Thursday, 21 February 2019
ຕັນຫາ 3
ຕັນຫາ 3
17_02
ຕັນຫາ ຫລື ຣາຄະ ຫລື ໂລພະ ໝາຍເຖິງ ຄວາມທະຍານຢາກ ທີ່ເກີດຈາກການຫຼົງມົວເມົາຕາມຈິດຂອງຕົນ ຕາມຄວາມຈິດໃຈຂອງຕົນ ຕາມຄວາມຢຶດຕິດຂອງຕົນ ຊຶ່ງເຮັດໃຫ້ດິ້ນຮົນ ແລະ ສະແຫວງຫາສິ່ງເຫຼົ່ານັ້ນ ມາສະຫນອງຕໍ່ຄວາມຕ້ອງການ ປະກອບດ້ວຍ 3 ປະການ ຄື:
1. ກາມຕັນຫາ ໝາຍເຖິງ ຄວາມທະຍານຢາກໃນທະວານສັມຜັດທັງ 5 ຄື ໃນກາມຮູບ
2. ພະວະຕັນຫາ ໝາຍເຖິງ ຄວາມທະຍານຢາກເປັນ ຄື ຄວາມຢາກ ອັນມຸ້ງຫວັງໃຫ້ເກີດຂຶ້ນຕໍ່ຕົນທັງໃນຊີວິດປະຈຸບັນ ແລະ ຊີວິດໃນພາຍພາກໜ້າ
3. ວິພາວະຕັນຫາ ໝາຍເຖິງ ຄວາມທະຍານຢາກທີ່ບໍ່ຢາກເປັນ ຄື ຄວາມຢາກ ອັນມຸ້ງຫວັງບໍ່ໃຫ້ເກີດຂຶ້ນຕໍ່ຕົນທັງໃນຊີວິດປະຈຸບັນ ແລະ ຊີວິດໃນພາຍພາກໜ້າ
ຕັນຫາ 3 ຢ່າງ:
1. ກາມຕັນຫາ
ກາມຕັນຫາ ຄື ຄວາມທະຍານຢາກໃນຮູບສັມຜັດອັນເກີດຈາກຄວາມກຳໜັດ ຄວາມຫຼົງໃຫຼ ຄວາມຕິດໃຈໃນສິ່ງທີ່ຕົນເຄີຍສັມຜັດຈາກທະວານທັງ 5 ອັນເປັນອິດຖາຣົມ ຄື ເປັນສິ່ງໜ້າໃຄຣ່ ນ່າປາຖະນາ
ກາມຕັນຫາ ເປັນຄວາມທະຍານຢາກເພື່ອໃຫ້ໄດ້ສະເໜີຕໍ່ທະວານທັງ 5 ຫລື ກາມມະຄຸນ 5 ຄື
1. ຫູໄດ້ຍິນ ເຊັ່ນ: ໄດ້ຍິນສຽງເພລງ, ໄດ້ຍິນສຽງສະຕີ
2. ຕາໄດ້ເຫັນ ເຊັ່ນ: ເຫັນຮູບກາຍສະຕີ, ເຫັນສິ່ງຂອງສວຍງາມ
3. ດັງໄດ້ກິ່ນ ເຊັ່ນ: ໄດ້ກິ່ນຫອມອາຫານ, ໄດ້ກິ່ນນ້ຳຫອມ
4. ລິ້ນຮັບຣົສ ເຊັ່ນ: ຊິມຮູູ້ຣົສຫວານ, ຊິມຮູ້ຣົສເຄັມ
5. ກາຍໄດ້ສັມຜັດ ເຊັ່ນ: ສັມຜັດຮູ້ອຸ່ນ, ສັມຜັດຮູ້ເຢັນ
ການຫຼົງມັວເມົາ ຕັນຫາທີ່ເກິດຂື້ນໃນກາມມະຄຸນທັງ 5 ນີ້ ເປັນຕັນຫາໃນຮູບປະທຳ ມີຕົວຕົນທີ່ຈັບຕ້ອງໄດ້ ດ້ວຍທະວານທັງ 5 ນຳມາສູ່ຈິດນຶກທົບທວນ ນຶກໃຄຣ່ຫຼົງໃນສັມຜັດທີ່ເກິດຂື້ນ ເຮັດໃຫ້ທະຍານຢາກທີ່ຈະສັມຜັດ ແລະ ຮັບຮູ້ອີກຕໍ່ໄປເປັນນິດ
2. ພະວະຕັນຫາ
ພະວະຕັນຫາ ຄື ຄວາມທະຍານຢາກໃຫ້ເກີດຂຶ້ນຕາມຮູບປະທໍາ ທີ່ຕົນໄດ້ປຸງແຕ່ງໃຫ້ເກີດໃນຈິດໃຈ ເຊັ່ນ: ຢາກເປັນຕຳຫລວດ, ຢາກເກີດເປັນເສດຖີ ເປັນຕົ້ນ
ພະວະຕັນຫາ ມີຖານສັບມາຈາກພາສາບາລີ ຄື
– ພະວະ ແປວ່າ: ພົບ ຄື ໂລກ ຫລື ສະຖານອັນເປັນທີ່ຢູ່ຂອງຕົນ ທັງໃນຊີວິດປະຈຸບັນ ແລະ ຊີວິດໃນພາຍພາກໜ້າ
– ຕັນຫາ ແປລວ່າ ຄວາມຢາກ
ແປລຕາມຮາກສັບ ຄື: ຄວາມຢາກເປັນໃນສິ່ງໃດໆ ທັງໃນຊີວິດປະຈຸບັນ ແລະ ຊີວິດໃນພາຍພາກໜ້າ
3. ວິພະວະຕັນຫາ
ວິພະວະຕັນຫາ ຄື ຄວາມທະຍານຢາກທີ່ຈະຂ້າມພົ້ນໄປຈາກຮູບປະທໍາ ທີ່ຕົນໄດ້ປຸງແຕ່ງໃຫ້ເກີດໃນຈິດໃຈ ເຊັ່ນ: ບໍ່ຢາກເປັນໂຈນ, ບໍ່ຢາກເກີດເປັນສັດ ເປັນຕົ້ນ
ວິພະວະຕັນຫາ ມີຖານສັບມາຈາກພາສາບາລີ ຄື:
– ວິ ແປວ່າ: ບໍ່
– ພະວະ ແປວ່າ: ພົບ
– ຕັນຫາ ແປວ່າ: ຄວາມຢາກ
ແປຕາມຮາກສັບ ຄື ຄວາມຢາກບໍ່ເປັນໃນສິ່ງໃດໆ ທັງໃນຊີວິດປະຈຸບັນ ແລະ ຊີວິດໃນພາຍພາກໜ້າ
ພະວະຕັນຫາ ແລະ ວິພະວະຕັນຫາ ເປັນຄວາມທະຍານຢາກໃນທະວານທີ 6 ຄື ຄວາມຕ້ອງການທາງໃຈ ທີ່ຈິດຕົນພະຍາຍາມປຸງແຕ່ງໃຫ້ເກີດເປັນຮູບໃນຈິດໃຈ ຊຶ່ງສ່ວນຫນຶ່ງມາຈາກພື້ນຖານກາມຕັນຫາ ຄື ຄວາມລືມຫຼົງໃນຮູບສັມຜັດທັງຫຼາຍ ທີ່ຕົນເຄືຍສໍາຜັດມາ
ຕັນຫາຍັງໃຫ້ເກີດການປະພຶດ ຄື:
1. ທາງກາຍ 2 ຢ່າງ ຄື:
– ເຮັດໃຫ້ເກີດການລັກຊັບຜູ້ອື່ນ
– ເຮັດໃຫ້ລ່ວງຜິດໃນກາມກັບຍິງ ຫລື ຊາຍອື່ນ
2. ທາງວາຈາ 3 ຢ່າງ ຄື
– ເຮັດໃຫ້ເວົ້າຄວາມເທັດ
– ເຮັດໃຫ້ເວົ້າບຽດບຽນ ຫລື ຍຸແຍ່ຜູ້ອື່ນ ເພາະຄວາມອິດສາ
– ເຮັດໃຫ້ເວົ້າບໍ່ມີສາລະ (ບໍ່ມີປະໂຫຍດ) ບໍ່ມີຄຳທີ່ໜ້າເຊື່ອຖືໄດ້
3. ທາງໃຈ 2 ຢ່າງ ຄື
– ເຮັດໃຫ້ຢິນດີໃນຄວາມທຸກຂອງຜູ້ອື່ນ
– ເຮັດໃຫ້ຮູ້ຜິດ ເຂົ້າໃຈຜິດ ບໍ່ສອດຄ້ອງກັບຄວາມເປັນຈິງ
Subscribe to:
Post Comments (Atom)

No comments:
Post a Comment