ອມ​ຖອຍ​ ແລະ ​ສະຫ​ລາຍ​ໄປ​ຕາມ​ການ​ເວລາ​ ຫຼັກ​ທຸກ​ຂະ​ຕາ​ (ຄວາມ​ເປັນ​ທຸກ​) ຈະ​ປາກົດ​ຂຶ້ນ​ເມື່ອ​ສັບພະສິ່ງ​ບໍ່​ວ່າ​ຈະ​ມີ​ຮູບ​ຮ່າງ​ (ຮູບປະ​ທຳ​) ຫລື​ ບໍ່​ມີ​ຮູບ​ຮ່າງ​ (ອ​ະຮູບປະ​ທຳ​) ກໍ​ຕາມ​ ກຳ​ລັງ​ຕັ້ງ​ຢູ່ ​ຫລື ​ດຳ​ເນີນ​ໄປ​ ຖ້າ​ບຸກ​ຄົນ​ໃສ່​ໃຈ​ພິຈາລະນາ​ໃຫ້​ດີ​ໃນ​ຕົນເອງ​ ແລະ ​ສັບພະສິ່ງ​ອ້ອມ​ຂ້າງ​ກໍ​ຈະ​ໄດ້​ເຫັນ​ຄຳ​ວ່າ​ “ທຸກ​” ທີ່​ໝາຍ​ເຖິງ​ໃນ​ຫລັກໄຕຣລັກສະນະ ​ຫລື ​ສາ​ມັນລັກສະນະ​ນີ້​ ມີ​ຄວາມຫມາຍ​ກວ້າງ​ທົ່ວ​ໄປ​ ໄດ້ແກ່​ສິ່ງ​ມີ​ຊີວິດ​ ແລະ ​ບໍ່​ມີ​ຊີວິດ​ ມີ​ການ​ຈັດ​ແບ່ງ​ປະ​ເພດ​ຂອງ​ທຸກ​ໄວ້​ຫຼາຍ​ແບບ​ນຳກັນ​ ແຕ່​ຢ່າງໃດ​ກໍ​ຕາມ​ເມື່ອ​ພິຈາລະນາ​ໃນ​ເລື່ອງ​ຂອງ​ທຸກ​ ມີ​ຂໍ້​ຄວນ​ເຮັດ​ຄວາມ​ເຂົ້າໃຈ​ຢູ່​ 2 ປະ​ການ​ ຄື​: 1. ປະການທີຫນຶ່ງ ທຸກ​ໃນ​ໄຕຣລັກສະນະ​ ກັບ​ ທຸກ​ໃນ​ອະ​ຣິຍະ​ສັດ​ 4 ກ່າວ​ຄື​ ທຸກ​ທີ່​ປາກົດ​ຢູ່ໃນ​ໝວດ​ທຳ​ສຳຄັນ​ 3 ໝວດ​ ຄື​: 1.1 ເວທະນາ​ ເອີ້ນວ່າ:​ “ທຸກ​ຂ​ະເວທະ​ນາ​” ປະກອບ​ດ້ວຍ​ ເວທະນາ​ 3 ຄື​: - ທຸກ​ - ສຸກ​ - ອຸ​ເປກ​ຂາ​ ແລະ ​ເວທະ​ນາ​ 5 - ທຸກ​ - ສຸກ​ - ໂທມ​ະນັດ​ - ໂສມ​ະນັດ​ - ອຸ​ເປກ​ຂາ​ 1.2 ໄຕຣລັກສະນະ ເອີ້ນວ່າ:​ “ທຸກ​ຂະລັກ​ສ​ະນະ​” - ອ​ະນິດ​ຈັງ​ - ທຸກ​ຂັງ​ - ອ​ະນັດ​ຕາ​ 1.3 ອະ​ຣິຍະ​ສັດ​ 4 ເອີ້ນວ່າ: “ທຸກ​ຂັງ​ຣິຍະ​ສັດ​” - ທຸກ​ - ສະ​ມຸ​ທັຍ​ - ນິ​ໂຣດ - ມັກ​ຄ໌ 2. ປະ​ການ​ທີສອງ ລັກສະນະ​ຂອງ​ທຸກ​ທີ່​ກ່ຽວ​ຂ້ອງ​ກັບ​ຊີວິດ​ຄົນ​ເຮົາ​ມັກ​ເປັນ​ທຸກ​ໃນ​ອ​ະຣິຍະ​ສັດ​ 4 ເພາະ​ເປັນ​ທຸກ​ທີ່​ເກີດ​ຈາກ​ສະພາບ​ຈິດ​ທີ່ປຸງ​ແຕ່ງ​ຂຶ້ນ ​ດ້ວຍ​ປຸ​ຖຸຊົນ​ບໍ່​ສາມາດ​ຫຼີ​ກລຽງ​ໄດ້​ ສ່ວນ​ທຸກ​ທີ່​ກ່ຽວ​ຂ້ອງ​ໃນ​ໄຕຣລັກສະນະ 3 ເປັນ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ດຳ​ເນີນ​ຊີວິດ​ ຫລື ​ການ​ງານ​ອາ​ຊີບ​ໂດຍ​ກົງ​ ດັ່ງ​ນັ້ນ,​ ທຸກ​ໃນ​ຂໍ້​ນີ້ ​ຈຶ່ງ​ໝາຍ​ເຖິງ​ ທຸກ​ໃນໄຕຣລັກສະນະ ​ທີ່​ໝາຍ​ທັງຫມົດ​ທັງ​ສິ່ງ​ມີ​ຊີວິດ​ຄື​ ມະນຸດ ​ແລະ ​ສັດ​ ແລະ​ ສິ່ງທີ່ບໍ່​ມີ​ຊີວິດ​ ເຊັ່ນ​: ບ້ານ​ເຮືອນ​ ພູເຂົາ​ ກ້ອນ​ຫິນ​ ແລະ ອື່ນໆ​ ຊຶ່ງ​ຕ້ອງ​ມີ​ຄວາມ​ທຸກ​ ມີ​ການ​ຊຸດ​ໂຊມ​ ຫລື ​ແກ່​ຊະລາ​ເປັນ​ທຳມະດາ​ ທຸກ​ຊະນິດ​ນີ້​ສຳພັນ​ກັບ​ກ່ຽວຂ້ອງກັບ​ຫຼັກ​ອ​ະນິດ​ຈະ​ຕາ​ ເປັນ​ຕົ້ນ​ວ່າ​ ຄວາມ​ຄົງ​ທົນ​ຢູ່ໃນ​ສະພາບ​ເດີມ​ບໍ່​ໄດ້​ ເປັນ​ທຸກ​ກໍ​ເພາະ​ສັບພະສິ່ງ​ມີ​ການ​ປ່ຽນ​ແປງ​ເຫດ​ແຫ່ງ​ປັດ​ໄຈ (ອ​ະນິດ​ຈັງ​) 3. ອະ​ນັດ​ຕາ​/ອ​ະນັດ​ຕະ​ຕາ​ (soullessness or​ non-self) ອະ​ນັດ​ຕາ​/ອະ​ນັດ​ຕະ​ຕາ​ ແຫ່ງ​ໄຕຣລັກສະນະ 3 ຄື:​ ຄວາມ​ເປັນ​ອະ​ນັດ​ຕາ​ ໝາຍ​ເຖິງ​ ຄວາມ​ບໍ່​ແມ່ນ​ຕົວ​ຕົນ​ ຫລື​ ຄວາມ​ບໍ່​ມີ​ຕົວ​ຕົນ​ແທ້​ຈິງ​ຂອງ​ສັບພະສິ່ງ​ ແລະ​ ບໍ່​ສາມາດ​ຄວບ​ຄຸມ​ໃຫ້​ຄົງ​ຢູ່​ໄດ້​ຕາມ​ຄວາມ​ມຸ້ງ​ໝາຍ​ຂອງ​ຕົນ​ ກ່າວ​ຄື​ ຊີວິດ​ ຫລື ​ຮ່າງກາຍ​ນີ້​ ບໍ່ອາດ​ກ່າວ​ໄດ້​ວ່າ​ເປັນ​ຕົວ​ຕົນ​ແທ້​ຈິງ​ຂອງ​ບຸກ​ຄົນ​ບໍ່ແມ່ນເຂົາ ຫລື ບໍ່ແມ່ນເຮົາ ເພາະ​ທີ່​ເຮົາ​ເບິ່ງ​ເຫັນ​ເປັນ​ຮູບ​ຮ່າງ​ ຫລື ​ເປັນ​ຊີວິດ​ນີ້​ກໍ​ເພາະ​ມີ​ການລວມ​ກັນ​ຂອງ​ຂັນ​ທ໌​ 5 ຄື:​ 1. ຮູບ​ ຫລື​ ຮູບ​ຂັນ​ທ໌​ 1 ອັນ​ເປັນ​ສ່ວນ​ຮູບ ​ຫລື ​ກາຍ​ ມີ​ສ່ວນ​ປະກອບ​ຄື​ ມະຫາ​ພູຕະ​ຮູບ​ 4 ຄື​: - ດິນ​ - ນ້ຳ​ - ລົມ​ - ໄຟ​ 2. ອຸປະ​ທາຍະ​ຮູບ​ 24 ແລະ ​ນາມ​ ຫລື​ ນາມ​ຂັນ​ທ໌​ 4 ສ່ວນ​ ຄື:​ - ເວທະນາ​ - ສັນຍາ​ - ສັງ​ຂານ​ - ວິນຍານ​ ນາມ​ຂັນ​ທ໌​ທັງ​ 4 ນີ້​ ເປັນ​ສ່ວນ​ນາມ ​ຫລື​ ຈິດ​ ເມື່​ສ່ວນ​ປະກອບ​ດ້ານ​ຮູບ​ຂັນ​ທ໌ ​ຫລື ​ນາມ​ຂັນ​ທ໌​ທັງ​ 5 ປະກອບ​ລວມ​ກັນ​ເຂົ້າ​ແລ້ວ ຈຶ່ງ​ເປັນ​ຮູບ​ຮ່າງ ​ຫລື ​ຊີວິດ​ເກີດ​ຂຶ້ນ​ກ່ອນ​ໃນ​ເບື້ອງ​ຕົ້ນ​ ຢູ່​ໄດ້​ພຽງ​ຊົ່ວ​ຂະນະ​ເທົ່າ​ນັ້ນ​ ແລະ​ ເກີດ​ການ​ປ່ຽນ​ແປງ​ ຊຸດ​ໂຊມ​ ຈົນ​ໃນ​ທີ່ສຸດ ​ກໍ່ແຕກ​ດັບ​ສະຫ​ລາຍ​ສູນ​ສິ້ນ​ ຊຶ່ງ​ເປັນ​ໄປ​ຕາມ​ກົດ​ເກນຂອງ​ທຳມະຊາດ​ທີ່ເກິດຂື້ນ​ກັບ​ທຸກ​ສັບພະສິ່ງ​. ດັ່ງນັ້ນ,​ ສັບພະສິ່ງ​ ໝາຍ​ເຖິງ​ ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ມີ​ຢູ່​ເທິງ​ໂລກ​ ແລະ ​ໃນ​ຈັກກະວານ​ ລວມ​ທັງ​ຈັກກະວານ​ເອງ​ດ້ວຍ​ ກໍ່​ຕົກ​ຢູ່​ພາຍໃຕ້​ຄວາມ​ເປັນ​ອະ​ນັດ​ຕາ​ເຊັ່ນ​ກັນ​ ໂດຍ​ສະຫລຸບ​ກໍ​ຄື​ ບໍ່​ມີ​ສິ່ງ​ໃດ​ເລີຍທີ່​ບໍ່​ເປັນ​ອະ​ນັດ​ຕາ​ ທັງ​ນີ້​ ຄຳ​ວ່າ​ ສັບພະສິ່ງ​ ທີ່​ມີ​ຄວາມຫມາຍ​ຄອບ​ຄຸມ​ສັບພະສິ່ງ​ທີ່​ວ່າ​ນີ້​ເປັນ​ 2 ປະ​ເພດ​ ຄື​: 1. ສິ່ງ​ທີ່​ເປັນ​ສັງ​ຂະຕະ​ທຳ​ ຄື​ ສິ່ງ​ທີ່​ມີ​ເງື່ອນ​ໄຂ​ປັດ​ໄຈປຸງ​ແຕ່ງ​ໃຫ້​ເກີດ​ຂຶ້ນ​ ດຳ​ລົງຢູ່ ​ ເສື່ອມ​ລົງ​ ແລະ ​ດັບ​ສະຫ​ລາຍ​ໄປ​ ມີ​ລັກສະນະ​ສະເພາະ​ຕົນ ​​2. ສິ່ງ​ທີ່​ເປັນ​ອະ​ສັງ​ຂະຕະທຳ​ ຄື​ ສິ່ງ​ທີ່ຄົງ​ຢູ່​ໄດ້​ດ້ວຍ​ຕົວ​ເອງ​ ບໍ່ຕ້ອງ​ມີ​ເງື່ອນ​ໄຂ​ປັດ​ໄຈ​ຫຍັງ​ ບໍ່​ຕ້ອງ​ອາໄສ​ສິ່ງ​ໃດ​ອື່ນ​ໆ​ ມີ​ລັກສະນະ​ກົງ​ກັນ​ຂ້າມ​ກັບ​ສັງ​ຂະຕະທຳ​ ຄື​ ບໍ່​ມີ​ການ​ເກີດ​ ບໍ່​ມີ​ການ​ດັບ​ສະຫ​ລາຍ​ ແລະ ​ເມື່ອ​ດຳ​ລົງ​ຢູ່​ ກໍ່​ບໍ່​ມີ​ການ​ປ່ຽນ​ແປງ​ປາກົດ​ ໄດ້​ແກ່​: ນິບ​ພານ​ ໄຕຣລັກສະນະທັງ 3 ປະ​ການ​ ຄື​: ອ​ະນິດ​ຈັງ​ ທຸກ​ຂັງ​ ​ອະ​ນັດ​ຕາ​ ເປັນ​ສິ່ງ​ທີ່ຊາວ​ພຸດ​ເພິ່ງລະນຶກໄດ້ ​ ຫາກ​ເກີດ​ທຸກ​ ຄື​ ຄວາມ​ທຸກ​ທີ່​ເກີດ​ຊ້ຳ​ໄປ​ຊ້ຳ​ມາ​ແລ້ວ​ ໃຫ້​ເພິ່ງ​ໃຊ້​ປັນຍາ​ເບິ່ງໃຫ້​ເຫັນ​ຊຶ່ງ​ຄວາມ​ບໍ່​ທ່ຽງ​ຂອງ​ສັບພະສິ່ງ​ເທິງ​ໂລກ​ ຄື​ ອ​ະນິດ​ຈັງ​ ຊຶ່ງ​ຈະ​ນຳ​ໄປ​ສູ່​ຄວາມ​ເຫັນ​ແຈ້ງ​ໃນ​ອະ​ນັດ​ຕາ​ ຄື​ ຄ​ວາມ​ບໍ່​ມີ​ຕົວ​ຕົນ​ທີ່​ບໍ່​ມີ​ສິ່ງ​ໃດ​ຄົງ​ຢູ່​ໄດ້​ໂດຍ​ບໍ່​ມີ​ມື້​ເສື່ອມ​ສະຫ​ລາຍ​ ຢ່າງໃດ​ກໍ່​ຕາມ​ຫຼັກ​ສັດຈະທຳໄຕຣລັກສະນະ​ພຣະ​ພຸດ​ທະ​ສາສະນາ​ ຍັງ​ເປັນ​ຫຼັກ​ທຳ​ທີ່​ກ່າວເຖິງ​ທຸກ​ສັບພະສິ່ງ​ເທິງ​ໂລກ​ໃບ​ນີ້​ ມີທັງສິ່ງທີ່​ເປັນ​ຮູບປະ​ທຳ​ ແລະ ​ນາມມະ​ທຳ​ແລ້ວແມ່ນຕົກ​ຢູ່ໃນ​ສະພາ​ວະ​ດຽວ​ກັນ​ ຄື​: ມີ​ການ​ເກີດ​ຂຶ້ນ​ ການຕັ້ງ​ຢູ່​ ແລະ​ ການ​ດັບສູນ​ ບໍ່​ມື້​ໃດ​ກໍ່ມື້​ໜຶ່ງ​ ອັນ​ເປັນ​ກົດ​ຂອງ​ທຳມະຊາດ​ທີ່​ບໍ່​ອາດ​ປະຕິເສດ​ໄດ້​ Credit: http://yarkhu.blogspot.com/2017/06/blog-post_25.html#more

ໄຕຣ​ສິກ​ຂາ​

ໄຕຣ​ສິກ​ຂາ​ hqdefault ໄຕຣ​ສິກ​ຂາ​ ແປວ່າ: ​ສິກ​ຂາ​ 3​ ໝາຍ​ເຖິງ​ ຂໍ້​ປະຕິບັດ​ທີ່​ຕ້ອງ​ສຶກ​ສາ​ 3 ຢ່າງ​ ຄື​: 1. ສິນສິກຂາ ຫລື ​ຂະບວນ​ການ​ລະບຽບ​ປະຕິບັດ ​(ວິ​ນັຍ​) ເພື່ອ​ໃຫ້​ເກີດ​ວາ​ຈາຊອບ,​ ການ​ກະທຳ​ຊອບ ​ແລະ​ ການ​ປະກອບ​ອາ​ຊີບ​ຊອບ ເປັນ​ແນວ​ທາງ​ ແລະ​ ກອບ​ທີ່​ກຳ​ກັບ​ການ​ກະທຳ​ ຫລື ​ການ​ປະກອບ​ກິດຈະກຳ​ຕ່າງ​ໆ​ ນັ້ນ​ເອງ​. 2. ສ​ະມາ​ທິສິກຂາ​ ຫລື​ ຂະບວນ​ການ​ຝຶກ​ອົບຮົມ​ຈິດ​ສຳ​ນຶກ ​ເພື່ອ​ໃຫ້​ເກີດ​ຄວາມ​ພຽນ​ຊອບ ການ​ລະ​ນຶກຊອບ ​ແລະ ​ມີ​ຈິດ​ສຳ​ນຶກ​ທີ່ຊອບ ເປັນ​ຂະບວນ​ການ​ເພື່ອ​ໃຫ້​ຈິດ​ມີ​ການ​ພັດທະນາ​ຄວາມ​ສຳ​ນຶກ​ ເພື່ອ​ຄວາມ​ສົມ​ດຸນ​ທັງ​ຈິດ ​ແລະ ​ກາຍ ເປັນ​ຂະບວນ​ການ​ເກື້ອ​ໜຸນ​ໃຫ້​ສິ່ງ​ທີ່​ຮັບ​ເຂົ້າ​ມາ​ໃນ​ຊີວິດ​ດຳ​ເນີນ​ໄປ​ດ້ວຍ​ປະ​ສິດ​ທິ​ພາບ​ສູງ​ສຸດ​. 3. ປັນຍາສິກຂາ​ ຫລື ​ຂະບວນ​ການ​ທາງ​ຄວາມ​ຮູ້​ ເປັນ​ວິທີ​ການ​ອົບຮົມ​ສຶກ​ສາ​ເພື່ອ​ໃຫ້​ເກີດ​ວິ​ຊາ​ຄວາມ​ຮູ້​ ຄວາມເຂົ້າໃຈອັນຖືກຕ້ອງ ແລະ ສົມບູນເຖິງທີ່ສຸດ ໃນສິ່ງທັງຫລາຍທັງປວງຕາມທີ່ເປັນຈິງ ​ປັນຍາ​ ຊຶ່ງ​ຈະ​ຍັງ​ຜົນ​ໃຫ້​ເກີດ​ມີ​ທັດສະ​ນະ ຄວາມ​ເຊື່ອ​ ຄ່າ​ນິຍົມ​ທີ່​ຖືກ​ຕ້ອງ​. ຂະບວນ​ການ​ ໄຕ​ຣ​ສິກ​ຂາ​ ມີ​ອົງ​ຄ໌​ປະກອບ​ຂອງ​ມັກຄ໌ 8 ປະ​ການ​ຄື: 1. ສິນ​ - ສັມ​ມາ​ທິດ​ຖິ​ - ສັມ​ມາ​ສັງ​ກັບ​ປະ​ 2. ສະ​ມາ​ທິ​ - ສັມ​ມາ​ວາ​ຈາ​ - ສັມ​ມາ​ກັມ​ມັນ​ຕະ - ສັມ​ມາ​ອາ​ຊີ​ວະ​ 3. ປັນຍາ​ - ສັມ​ມາ​ວາ​ຍາມະ​ - ສັມ​ມາສະ​ຕິ​ - ສັມ​ມາສະ​ມາ​ທິ​ Credit: http://yarkhu.blogspot.com/2017/06/blog-post_5.html#more

ໂອ​ວາດ​ປາຕິໂມກ

ໂອ​ວາດ​ປາຕິໂມກ 1211945925 ໂອວາດປາຕິໂມກ ເປັນ​ຫຼັກ​ຄຳ​ສອນ​ທີ່​ເປັນ​ຫົວ​ໃຈ​ຂອງ​ພຣະ​ພຸດ​ທະ​ສາສະນາ ​ທີ່​ພຣະ​ພຸດ​ທະ​ອົງໄດ້ປະທານແກ່ທີ່ປະຊຸມພຣະພິກຂຸສົງຄ໌ 1,250 ອົງຄ໌ ທີ່ມາປະຊຸມກັນໂດຍບໍ່ໄດ້ນັດຫມາຍ ທີ່ ວັດເວຣຸວັນມະຫາວິຫານ ໃນວັນເພັງ ເດືອນ 3 (ວັນມາຄະບູຊາ) ​ໂອວາດປາຕິໂມກທີ່ຊົງສະແດງໃນວັນນັ້ນ ຖືເປັນຫລັກທັມຄໍາສັ່ງສອນທີ່ສໍາຄັນ ຫລື ເປັນ​ຫຼັກ​ຄຳ​ສອນ​ທີ່​ເປັນ​ຫົວ​ໃຈ​ຂອງ​ພຣະ​ພຸດ​ທ​ສາສະນາ ຫລັກທັມດັ່ງກ່າວ ແບ່ງ​ເປັນ​ 3 ສ່ວນ​ ຄື:​ ຫຼັກ​ທຳ​ 3 ອຸດົມ​ການ​​ 4 ແລະ​ ວິທີ​ການ​ 6. ຫຼັກ​ການ​ 3 ໄດ້​ແກ່:​ 1. ສັບ​ພະ​ປາ​ປັດ​ສະ​ ອະ​ກະ​ຣະ​ນັງ​ = ການບໍ່​ເຮັດ​ຄວາມ​ຊົ່ວ​ທັງປວງ​ ( not to do any evil) 2. ກຸ​ສະ​ລັດ​ສູ​ປະ​ສັມ​ປະ​ທາ​ = ການເຮັດ​ແຕ່​ຄວາມ​ດີ​ (to do good; to cultivate good) 3. ສະ​ຈິດ​ຕະ​ປະ​ຣິ​ໂຍທະ​ປະ​ນັງ​ = ການເຮັດ​ຈິດ​ຂອງ​ຕົນ​ໃຫ້​ຜ່ອງໃສ ​ (to purify the mind) ອຸດົມ​ການ​​ 4 ໄດ້​ແກ່​: 1. ຄວາມ​ອົດ​ທົນ​ ຄື ​ການ​ອົດ​ກັ້ນ​ ເມື່ອປະສົບກັບສິ່ງທີ່ບໍ່ຊອບໃຈ 2. ຄວາມ​ບໍ່​ບຽດ​ບຽນ​ ຄື​ ການ​ງົດ​ເວັ້ນ​ຈາກ​ການທຳຮ້າຍ​ ລົບກວນ ຫລື ບັງ​ບຽນ​ຜູ້​ອື່ນ​ 3. ຄວາມ​ສະຫງົບ​ ຄື​ ປະຕິບັດ​ຕົນ​ໃຫ້​ສະຫງົບ​​ທາງ​ກາຍ​ ວາ​ຈາ​ ແລະ ​ໃຈ​ 4. ນິບ​ພານ​ ຄື​ ການ​ດັບ​ທຸກ​ທີ່​ເປັນ​ເປົ້າ​ໝາຍ​ສູງ​ສຸດ​ໃນ​ພຸດ​ທະ​ສາສະນາ​ ຊຶ່ງ​ຈະ​ເກີດ​ຂຶ້ນ​ໄດ້​ກໍ​ຕໍ່​ເມື່ອ​ດຳ​ເນີນ​ຊີວິດ​ຕາມ​ມັກ​ມີ​ອົງ​ຄ໌​ແປດ​ ວິທີ​ການ​ 6 ໄດ້​ແກ່​: 1. ການບໍ່​ວ່າ​ຮ້າຍ​ ຄື​ ບໍ່​ກ່າວ​ໃຫ້​ຮ້າຍ​ຜູ້ອື່ນ 2. ການບໍ່​ທຳ​ຮ້າຍ​ ຄື​ ບໍ່​ບຽດ​ບຽນ​ຜູ້​ອື່ນ​ 3. ຄວາມສັງລວມ​ໃນ​ປາ​ຕິ​ໂມກ​ຂ໌​ (ຮັກສາຄວາມປະພຶດໃຫ້ໜ້າເຫຼື້ອມໃສ) 4. ຄວາມເປັນຜູ້ຮູ້ຈັກປະມານໃນອາຫານ (ເສບປັຈຈັຍສີ່ຢ່າງຮູ້ປະມານພໍພຽງ) 5. ທີ່ນັ່ງນອນອັນ​ສະຫງັດ (ສັນໂດດບໍ່ຄຸກຄີດ້ວຍໝູ່ຄະນະ) 6. ຝຶກ​ຫັດ​ຈິດ​ໃຈ​ໃຫ້​ສະຫງົບ​ ຄື ​ການ​ຝຶກ​ຈິດ​ ໝັ່ນ​ທຳ​ສ​ະມາ​ທິ​ພາວະ​ນາ​. Credit:http://yarkhu.blogspot.com/2017/06/blog-post_54.html

ທິບພະມົນ

ບົດເທດທິບພະມົນ ktt19_1ducphat1kienthuc_qzbd ນະໂມ ຕັດສັດຖູ ຣະຕະນັດຕະຍັດສະ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ທັນຍະທາຣາ ທະນັນຊະຍັດສະ ຄະເຣ ປະວັດສັນຕຸ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາຈະ ໂກຈິ ອຸປັດທະໂວ ຍະຖາ ການຈະນາມິ ອຸກຄະຕັດສະ ຄະເຣ ປະວັດສັນຕຸ ມາ ຂະໂຍ ມາວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ການຈະນະຄິຣິສັງກາໂສ ຊະຕິລັດສະ ຄະເຣ ອຸປັດຊະຕິ ມາຂະໂຍ ມາ ວະໂຍ ຕຸຍຫັງ ມາຈະ ໂກຈິ ອຸບັດທະໂວ ຍະຖາ ກະຫາປະນານິ ມັນທາຕຸຣາຊິໂນ ຄະເຣ ປະວັດສັນຕຸ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸບັດທະໂວ ຍະຖາ ສັບພະທະນານິ ປຸນນະກັດສະ ຄະເຣ ປະວັດສັນຕຸ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸບັດທະໂວ ຍະຖາ ສັດຕະຣະຕະນະວັດສານິ ເວດສັນຕະຣັດສະ ຄະເຣ ປະວັດສັນຕູຕິ. ໂພ ສາທະໂວ ດູຣາສັບປຸຣິສະທັງຫຼາຍ ໂກຈິບັດທະໂວ ອັນວ່າຄວາມກັງວົນອົນຕາຍ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບັງເກິດມີແກ່ທ່ານເຖີ້ນ ໂກຈິ ປະຣິໂພໂຄ ອັນວ່າເຂົ້າຂອງເຄຶ່ອງບໍຣິໂພກ ອັນໃດອັນໜຶ່ງກໍດີ ມາ ຂະໂຍ ມາ ວະໂຍ ກໍຢ່າໄດ້ສ້ຽງໄປເໝິດໄປແກ່ທ່ານເຖີ້ນ ທັນຍະທາຣາ ອັນວ່າຖ່ອງແຖວເຂົ້າເປຶອກທັງຫຼາຍກໍຕົກລົງມາ ຄະເຣ ໃນເຮຶອນແຫ່ງທະນັນໄຊຍະເສດຖີແລ ມີດ້ວຍປະການສັນໃດ ອັນວ່າຖ່ອງແຖວເຂົ້າປຶອກທັງຫຼາຍ ກໍຈົ່ງໃຫ້ຕົກລົງມາ ຄະເຣ ໃນຢ້າວເຮຶອນແຫ່ງທ່ານ ກໍມີດ້ວຍປະການສັນນັ້ນເຖີນ ກ່າວຄືວ່າ ຄວາມສ້ຽງໄປເໝິດໄປແຫ່ງວັດຖຸເຂົ້າຂອງເຄຶ່ອງບໍຣິໂພກກໍດີແລ ຄວາມກັງວົນອົນຕາຍອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບັງເກິດມີແກ່ທ່ານເຖີ້ນ ອີກປະການໜຶ່ງ ໂກຈິ ປະຣິໂພໂຄ ອັນວ່າເຂົ້າຂອງກອງແກ້ວ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບົກໄດ້ແຫ້ງໄປແກ່ທ່ານເຖີ້ນ ການຈະນານິ ອັນວ່າເງິນແລຄໍາທັງຫຼາຍ ກໍຕົກລົງມາ ຄະເຣ ໃນເຮືອນແຫ່ງຈຸກຄະຕະເສດຖິ ແລມີອຸປະມາສັນໃດ ອັນວ່າເງິນແລຄໍາທັງຫລາຍ ກໍຈົ່ງຫລັ່ງໄຫລລົງມາ ຄະເຣໃນຢ້າວເຮືອນແຫ່ງທ່ານ ກໍມີອຸປະມາສັນນັ້ນເຖີ້ນ ໂກຈິ ອຸບັດທະໂວ ອັນວ່າອຸບັດທະວະເຫດຮ້າຍອົນຕາຍ ອັນໃດອັນໝຶ່ງກໍດີ ກໍຢ່າໄດ້ບັງເກິດມີແກ່ທ່ານທັງຫລາຍເຖີ້ນ ອັນໝຶ່ງ ໂກຈິ ປະຣິໂພໂຄ ອັນວ່າວັດຖຸເຂົ້າຂອງເຄຶ່ອງບໍລິໂພກ ທີ່ໄດ້ເສຍສະຫລະວາງໄປໃຫ້ເປັນທານແລ້ວອັນໃດອັນໝຶ່ງກໍດີ ກໍຢ່າໄດ້ບົກໄດ້ແຫ່ງໄປແກ່ທ່ານເຖີ້ນ ການຈະນະຄິຣີສັງກາໂສ ອັນວ່າດອຍຄໍາອັນສູງໄດ້ແປດສອກ ກໍເກີດມີມາໃນກໍ້າຫລັງເຮືອມແຫ່ງຊະດິນເສດຖີ ແລມີດ້ວຍປະການສັນໃດ ອັນວ່າເງິນແລຄໍາອັນເປັນພູດອຍ ກໍຈົ່ງບັງເກິດມີແກ່ທ່ານທັງຫລາຍດ້ວຍປະການສັນນັ້ນເຖີ້ນ ອັນວ່າອຸປັດທະວະອົນຕາຍ ອັນໃດອັນໝຶ່ງກໍດີ ກໍຢ່າໄດ້ເກິດມີແກ່ທ່ານເຖີ້ນ ອີກປະການໝຶ່ງ ອັນວ່າວັດຖຸເຂົ້າຂອງເຄຶ່ອງບໍຣິໂພກ ອັນໄດ້ໃຫ້ທານໄປແລ້ວ ກ່າວຄືວ່າເງິນແລຄໍາ ແກ້ວແຫວນ ເສື້ອຜ້າອາພອນອັນໃດອັນໝຶ່ງກໍດີ ກໍຢ່າໄດ້ ສ້ຽງໄປເໝິດກໍຂ້າແລກະຫາປະນານິ ອັນວ່າກະຫາປະນະຄືວ່າເງິນຄໍາແກ້ວແຫວນທັງຫລເຍ ກໍຕົກລົງມາ ຄະເລ ໃນຢ້າວເຮືອນຫໍໂຮງແຫ່ງພຣະຍາມັນທາຕຸຣາດ ດ້ວຍປະການສັນໃດ ອັນວ່າເຂົ້າຂອງກອງແກ້ວແລະເງິນຄໍາທັງຫລາຍ ຈົ່ງຕົກລົງມາ ຄະເຣ ໃນຢ້າວເຮືອນແຫ່ງທ່ານທັງຫລາຍດ້ວຍປະການສັນນັ້ນເຖີ້ນ ສ່ວນອັນວ່າຄໍາກັງວົນອົນຕາຍ ເຍື່ອງໃດເຍື່ອງໝຶ່ງກໍດີກໍຢ່າບັງເກິດມີແກ່ທ່ານ ພ້ອມທັງເຂົ້າຂອງເຄື່ອງບໍຣິໂພກ ອັນໃດອັນໝຶ່້ງກໍດີ ກໍຢ່າໄດ້ ສ້ຽງໄປເໝິດໄປແກ່ທ່ານເຖີ້ນ ສັບພະທະນານິ ອັນວ່າຊັບສົມບັດເຂົ້າຂອງທັງມວນ ອັນຕົກລົງມາ ຄະເຣ ໃນເຮືອນແຫ່ງປຸນນະກະເສດຖີ ແລມີດ້ວຍປະການສັນໃດ ອັນວ່າຊັບສົມບັດເຂົ້າຂອງເຫລົ່ານັ້ນ ກໍຈົ່ງຕົກລົງມາ ຄະເຣ ໃນຢ້າວເຮືອນຂອງທ່ານດ້ວຍປະການສັນນັ້ນເຖີ້ນ ກັບທັງຄວາມກັງວົນອົນຕາຍທັງຫລາຍເປັນຕົ້ນວ່າ ຄວາມບໍ່ສໍາບາຍເດືອດເນື້ອຮ້ອນໃຈ ເຈັບໄຂ ທຸກໂສກໄໝ້ໝອງໃຈ ແລະ ຮ້ອງໄຫ້ຕ່າງໆກໍຢ່າໄດ້ບັງເກິດມີແກ່ທ່ານເຖີ້ນ ອີກປະການໜຶ່ງ ອັນວ່າເຂົ້າຂອງເຄຶ່ອງບໍຣິໂພກ ອັນໃດອັນໜຶ່ງກໍດີ ຄືວ່າເງິນຄໍາແກ້ວແຫວນ ເສື້ອຜ້າອາພອນ ແລະ ເຂົ້ານໍ້າໂພຊະນະອາຫານກໍຢ່າໄດ້ສ້ຽງ ໄດ້ເໝິດໄປແກ່ທ່ານແລ ສັດຕະຣະຕະນະວັດສານິອັນວ່າຫ່າຝົນແກ້ວເຈັດປະການ ອັນຕົກລົງມາ ໃນຂ່ວງຄຸ້ມຜາສາດຣາຊວັງຫຼວງ ແຫ່ງພຣະຍາເວດສັນດອນ ປາງເມື່ອເປັນຣັດສີຕົນສິກໃໝ່ ສະເດັດຈາກປ່າໄມ້ເຂົ້າມາເມືອງວັນນັ້ນ ກໍມີດ້ວຍປະການສັນໃດ ອັນວ່າຫ່າຝົນແກ້ວເຈັດປະການຄື: ວ່າແກ້ວປັດທະມະຣາດເຫຼື້ອມເຫຼືອຕາ ແກ້ວພິລາງາມພົ້ນພຸ່ງ ແກ້ວປະພານມີແສງເຮຶອງຮຸ່ງ ແກ້ວມະນີພຸ່ງຣັສມີ ແກ້ວພິທູນມີຄ່າມາກ ແກ້ວວະຊິຣະຫຼາກອາພາ ແກ້ວມຸກດາງາມຊ້ອຍໂຊດ ເຊິນຄໍາໂສກເຫຼຶອຫຼາຍ ກໍຈົ່ງຕົກລົງມາຢາຍຢັ່ງຢາດເດັຍຣະດາດເຕັມບ້ານເຕັມເຮືອນ ຂອງທ່ານເຈົ້າມູລສັດທາອັນມີເຈົ້າເຮຶອນເປັນເຄົ້າ ກັບທັງຂໍຢ່າໃຫ້ພວກທ່ານໂສກເສົ້າ ທຸກຍາກໄຮ້ເຂັນໃຈສັງສັກເທຶ່ອກໍຂ້າເຖີ້ ເທສນາປະຣິໂຍສາເນ ໃນເມຶ່ອແລ້ວຣົສທັມມະເທສນາ ຂໍໃຫ້ເຈົ້າມູລສັດທາທັງຫຼາຍ ຈົ່ງໄດ້ດັ່ງຄໍາມັກ ຄໍາປາຖະນາສົມດັ່ງກ່າວມາແລ້ວ ແຕ່ຫົນຫຼັງນິດຖິຕັງ ກໍສະເດັດບໍຣະບວນຄວນແລ້ວທໍ່ນີ້ກ່ອນແລນິດຖິຕາ. Credit: http://yarkhu.blogspot.com/2018/12/blog-post_1.html

ສະຫະຊາດທັງ 7

08 ສະຫະຊາດ ໝາຍເຖິງ ຄົນເກີດຮ່ວມຊາດທີເປັນສະຫາຍກັນ, ພຣະໂພທິສັດ ເກີດຈະມີຄົນສະຫາຍເກີດຮ່ວມຊາດ, ໃນວັນປະສູດຂອງພຣະມະຫາບູຣຸດນັ້ນ ມິສະຫະຊາດມຸງຄຸນ ບັງເກີດຮ່ວມກັບພຣະຮາຊະກຸມານ ເອີ້ນວ່າ: ສະຫະຊາດທັງ 7 ຄື: 1. ພຣະນາງຍະໂສທະຣາ (ໄດ້ພຣະຊາຍາ). 2. ພຣະອານົນເຖຣ (ໄດ້ເປັນພຣະອຸປະຖາກ). 3. ສັນນະອຳມາດ. 4. ກາລຸທາຍີອຳມາດ. 5. ກັນທະອັສວະຣາຊ ມ້າຊົງສໍາລັບພຣະອົງ. 6. ຕົ້ນສີມະຫາໂພທິບັນລັງທີ່ປະທັບຕອນຕັສຮູ້. 7. ຂຸມຊັບທັງ 4.

ພຸດທະປະຫວັດ

▂▃▅▇█▓▒░۞ເລື່ອງ: ພຸດທະປະຫວັດ “ສະບັບຫຍໍ້”۞░▒▓█▇▅▃▂ maxresdefault ●▬▬▬▬๑۩۩๑▬▬▬▬▬● 1. ປະຫວັດພຣະພຸດທະເຈົ້າ: ພຣະນາມເດີມ ໂຄຕວົງ ແລະ ບ້ານເກີດ. ພະ​ພຸດ​ທ​ເຈົ້າ​ມີ​ພະນາມ​ເດີມ​ວ່າ​ "ສິດ​ທັດ​ຖະ​" ໝາຍ​ເຖິງ​ ຜູ້​ທີ່​ສຳ​ເລັດ​ຄວາມ​ມຸ້ງ​ໝາຍ​ແລ້ວ​ ຫລື ​ຜູ້​ປາດຖະຫນາ​ສິ່ງ​ໃດ​ ຄວນ​ໄດ້​ສິ່ງ​ນັ້ນ​ ເ​ປັ​ນພະ​ຣາຊະໂອລົດ​ຂອງ ​ພະ​ເຈົ້າ​ສຸດ​ໂທທະ​ນະ​ ກະສັດ​ຜູ້​ຄອງ​ກຸງ​ກະ​ບິນ​ດະພັດ​​ ແຄວ້ນ​ສັກ​ກະ​ ຊຶ່ງ​ປະຈຸບັນ​ຕັ້ງ​ຢູ່​ທາງ​ພາກ​ໃຕ້​ຂອງ​ປະເທດ​ເນ​ປານ​ ພະ​ຣາຊະມານດາ ​ຊົງ​ພະນາມ​ວ່າ​ "ພະ​ນາງ​ສິ​ຣິ​ມະຫາ​ມາ​ຍາ​" ຊຶ່ງ​ເປັນ​ພະ​ຣາຊະທິດາ​ຂອງ​ກະສັດ​ຣາຊະ​ສະ​ກຸນ​ໂກ​ລິຍ​ະວົງ​ແຫ່ງ​ກຸງ​ເທວະທະຫະ​ ແຄວ້ນ​ໂກ​ລິ​ຍະ​. 2. ປະຫວັດພຣະພຸດທະເຈົ້າ: ວັນປະສູຕ. 08 ●▬▬▬▬๑۩۩๑▬▬▬▬▬● ເຈົ້າຊາຍສິດທັດຖະຣາຊະກຸມມາຣ ປະສູຕ ເມື່ອ ວັນເພັງ ເດືອນ 6 ກ່ອນ ພ.ສ 80 ປີ ທີ່ສວນອຸທະຍານ ສວນລຸມພິນີວັນ ພາຍໄຕ້ກ້ອງຮົ່ມໄມ້ຮັງ ລະຫວ່າງເມືອງກະບິລະພັດ ກັບ ເມືອງເທວະທະຫະຊາຍແດນຕິດຕໍ່ກັນ (ປະຈຸບັນ​ຄື​ ເມືອງ ຣຸມ​ມິນ​ເດ​ ປະເທດ​ເນ​ປານ​). ຊົງ​ດໍາເນີນ​ດ້ວຍ​ພະ​ບາດ​ 7 ກ້າວ​ ແລະ ມີດ​ອກບົວເກີດຂື້ນເພື່ອຮອງ​ຮັບພຣະບາດ​ ພ້ອມ​ເປ່ງ​ພະ​ວາ​ຈາ​ວ່າ:​ "ເຮົາ​ເປັນ​ເລີດ​ທີ່ສຸດ​ໃນ​ໂລກ​ ປະ​ເສີດ​ທີ່ສຸດ​ໃນ​ໂລກ​ ການ​ເກີດ​ເທື່ອ​ນີ້​ ເ​ປັ​ນ​ເທື່ອ​ສຸດ​ທ້າຍ​ຂອງ​ເຮົາ​" 07 ●▬▬▬▬๑۩۩๑▬▬▬▬▬● ໄດ້​ມີພຣາມທັງ​ 8 ໄດ້​ທຳນາຍ​ວ່າ:​ ເຈົ້າ​ຊາຍ​ສິດ​ທັດ​ຖະ​ມີ​ລັກສະນະ​ເປັນ​ມະຫາ​ບຸ​ຣຸສ​ ຄື​ ຖ້າດໍາລົງຕົນຢູ່ໃນຄອງຄາຣະວາດ​ຈະ​ໄດ້​ເປັນ​ຈັກກະພັດ​ ຖ້າ​ອອກ​ບວດ​ຈະ​ໄດ້​ເປັນ​ສາສະດາ​ເອກ​ຂອງ​ໂລກ​ ແຕ່​ໂກນ​ຖັນຍະ​ພຣາ​ມ​ຜູ້​ມີອາ​ຍຸ​ນ້ອຍ​ທີ່ສຸດ​ ໃນ​ຈຳນວນ​ນັ້ນ​ຢືນຢັນ​ໜັກ​ແໜ້ນ​ວ່າ:​ ພະ​ຣາຊະ​ກຸມ​ມານ​ສິດ​ທັດ​ຖະ​ຈະ​ສະເດັດ​ອອກ​ບວດ​ ແລະ ​ຈະ​ໄດ້​ຕັສ​ສະຮູ້​ເປັນ​ພະ​ພຸດ​ທະ​ເຈົ້າຢ່າງ​ແນ່ນອນ. 10 ●▬▬▬▬๑۩۩๑▬▬▬▬▬● ຫຼັງຈາກທີ່​ປະສູດ​ໄດ້​ 7 ວັນ​ ພະ​ນາງ​ສິ​ຣິ​ມະຫາ​ມາ​ຍາກໍໄດ້​ສິ້ນ​ພະຊົນ​ ຈຶ່ງ​ຊົງ​ຢູ່ໃນຄວາມເບິ່ງ​ແຍງ​ຂອງ​ພະ​ນາງ​ປະ​ຊາບໍ​ດີ​ໂຄຕະ​ມີ​ ເປັນ​ພະ​ລາຊະທິດາ​ຂອງພຣະເຈົ້າອັນຊະນາທິປະຣາຊ ແຫ່ງ​ກຸງ​ເທວະທະ​ຫະ​ ແຄວ້ນ​ໂກ​ລິ​ຍະ​ ແລະ ​ເປັນ​ນ້ອງ​ສາວ​ຂອງ​ພຣະນາງສີຣິມະຫາມາຍາ. 3. ປະຫວັດພຣະພຸດທະເຈົ້າ: ສຳເລັດວິຊາຄວາມຮູ້ທາງໂລກ. 14 ●▬▬▬▬๑۩۩๑▬▬▬▬▬● ເຈົ້າຊາຍສິທັດຖະຣາຊະກຸມາຣ ເປັນມະຫາບຸຣຸສທີ່ປະເສີດ ມີຄວາມປະເສີດຢູ່ກັບພຣະອົງມາກ່ອນແລ້ວ ແລະ ຄວາມຮູ້ຂອງພະອົງກໍ່ປະເສີດກວ່າຄົນອື່ນທັງປວງ ພຣະອົງຄ໌ ຊົງມີພຣະອາຈາຣຍ໌ຫຼາຍທ່ານ ແລະ ພຣະອາຈາຣຍ໌ ທີ່ຮັບຜິດຊອບປະຈຳພຣະອົງຄ໌ນັ້ນ ຊື່ວ່າ: ພຣະອາຈາຣຍ໌ວິສະວາມິຕ ພຣະອົງຄ໌ຈົບວິຊາກາຣຕ່າງໆ ຕັ້ງແຕ່ອາຍຸ 16 ພັນສາ (ປີ) ເຊິ່ງຍາກຈະຫາບຸຄຄົລໃດສະເຫມີເໝືອນ ພຣະອາຈາຣຍ໌ຂອງພຣະອົງຄ໌ທຸກຄົນ ກໍຍອມຮັບວ່າພຣະອົງຄ໌ ເປັນເລີດກວ່າພຣະອາຈາຣຍ໌ແຕ່ລະຄົນ, ໃນໄລຍະ 16 ພຣະພັນສານັ້ນ ພຣະອົງຄ໌ສຳເລັດ ວິຊາການທາງໂລກ 18 ສາດ ໃນ​ສຳ​ນັກ​ຄູ​ວິສາ​ວາ​ມິດ ​ໃນນັ້ນລວມທັງຄໍາພີໄຕເວທ ຫຼື ໄຕຣເພທອັນເປັນຄໍາພີຂອງສາສນາ ພຣາມດ້ວຍ. 4. ປະຫວັດພຣະພຸດທະເຈົ້າ: ຊີວິດໃນໄວເດັກ a10 ●▬▬▬▬๑۩۩๑▬▬▬▬▬● ພະຜູ້ເປັນ​ພໍ່​ບໍ່​ປະສົງ​ຈະໃຫ້​ເຈົ້າ​ຊາຍ​ສິດ​ທັດ​ຖະ​ອອກບວດ​ ຈຶ່ງ​ພະຍາຍາມ​ໃຫ້​ເຈົ້າຊາຍສິດ​ທັດ​ຖະ​ພົບເຫັນ​ແຕ່​ຄວາມ​ສຸກ​ທາງ​ໂລກ​ ເຊັ່ນ:​ ສ້າງ​ຜາ​ສາດ​ 3 ລະດູ​ ແລະ ​ເມື່ອ​ອາ​ຍຸ​ ເມື່ອພຣະຊົນອາຍຸໄດ້ 16 ພັນສາແລ້ວ ພຣະບິດາ ພຣະມາຣດາ ແລະ ພຣະຍາຕວົງໄດ້ເລືອກຄູ່ຄອງໃຫ້ພຣະອົງຄ໌ ໄດ້ອະພິເສກສົມຣົສ ກັບ ພະນາງຍະໂສທະຣາ (ພິມພາ) ຜູ້​ເປັນ​ພະ​ທິ​ດາ​ຂອງ​ພະ​ເຈົ້າ​ກຸງ​ເທວະທະ​ຫະ ​ຊຶ່ງ​ເປັນ​ພະ​ຍາດ​ຝ່າຍ​ພະ​ມານດາ ເມື່ອ​ມີ​ພະ​ຊົນ​ອາຍຸໄດ້ 29 ປີ​ ພະ​ນາງ​ພິມ​ພາ​ກໍ​ໃຫ້​ປະສູດ​ ຣາ​ຫຸນຣາຊະກຸມມາຣ​ (ບ່ວງ​) 5. ປະຫວັດພຣະພຸດທະເຈົ້າ: ສະເດັດອອກບວດ e0b8abe0b899e0b8b5e0b8ade0b8ade0b881e0b888e0b8b2e0b881e0b8a7e0b8b1e0b887 ●▬▬▬▬๑۩۩๑▬▬▬▬▬● ມື້​ໜຶ່ງ ​ເຈົ້າ​ຊາຍ​ສິດ​ທັດ​ຖະ​ ຈຶ່ງ​ຊວນ​ສານ​ຖີ​ຊົງ​ລົດ​ມ້າບ​ະ​ພາດ​ອຸທິຍານ​ເທື່ອ​ນັ້ນ ​ໄດ້​ທອດ​ພະ​ເນດ​ເຫັນ​ຄົນ​ແກ່​, ຄົນ​ເຈັບ,​ ຄົນ​ຕາຍ​ ແລະ​ ນັກ​ບວດ​ ເອີ້ນວ່າ: ເທວະ​ທູດທັງ 4​ (ທູດ​ສະຫວັນ​) ທີ່​ແປງ​ກາຍ​ມາ​ ພະອົງ​ຈຶ່ງ​ຊົງ​ຄິດ​ໄດ້​ວ່າ​ ນີ້ເປັນ​ທຳມະດາ​ຂອງ​ໂລກ​ ຊີວິດ​ຂອງ​ທຸກ​ຄົນ​ຕ້ອງ​ຕົກ​ຢູ່ໃນ​ສະພາບ​ເຊັ່ນ​ນັ້ນ​ ບໍ່​ມີ​ໃຜ​ສາມາດ​ຫຼີກ​ລ້ຽງຄວາມ​ເກີດ​, ແກ່​, ເຈັບ,​ ຕາຍ​ໄດ້​ ຈຶ່ງ​ຊົງ​ເຫັນ​ວ່າ ​ຄວາມ​ສຸກ​ທາງ​ໂລກ​ເປັນພຽງ​ພາບ​ມາ​ຍາ​ເທົ່າ​ນັ້ນ​ ແລະ ​ວິທີ​ທີ່​ຈະ​ພົ້ນ​ຈາກ​ຄວາມ​ທຸກ​ ຄື ​ຕ້ອງ​ຄອງ​ເຮືອນ​ເປັນ​ສະມະ​ນະ​ ດັ່ງ​ນັ້ນ ​ພະອົງ​ຈຶ່ງ​ໃຄຣ່​ຈະ​ສະເດັດ​ອອກ​ບັນພະຊາ​ (ອອກບວດ) ໃນ​ຂະນະ​ທີ່​ມີ​ພະຊົນອາຍຸໄດ້​ 29 ພັນ​ສາ​. 16 ●▬▬▬▬๑۩۩๑▬▬▬▬▬● ຄັ້ງ​ນັ້ນ, ​ພະອົງ​ຈຶ່ງສະເດັດອອກຈາກພຣະຣາຊະວັງ ອອກຊົງຜະນວຊ ​ໄປ​ພ້ອມ​ກັບນາຍ​ສັນນະ​ ສາຣະ​ຖີ​ ຊຶ່ງ​ຕຽມ​ມ້າ​ພະ​ທີ່​ນັ່ງ​ ນາມ​ວ່າ: ​ມ້າກັນ​ຖະ​ກະ​ ເດີນທາງ​ໄປ​ຍັງ​ແມ່ນ້ຳ​ອະ​ໂນ​ມານ​ທີ​ ກ່ອນ​ຈະ​ປະ​ທັບ​ນັ່ງ​ເທິງ​ກອງ​ຊາຍ​ ຊົງ​ຕັດ​ພະ​ເມົາ​ລີ (ຜົມທີ່ມີຈຸກ) ​ດ້ວຍ​ພະ​ຂັນ​​ ແລະ ​ປ່ຽນ​ຊຸດ​ຜ້າ​ກາ​ສາວະ​ພັດ​ (ຜ້າ​ຍ້ອມ​ດ້ວຍ​ຣົສ​ຝາດ​ແຫ່ງ​ຕົ້ນ​ໄມ້​) ແລະ ​ໃຫ້​ນາຍ​ສັນນະ​ ນຳ​ເຄື່ອງ​ຊົງ​ກັບ​ພະ​ນະຄອນ​ ດ້ວຍອະທິຖານຕົນບວດ ເພື່ອສະແຫວງຫາໂມກຂະທັມ (ທາງພົ້ນທຸກ) ສືບຕໍ່ໄປ. 21 ●▬▬▬▬๑۩۩๑▬▬▬▬▬● 6. ປະຫວັດພຣະພຸດທະເຈົ້າ: ທົດລອງວິຊາຄວາມຮູ້ຕ່າງໆ. 23 ●▬▬▬▬๑۩۩๑▬▬▬▬▬● ພຣະສິດທັດຖະຣາຊະກຸມມາຣ ພາຍຫຼັງທີ່ໄດ້ອະທິຖານຜະນວຊແລ້ວ ພຣະອົງກໍໄດ້ໄປຮໍ່າຮຽນນໍາພຣະຣືສີມີຊື່ວ່າ: ອາຣະຣາດາບົສ ກາລາມະໂຄຕ ແລະ ອຸທະກະດາບົສ ຣາມະບຸຕ ຈົນຈົບວິຊາໄຕຣເພທ (ເວທຍ໌) ຂອງສາສນາພຣາມ ຈົນໄດ້ຍານສະມາບັຕ ອັນເປັນຄວາມຮູ້ສຸດຍອດຂອງສາສນາພຣາມແລ້ວ ພຣະອົງຄ໌ຊົງມາພິຈາຣະນາວ່າ ຄວາມຮູ້ນີ້ຍັງບໍ່ທັນ ເປັນສິ່ງທີ່ພົ້ນທຸກຂ໌ໄດ້ ຈຶ່ງປ່ຽນວິທີການໃໝ່ ຈຶ່ງໄດ້ທຳການເດີນທາງມຸ້ງໜ້າໄປເຖິງ ແມ່ນໍ້າ ເນຣັນຊະຣາ ບ້ານ ອຸຣຸເວຣາເສນານິຄົມ ຕາແສງ ອຸຣຸເວຣາເສນານິຄົມ (ລັດພິຫານ ແຂວງ ຄະຍາ ປະເທດອິນເດຍ) ຈຶ່ງເລີ່ມຄົ້ນຄວ້າ ແລະ ສຶກສາທັມດ້ວຍຕົນເອງ ຈົນເຖິງ ເດືອນ 6 ເພັງ. 7. ປະຫວັດພຣະພຸດທະເຈົ້າ: ຄົ້ນພົບສັຈຈະທັມ (ບັລລຸທັມ). 31 ●▬▬▬▬๑۩۩๑▬▬▬▬▬● ພຣະມະຫາບຸຣຸສ ເມື່ອພຣະອົງຄ໌ຕັ້ງພຣະທັຍບໍາເພັງພຽນແລ້ວ ພຣະອົງຄ໌ກໍ່ໄດ້ທໍາຈິຕຂອງຕົນ ໃຫ້ສະອາດດີແລ້ວ ທໍາຄວາມປາຖະນາໃຫ້ເຖິງພ້ອມ ຈົນມາເຖິງ ວັນ ເພັງ ເດືອນ 6 ຫຼັງຈາກພຣະອົງຄ໌ຮັບ ເຂົ້າມະທຸປາຍາດ ພ້ອມຖາດທອງຄຳ ຈາກນາງສຸຊາດາ ແລ້ວ ຫຼັງຈາກທີ່ພຣະອົງສັນເຂົ້າມະທຸປາຍາດສໍາເລັດແລ້ວ ກໍ່ໄດ້ເອົາຖາດທອງຄຳນັ້ນ ລົງໄປທີ່ແຄມແມ່ນໍ້າ ເນຣັນຊະຣາ ພຣະອົງຄ໌ກໍ່ໄດ້ໄຫຼຖາດທອງຄຳລົງສູ່ແມ່ນໍ້າ ຫລັງຈາກນັ້ນ ພຣະອົງກໍ່ໄດ້ຕັ້ງຈິດອະທິດຖານວ່າ: ຫາກພຣະອົງຄ໌ຈະຕັສຮູ້ໃນຄໍ່າຄືນວັນນີ້ ຂໍໃຫ້ຖາດຄຳນີ້ ຂໍຈົ່ງລອຍຂຶ້ນທວນກະແສນໍ້າ ແລະ ແລ້ວຖາດນັ້ນກໍລອຍທວນກະແສນໍ້າຂຶ້ນໄປດັ່ງຄວາມປາຖນາ ຕາມຄວາມປະສົງຂອງພຣະອົງຄ໌ ແລະ ມີຄວາມຕັ້ງໃຈວ່າ: ຈະປະຕິບັຕຕົນຈົນສຳເລັດທັມໃນຄໍ່າຄືນນີ້ ຫຼັງຈາກນັ້ນ ພຣະອົງຄ໌ກໍໄດ້ຮັບການຖວາຍຫຍ້າຄາ 8 ກຳຈາກໂສຕຖີຍະພຣາມ ພຣະອົງຄ໌ກໍໄດ້ເອົາຫ້ຍາຄານັ້ນ ມາປູລວດເປັນບັນລັງ ໃນຮົ່ມຕົ້ນໄມ້ປ່າແປ້ງ (ຕົ້ນໂພທິ) ແຄມ ນໍ້າແມ່ ເນຣັນຊະຣາ (ເອີ້ນວ່າ: ພຸທທະຄະຍາ). ຄັ້ງນັ້ນ, ​ພະອົງ​ຊົງ​ປະ​ທັບ​ນັ່ງ​ຂັດ​ສ​ມາ​ທິ​ ໃຕ້​ຕົ້ນ​ພະ​ສະຣີ​ມະຫາ​ໂພ​ທິ​ ທີ່​ ອຸ​ຣຸ​ເວລາ​ເສ​ນາ​ນິຄົ​ມ​ ເມືອງ​ພາ​ຣານ​ສີ​ ຫັນ​ໜ້າ​ໄປ​ທາງ​ທິດ​ຕະເວັນ​ອອກ​ ແລະ ​ຕັ້ງ​ຈິດ​ອະທິຖານ​ດ້ວຍ​ຄວາມ​ແນ່ວ​ແນ່​ວ່າ: “ເມື່ອໃດ​ທີ່​ຍັງ​ບໍ່​ບັນ​ລຸ​ສັມ​ມາ​ສັມ​ໂພ​ທິ​ຍານ​ ກໍ​ຈະ​ບໍ່​ລຸກ​ຂຶ້ນ​ຈາກ​ສ​ະມາ​ທິ​ບັນລັງ​” ຈົນ​ເວລາ​ຜ່ານ​ໄປ​ໃນ​ທີ່ສຸດ ​ພະອົງ​ຊົງ​ບັນ​ລຸ​ຮູບ​ຊານ​ ຄື​: ⇨ ຍາມ​ຕົ້ນ​ ຫລື ​ປະຖົມມະຍາມ​ ຊົງ​ບັນ​ລຸ​ປຸພ​ເພ​ນິ​ວາ​ສາ​ນຸ​ສະຕິ​ຍານ​ ຄື:​ ສາມາດ​ລະ​ນຶກຊາດ​ໄດ້​ ⇨ ຍາມ​ສອງ​ ທາງ​ບັນ​ລຸ​ຈຸ​ຕູປະປາຕະ​ຍານ​ (ທິບ​ປະ​ຈັກ​ຂຸ​ຍານ​) ຄື:​ ຮູ້​ເລື່ອງ​ການ​ເກີດ​ການ​ຕາຍ​ຂອງ​ສັດ​ທັງ​ຫຼາຍ​ວ່າ ​ເປັນ​ໄປ​ຕາມ​ກຳ​ທີ່​ກຳນົດ​ໄວ້​ ⇨ ຍາມ​ສາມ​ ຊົງ​ບັນ​ລຸ​ອາສະວັກ​ຂະຍະ​ຍານ​ ຄື:​ ຄວາມ​ຮູ້​ທີ່​ເຮັດໃຫ້​ສິ້ນ​ອາດ​ວະ​ ຫລື​ ກິ​ເລດ​ ດ້ວຍ​ອ​ຣິຍ​ສັດ​ 4 ໄດ້​ແກ່​: ທຸກຂ໌,​ ສ​ມຸ​ທັຍ,​ ນິ​ໂຣທ​, ມັກ​ ແລະ​ ໄດ້​ຕັສສະ​ຮູ້​ດ້ວຍ​ພະອົງ​ເອງ ​ເປັນ​ພະ​ສັມ​ມາ​ສັມ​ພຸດ​ທ​ເຈົ້າ​ ແລະ​ ເປັນ​ສາສະດາ​ເອກ​ຂອງ​ໂລກ​ ວັນທີ​ພະ​ສັມ​ມາ​ສັມ​ພຸດ​ທ​ເຈົ້າ​ຕັສສະຮູ້ນັ້ນ​ ກົງ​ກັບ​ ວັນ​ເພັງ ​ເດືອນ​ 6 ຂະນະ​ທີ່​ມີ​ພະຊົນອາຍຸໄດ້​ 35 ພັນ​ສາ​. 8. ປະຫວັດພຣະພຸດທະເຈົ້າ: ປະຖົມມະເທສນາ 35 ●▬▬▬▬๑۩۩๑▬▬▬▬▬● ຫຼັງ​ຈາກ​ພະ​ສັມ​ມາ​ສັມ​ພຸດ​ທ​ເຈົ້າ​ຕັສສະ​ຮູ້​ແລ້ວ​ ຊົງ​ພິຈາລະນາ​ທັມທີ່​ພະອົງ​ຕັສສະ​ຮູ້​ມາ​ເປັນ​ເວລາ​ 7 ອາທິດ​ ແລະ​ ຊົງ​ເຫັນ​ວ່າ: ​ພຣະທັມນັ້ນ​ ຍາກ​ຕໍ່​ບຸກ​ຄົນ​ທົ່ວ​ໄປ​ທີ່​ຈະ​ເຂົ້າໃຈ ​ແລະ ​ປະຕິບັດ​ໄດ້​ ພະອົງ​ຈຶ່ງ​ຊົງ​ພິຈາລະນາ​ວ່າ​: ບຸກ​ຄົນ​ໃນ​ໂລກ​ນີ້​ມີ​ຫຼາຍ​ຈຳ​ພວກ​​ ປຽບສະເຫມືອນດ່ັງບົວ​ 4 ເຫຼົ່າ​ທີ່​ມີ​ທັງ​ຜູ້​ທີ່​ສອນ​ໄດ້​ງ່າຍ​ ແລະ ​ຜູ້​ທີ່​ສອນ​ໄດ້​ຍາກ​ ພະອົງ​ຈຶ່ງ​ຊົງ​ລະ​ເລິກ​ເຖິງ ​ອາ​ລາລະ​ດາບົສ ​ແລະ ​ອຸທະກະ​​ດາບົສ​ ຜູ້​ເປັນ​ພະ​ອາຈານ​ ຈຶ່ງ​ຫວັງ​ສະເດັດ​ໄປໂປດ ແຕ່​ທັງ​ສອງ​ທ່ານ​ເສຍຊີວິດ​ແລ້ວ​ ພະອົງ​ຈຶ່ງ​ຊົງ​ລະ​ນຶກ​ເຖິງ​ປັັນ​ຈະ​ວັກ​ຄີ​​ ທັງ​ 5 ທີ່​ເຄີຍ​ມາ​ເຝົ້າ​ຮັບ​ໃຊ້​ ຈຶ່ງ​ໄດ້​ສະເດັດ​ໄປ​ໂປດ​ປັນ​ຈະ​ວັກ​ຄີ ​​ທີ່ ​ປ່າ​ອິ​ສິປະຕະນະມະຖະຄະທາຍະວັນ ໃນ​ກາລນີ້ ​ພະ​ໂກນ​ຖັນ​ຍະ​ໄດ້​ທຳ​ຈັກ​ສຸ​ ຄື ​ດວງ​ຕາ​ເຫັນ​ທັມເປັນ​ຄົນທໍາອິດ​ ພະ​ພຸດ​ທະອົງຄ໌​ຈຶ່ງ​ຊົງ​ເປ່ງ​ວາ​ຈາ​ວ່າ:​ "ອັນ​ຍາ​ສິ​ ວະຕະ​ໂກຍະ​ທັນ​ໂຍ​" ແປ​ວ່າ:​ ໂກນ​ຖັນ​ຍະ​ໄດ້​ຮູ້​ແລ້ວ​ ທ່ານ​ໂກນ​ທັນ​ຍະ​ ຈຶ່ງ​ໄດ້​ສາຍາ​ວ່າ:​ ອັນ​ຍາ​ໂກນ​ທັນຍະ​ ແລະ​ ໄດ້ຮັບ​ການ​ບວດ​ເປັນ​ພະ​ສົງ​ຄ໌ອົງ​ຄ໌​ທໍາອິດ ​ໃນ​ພະ​ພຸດ​ທະ​ສາດສະຫນາ​ ໂດຍ​ເອີ້ນ​ການ​ບວດ​ທີ່​ພະ​ພຸດ​ທ​ເຈົ້າ​ບວດ​ໃຫ້​ວ່າ​: "ເອ​ຫິ​ພິກ​ຂຸ​ອຸບ​ສັມ​ປ​ທາ​" ທັມມະ​ເທສ​ນາ​ກັນ​ທໍາອິດທີ່​ພະອົງ​ຊົງ​ສະແດງ​ທັມ​ຄື​: "ທັມ​ມະ​ຈັກ​ກັປປະວັຕຕະນະ​​ສູຕ​" ແປວ່າ: ​ສູຕ​ຂອງ​ການ​ໝຸນ​ວົງ​ລໍ້​ແຫ່ງ​ພະ​ທັມໃຫ້ເປັນ​ໄປ​ ຊຶ່ງ​ຖື​ເປັນ​ການ​ສະແດງ​ພະ​ທຳ​ເທດ​ນາ​ເທື່ອ​ແຮກ​ ໃນ​ວັນ​ເພັງ​ ຂຶ້ນ​ 15 ຄ່ຳ​ ເດືອນ​ 8 ​ກົງ​ກັບ ​ວັນ​ອາ​ສາຣະ​ຫະ​ບູຊາ​ 10. ປະຫວັດພຣະພຸດທະເຈົ້າ: ກໍ່ຕັ້ງສາສນາ 44 ●▬▬▬▬๑۩۩๑▬▬▬▬▬● ໃນປີຕໍາອິດ ພຣະຣາຊາຊື່ວ່າ: ພຣະເຈົ້າພິມພິສານ ຜູ້ເປັນພຣະເຈົ້າແຜ່ນດິນ ເມືອງມະຄົດ ເວລານີ້ເອີ້ນວ່າ: ປະຕະນະ ໄດ້ຖວາຍສວນໄມ້ໄຜ່ແກ່ພຣະອົງຄ໌ໃຫ້ເປັນອາຮາມ ເພື່ອທຳເປັນວັດ ສຳລັບຢູ່ຂອງພຣະອົງຄ໌ພອ້ມດ້ວຍພຣະສົງຄ໌ ມີຊື່ວ່າ: ວັດເວຣຸວັນ (ຄືສວນໄມ້ໄຜ່) ເປັນວັດທໍາອິດໃນພຣະພຸດທະສາສນາ ແລະ ໃນຕອນທ້າຍນີ້ນັ້ນເອງ ເປັນວັນເພັງ ເດືອນສາມມາຄະບູຊາ ພຣະພຸທອົງຄ໌ໄດ້ວາງຫຼັກສາສນາໄວ້ໂດຍການສະແດງໂອວາທພຣະປະຕິໂມກໃນລະຫວ່າງກາງພຣະອໍຣະຫັນຕ໌ ທັງຫຼາຍ 1,250 ອົງຄ໌ ທີ່ ວັດພຣະເວຣຸຸວັນນັ້ນເອງ. ຫຼັກຄໍາສັ່ງສອນຂອງສາສນາ​ມີດັ່ງນີ້: 1. ລະຄວາມຊົ່ວທັງຫຼາຍທັງປວງ. 2. ກະທໍາຄວາມດີທັງຫຼາຍທັງປວງ. 3. ທຳໃຫ້ຈິຕໃຈຜ່ອງໃສ 11. ປະຫວັດພຣະພຸດທະເຈົ້າ: ເຜີຍແຜ່ພຣະສາສນາ 42 ●▬▬▬▬๑۩۩๑▬▬▬▬▬● ຕໍ່​ມາ​ພະ​ພຸດ​ທະ​ເຈົ້າ​ໄດ້​ເທສນາ​ທັມ​ໂປຣດ​ແກ່ຍະ​ສະ​ກຸລະ​ບຸດ​ ລວມທັງເພື່ອນ​ຂອງຍະສະ​ກຸລະ​ບຸດ​ ຈົນ​ໄດ້​ສຳ​ເລັດ​ເປັນ​ພະ​ອໍຣະ​ຫັນ​ຕ໌​ທັງ​ໝົດ​ ທັງຫມົດ​ 60 ຮູບ​ ພະ​ພຸດ​ທ​ເຈົ້າ​ຊົງ​ມີ​ພະ​ຣາຊະ​ປະສົງ​ຈະໃຫ້​ມະນຸດ​ໂລກ​ພົ້ນ​ທຸກ​ ພົ້ນ​ກິ​ເລສ ຈຶ່ງ​ຕັສ​ຮຽກ​ສາວົກ​ທັງ​ 60 ຮູບ​ ມາປະ​ຊຸມ​ກັນ​ ແລະ ​ຕັສໃຫ້​ພະ​ສາວົກ​ 60 ຮູບ​ ຈາ​ຣິກ​ແຍກ​ຍ້າຍ​ກັນ​ເດິນທາງ​ໄປ​ປະ​ກາດ​ສາດສະຫນາ​ 60 ແຫ່ງ​ ໂດຍ​ລຳ​ພັງ​ ໃນ​ເສັ້ນ​ທາງ​ທີ່​ບໍ່​ຊ້ຳ​ກັນ​ ເພື່ອ​ໃຫ້​ສາມາດ​ເຜຍ​ແຜ່​ພະ​ພຸດ​ທະສາດສະຫນາ​ໄດ້​ໃນ​ຫຼາຍ​ພື້ນ​ທີ່​ຢ່າງ​ຄອບ​ຄຸມ​ ສ່ວນ​ພະອົງ​ເອງ​ໄດ້​ສະເດັດ​ໄປ​ສະແດງ​ທັມ​ ທີ່​ ຕາແສງ​ອຸ​ຣຸ​ເວລາ​ ເສ​ນາ​ນິຄົມ​ ຕະຫຼອດໄລຍະເວລາ 45 ປີ ພຣະພຸທອົງຄ໌ໄດ້ປະກາດຄວາມຈິງຄື: ທັມມະ ທີ່ພົ້ນຈາກຄວາມທຸກໃຫ້ແກ່ຊາວໂລກຢ່າງກວ້າງຂວາງ ພ້ອມທັງໄດ້ປະກາດກົດແຫ່ງການກະທຳ ຄວາມດີ, ຄວາມຊົ່ວ ແລະ ທຳໃຫ້ຈິດໃຈຜ່ອງໃສອັນເປັນຫຼັກຊີວິດທຸກໆຄົນ ແລະ ໄດ້ປະກາດລົບລ້າງຄວາມບໍ່ຮູ້ເທົ່າເຖິງການ ອັນຈັກນຳສັພພະສັຕວ໌ໃຫ້ຕົກທຸກໄດ້ຍາກ ແລ້ວພຣະອົງກໍໄດ້ຈູດໂຄມໄຟ ອັນເປັນແສງສະຫວ່າງທີ່ຈະນຳສັພພະສັດໃຫ້ພົ້ນຈາກທຸກໄດ້ ພ້ອມທັງເກີດຄວາມຮົ່ມເຢັນເປັນສຸກຈາກວັນນັ້ນ ຢູ່ຕລອດມາ ຈົນເຖິງ ທຸກວັນນີ້. 12. ປະຫວັດພຣະພຸດທະເຈົ້າ: ປະກາດປະຣິນິພພານ (ປົງສັງຂາຣ) 77 ●▬▬▬▬๑۩۩๑▬▬▬▬▬● ພຣະ​ສັມ​ມາ​ສັມ​ພຸດ​ທ​ະເຈົ້າ​ໄດ້​ສະເດັສ​ໂປຣດ​ສັດ ​ແລະ ​ສະແດງ​ພຣະ​ທັມ​ເທສນາ​ ຕະຫລອດໄລ​ຍະ​ເວລາ​ 45 ພັນ​ສາ​ ຊົງ​ສະ​ດັບ​ວ່າ:​ ອີກ​ 3 ເດືອນ​ຂ້າງ​ໜ້າ​ຈະ​ປຣິ​ນິພພານ​ ຈຶ່ງ​ໄດ້​ຊົງ​ປົງ​ອາ​ຍຸ​ສັງ​ຂານ​ ຂະນະ​ນັ້ນ ​ພະອົງ​ໄດ້​ປະ​ທັບ​ຈຳ​ພັນ​ສາ​ ທີ່​ ເວ​ລຸ​ຄາມ​ ໃກ້​ເມືອງ​ເວລາ​ສີ​ ແຄວ້ນ​ວັດ​ຊີ​ ໂດຍ​ກ່ອນ​ສະເດັຈດັບ​ຂັນ​ປະຣິ​ນິພພານ​ 1 ວັນ ພະອົງ​ໄດ້​ສະເຫວີຍ​ສຸກ​​ມັດ​ທະວະ​ ທີ່​ອຸບາສົກ​ຈຸນ​ທະ​ເຮັດ​ຖວາຍ​ ແຕ່​ເກີດ​ອາ​ພາດ​ລົງ​ ​ພະອົງ​ຕັສ​ວ່າ​: “ບິນທະ​ບາດ​ທີ່​ມີ​ອາ​ນິສົງຄ໌​ທີ່ສຸດ​ ມີ​ 2 ປະ​ການ​ ຄື:​ ເມື່ອຕະຖາຄົທ​ (ພຸດ​ທະອົງ​ຄ໌​) ສະເຫວີຍ​ບິນ​ທະ​ບາດ​ແລ້ວ​ຕັສ​ຮູ້​ ແລະ ​ປະຣິ​ນິພພານ” ​ແລະ ​ມີ​ພະ​ດຳ​ລັດວ່າ​: "ໂຢ​ ໂວ​ ອານົນທ໌​ ທັມ​ມະ ຈ​ະວິນ​ໂຍ​ ມະຍາ​ ເທ​ສິ​ໂຕ​ ປັນຍະຕະໂຕ​ ໂສ​ ໂວ​ ມະມັຈ​ຈະ​ເຍນະ​ ສະຕະຖາ​" ແປ​ວ່າ:​ "ເບິ່ງ​ກ່ອນ​ອານົນ​ທ໌​ ທຳ​ ແລະ ​ວິ​ນັຍ​ອັນ​ທີ່​ເຮົາ​ສະແດງ​ແລ້ວ​ ບັນຍັດ​ແລ້ວ​ແກ່​ນາງ​ທັງ​ຫຼາຍ​ ທຳ​ວິ​ນັຍ​ນັ້ນ​ ຈັກ​ເປັນ​ສາດ​ດາ​ຂອງທ່ານ​ທັງ​ຫຼາຍ​ ເມື່ອ​ເຮົາ​ລ່ວງ​ລັບ​ໄປ​ແລ້ວ​" 80 ●▬▬▬▬๑۩۩๑▬▬▬▬▬● ______________ແຫລ່ງອ້າງອິງຈາກ: http://buddhahistory.blogspot.com/2011/09/blog-post.html

ພະ​ສົງ​ຄ໌​/ພະ​ພິກ​ສຸ​ ແລະ​ ອະ​ລັຊ​ຊີ​

ພຣະ​ສົງ​ຄ໌​ ຫລື​ ພຣະ​ພິກ​ສຸ ໝາຍ​ເຖິງ​ ຜູ້​ສະລະ​ການ​ຄອງ​ເຮືອນ​ ຄອງ​ຊັບ​ເພື່ອ​ອອກ​ບວດ​ ແລະ​ ຖື​ວັດ​​ປະຕິບັດ​ຕາມ​ພະ​ທັມມະ​ວິ​ນັຍ ​ອັນ​ເປັນ​ຄຳ​ສອນ​ຂອງ​ພະ​ພຸທທະເຈົ້າ ເພື່ອ​ຍັງ​ໃຫ້​ຕົນ​ ແລະ​ ຜູ້​ອື່ນໃຫ້​ຮູ້​ແຈ້ງ​ໃນ​ທັມ ພຣະ​ສົງ​ຄ໌​ ຫລື​ ພຣະ​ພິກ​ສຸ ຫາກ​ແປຕາມ​ຖານ​ສັບ​ດັ້ງ​ເດີມ​ ປະກອບ​ດ້ວຍ:​ • ສົງ​ຄ໌​ ມາ​ຈາກ​ພາສາ​ບາ​ລີ​ຄຳ​ວ່າ​: ສັງຄະ​ ແປວ່າ​: ໝູ່​ ຫລື​ ຄະນະ​ • ພິກ​ສຸ​ ມາ​ຈາກ​ພາສາ​ບາ​ລີ​ຄຳ​ວ່າ​: ພິ​ກ​ຂຸ​ ແປ​ວ່າ​: ຜູ້ຂໍ ຄື​ ຜູ້​ສະລະ​ຕົນ ​ສະລະ​ຊັບສົມບັດ​ຈາກ​ການ​ຄອງ​ເຮືອນ​ (ຄະຣາວາດ) ເພື່ອ​ອຸ​ທິດ​ຕົນ​ເພື່ອ​ການ​ບຳ​ເພັນ​ທັມ​ ແລະ ​ຍັງ​ໃຫ້​ຜູ້​ອື່ນ​ເຖິງ​ຊຶ່ງ​ກຸສົລ​ດ້ວຍ​ການ​ອອກ​ຂໍ​ພັດ​ຕາ​ຫານ​ຂອງ​ຜູ້​ອື່ນ​ • ພິກ​ສຸສົງຄ໌ ມາ​ຈາກ​ພາສາ​ບາ​ລີ ​ຄຳ​ວ່າ:​ ພິກ​ຂຸ​ + ສັງຄະ​ ແປ​ວ່າ:​ ໝູ່​ແຫ່ງ​ຜູ້ຂໍ • ພຣະ​ ມາ​ຈາກ​ຮາກ​ສັບ​ພາສາ​ບາ​ລີ​ ຄຳ​ວ່າ:​ ວະຣະ​ ແປວ່າ:​ ປະ​ເສີດ • ພະ​ສົງ​ຄ໌​ ມາ​ຈາກ​ພາສາ​ບາ​ລີ ​ຄຳ​ວ່າ:​ ພະຣະ​ + ສັງ​ຄະ​ ແປ​ວ່າ:​ ຜູ້ຂໍອັນປະເສີດ​ • ພະ​ພິກ​ສຸ​ ມາ​ຈາກ​ພາສາ​ບາ​ລີ​ ຄຳ​ວ່າ​: ພະຣະ​ + ພິ​ກ​ຂຸ​ ແປ​ວ່າ:​ ໝູ່​ແຫ່ງ​ຜູ້ປະເສີດ​ ພະ​ສົງ​ຄ໌​ ຫລື​ ພະ​ພິກ​ສຸ​ ຖື​ເປັນ​ໜຶ່ງ​ໃນ​ຣັດຕະນະ​ທັງ​ສາມ​ ຄື​ ພະ​ພຸທ​ ພະ​ທັມ ແລະ ​ພະ​ສົງ​ຄ໌​ ອັນ​ເປັນ​ອົງ​ຄ໌​ ສາມ​ ທີ່​ສຳຄັນ​ໃນ​ພະ​ພຸດ​ທ​ສາສະນາ​ ທີ່​ຍັງ​ໃຫ້​ພະ​ພຸດ​ທ​ສາສະນາ​ປາກົດ​ຂຶ້ນ​ ດຳ​ເນີນ​ຢູ່​ ແລະ ​ດຳ​ລົງ​ຢູ່​ຈົນ​ເຖິງ​ປະຈຸບັນ​ ແລະ ​ໃນ​ອະນາຄົດ​ ພະ​ສົງ​ຄ໌​ ຫລື​ ພະ​ພິກ​ສຸ​ ຖື​ເປັນ​ສາວົກ​ຂອງ​ພະ​ພຸທທະເຈົ້າ​ ທີ່​ຕ້ອງ​ຖື​ວັດ​​ປະຕິບັດ​ຕາມ​ພຣະ​ທັມມະ​ວິ​ນັຍ​ອັນ​ປະກອບ​ດ້ວຍ​ສິລ​ ຈຳນວນ​ 227 ຂໍ້​ ເພື່ອ​ຍັງ​ໃຫ້​ຕົນ​ເປັນ​ຜູ້​ຈະເລີນ​ ພ້ອມ​ກັບ​ສຶກ​ສາ​ພຣະ​ທັມ​ຄຳ​ສອນ​ໃຫ້​ຮູ້​ແຈ້ງ​ ແລະ ​ຍັງ​ໃຫ້​ຜູ້​ອື່ນ​ເຂົ້າ​ເຖິງ​ຊຶ່ງ​ພຣະ​ທັມ​ນັ້ນ​ ດ້ວຍ​ການ​ເຜີຍແຜ່​ພຣະ​ທຳ​ຄຳ​ສອນ​ແກ່​ປຸ​ຖຸຊົນ​ທັງ​ຫຼາຍ​ ອ​ະລັຊ​ຊີ​ ເປັນ​ຄຳ​ສັບ​ທີ່​ໃຊ້​ເອີ້ນນັກ​ບວດ​ໃນ​ສາສະນາ​ ຜູ້​ບໍ່​ປະພຶດ​ປະຕິບັດ​ຕາມ​ຫຼັກ​ທຳ​ຄຳ​ສອນ​ຂອງ​ພະ​ສາດ​ສະດາ​ ເປັ​ນ​ຜູ້​ປະພຶດຜິດຈາກທໍານອງຄອງທັມທີ່​ຍັງ​ໃຫ້​ສາສະນາ​ເສື່ອມ​ເສຍ​ ບໍ່​ມີ​ຄວາມ​ລະ​ອາຍ​ຕໍ່​ສິ່ງ​ທີ່​ກະທຳ​ນັ້ນ​ ເຊັ່ນ:​ ອະ​ລັຊ​ຊີ​ໃນ​ພຣະ​ພຸທ​ທະ​ສາສະນາ​ ຄື:​ ພະ​ສົງ​ຄ໌ ​ທີ່​ບໍ່​ປະພຶດ​ຕາມ​ພະ​ທັມມະ​ວິ​ນັຍ​ຊຶ່ງ​ຍັງ​ໃຫ້​ພຣະ​ທັມມະ​ວິ​ນັຍ​ຂາດ​ ເຊັ່ນ​: ພະ​ສົງ​ຄ໌​ທີ່​ເສບ​ເມ​ຖຸນ​, ດື່ມ​ສຸ​ຣາ​ເມ​ຣັຍ​, ຂ້າສັດ​ ເປັນ​ຕົ້ນ​ ອ​ະລັຊ​ຊີ​ ແປ​ວ່າ:​ ຜູ້​ບໍ່​ມີ​ຄວາມ​ລະ​ລາຍ​ ມີ​ຖານ​ສັບ​ມາ​ຈາກ​ພາສາ​ບາ​ລີ​ ປະກອບ​ດ້ວຍ​: – ອະ​ ແປ​ວ່າ​: ບໍ່​ – ລັຊຊະ​ ແປ​ວ່າ​: ຄວາມ​ລະ​ອາຍ​ ພຣະ​ສົງ​ຄ໌​ 2 ປະ​ເພດ​ 1. ສົມ​ມຸດຕິສົງຄ໌ ສົມ​ມຸດຕິສົງຄ໌ ຄື​ ພຣະ​ສົງ​ຄ໌​ທົ່ວ​ໄປ​ຕັ້ງ​ແຕ່​ 4 ຮູບ​ ຂຶ້ນ​ໄປ​ ທີ່​ໄດ້ຮັບ​ການ​ອຸປະ​ສົມ​ບົດ​ຕາມ​ພຸດ​ທາ​ນຸ​ຍາດ​ ເຊິ່ງໄດ້​ປະຕິບັດ​ຕາມ​ຫຼັກ​ທຳ​ຄຳ​ສອນ​ຂອງ​ພະ​ພຸດ​ທະອົງຄ໌ ທີ່​ຍັງ​ບໍ່ໄດ້​ບັນ​ລຸ​ໂລ​ກຸດຕະລະທັມ ​ເປັນ​ພຣະອໍຣະຫັນ​ຕ໌​ຕາມ​ພະ​ພຸດ​ທອົງຄ໌​ ໝູ່​ພຣະ​ສົງ​ຄ໌​ເຫຼົ່າ​ນີ້​ ເອີ້ນວ່າ:​ ສົມ​ມຸດຕິສົງຄ໌ 2. ພະ​ອະ​ຣິຍະ​ສົງ​ຄ໌​ ພະ​ອະ​ຣິຍ​ະສົງ​ຄ໌​ ຄື:​ ໝູ່​ແຫ່ງ​ພິກ​ສຸ​ຜູ້​ທີ່​ໄດ້​ຟັງ​ທຳ​ຄຳ​ສອນ​ທີ່​ອອກຈາກ​ພຣະ​ໂອດ​​ຂອງ​ພະ​ພຸດ​ທະ​ເຈົ້າ​ໂດຍ​ກົງ​ ແລະ​ ຍັງ​ໃຫ້​ຕົນ​ຮູ້​ແຈ້ງ​ຕາມ​ທັມ​ນັ້ນ​ ຄື:​ ບັນ​ລຸ​ໂລ​ກຸດຕະລະທັມ​ເປັນ​ພະ​ອໍຣະ​ຫັນ​ຕ໌ ​ຕາມ​ພະ​ພຸດ​ທະອົງຄ໌ ປະກອບ​ດ້ວຍ​ ຄູ່​ແຫ່ງ​ບຸ​ຣຸດ​ 4 ຄູ່​ ຕາມ​ມັຄ ແລະ ​ຜົລ​ ຄື​: – ພະ​ໂສ​ດາ​ບັນ​ 1 ຄູ່​ ຄື:​ ຜູ້​ມີສຸ​ປະຕິ​ປັນ​ໂນ​ ເປັນ​ຜູ້​ປະຕິບັດ​ດີ​ປະຕິບັດ​ງາມ​ ປະກອບ​ດ້ວຍ​ພຣະ​ໂສ​ດາ​ປະຕິ​ມັກ​ 1 ແລະ ​ພຣະ​ໂສ​ດາ​ປະຕິ​ຜົລ​ 1 – ພະ​ສະກະ​ທາ​ຄາ​ມິ​ 1 ຄູ່​ ຄື​: ຜູ້​ມີ​ອຸ​ຊຸ​ປະຕິ​ປັນ​ໂນ​ ເປັນ​ຜູ້​ປະຕິບັດ​ກົງ​ປະຕິບັດ​ຖືກ​ຕ້ອງ​ ປະກອບ​ດ້ວຍ​ພຣະ​ສະກະ​ທາ​ຄາ​ມິມັຄ​ 1 ແລະ​ ພຣະ​ສະກະທາ​ຄາ​ມິ​ຜົລ​ 1 – ພະ​ອະ​ນາ​ຄາ​ມິ​ 1 ຄູ່​ ຄື:​ ຜູ້​ມີ​ຍາຍ​ະປະຕິ​ປັນ​ໂນ​ ເປັນ​ຜູ້​ປະຕິບັດ​ຊອບ​ ປະກອບ​ດ້ວຍ​ພຣະ​ອ​ະນາ​ຄາ​ມິມັຄ​ 1 ແລະ ​ພຣະ​ອ​ະນາ​ຄາ​ມິ​ຜົລ​ 1 – ພະ​ອໍຣະ​ຫັນ​ຕ໌​ 1 ຄູ່​ ຄື​: ຜູ້​ມີ​ສາມີຈິ​ປະຕິ​ປັນ​ໂນ​ ເປັນ​ຜູ້​ປະຕິບັດ​ເໝາະ​ສົມ​ ປະກອບ​ດ້ວຍ​ພຣະ​ອໍຣະຫັນ​ຕົມັຄ​ 1 ແລະ​ພະ​ອົນ​ຫັນ​ຕ໌​ຜົລ​ 1 ອະ​ຣິຍ​ະບຸກ​ຄົນ​ ຄື​: ບຸກ​ຄົນ​ຜູ້ປະເສີດ​ທັງ​ທີ່​ເປັນ​ປຸ​ຖຸຊົນ ​ຫລື ​ພຣະ​ສົງ​ຄ໌ ​ທີ່​ລະ​ແລ້ວ​ໃນ​ສັງ​ໂຢດອັນ​ເປັນ​ກິ​ເລສ​ທີ່​ຜູກ​ມັດ​ຕົນ​ໄວ້​ໃນ​ພົບ​ພູ​ມຕ່າງ​ໆ​ (ໂລກ​ພູ​ມ ນະຣົກພູມ ເທວ​ະພູ​ມ​ ແລະ​ ພຣົມພູມ​) ມັຄ​ ຄື:​ ຍານ​ທີ່​ຊ່ວຍ​ໃຫ້​ລະ​ຊຶ່ງ​ສັງ​ໂຢດ​​ ເພື່ອ​ໃຫ້ເປັນ​ອະ​ຣິຍະ​ບຸກ​ຄົນ​ໃນ​ລະ​ດັບ​ຊານ​ຕ່າງ​ໆ​ ຜົລ​ ຄື​: ກຸສົລ​ທີ່​ເກີດ​ຈາກ​ການ​ລະ​ແລ້ວ​ຊຶ່ງ​ສັງ​ໂຢດ​​ຕ່າງ​ໆ ​ທີ່​ພຣະ​ບຸກ​ຄົນ​ເພີ່ງ​ສະເຫວີຍ​ ສັງ​ໂຢດ​ 10 ຫລື​ ກິ​ເລສ​ 10 1. ສັງ​ກາຍະ​ທິດ​ຖິ​ ຄື​: ການ​ຢຶດ​ໝັ່ນ​ໃນ​ຮ່າງກາຍ​ວ່າ​ເປັນ​ຂອງ​ຕົນ​ ບໍ່​ມີ​ມື້​ດັບ​ຫາຍ​ 2. ວິ​ຈິ​ກິດ​ສາ​ ຄື:​ ຄວາມ​ສົງ​ໄສ​ໃນ​ຫຼັກ​ທັມ​ຄຳ​ສອນ​ຂອງ​ພະ​ພຸດ​ທອົງ​ຄ໌​ ຄື​ ເຫັນ​ຜິດ​ ເຊື່ອ​ຜິດ​ ເຊື່ອ​ໃນ​ຫຼັກ​ການ​ອື່ນ​ທີ່​ບໍ່​ມີ​ເຫດ​ ແລະ ​ຜົນ​ 3. ສີ​ລັພ​ພະຕະ​ປຣາ​ມາສ​ ຄື:​ ການ​ສຳຄັນ​ຜິດ​ ຫລື​ ປະພຶດ​ໃນ​ສິນ 4. ກາມ​ຣາ​ຄະ​ ຄື:​ ການ​ຢຶດ​ໝັ່ນ​ໃນ​ກາ​ມາຣົມ​ ຄື​ ຄວາມ​ຕ້ອງ​ການ​ຂອງ​ຕົນ​ ເປັນ​ໂລ​ພະ​ ຄື​ ຄວາມ​ໂລບ​ 5. ປະຕິ​ຄະ​ ຄື:​ ຄວາມ​ຂຸ່ນ​ເຄືອງ​ ສະແດງ​ພ​ະຍາບາດ​ ເປັນ​ໂທ​ສະ​ ຄື​ ຄວາມ​ໂກດ​ 6. ຮູປະຣາ​ຄະ​ ຄື​: ຢຶດ​ໝັ່ນ​ໃນ​ຮູບ​ ສຽງ​ ກິ່ນ​ ຣົສ​ ແລະ​ ໂຜດຖັບພະ​ ເປັນ​ໂມ​ຫະ​ ຄື​ ຄວາມ​ຫຼົງ​ 7. ອ​ະຮູປະ​ຣາ​ຄະ​ ຄື​: ຢຶດ​ໝັ່ນ​ໃນ​ສິ່ງ​ບໍ່​ມີ​ຮູບ​ ເປັນ​ນາມມະ​ທັມ​ ຈັບ​ຕ້ອງ​ບໍ່​ໄດ້​ ເຊັ່ນ:​ ຄຳ​ສັນ​ລະເສີນ ຄວາມ​ຮັກ​ ອາລົມ​ປາຖະຫນາ​ຂອງ​ຕົນ​ ເປັນ​ຕົ້ນ​ (ກຳນົດ​ລະ​ໂດຍ​ໃຊ້​ອຸ​ເປກ​ຂາ​ ແຫ່ງ​ພຣົມມະວິຫານ​ 4) 8. ມາ​ນະ​ ຄື​: ຄວາມ​ຢຶດ​ໝັ່ນ​ຖື​ມັ່ນ​ໃນ​ນາມ​ສົມມຸດ​ທີ່​ທ່ານ​ຕັ້ງ​ໃຫ້​ (ອາຈາຣຍ໌,​ ຄູ, ນັກຮຽນ​) ແລະ ​ສຳຄັນ​ຕົນ​ວ່າ​ດີກວ່າ​ ຕໍ່າກວ່າ​ ຫລື ​ແຕກ​ຕ່າງ​ຈາກ​ເຂົາຢ່າງໃດ​ 9. ອຸທທັຈ​ຈະ​ ຄື​: ມີ​ຈິດ​ຟຸ້ງ​ຊ່ານ​ ບໍ່​ມີສະ​ມາ​ທິ​ 10. ອ​ະວິຊ​ຊາ​ ຄື:​ ຄວາມ​ບໍ່​ຮູ້​ຄວາມ​ຈິງ​ອັນ​ປະເສີດ ຄື​ ອະ​ຣິຍະ​ສັດ 4 ລຳ​ດັບ​ຊານ​ແຫ່ງ​ການ​ບັນ​ລຸ​ 1. ໂສ​ດາ​ບັນ​ ຄື:​ ຜູ້​ທີ່​ລະ​ແລ້ວ​ຊຶ່ງ​ສັງ​ໂຢດ​​ໃນ​ຂໍ້​ 1-3 ພຽງ​ເທື່ອ​ດຽວ​ ແຕ່​ຍັງ​ບໍ່​ບັນ​ລຸ​ຊານ​ອື່ນ​ທີ່​ສູງ​ກວ່າ​ ຜູ້ບັນລຸ​ຊານ​ນີ້​ ຍັງ​ຕ້ອງ​ວຽນ​ວ່າຍ​ຕາຍ​ເກີດ​ໃນ​ພົບ​ພູ​ມ 2. ສ​ະກະ​ທາ​ຄາ​ມີ​ ຄື​: ຜູ້​ທີ່​ລະ​ແລ້ວ​ຊຶ່ງ​ສັງ​ໂຢດ​​ໃນ​ຂໍ້​ 1-3 ດ້ວຍ​ການ​ສັ່ງ​ສົມ​ໃນ​ຊາດ​ດຽວ​ ຫລື ​ຫຼາຍ​ຊາດ​ ຈົນ​ເກືອບ​ລະ​ແລ້ວ​ຊຶ່ງ ​ຣາ​ຄະ​ ໂທ​ສະ​ ໂມ​ຫະ​ ແຕ່​ຍັງ​ບໍ່​ບັນ​ລຸ​ຊານ​ອື່ນ​ທີ່​ສູງ​ກວ່າ​ ຜູ້ບັນລຸ​ຊານ​ນີ້​ ຍັງ​ຕ້ອງ​ວຽນ​ວ່າຍ​ຕາຍ​ເກີດ​ໃນ​ພົບ​ພູ​ມ 3. ອ​ະນາ​ຄາ​ມີ​ ຄື​: ຜູ້​ທີ່​ລະ​ແລ້ວ​ຊຶ່ງ​ສັງ​ໂຢດ​ໃນ​ຂໍ້​ 1–5 ຜູ້ບັນລຸ​ຊານ​ນີ້​ ດ້ວຍ​ການ​ສັ່ງ​ສົມ​ໃນ​ຊາດ​ດຽວ​ ຫລື​ຫຼາຍ​ຊາດ​ ຍັງ​ຕ້ອງ​ວຽນ​ວ່າຍ​ຕາຍ​ເກີດ​ໃນ​ພົບ​ພູ​ມ ທັງ​ນີ້​ ລະ​ດັບ​ອ​ະນາ​ຄາ​ມີ​ຕ່າງ​ຈາກ​ລະ​ດັບ​ສ​ະກະທາ​ຄາ​ມີ​ໃນ​ພຽງ​ຂໍ້​ 4 ແລະ ​5 ຊຶ່ງ​ຜູ້​ທີ່​ລະ​ແລ້ວ​ຊຶ່ງ​ຂໍ້​ 4 ມັກ​ເປັນ​ຜູ້​ສະຫລະ​ແລ້ວ​ຊຶ່ງ​ການ​ຄອງ​ເຮືອນ​ ຄື​ ອອກ​ບວດ​ເປັນ​ພິກ​ສຸ​ໃນ​ພຸທ​ທະ​ສາສະນາ​ 4. ອໍຣະ​ຫັນ​ຕ໌​ ຄື:​ ຜູ້​ທີ່​ລະ​ແລ້ວ​ຊຶ່ງ​ສັງ​ໂຢດ​​ທັງ​ 10 ຂໍ້​ ເອີ້ນວ່າ:​ ບັນ​ລຸອໍຣະຫັນ​ຕ໌ ​ຫລື ​ເຂົ້າ​ສູ່​ພຣະ​ນິບ​ພານ​ ຜູ້ບັນລຸ​ຊານ​ນີ້​ ບໍ່​ມີ​ການ​ວຽນ​ວ່າຍ​ຕາຍ​ເກີດ​ໃນ​ພົບ​ພູ​ມອີກຕໍ່ໄປ... Credit:http://yarkhu.blogspot.com/2017/06/blog-post_6.html

ທັມມະ ແມ່ນ​ຫຍັງ?

ທັມມະ ແປວ່າ ສະພາບທັມທີ່ມີຈິງທັງຫມົດ ຫລື ທັມມະ­ ແປວ່າ ຊົງໄວ້ເຊິ່ງ­ລັກສະ­ນະ­ຂອງ­ຕົນ ໝາຍ­ຄວາມວ່າ ທັມມະ ຝ່າຍ­ດີ ກໍຊົງ­ຄວາມດີໄວ້ ເຊັ່ນຖ້າໃຜເຮັດ­ຄວາມ­ດີຂັ້ນ ກາມາວະ­ຈອນ, ຣູປາວະ­ຈອນອະ­ຣູປາວະ­ຈອນໂລກຸຕຕະ­ຣະ,­ ທັມມ໌­ ກໍຊົງ­ຄວາມດີນັ້ນໆ­ ໄວ້ຢ່າງ­ຍຸຕິທັມສະ­ເໝີ ທັມຝ່າຍ­ຊົ່ວກໍຊົງ­ຄວາມ­ຊົ່ວໄວ້ ເຊັ່ນຖ້າໃຜເຮັດ­ທຸຈຣິຕ ທາງ­ກາຍ ວາ­ຈາ ແລະ ­ໃຈ ທັງກໍຊົງຄວາມ­ຊົ່ວນັ້ນໆ­ ໄວ້ຢ່າງ­ຍຸຕິທັມເຊັ່ນ­ກັນທັມມ໌­ ແປວ່າ ສະ­ພາວະ­ເປັນ­ກາງ ເປັນ­ທໍາມະຊາດ ຊົງໄວ້ເຊິ່ງ­ຄວາມເປັນ­ກາງ ບໍ່ເຂົ້າ­ຂ້າງໃຜ ໃຜເຮັດ­ດີ ຜົນ­ຂອງ­ການກະ­ທໍາດີນັ້ນ ກໍຕອບສະ­ໜອງໄປໃນ­ທາງ­ທີ່­ດີ ໃຜເຮັດ­ຊົ່ວ ຜົນ­ຂອງ­ຄວາມ­ຊົ່ວກໍຕອບສະ­ໜອງໄປໃນ­ທາງ­ທີ່­ຊົ່ວ ຕາມ­ອໍານາດຂອງ­ການກະທໍາ ສິ່ງໃດ­ໜັກກ່ອນ ສິ່ງ­ນັ້ນ­ກໍຈະ­ໃຫ້­ຜົນກ່ອນ.
 ☛ ທັມມ໌­ 3 ຄື ປະ­ຣິຍັຕສັທທັມປະ­ຕິປັຕຕິສັທທັມ ແລະ­ ປະ­ຕິເວທສັທທັມ.
 ☛ ທັມມ໌­ 3 ຄື ກຸສະ­ລະ­ທັມອະ­ກຸສະ­ລະ­ທັມ ແລະ­ ອັພຍາກະ­ຕະ­ທັມ.
 ☛ ທັມມ໌­​ 4 ຄືເທສນາອະ­ນຸສາ­ສະ­ນີພຣະ­ສູຕຣ໌­ພຣະ­ອະ­ພິທັມ.

    ທັມມະ ມີຄວາມ­ໝາຍງ່າຍ­ ແລະ­ ຍາກ ສໍາ­ລັບ­ຜູ້­ບໍ່ເຂົ້າໃຈບາງ­ຄັ້ງພຣະ­ສົງ­ບອກວ່າ ທັມມະ­ ຄື ທໍາມະ­ຊາດ ເວົ້າ­ສ່ໍານີ້­ກໍຍັງ­ບໍ່­ທັນເຂົ້າໃຈຕ້ອງໄດ້ອະ­ທິບາຍໄປຫຼາຍແງ່ມຸມ­ອີກ ອະ­ທິບາຍແລ້ວຍັງເຂົ້າໃຈຜິດ­ຢູ່­ກໍມີ.

    ທັມມະ­ ຄື ທໍາມະ­ຊາດແນວໃດບາງ­ຄົນ­ອາດຈະ­ເຂົ້າໃຈວ່າ ອາດຈະ­ແມ່ນ­ຕົ້ນໄມ້­ພູເຂົາ ທີ່ສວຍ­ສົດ­ງົດ­ງາມ ມີຕາເວັນ ດວງ­ຈັນ ດວງ­ດາວເປັນ­ຕົ້ນ...ອັນ­ນັ້ນ­ກໍແມ່ນ ແຕ່­ຍັງ­ບໍ່­ທັນເຂົ້າໃຈແທ້ຖ້າ­ຈະໃຫ້ໃສ່ຄວາມ­ໝາຍ­ທາງ­ຄໍາ­ສັບຕາມ­ພາ­ສາ­ທາງ­ທັມ ເພິ່ນຈະ­ບອກວ່າ ທໍາມະ­ຊາດ ທີ່ເປັນ­ພູຜາ­ປ່າດົງ ຕົ້ນໄມ້­ນັ້ນ ເພິ່ນເອີ້ນວ່າ: ສັງ­ຂາ­ຣ ທີ່­ບໍ່­ມີໃຈຄອງ ຄື ບໍ່­ມີຈິຕ ບໍ່­ມີໃຈ ເປັນ­ຮູບເປັນຮ່າງ­ຂື້ນ­ມາ ມັນ­ມີແຕ່ ຣູປຂັນທ໌­ ແຕ່­ບໍ່­ມີນາມ­ຂັນທ໌­ ຄື ບໍ່­ມີໃຈ ບໍ່­ມີຄວາມ­ຮັບ­ຮູ້­ອາ­ຣົມເປັນ­ຕົ້ນຖ້າເວົ້າເຖິງ­ຄົນ ເພິ່ນຈະ­ໃສ່­ຊື່ໃຫ້ວ່າ ສິ່ງ­ທີ່ປະ­ກອບ­ກັນເຂົ້າດ້ວຍ ທາດ­ສີ່ ຄື: ດິນນ້ໍາລົມ,ໄຟ ຖ້າ­ຈະ­ເພິ່ມເຂົ້າອີກ ກໍເປັນ­ທາດ­ຫົກ ຄືມີ ອາກາ­ສາ­ທາດ ແລະ ­ວິນ­ຍານ­ທາດເຂົ້າໄປອີກບວກ­ກັບ ຂັນທ໌­ 5 ແລະ­ ມີເຄື່ອງ­ຮັບເຄື່ອງ­ສົ່ງ ຄື ອາຍະ­ຕະນະ­ພາຍໃນ ແລະ ­ພາຍ­ນອກເອີ້ນວ່າ: ອາຍະ­ຕະ­ນະ­ 12 ຄື: ມີ ຕາຫູດັງລີ້ນກາຍ ແລະ­ ໃຈເປັນ­ສິ່ງກະ­ທົບ­ກັບ ຮູບສຽງກິ່ນຣົສໂຜດ­ຖັບພະ­ ແລະ ­ທັມ­ມາ­ຣົມ ແລະ­ ຫຼາຍຢ່າງ­ລວມ­ລົງແລ້ວ ມີແຕ່ ຣູປທັມ ແລະ ­ນາມ­ທັມ.

e0d29d_35863808df16404c96aff2d52fc50e2c

     ຖ້າ­ຈະ­ເວົ້າໃຫ້ເຂົ້າໃຈແບບງ່າຍແນ່­ຈັກໜ່ອຍ ຄໍາວ່າ ທັມມະ­ ຄື: ທໍາມະ­ຊາດ ນັ້ນ ຍ້ອນ­ທຸກຢ່າງ­ມັນເປັນໄປຕາມ­ກົດເກນ­ຂອງ­ທໍາມະ­ຊາດ ເຊັ່ນ ຮູບ ມີລັກສະ­ນະ­ ແຕກ­ດັບ ປ່ຽນແປງ ໄປຕາມກົດເກນ­ຂອງໄຕລັກ ເຊັ່ນ: ຄົນ­ບໍ່ໄດ້­ກິນເຂົ້າ ກໍຫິວຢູ່ໃນ­ອາກາດ­ໜາວ ກໍໜາວ ຢູ່ໃນ­ອາກາດຮ້ອນ­ຫຼາຍ ກໍຢູ່­ບໍ່ໄດ້ ຍ້ອນຫຍັງຍ້ອນ­ມັນປະ­ກອບດ້ວຍ­ສິ່ງ­ທີ່ເປັນ­ທໍາມະ­ຊາດ ຄື ທາດ­ສີ່ ດັ່ງ­ທີ່ກ່າວມາ ອັນ­ນີ້ເພິ່ນ­ກໍເອີ້ນວ່າ: ­ທັມມະ­ເຊັ່ນ­ກັນ. 

    ທັມມະ­ນັ້ນ ບໍ່ວ່າ ຄົນຈະ­ເຂົ້າໃຈ ຫຼື ບໍ່ເຂົ້າໃຈ ມັນ­ກໍ່­ຍັງເປັນ­ທັມມະ­ ເຊັ່ນ­ກັນທໍາມະ­ຊາດ­ຂອງຄວາມບໍ່ເຂົ້າໃຈ ເພິ່ນເອີ້ນວ່າ: ໂງ່ ຕາມ­ສັບ­ວິຊາການ ເພິ່ນເອີ້ນວ່າ ອະ­ວິຊຊາ ຖ້າເຂົ້າໃຈດີ ເພິ່ນເອີ້ນວ່າ ເປັນ­ຜູ້­ມີປັນ­ຍາ ທັງອະ­ວິຊຊາ ແລະ­ປັນ­ຍາ ກໍແມ່ນສະ­ພາວະ­ຂອງ­ທັມມະ­ອີກ.

      ຄົນ­ຂີ້ເຫຼົ້າ ຫຼົງ­ລືມສະ­ຕິ ກໍເປັນ­ອົງປະ­ກອບ­ຂອງ­ທັມມະ­ອີກ ຄື ເປັນ­ທັມມະ­ທີ່ເປັນຝ່າຍອະ­ກຸສົລ(ຝ່າຍ­ບໍ່­ດີ ຝ່າຍ­ບໍ່ສະ­ຫຼາດ). ຄົນ­ທີ່ເປັນ­ບັນ­ດິດ ສ້າງແຕ່ຄວາມ­ດີ ກໍເປັນ­ອົງປະ­ກອບ­ຂອງ­ທັມມະ­ອີກ ຄື ສ້າງແຕ່­ກັມ ແລະ­ ທັມ­ທີ່ເປັນຝ່າຍ­ກຸສົລ (ຝ່າຍ­ດີ ຝ່າຍສະ­ຫຼາດ ກໍ່ໃຫ້ເກີດ­ຄວາມຈະ­ເລີນ), ເພາະສະນັ້ນແລ້ວທັມມະ­ ຈິ່ງໝາຍເຖິງ­ສິ່ງ­ທັງ­ປວງ ທີ່ປະ­ຕິສໍາ­ພັນ­ກັນ ແລະ­ ບໍ່ປະ­ຕິສໍາ­ພັນ­ກັນ.

      ທັມມະ­ໃດ ທີ່­ບຸກ­ຄົນປະ­ຕິບັດ­ດີແລ້ວ ຫຼື ຄວາມ­ດີໃດ­ທີ່­ບຸກ­ຄົນເຮັດ­ດີແລ້ວ ຈະ­ເປັນ­ທີ່ເພິ່ງແກ່­ບຸກ­ຄົນ­ນັ້ນ,ເໝືອນ­ທີ່­ພຸດທະ­ອົງ­ບອກວ່າ: ທັມມະ­ ຍ່ອມ­ຮັກ­ສາ­ຜູ້ປະ­ພຶດ­ທັມ ຍ້ອນ­ຜູ້ປະ­ພຶດ­ດີ ມີຄວາມ­ດີທີ່­ຕົນເອງເຮັດ­ດີແລ້ວເປັນ­ທີ່ເພິ່ງ ຈິ່ງ­ສົມແລ້ວກັບ­ຄໍາ­ທີ່ວ່າ ຕົນເປັນ­ທີ່ເພິ່ງແຫ່ງ­ຕົນ ຍ້ອນ­ຕົນປະ­ຕິບັດ­ດີແລ້ວນັ້ນເອງ.

Credit: http://yarkhu.blogspot.com/2017/03/blog-post_91.html