Thursday, 21 February 2019
ພົມວິຫານ 4
ພົມວິຫານ 4
5c08fff7
ພົມວິຫານ ຫລື ພົມວິຫານທັມ ແປວ່າ: ທັມຂອງພຣົມ ຫຼື ຂອງທ່ານຜູ້ໃຫຍ່ ເປັນຫຼັກທຳປະຈຳໃຈເພື່ອໃຫ້ຕົນດຳລົງຊີວິດໄດ້ຢ່າງປະເສີດ ແລະ ບໍລິສຸດ ປະກອບດ້ວຍຫຼັກປະຕິບັດ 4 ປະການ ໄດ້ແກ່:
1. ເມດຕາ ໝາຍເຖິງ ຄວາມປາຖະຫນາໃຫ້ຜູ້ອື່ນໄດ້ຮັບສຸກ
2. ກະລຸນາ ໝາຍເຖິງ ຄວາມປາດຖະຫນາໃຫ້ຜູ້ອື່ນພົ້ນທຸກ ຄວາມທຸກ
3. ມຸທິຕາ ໝາຍເຖິງ ຄວາມຍິນດີເມື່ອຜູ້ອື່ນໄດ້ດີ
4. ອຸເປກຂາ ໝາຍເຖິງ ການຮູ້ຈັກວາງເສີຍ
ບົດອະທິບາຍ:
1. ເມດຕາ ຄື: ຄວາມປາຖະຫນາໃຫ້ຜູ້ອື່ນໄດ້ຮັບສຸກ ຄວາມສຸກເປັນສິ່ງທີ່ທຸກຄົນປາດຖະຫນາ ຄວາມສຸກເກີດຂຶ້ນໄດ້ທັງກາຍ ແລະ ໃຈ ເຊັ່ນ: ຄວາມສຸກເກີດການມີຊັບ, ຄວາມສຸກເກີດຈາກການໃຊ້ຈ່າຍຊັບເພື່ອການບໍລິໂພກ, ຄວາມສຸກເກີດຈາກການບໍ່ເປັນໜີ້ ແລະ ຄວາມສຸກເກີດຈາກການເຮັດວຽກງານທີ່ປາດສະຈາກໂທດ ເປັນຕົ້ນ.
ປະເພດຂອງເມດຕາ
1.1. ເມດຕາແທ້ ຄື: ຄວາມປາຖະນາທີ່ຈະໃຫ້ຜູ້ອື່ນມີຄວາມສຸກຢ່າງແທ້ຈິງ ອັນປະກອບຂຶ້ນຈາກໃຈທີ່ບໍລິສຸດບໍ່ແອບແຝງດ້ວຍພຽງຫວັງປະໂຫຍດແກ່ຕົນ
1.2. ເມດຕາທຽມ ຄື: ການແກ້ງເຮັດດ້ວຍຄວາມປາດຖະຫນາ ຫລື ຄວາມປະສົງທີ່ຈະໃຫ້ຜູ້ອື່ນມີຄວາມສຸກ ອັນປະກອບຂຶ້ນຈາກໃຈທີ່ມຸ້ງຫວັງຫວັງປະໂຫຍດແກ່ຕົນ
2. ກະລຸນາ ຄື: ຄວາມປາດຖະຫນາໃຫ້ຜູ້ອື່ນພົ້ນທຸກ ຄວາມທຸກ ຄື ສິ່ງທີ່ເຂົ້າມາບຽດບຽນໃຫ້ເກີດຄວາມບໍ່ສະບາຍກາຍ ບໍ່ສະບາຍໃຈ ແລະ ເກີດຂຶ້ນຈາກປັດຈັຍຫຼາຍປະການນຳກັນ ພະພຸດທະອົງຄ໌ຊົງສະຫລຸບໄວ້ວ່າຄວາມທຸກມີ 2 ກຸ່ມໃຫຍ່ໆ ດັ່ງນີ້:
ᗌ ທຸກໂດຍສະພາວະ ຫລື ເກີດຈາກປ່ຽນແປງຕາມທຳມະຊາດຂອງຮ່າງກາຍ ເຊັ່ນ: ການເກີດ, ການເຈັບໄຂ້, ຄວາມແກ່ ແລະ ຄວາມຕາຍ ສິ່ງມີຊີວິດທັງຫຼາຍທີ່ເກີດມາໃນໂລກຈະຕ້ອງປະສົບກັບການປ່ຽນແປງທາງຮ່າງກາຍຢ່າງຫຼີກລ້ຽງບໍ່ໄດ້ ຊຶ່ງທັງຫມົດເອີ້ນວ່າ: ກາຍິກທຸກ
ᗌ ທຸກຈົນ ຫລື ທຸກທາງໃຈ ອັນເປັນຄວາມທຸກທີ່ເກີດຈາກສາເຫດທີ່ຢູ່ນອກຕົວເຮົາ ເຊັ່ນ: ເມື່ອປາດຖະຫນາແລ້ວບໍ່ສົມຫວັງກໍເປັນທຸກ ການປະສົບກັບສິ່ງອັນບໍ່ເປັນທີ່ຮັກກໍເປັນທຸກ ການພັດພາກຈາກສິ່ງອັນເປັນທີ່ຮັກ ກໍເປັນທຸກ ທັງຫມົດເອີ້ນວ່າ: ເຈຕສິກທຸກ
ປະເພດຂອງກະລຸນາ
1.1. ກະລຸນາແທ້ ຄື: ການສົງເຄາະຜູ້ອື່ນໃຫ້ພົ້ນຈາກທຸກດ້ວຍຄວາມປາຖະນາທີ່ແທ້ຈິງ ອັນປະກອບຂຶ້ນຈາກໃຈທີ່ບໍລິສຸດ ບໍ່ໄດ້ພຽງສົງເຄາະຜູ້ອື່ນເພາະຫວັງໃຫ້ເຂົາຫຼົງເຊື່ອ ຫລື ຍັງຊຶ່ງປະໂຫຍດແກ່ຕົນ
1.2. ກະລຸນາທຽມ ຄື: ການແກ້ງເຮັດສົງເຄາະຜູ້ອື່ນໃຫ້ພົ້ນຈາກທຸກ ດ້ວຍຄວາມທີ່ມຸ້ງຫວັງໃຫ້ເຂົາຫຼົງເຊື່ອຫລື ພຽງເພື່ອຫວັງໃນປະໂຫຍດຈາກຜູ້ອື່ນ ຫລື ເພື່ອເພີ່ມຄວາມທຸກໃຫ້ຜູ້ອື່ນ
3. ມຸທິຕາ ຄື: ຄວາມຍິນດີເມື່ອຜູ້ອື່ນໄດ້ດີ ຄຳວ່າ "ດີ" ໃນທີ່ນີ້ ໝາຍເຖິງ ການມີຄວາມສຸກ ຫລື ມີຄວາມຈະເລີນກ້າວໜ້າ ຄວາມຍິນດີເມື່ອຜູ້ອື່ນໄດ້ດີ ຈຶ່ງໝາຍເຖິງ ຄວາມປາຖະຫນາໃຫ້ຜູ້ອື່ນມີຄວາມສຸກຄວາມຈະເລີນກ້າວໜ້າຢິ່ງໆຂຶ້ນ ບໍ່ມີຈິດໃຈຣິສຍາ ຄວາມຣິສະຍາ ຄື ຄວາມບໍ່ສະບາຍໃຈ, ຄວາມຄຽດ, ຄວາມຟຸ້ງຊ່ານ ຊຶ່ງມັກເກີດຂຶ້ນເມື່ອເຫັນຜູ້ອື່ນໄດ້ດີກວ່າຕົນ.
ປະເພດຂອງມຸທິຕາ
1.1. ມຸທິຕາແທ້ ຄື: ການເຮັດໃຈຍິນດີ ແລະ ສະແດງອອກເຖິງຄວາມຢິນດີຕໍ່ຄວາມສຸກ ແລະ ການພົ້ນຈາກທຸກຂອງຜູ້ອື່ນດ້ວຍຈິດອັນບໍລິສຸດ ບໍ່ແມ່ນແກ້ງເຮັດເພື່ອຫວັງໃຫ້ຜູ້ອື່ນຫຼົງເຊື່ອ ເພື່ອຫວັງປະໂຫຍດຈາກເຂົາ
1.2. ມຸທິຕາທຽມ ຄື: ການແກ້ງເຮັດໃຈຍິນດີ ຫລື ແກ້ງສະແດງອອກເຖິງຄວາມຍິນດີຕໍ່ຄວາມສຸກ ແລະການພົ້ນຈາກທຸກຂອງຜູ້ອື່ນ ພຽງເພື່ອຫວັງໃຫ້ຜູ້ອື່ນຫຼົງເຊື່ອ ເພື່ອຈະໄດ້ຮັບປະໂຫຍດຈາກເຂົາ
4. ອຸເປກຂາ ຄື: ການຮູ້ຈັກວາງເສີຍ ໝາຍເຖິງ ການວາງໃຈເປັນກາງ ເພາະພິຈາລະນາເຫັນວ່າ ໃຜເຮັດດີຄວນໄດ້ດີ ໃຜເຮັດຊົ່ວຄວນໄດ້ຊົ່ວ ຕາມກົດແຫ່ງກຳ ຄື ໃຜເຮັດສິ່ງໃດໄວ້ ສິ່ງນັ້ນຄວນຕອບສະຫນອງຄືນບຸກຄົນຜູ້ກະທຳ ເມື່ອເຮົາເຫັນໃຜໄດ້ຮັບຜົນກຳໃນທາງທີ່ເປັນໂທດເຮົາກໍບໍ່ຄວນດີໃຈ ຫລື ຄິດຊ້ຳເຕີມເຂົາໃນເລື່ອງທີ່ເກິດຂື້ນ ເຮົາຄວນມີຄວາມປາຖະນາດີ ຄືພະຍາຍາມຊ່ວຍເຫລືອຜູ້ອື່ນ ໃຫ້ພົ້ນຈາກຄວາມທຸກໃນລັກສະນະທີ່ຖືກຕ້ອງຕາມທຳນອງຄອງທຳ.
ປະເພດຂອງອຸເປກຂາ
1.1. ອຸເປກຂາແທ້ ຄື: ການວາງໃຈເປັນກາງຕໍ່ຄວາມສຸກ ຫລື ຄວາມທຸກດ້ວຍຈິດອັນທີ່ຕົນຕັ້ງມັ່ນໂດຍແທ້ ບໍ່ແມ່ນພຽງແກ້ງເຮັດເພື່ອໃຫ້ຜູ້ອື່ນຫຼົງເຊື່ອ
1.2. ອຸເປກຂາທຽມ ຄື: ການແກ້ງເຮັດໃນການວາງໃຈເປັນກາງຕໍ່ຄວາມສຸກ ຫລື ຄວາມທຸກ ພຽງເພື່ອຫຼອກໃຫ້ຜູ້ອື່ນຫຼົງເຊື່ອໃນຕົນ
Subscribe to:
Post Comments (Atom)
No comments:
Post a Comment