Thursday, 21 February 2019

ພະ​ສົງ​ຄ໌​/ພະ​ພິກ​ສຸ​ ແລະ​ ອະ​ລັຊ​ຊີ​

ພຣະ​ສົງ​ຄ໌​ ຫລື​ ພຣະ​ພິກ​ສຸ ໝາຍ​ເຖິງ​ ຜູ້​ສະລະ​ການ​ຄອງ​ເຮືອນ​ ຄອງ​ຊັບ​ເພື່ອ​ອອກ​ບວດ​ ແລະ​ ຖື​ວັດ​​ປະຕິບັດ​ຕາມ​ພະ​ທັມມະ​ວິ​ນັຍ ​ອັນ​ເປັນ​ຄຳ​ສອນ​ຂອງ​ພະ​ພຸທທະເຈົ້າ ເພື່ອ​ຍັງ​ໃຫ້​ຕົນ​ ແລະ​ ຜູ້​ອື່ນໃຫ້​ຮູ້​ແຈ້ງ​ໃນ​ທັມ ພຣະ​ສົງ​ຄ໌​ ຫລື​ ພຣະ​ພິກ​ສຸ ຫາກ​ແປຕາມ​ຖານ​ສັບ​ດັ້ງ​ເດີມ​ ປະກອບ​ດ້ວຍ:​ • ສົງ​ຄ໌​ ມາ​ຈາກ​ພາສາ​ບາ​ລີ​ຄຳ​ວ່າ​: ສັງຄະ​ ແປວ່າ​: ໝູ່​ ຫລື​ ຄະນະ​ • ພິກ​ສຸ​ ມາ​ຈາກ​ພາສາ​ບາ​ລີ​ຄຳ​ວ່າ​: ພິ​ກ​ຂຸ​ ແປ​ວ່າ​: ຜູ້ຂໍ ຄື​ ຜູ້​ສະລະ​ຕົນ ​ສະລະ​ຊັບສົມບັດ​ຈາກ​ການ​ຄອງ​ເຮືອນ​ (ຄະຣາວາດ) ເພື່ອ​ອຸ​ທິດ​ຕົນ​ເພື່ອ​ການ​ບຳ​ເພັນ​ທັມ​ ແລະ ​ຍັງ​ໃຫ້​ຜູ້​ອື່ນ​ເຖິງ​ຊຶ່ງ​ກຸສົລ​ດ້ວຍ​ການ​ອອກ​ຂໍ​ພັດ​ຕາ​ຫານ​ຂອງ​ຜູ້​ອື່ນ​ • ພິກ​ສຸສົງຄ໌ ມາ​ຈາກ​ພາສາ​ບາ​ລີ ​ຄຳ​ວ່າ:​ ພິກ​ຂຸ​ + ສັງຄະ​ ແປ​ວ່າ:​ ໝູ່​ແຫ່ງ​ຜູ້ຂໍ • ພຣະ​ ມາ​ຈາກ​ຮາກ​ສັບ​ພາສາ​ບາ​ລີ​ ຄຳ​ວ່າ:​ ວະຣະ​ ແປວ່າ:​ ປະ​ເສີດ • ພະ​ສົງ​ຄ໌​ ມາ​ຈາກ​ພາສາ​ບາ​ລີ ​ຄຳ​ວ່າ:​ ພະຣະ​ + ສັງ​ຄະ​ ແປ​ວ່າ:​ ຜູ້ຂໍອັນປະເສີດ​ • ພະ​ພິກ​ສຸ​ ມາ​ຈາກ​ພາສາ​ບາ​ລີ​ ຄຳ​ວ່າ​: ພະຣະ​ + ພິ​ກ​ຂຸ​ ແປ​ວ່າ:​ ໝູ່​ແຫ່ງ​ຜູ້ປະເສີດ​ ພະ​ສົງ​ຄ໌​ ຫລື​ ພະ​ພິກ​ສຸ​ ຖື​ເປັນ​ໜຶ່ງ​ໃນ​ຣັດຕະນະ​ທັງ​ສາມ​ ຄື​ ພະ​ພຸທ​ ພະ​ທັມ ແລະ ​ພະ​ສົງ​ຄ໌​ ອັນ​ເປັນ​ອົງ​ຄ໌​ ສາມ​ ທີ່​ສຳຄັນ​ໃນ​ພະ​ພຸດ​ທ​ສາສະນາ​ ທີ່​ຍັງ​ໃຫ້​ພະ​ພຸດ​ທ​ສາສະນາ​ປາກົດ​ຂຶ້ນ​ ດຳ​ເນີນ​ຢູ່​ ແລະ ​ດຳ​ລົງ​ຢູ່​ຈົນ​ເຖິງ​ປະຈຸບັນ​ ແລະ ​ໃນ​ອະນາຄົດ​ ພະ​ສົງ​ຄ໌​ ຫລື​ ພະ​ພິກ​ສຸ​ ຖື​ເປັນ​ສາວົກ​ຂອງ​ພະ​ພຸທທະເຈົ້າ​ ທີ່​ຕ້ອງ​ຖື​ວັດ​​ປະຕິບັດ​ຕາມ​ພຣະ​ທັມມະ​ວິ​ນັຍ​ອັນ​ປະກອບ​ດ້ວຍ​ສິລ​ ຈຳນວນ​ 227 ຂໍ້​ ເພື່ອ​ຍັງ​ໃຫ້​ຕົນ​ເປັນ​ຜູ້​ຈະເລີນ​ ພ້ອມ​ກັບ​ສຶກ​ສາ​ພຣະ​ທັມ​ຄຳ​ສອນ​ໃຫ້​ຮູ້​ແຈ້ງ​ ແລະ ​ຍັງ​ໃຫ້​ຜູ້​ອື່ນ​ເຂົ້າ​ເຖິງ​ຊຶ່ງ​ພຣະ​ທັມ​ນັ້ນ​ ດ້ວຍ​ການ​ເຜີຍແຜ່​ພຣະ​ທຳ​ຄຳ​ສອນ​ແກ່​ປຸ​ຖຸຊົນ​ທັງ​ຫຼາຍ​ ອ​ະລັຊ​ຊີ​ ເປັນ​ຄຳ​ສັບ​ທີ່​ໃຊ້​ເອີ້ນນັກ​ບວດ​ໃນ​ສາສະນາ​ ຜູ້​ບໍ່​ປະພຶດ​ປະຕິບັດ​ຕາມ​ຫຼັກ​ທຳ​ຄຳ​ສອນ​ຂອງ​ພະ​ສາດ​ສະດາ​ ເປັ​ນ​ຜູ້​ປະພຶດຜິດຈາກທໍານອງຄອງທັມທີ່​ຍັງ​ໃຫ້​ສາສະນາ​ເສື່ອມ​ເສຍ​ ບໍ່​ມີ​ຄວາມ​ລະ​ອາຍ​ຕໍ່​ສິ່ງ​ທີ່​ກະທຳ​ນັ້ນ​ ເຊັ່ນ:​ ອະ​ລັຊ​ຊີ​ໃນ​ພຣະ​ພຸທ​ທະ​ສາສະນາ​ ຄື:​ ພະ​ສົງ​ຄ໌ ​ທີ່​ບໍ່​ປະພຶດ​ຕາມ​ພະ​ທັມມະ​ວິ​ນັຍ​ຊຶ່ງ​ຍັງ​ໃຫ້​ພຣະ​ທັມມະ​ວິ​ນັຍ​ຂາດ​ ເຊັ່ນ​: ພະ​ສົງ​ຄ໌​ທີ່​ເສບ​ເມ​ຖຸນ​, ດື່ມ​ສຸ​ຣາ​ເມ​ຣັຍ​, ຂ້າສັດ​ ເປັນ​ຕົ້ນ​ ອ​ະລັຊ​ຊີ​ ແປ​ວ່າ:​ ຜູ້​ບໍ່​ມີ​ຄວາມ​ລະ​ລາຍ​ ມີ​ຖານ​ສັບ​ມາ​ຈາກ​ພາສາ​ບາ​ລີ​ ປະກອບ​ດ້ວຍ​: – ອະ​ ແປ​ວ່າ​: ບໍ່​ – ລັຊຊະ​ ແປ​ວ່າ​: ຄວາມ​ລະ​ອາຍ​ ພຣະ​ສົງ​ຄ໌​ 2 ປະ​ເພດ​ 1. ສົມ​ມຸດຕິສົງຄ໌ ສົມ​ມຸດຕິສົງຄ໌ ຄື​ ພຣະ​ສົງ​ຄ໌​ທົ່ວ​ໄປ​ຕັ້ງ​ແຕ່​ 4 ຮູບ​ ຂຶ້ນ​ໄປ​ ທີ່​ໄດ້ຮັບ​ການ​ອຸປະ​ສົມ​ບົດ​ຕາມ​ພຸດ​ທາ​ນຸ​ຍາດ​ ເຊິ່ງໄດ້​ປະຕິບັດ​ຕາມ​ຫຼັກ​ທຳ​ຄຳ​ສອນ​ຂອງ​ພະ​ພຸດ​ທະອົງຄ໌ ທີ່​ຍັງ​ບໍ່ໄດ້​ບັນ​ລຸ​ໂລ​ກຸດຕະລະທັມ ​ເປັນ​ພຣະອໍຣະຫັນ​ຕ໌​ຕາມ​ພະ​ພຸດ​ທອົງຄ໌​ ໝູ່​ພຣະ​ສົງ​ຄ໌​ເຫຼົ່າ​ນີ້​ ເອີ້ນວ່າ:​ ສົມ​ມຸດຕິສົງຄ໌ 2. ພະ​ອະ​ຣິຍະ​ສົງ​ຄ໌​ ພະ​ອະ​ຣິຍ​ະສົງ​ຄ໌​ ຄື:​ ໝູ່​ແຫ່ງ​ພິກ​ສຸ​ຜູ້​ທີ່​ໄດ້​ຟັງ​ທຳ​ຄຳ​ສອນ​ທີ່​ອອກຈາກ​ພຣະ​ໂອດ​​ຂອງ​ພະ​ພຸດ​ທະ​ເຈົ້າ​ໂດຍ​ກົງ​ ແລະ​ ຍັງ​ໃຫ້​ຕົນ​ຮູ້​ແຈ້ງ​ຕາມ​ທັມ​ນັ້ນ​ ຄື:​ ບັນ​ລຸ​ໂລ​ກຸດຕະລະທັມ​ເປັນ​ພະ​ອໍຣະ​ຫັນ​ຕ໌ ​ຕາມ​ພະ​ພຸດ​ທະອົງຄ໌ ປະກອບ​ດ້ວຍ​ ຄູ່​ແຫ່ງ​ບຸ​ຣຸດ​ 4 ຄູ່​ ຕາມ​ມັຄ ແລະ ​ຜົລ​ ຄື​: – ພະ​ໂສ​ດາ​ບັນ​ 1 ຄູ່​ ຄື:​ ຜູ້​ມີສຸ​ປະຕິ​ປັນ​ໂນ​ ເປັນ​ຜູ້​ປະຕິບັດ​ດີ​ປະຕິບັດ​ງາມ​ ປະກອບ​ດ້ວຍ​ພຣະ​ໂສ​ດາ​ປະຕິ​ມັກ​ 1 ແລະ ​ພຣະ​ໂສ​ດາ​ປະຕິ​ຜົລ​ 1 – ພະ​ສະກະ​ທາ​ຄາ​ມິ​ 1 ຄູ່​ ຄື​: ຜູ້​ມີ​ອຸ​ຊຸ​ປະຕິ​ປັນ​ໂນ​ ເປັນ​ຜູ້​ປະຕິບັດ​ກົງ​ປະຕິບັດ​ຖືກ​ຕ້ອງ​ ປະກອບ​ດ້ວຍ​ພຣະ​ສະກະ​ທາ​ຄາ​ມິມັຄ​ 1 ແລະ​ ພຣະ​ສະກະທາ​ຄາ​ມິ​ຜົລ​ 1 – ພະ​ອະ​ນາ​ຄາ​ມິ​ 1 ຄູ່​ ຄື:​ ຜູ້​ມີ​ຍາຍ​ະປະຕິ​ປັນ​ໂນ​ ເປັນ​ຜູ້​ປະຕິບັດ​ຊອບ​ ປະກອບ​ດ້ວຍ​ພຣະ​ອ​ະນາ​ຄາ​ມິມັຄ​ 1 ແລະ ​ພຣະ​ອ​ະນາ​ຄາ​ມິ​ຜົລ​ 1 – ພະ​ອໍຣະ​ຫັນ​ຕ໌​ 1 ຄູ່​ ຄື​: ຜູ້​ມີ​ສາມີຈິ​ປະຕິ​ປັນ​ໂນ​ ເປັນ​ຜູ້​ປະຕິບັດ​ເໝາະ​ສົມ​ ປະກອບ​ດ້ວຍ​ພຣະ​ອໍຣະຫັນ​ຕົມັຄ​ 1 ແລະ​ພະ​ອົນ​ຫັນ​ຕ໌​ຜົລ​ 1 ອະ​ຣິຍ​ະບຸກ​ຄົນ​ ຄື​: ບຸກ​ຄົນ​ຜູ້ປະເສີດ​ທັງ​ທີ່​ເປັນ​ປຸ​ຖຸຊົນ ​ຫລື ​ພຣະ​ສົງ​ຄ໌ ​ທີ່​ລະ​ແລ້ວ​ໃນ​ສັງ​ໂຢດອັນ​ເປັນ​ກິ​ເລສ​ທີ່​ຜູກ​ມັດ​ຕົນ​ໄວ້​ໃນ​ພົບ​ພູ​ມຕ່າງ​ໆ​ (ໂລກ​ພູ​ມ ນະຣົກພູມ ເທວ​ະພູ​ມ​ ແລະ​ ພຣົມພູມ​) ມັຄ​ ຄື:​ ຍານ​ທີ່​ຊ່ວຍ​ໃຫ້​ລະ​ຊຶ່ງ​ສັງ​ໂຢດ​​ ເພື່ອ​ໃຫ້ເປັນ​ອະ​ຣິຍະ​ບຸກ​ຄົນ​ໃນ​ລະ​ດັບ​ຊານ​ຕ່າງ​ໆ​ ຜົລ​ ຄື​: ກຸສົລ​ທີ່​ເກີດ​ຈາກ​ການ​ລະ​ແລ້ວ​ຊຶ່ງ​ສັງ​ໂຢດ​​ຕ່າງ​ໆ ​ທີ່​ພຣະ​ບຸກ​ຄົນ​ເພີ່ງ​ສະເຫວີຍ​ ສັງ​ໂຢດ​ 10 ຫລື​ ກິ​ເລສ​ 10 1. ສັງ​ກາຍະ​ທິດ​ຖິ​ ຄື​: ການ​ຢຶດ​ໝັ່ນ​ໃນ​ຮ່າງກາຍ​ວ່າ​ເປັນ​ຂອງ​ຕົນ​ ບໍ່​ມີ​ມື້​ດັບ​ຫາຍ​ 2. ວິ​ຈິ​ກິດ​ສາ​ ຄື:​ ຄວາມ​ສົງ​ໄສ​ໃນ​ຫຼັກ​ທັມ​ຄຳ​ສອນ​ຂອງ​ພະ​ພຸດ​ທອົງ​ຄ໌​ ຄື​ ເຫັນ​ຜິດ​ ເຊື່ອ​ຜິດ​ ເຊື່ອ​ໃນ​ຫຼັກ​ການ​ອື່ນ​ທີ່​ບໍ່​ມີ​ເຫດ​ ແລະ ​ຜົນ​ 3. ສີ​ລັພ​ພະຕະ​ປຣາ​ມາສ​ ຄື:​ ການ​ສຳຄັນ​ຜິດ​ ຫລື​ ປະພຶດ​ໃນ​ສິນ 4. ກາມ​ຣາ​ຄະ​ ຄື:​ ການ​ຢຶດ​ໝັ່ນ​ໃນ​ກາ​ມາຣົມ​ ຄື​ ຄວາມ​ຕ້ອງ​ການ​ຂອງ​ຕົນ​ ເປັນ​ໂລ​ພະ​ ຄື​ ຄວາມ​ໂລບ​ 5. ປະຕິ​ຄະ​ ຄື:​ ຄວາມ​ຂຸ່ນ​ເຄືອງ​ ສະແດງ​ພ​ະຍາບາດ​ ເປັນ​ໂທ​ສະ​ ຄື​ ຄວາມ​ໂກດ​ 6. ຮູປະຣາ​ຄະ​ ຄື​: ຢຶດ​ໝັ່ນ​ໃນ​ຮູບ​ ສຽງ​ ກິ່ນ​ ຣົສ​ ແລະ​ ໂຜດຖັບພະ​ ເປັນ​ໂມ​ຫະ​ ຄື​ ຄວາມ​ຫຼົງ​ 7. ອ​ະຮູປະ​ຣາ​ຄະ​ ຄື​: ຢຶດ​ໝັ່ນ​ໃນ​ສິ່ງ​ບໍ່​ມີ​ຮູບ​ ເປັນ​ນາມມະ​ທັມ​ ຈັບ​ຕ້ອງ​ບໍ່​ໄດ້​ ເຊັ່ນ:​ ຄຳ​ສັນ​ລະເສີນ ຄວາມ​ຮັກ​ ອາລົມ​ປາຖະຫນາ​ຂອງ​ຕົນ​ ເປັນ​ຕົ້ນ​ (ກຳນົດ​ລະ​ໂດຍ​ໃຊ້​ອຸ​ເປກ​ຂາ​ ແຫ່ງ​ພຣົມມະວິຫານ​ 4) 8. ມາ​ນະ​ ຄື​: ຄວາມ​ຢຶດ​ໝັ່ນ​ຖື​ມັ່ນ​ໃນ​ນາມ​ສົມມຸດ​ທີ່​ທ່ານ​ຕັ້ງ​ໃຫ້​ (ອາຈາຣຍ໌,​ ຄູ, ນັກຮຽນ​) ແລະ ​ສຳຄັນ​ຕົນ​ວ່າ​ດີກວ່າ​ ຕໍ່າກວ່າ​ ຫລື ​ແຕກ​ຕ່າງ​ຈາກ​ເຂົາຢ່າງໃດ​ 9. ອຸທທັຈ​ຈະ​ ຄື​: ມີ​ຈິດ​ຟຸ້ງ​ຊ່ານ​ ບໍ່​ມີສະ​ມາ​ທິ​ 10. ອ​ະວິຊ​ຊາ​ ຄື:​ ຄວາມ​ບໍ່​ຮູ້​ຄວາມ​ຈິງ​ອັນ​ປະເສີດ ຄື​ ອະ​ຣິຍະ​ສັດ 4 ລຳ​ດັບ​ຊານ​ແຫ່ງ​ການ​ບັນ​ລຸ​ 1. ໂສ​ດາ​ບັນ​ ຄື:​ ຜູ້​ທີ່​ລະ​ແລ້ວ​ຊຶ່ງ​ສັງ​ໂຢດ​​ໃນ​ຂໍ້​ 1-3 ພຽງ​ເທື່ອ​ດຽວ​ ແຕ່​ຍັງ​ບໍ່​ບັນ​ລຸ​ຊານ​ອື່ນ​ທີ່​ສູງ​ກວ່າ​ ຜູ້ບັນລຸ​ຊານ​ນີ້​ ຍັງ​ຕ້ອງ​ວຽນ​ວ່າຍ​ຕາຍ​ເກີດ​ໃນ​ພົບ​ພູ​ມ 2. ສ​ະກະ​ທາ​ຄາ​ມີ​ ຄື​: ຜູ້​ທີ່​ລະ​ແລ້ວ​ຊຶ່ງ​ສັງ​ໂຢດ​​ໃນ​ຂໍ້​ 1-3 ດ້ວຍ​ການ​ສັ່ງ​ສົມ​ໃນ​ຊາດ​ດຽວ​ ຫລື ​ຫຼາຍ​ຊາດ​ ຈົນ​ເກືອບ​ລະ​ແລ້ວ​ຊຶ່ງ ​ຣາ​ຄະ​ ໂທ​ສະ​ ໂມ​ຫະ​ ແຕ່​ຍັງ​ບໍ່​ບັນ​ລຸ​ຊານ​ອື່ນ​ທີ່​ສູງ​ກວ່າ​ ຜູ້ບັນລຸ​ຊານ​ນີ້​ ຍັງ​ຕ້ອງ​ວຽນ​ວ່າຍ​ຕາຍ​ເກີດ​ໃນ​ພົບ​ພູ​ມ 3. ອ​ະນາ​ຄາ​ມີ​ ຄື​: ຜູ້​ທີ່​ລະ​ແລ້ວ​ຊຶ່ງ​ສັງ​ໂຢດ​ໃນ​ຂໍ້​ 1–5 ຜູ້ບັນລຸ​ຊານ​ນີ້​ ດ້ວຍ​ການ​ສັ່ງ​ສົມ​ໃນ​ຊາດ​ດຽວ​ ຫລື​ຫຼາຍ​ຊາດ​ ຍັງ​ຕ້ອງ​ວຽນ​ວ່າຍ​ຕາຍ​ເກີດ​ໃນ​ພົບ​ພູ​ມ ທັງ​ນີ້​ ລະ​ດັບ​ອ​ະນາ​ຄາ​ມີ​ຕ່າງ​ຈາກ​ລະ​ດັບ​ສ​ະກະທາ​ຄາ​ມີ​ໃນ​ພຽງ​ຂໍ້​ 4 ແລະ ​5 ຊຶ່ງ​ຜູ້​ທີ່​ລະ​ແລ້ວ​ຊຶ່ງ​ຂໍ້​ 4 ມັກ​ເປັນ​ຜູ້​ສະຫລະ​ແລ້ວ​ຊຶ່ງ​ການ​ຄອງ​ເຮືອນ​ ຄື​ ອອກ​ບວດ​ເປັນ​ພິກ​ສຸ​ໃນ​ພຸທ​ທະ​ສາສະນາ​ 4. ອໍຣະ​ຫັນ​ຕ໌​ ຄື:​ ຜູ້​ທີ່​ລະ​ແລ້ວ​ຊຶ່ງ​ສັງ​ໂຢດ​​ທັງ​ 10 ຂໍ້​ ເອີ້ນວ່າ:​ ບັນ​ລຸອໍຣະຫັນ​ຕ໌ ​ຫລື ​ເຂົ້າ​ສູ່​ພຣະ​ນິບ​ພານ​ ຜູ້ບັນລຸ​ຊານ​ນີ້​ ບໍ່​ມີ​ການ​ວຽນ​ວ່າຍ​ຕາຍ​ເກີດ​ໃນ​ພົບ​ພູ​ມອີກຕໍ່ໄປ... Credit:http://yarkhu.blogspot.com/2017/06/blog-post_6.html

No comments:

Post a Comment