Thursday, 21 February 2019
ພະລັງຈິດ
ພະລັງຈິດແມ່ນຫຍັງ?
Brain_Molecular_Thoughts-Thinkstock
ພະລັງຈິດ (Gsychergy) ໝາຍເຖິງ ຄື້ນຄວາມຖີ່ຂອງພະລັງງານຄວາມຄິດ (Pranic Energy) ເຊິ່ງເປັນພະລັງງານໄຟຟ້າບວກ (Proton) ໄຟຟ້າລົບ (Electron) ທີ່ເກີດຈາກຕ່ອມໄພເນວ (Pineal Gland) ທີ່ສະໝອງຂ້າງເທິງ ເມື່ອບຸກຄົນຄິດຕ່ອມນີ້ ຈະສ້າງຄື້ນຄວາມຖີ່ຂອງຄວາມຄິດຂື້ນ ຄື້ນນີ້ອາດຈະມີມາກ ຫຼື ນ້ອຍ ຂື້ນຢູ່ກັບຂະບວນການທາງຄວາມຄິດ (Thinking Process) ນັ້ນ ຄື້ນນີ້ຈະລອຍຢູ່ອ້ອມຮອບຕົວຜູ້ຄິດ ເມື່ອຄິດເຖິງໃຜ ຄື້ນນັ້ນຈະສົ່ງໄປຍັງ ຕ່ອມສ້າງຄວາມຄິດຂອງຜູ້ຮັບນັ້ນ ຖ້າຜູ້ຮັບຮັບຄື້ນຄວາມຄິດນັ້ນໄດ້ ຈະເກີດຄວາມຄວາມຄິດເຊັ່ນນັ້ນທັນທີ ເອີ້ນວ່າ ເກີດການຮັບຮູ້ຄວາມຄິດຂອງຜູ້ອື່ນໄດ້.
ບຸກຄົນທີ່ມີພະລັງຈິດສູງ ຄື: ບຸກຄົນທີ່ມີສະມາທິດີ ເຊັ່ນ: ມີສະມາທິຢູ່ໃນຊັ້ນກາງທີ່ເອີ້ນວ່າ ອຸປະຈະຣະສະມາທິ ແລະ ສະມາທິຂັ້ນສູງທີ່ເອີ້ນວ່າ: ອັບປະນາສະມາທິ
➤ ການທໍາງານຂອງພະລັງຈິດ
ຈິດຈະທໍາງານໄດ້ ຈິດຕ້ອງມີເຄື່ອງມືຄື: ຮ່າງກາຍທີ່ເປັນຢູ່ຂອງຈິດ ຈິດຈຶ່ງສະແດງຜົນອອກມາໃຫ້ເຫັນໄດ້ ສ່ວນຂອງມັນສະໝອງ ມີໜ້າທີ່ຮັບຄໍາສັ່ງຂອງຈິດຄື ຕ່ອມໄພເນວ (Pineal Gland) ເຊິ່ງເປັນຕ່ອມນ້ອຍໆສີແດງອົມເທົາ ຮູບຈວຍ ເປັນສ່ວນປະກອບຂອງປາຍປະສາດ ຕ່ອມນີ້ ຢູ່ໃນສ່ວນກາງຂ້າງເທິງຂອງມັນສະໝອງ ເມື່ອຕ່ອມໄພເນວ ຮັບຄໍາສັ່ງຂອງຈິດຕ່ອມນີ້ ຈະສ້າງເປັນຄື້ນຄວາມຖີ່ອອກມາ ຄື້ນຄວາມຖີ່ຈະຫຼາຍ ຫຼື ນ້ອຍ ຂື້ນຢູ່ກັບຄວາມຄິດນັ້ນ ແລະ ຈະລອຍຢູ່ອ້ອມຮອບຕົວຂອງຜູ້ຄິດ ແລະ ຄື້ນຄວາມຖີ່ນີ້ ຈະແລ່ນໄປຕາມປະສາດຕ່າງໆ ທັງຮ່າງກາຍ ເພື່ອຄວບຄຸມການທໍາງານຂອງອະໄວຍະວະນັ້ນໆ ພະລັງງານໄຟຟ້າທີ່ຄວບຄຸມອະໄວຍະວະຕ່າງໆ ຈະມີກະແສຄວາມຖີ່ຕ່າງກັນ ຕາມໜ້າທີ່ຂອງອະໄວຍະວະ ແລະ ຄົນນັ້ນໆ ອີກດ້ວຍ ເຊັ່ນ: Electron ແລະ Protron ທີ່ຄວບຄຸມການທໍາງານຂອງເຊລເນື້ອເຫຍື່ອຂອງອະໄວຍະວະຕ່າງໆ ເຮັດໃຫ້ມີການສ້າງ ແລະ ທໍາລາຍຂອງເຊລໄດ້ຕາມປົກກະຕິ ເຊັ່ນ: ທໍາລາຍໄປ 10 ເຊລ ກໍຈະສ້າງຂື້ນມາທົດແທນຄືເກົ່າ ອະໄວຍະວະນັ້ນຈະທໍາໜ້າທີ່ໄດ້ຕາມປົກກະຕິ ສ້າງພູມຕ້ານທານຂອງຮ່າງກາຍ ໃຫ້ສູງເປັນປົກກະຕິ ຮ່າງກາຍຈະແຂງແຮງສົມບູນ
ການສຶກສາ ພະລັງຈິດ
ໄດ້ມີການຄົ້ນຄວ້າທາງພະລັງຈິດ ທັງພາຍໃນປະເທດ ແລະ ຕ່າງປະເທດ ປະເທດເຮົາເອີ້ນພະລັງນີ້ວ່າ: ພະລັງອໍານາດທິບ ສ່ວນໃນຕ່າງປະເທດ ເຊັ່ນ: ຊາວຈີນບູຮານເອີ້ນວ່າ: ພະລັງແຫ່ງຊີວິດ (Life Force Energy) ຊາວເອີຣົບ ເຊັ່ນ: ເຢັຍລະມັນ ເອີ້ນວ່າ: ພະລັງແມ່ເຫຼັກສັດ (Animal Magnetism), ຊາວລັດເຊຍເອີ້ນວ່າ: ພະລັງຊີວະພາບ (Bioplasmic Energy), ນັກວິທະຍາສາດ ໃນກຸ່ມຕາເວັນຕົກ ເອີ້ນວ່າ: ພະລັງຊີວະພາບ (Bio Energy) ຫຼື ພະລັງແມ່ເຫຼັກໄຟຟ້າ (Electo Magnetic Force)
ບຸກຄົນທີ່ມີຮ່າງກາຍແຂງແຮງ ຄື ຜູ້ທີ່ມີພະລັງຈິດສົມບູນຄວບຄຸມຢູ່ທົ່ວທຸກສ່ວນຂອງຮ່າງກາຍ ເຮັດໃຫ້ຮ່າງກາຍຮູ້ສຶກສົດຊື່ນ ແຈ່ມໃສ ໂປດໂປ່ງ ພະລັງຈິດຈະເປັ່ງເປັນລັດສະໝີອອກໂດຍຮອບຮ່າງກາຍ ກົງກັນຂ້າມຄົນປ່ວຍຈະມີພະລັງຈິດ ຄວບຄຸມຢູ່ພຽງເລັກນ້ອຍ ພູມຕ້ານທານໃນຮ່າງກາຍຈະຫຼຸດລົງ ຮ່າງກາຍອ່ອນແອ ແລະ ຈະມີຮ່າງກາຍທີ່ປົກກະຕິ ເໝືອນເດີມໄດ້ ເມື່ອໄດ້ຮັບພະລັງຈິດນັ້ນໆເພີ່ມຂື້ນ ດັ່ງນັ້ນ, ພະລັງຈິດຈຶ່ງເປັນພະລັງງານທີີ່ຄວບຄຸມການທໍາງານຂອງຮ່າງກາຍ ເຊັ່ນ: ການໝູນວຽນຂອງໂລຫິດ ການຈະເລີນເຕີບໂຕຂອງເຊວ ຫາກຮ່າງກາຍສ່ວນໃດຂາດພະລັງຈິດ ຮ່າງກາຍສ່ວນນັ້ນຈະບໍ່ສາມາດທໍາໜ້າທີ່ໃດໆໄດ້ຕາມປົກກະຕິໄດ້ ຫຼື ຮ່າງກາຍບໍ່ສາມາດມີຊີວິດຢູ່ໄດ້ ພະລັງຈິດທີ່ໃຊ້ກັນທົ່ວໄປມີ 3 ລັກສະນະຄື:
1. Telepathy ຄື: ພະລັງງານແຫ່ງເມດຕາ ພະລັງນີ້ຕິດຕໍ່ກັນໄດ້ໂດຍທາງຈິດ ເປັນພະລັງງານທີ່ໃຊ້ເພື່ອການສ້າງສັນ
2. Telkynesys ຄື: ພະລັງງານທີ່ໃຊ້ບັງຄັບວັດຖຸໃຫ້ເຄື່ອນທີ່ ຫຼື ໃຊ້ເພື່ອທໍາລາຍວັດຖຸຕ່າງໆ ເປັນພະລັງງານທີ່ໃຊ້ເພື່ອການບັງຄັບ ຫຼື ເພື່ອການທໍາລາຍ
3. Teleportation ຄື: ພະລັງງານທີ່ໃຊ້ເພື່ອການລ່ອງຫົນຫາຍຕົວ ເມື່ອໃຊ້ພະລັງງານນີ້ແລ້ວ ສາມາດຍ່າງເທິງນໍ້າ ເທິງອາກາດ ຫຼື ຜ່ານເຄື່ອງກີດຂວາງໄດ້.
ພະລັງຈິດ ຜິດປົກກະຕິເຮັດໃຫ້ເຈັບປ່ວຍ.
ຈິດມີອໍານາດເໜືອຮ່າງກາຍ ທີ່ເອີ້ນວ່າ ຈິດເປັນໃຫຍ່ ຈິດເປັນປະທານ ສໍາເລັດແລ້ວດ້ວຍຈິດ ເມື່ອຈິດມີອໍານາດຂອງກໍາຄອບຄອງງໍາຢູ່ ຈິດນັ້ນຈະສັ່ງກາຍ ເຊິ່ງເປັນເຄື່ອງມືຂອງຈິດຕາມອໍານາດ ຂອງກໍານັ້ນ ເຊັ່ນ: ຈິດມີອໍານາດຂອງອະກຸສົນກໍາຫຼາຍ ພະລັງງານໄຟຟ້າທີ່ອອກມາ ຈະບໍ່ມີຄວາມສົມດູນທາງທໍາມະຊາດ ເຊັ່ນ: ເຮັດໃຫ້ພະລັງງານໄຟຟ້າບວກສູງຫຼາຍຈົນເກີນໄປ ຈະມີຜົນເຮັດໃຫ້ລະບົບການສ້າງການທໍາລາຍຂອງຮ່າງກາຍບໍ່ຄົງທີ່, ດ່ັງນີ້:
ພະລັງງານໄຟຟ້າບວກສູງຫຼາຍ ຈະເຮັດໃຫ້ການສ້າງເຊວຫຼາຍກວ່າການທໍາລາຍ ຫຼື ເທົ່າເດີມ ແຕ່ຮູບຮ່າງໃຫຍ່ກວ່າເກົ່າ ຈະເປັນສາເຫດຂອງໂລກບວມ ເນື້ອງອກ ເຊັ່ນ: ໂລກຫົວໃຈ ໂລກມົດລູກ ເນື້ອງອກທໍາມະດາ ເນື້ອງອກມະເຮັງ ເປັນຕົ້ນ. ທ່ານໝໍຜູ້ຊ່ຽວຊານ ໂລກມະເຮັງ ໄດ້ກ່າວເຖິງ ທິດສະດີກ່ຽວກັບມະເຮັງ ທີ່ໄດ້ຮັບການຍອມຮັບຫຼາຍທີ່ສຸດວ່າ ເຊວມະເຮັງເກີດຂື້ນໃນຕົວຄົນເຮົາຕະຫຼອດເວລາ ແຕ່ຖືກທໍາລາຍໂດຍ ເຊວເມັດເລືອດຂາວ ກ່ອນທີ່ມັນຈະໃຫຍ່ຈົນກໍ່ພິດໄພແກ່ຮ່າງກາຍ ໂລກມະເຮັງເກີດຂື້ນຕໍ່ເມື່ອ ລະບົບພູມຕ້ານທານ ຖືກກົດດັນການທໍາງານໄວ້ ເຮັດໃຫ້ບໍ່ສາມາດກໍາຈັດ ເຊວມະເຮັງ ທີ່ກໍ່ຕົວຂື້ນ ດ່ັງນັ້ນ, ຖ້າມີສິ່ງໃດກໍຕາມທີ່ສົ່ງຜົນກະທົບ ຕໍ່ການທໍາງານຂອງສະໝອງ ທີ່ຄວບຄຸມ ລະບົບຄຸ້ມກັນ ມະເຮັງຍ່ອມເກີດຂື້ນໄດ້.
ພະລັງງານໄຟຟ້າລົບສູງຫຼາຍ ຈະເຮັດໃຫ້ການສ້າງເຊວນ້ອຍກວ່າການທໍາລາຍ ຫຼື ເທົ່າເດີມ ແຕ່ຮູບຮ່າງນ້ອຍກວ່າເດີມ ຈະເຮັດໃຫ້ເປັນໂລກ ລີບຕີບຕ່າງໆ ເຊັ່ນ: ຫຼອດເລືອດຕີບ ລີ້ນຫົວໃຈຕີບ ກ້າມເນື້ອຕາຍ ມັນສະໝອງຝໍ່ ພູມຕ້ານທານບົກຜ່ອງ ຕັບວາຍ ໄຕວາຍ ກ້າມເນື້ອຫົວໃຈບໍ່ທໍາງານ ເອີ້ນວ່າ: ໂລກໄຫຼຕາຍ ເດັກເກີດມາມີຮ່າງກາຍບໍ່ສົມບູນ ເປັນຕົ້ນ. ພະລັງງານໄຟຟ້າໃນຮ່າງກາຍ ຂອງແຕ່ລະຄົນອາດບໍ່ຄືກັນກໍເປັນໄດ້ ແລະ ກໍໄດ້ພົບເຫັນວ່າ ການເພີ່ມເລືອດໃຫ້ຄົນໄຂ້ ສະພາບຮ່າງກາຍຂອງຄົນໄຂ້ບໍ່ຍອມຮັບເລືອດນັ້ນ ເພາະເລືຶອດໃໝ່ ແລະ ເລືອດເກົ່າບໍ່ສາມາດເຂົ້າກັນໄດ້ ເຖິງແມ່ນວ່າ ທາງການແພດຈະວິເຄາະແລ້ວວ່າ ເປັນເລືຶອດກຸບດຽວກັນກໍຕາມ ເມື່ອພິຈາລະນາແລ້ວວ່າ ພະລັງງານໄຟຟ້າທີ່ຄວບຄຸມເມັດເລືອດນັ້ນບໍ່ເທົ່າກັນ ສະແດງວ່າ ພະລັງງານຄວບຄຸມເມັດເລືອດ ຂອງແຕ່ລະຄົນຈະເທົ່າກັນ ຫຼື ບໍ່ເທົ່າກັນກໍໄດ້ ແລະ ພົບຢູ່ຫຼາຍກັບກຸ່ມຜູ້ຫຼົງຜິດ ທີ່ໄປຮັບເອົາພະລັງງານອື່ນ ມາກົດທັບພະລັງຈິດຂອງຕົນເອງ ເຮັດໃຫ້ການທໍາງານຂອງພະລັງຈິດຂອງຕົນຜິດໄປ ຈິດນັ້ນຈຶ່ງສັ່ງມາທີ່ ສະໝອງຂອງຕົນຜິດ ການສະແດງອອກຂອງຮ່າງກາຍຈິດຜິດຕາມໄປດ້ວຍ ເຊັ່ນ: ກຸ່ມຂອງຄົນຊົງເຈົ້າເຂົ້າຜີ ກຸ່ມຂອງເຫຼົ່ານີ້ ຈະໄປຮັບເອົາເວດມົນຄາຖາ ຂອງມີອິດທິ ຂອງອາຖັນດວງວິນຍານເຂົ້າມາສິງ ເຊັ່ນ: ດວງວິນຍານກຸມມານທອງ ນາງກວັກ ປະລັດຂິກ ເຈົ້າແມ່ ນໍ້າມັນພາຍ ຫຼື ອົງເທບຕ່າງໆມາຢູ່ກັບຕົນ ທີ່ເອີ້ນວ່າ: ເດຣັດສານວິຊາ ບໍ່ເປັນຈິດດັ້ງເດີມຂອງຕົນເອງ ອາການປ່ວຍຂອງບຸກຄົນເຫຼົ່ານີ້ ທາງການແພດຈະກວດຫາບໍ່ພົບ
➤ ການເພີ່ມ ແລະ ການຮັບພະລັງຈິດ
ບຸກຄົນທີ່ມີສະມາທິດີ ຈະມີຄື້ນຄວາມຖີ່ ແລະ ຄວາມແຮງຂອງພະລັງງານຄວາມຄິດສູງ ສາມາດທີ່ຈະສົ່ງພະລັງງານນັ້ນ ເອີ້ນວ່າ: ການເພີ່ມ ແລະ ການຮັບພະລັງຈິດ ການເພີ່ມແຕ່ລະຄັ້ງ ແຕ່ລະຄົນບໍ່ຄືກັນ ເພີ່ມພະລັງຈິດແຕ່ລະຄັ້ງນານເທົ່າໃດ ຜູ້ເພີ່ມພະລັງຈິດຈະຮູ້ໄດ້ໃນສະມາທິຈິດນັ້ນ ຫາກຜູ້ຮັບຍັງຮັບໄດ້ ກໍເພີ່ມໄດ້ຕໍ່ໄປ ຫາກເຫັນວ່າ ພະລັງຈິດທີ່ສົ່ງໄປນັ້ນຢຸດລົງ ກໍຢຸດເພີ່ມະລັງຈິດໃນຄັ້ງນັ້ນ ແລະ ຕ້ອງເພີ່ມພະລັງຈິດອີກຈັກເທື່ອຈຶ່ງຈະໄດ້ຜົນ ສິ່ງນີ້ບໍ່ມີກໍານົດ ແນ່ນອນຂື້ນຢູ່ກັບຜູ້ຮັບ ຫາກຜູ້ຮັບສາມາດຮັບພະລັງຈິດໄດ້ຫຼາຍ ແລະ ເຮັດວ່າອະໄວຍະວະທີ່ຜິດປົກກະຕິນັ້ນ ປ່ຽນເປັນປົກກະຕິໄວ ພະລັງຈິດທີ່ສົ່ງໄປຈະຢຸດລົງ ຄວນຢຸດເພີ່ມພະລັງຈິດໃຫ້ຜູ້ປ່ວຍກັບໄປທໍາສະມາທິພາວະນາດ້ວຍຕົນເອງ ຜູ້ປ່ວຍຈະສ້າງພະລັງຈິດທີ່ດີຂື້ນມາໄດ້ ພະລັງຈິດນັ້ນໆ ຈະບໍາບັດທຸກໃຫ້ກັບຜູ້ປ່ວຍໄດ້ໃນທີ່ສຸດ
ການເພີ່ມພະລັງຈິດ ສາມາດເຮັດໄດ້ 3 ທາງຄື:
1. ເພີ່ມທີ່ອະໄວຍະວະນັ້ນໂດຍກົງ
2. ເພີ່ມທີ່ຈຸດກໍາເນີດຂອງພະລັງຈິດ ຄືທີ່ຕ່ອມໄພເນວ
3. ເພີ່ມພະລັງຈິດໃຫ້ຄວບຄຸມທັງຕົວຜູ້ຮັບ ຈະເພີ່ມໃຫ້ໃຜທີ່ອະໄວຍະວະໃດນັ້ນ ຈະຮູ້ ແລະ ເຫັນໄດ້ໃນສະມາທິນັ້ນໆ
ຜູ້ເພີ່ມພະລັງຈິດທີ່ດີ
ຜູ້ເພີ່ມພະລັງຈິດທີ່ດີຄວນມີຄຸນສົມບັດດັ່ງນີ້ຄື ເປັນຜູ້ທີ່ຕັ້ງຢູ່ໃນສິນ ສະມາທິ ປັນຍາ ແລະ ເມື່ອເພີ່ມພະລັງຈິດໃຫ້ກັບໃຜກໍຕາມຕ້ອງຮູ້ທຸກ ສາເຫດແຫ່ງທຸກ ຮູ້ຫົນທາງດັບທຸກ ແລະ ຮູ້ວິທີການດັບທຸກນັ້ນໆ ໂດຍຊັດເຈນ ພ້ອມຕັ້ງຕົນຢູ່ໃນພົມມະວິຫານທໍາ ແລະ ຫິຣິໂອດຕັບປະທໍາ
➤ ຜູ້ຮັບພະລັງຈິດທີ່ດີ ຄື ເປັນຜູ້ທີ່ມີ:
1. ສັດທາ ຜູ້ຮັບຕ້ອງມີສັດທາທີ່ຈະຮັບພະລັງຈິດ
2. ສະມາທິ ຜູ້ຮັບຕ້ອງມີຄວາມຕັ້ງໝັ້ນແຫ່ງຈິດຢູ່ກັບກາຍ ແລະ ຈິດຂອງຕົນ
3. ສະຕິ ຜູ້ຮັບຕ້ອງມີຄວາມລະນຶກໄດ້ວ່າຕົນກໍາລັງຮັບພະລັງຈິດຢູ່
4. ປັນຍາ ຜູ້ຮັບຕ້ອງຮູ້ຈັກການປ່ອຍວາງຄວາມທຸກອອກຈາກຈິດໃຈໃນຂະນະນັ້ນ
5. ຄວາມຂະຫຍັນໝັ່ນພຽນ ການຮັບພະລັງຈິດນັ້ນຕ້ອງຮັບສະໝໍ່າສະເໝີ ແລະ ໃຫ້ຕັ້ງຢູ່ໃນຄໍາສອນຂອງພຸດທະອົງ ເປັນຫຼັກ.
➤ ການເພີ່ມພະລັງຈິດຜ່ານບຸກຄົນອື່ນ ວັດຖຸຸອື່ນ
ກໍທີ່ຈໍາເປັນ ຄື ຜູ້ປ່ວຍບໍ່ສາມາດຂໍຮັບພະລັງຈິດດ້ວຍຕົນເອງ ການເພີ່ມພະລັງຈິດຜ່ານບຸກຄົນອື່ນ ວັດຖຸອື່ນ ບາງກໍລະນີທີ່ຈໍາເປັນທີ່ຜູ້ປ່ວຍບໍ່ສາມາດຂໍຮັບພະລັງຈິດ້ວຍຕົນເອງໄດ້ ເຊັ່ນ: ຢູ່ໃນຫ້ອງຜູ້ປ່ວຍໜັກຢູ່ໃນໂຮງໝໍຈິດຕະເວດ ຢູ່ຕ່າງປະເທດ ກໍສາມາດເພີ່ມພະລັງຈິດຜ່ານກະແສຈິດຂອງຜູ້ໃກ້ຊິດ ເຊັ່ນ: ພໍ່, ແມ່, ລູກ, ຜົວ, ເມຍ, ຜູ້ເບິ່ງແຍງ ຫຼື ຜ່ານລົງໄປໃນນໍ້າດື່ມ ກໍສາມາດຊ່ວຍຜູ້ປ່ວຍໄດ້ດ້ວຍເປັນບາງສ່ວນເທົ່ານັ້ນ.
ອິດທິບາດ 4
ຄຳວ່າ ອິດທິບາດ ແປວ່າ: ບາດຖານແຫ່ງຄວາມສຳເລັດ ໝາຍເຖິງ ສິ່ງຊຶ່ງມີຄຸນນະທັມ ເຄື່ອງໃຫ້ບັນລຸເຖິງຄວາມສຳເລັດຕາມທີ່ຕົນປະສົງ ຜູ້ຫວັງຄວາມສຳເລັດໃນສິ່ງໃດ ຕ້ອງເຮັດຕົນໃຫ້ສົມບູນ ດ້ວຍສິ່ງທີ່ເອີ້ນວ່າ: ອິດທິບາດ ຊຶ່ງຈຳແນກໄວ້ເປັນ 4 ປະການຄື:
1. ສັນທະ ຄື ຄວາມພໍໃຈຮັກໃຄຣ່ໃນສິ່ງນັ້ນ
2. ວິຣິຍະ ຄືຄວາມພາກພຽນໃນສິ່ງນັ້ນ
3. ຈິດຕະ ຄືຄວາມເອົາໃຈໃສ່ຝັກໃຝ່ໃນສິ່ງນັ້ນ
4. ວິມັງສາ ຄືຄວາມໝັ່ນສອດສ່ອງໃນເຫດຜົນຂອງສິ່ງນັ້ນ
ບົດອະທິບາຍ:
1. ສັນທະ ຄື: ຄວາມພໍໃຈໃນຖານະ ເປັນສິ່ງທີ່ຕົນຖືວ່າດີທີ່ສຸດ ທີ່ມະນຸດເຮົາຄວນຈະໄດ້ ຂໍ້ນີ້ເປັນກຳລັງໃຈອັນທຳອິດ ທີ່ເຮັດໃຫ້ເກີດຄຸນນະທັມ ຂໍ້ຕໍ່ໄປທຸກຂໍ້
2. ວິຣິຍະ ຄື: ຄວາມພາກພຽນ ໝາຍເຖິງ ການກະທຳທີ່ຕິດຕໍ່ ບໍ່ຂາດຕອນ ເປັນໄລຍະຍາວ ຈົນປະສົບ ຄວາມສຳເລັດ ຄຳນີ້ ມີຄວາມຫມາຍຂອງຄຳວ່າ: ຄວາມກ້າຫານ
3. ຈິດຕະ ຄື: ຄວາມບໍ່ທອດຖິ້ມ ສິ່ງນັ້ນ ໄປຈາກຄວາມຮູ້ສຶກ ຂອງຕົວ ເຮັດສິ່ງຊຶ່ງເປັນ ວັດຖຸປະສົງ ນັ້ນໃຫ້ເດັ່ນແຈ້ງ ຢູ່ໃນໃຈສະເໝີ ຄຳນີ້ ທັງຫມົດຄວາມຫມາຍ ຂອງຄຳວ່າ: ສມາທິ
4. ວິມັງສາ ຄື: ຄວາມສອດສ່ອງໃນ ເຫດ ແລະ ຜົນ ແຫ່ງຄວາມສຳເລັດ ກ່ຽວກັບເລື່ອງນັ້ນໆ ໃຫ້ເລິກເຊິ່ງຢິ່ງໆ ຂຶ້ນໄປຕະຫລອດເວລາ ຄຳນີ້ ທັງຫມົດຄວາມຫມາຍ ຂອງຄຳວ່າ: ປັນຍາ
Credit: http://yarkhu.blogspot.com/2017/02/4_7.html#more
ສັງຄະຫະວັດຖຸ
ສັງຄະຫະວັດຖຸ ແປວ່າ: ທຳທີ່ເປັນທີ່ຕັ້ງແຫ່ງການສົງເຄາະກັນ, ທຳເປັນເຄື່ອງຍຶດໜ່ຽວນ້ຳໃຈກັນ ໝາຍເຖິງ ຫຼັກການຄອງໃຈຄົນ, ຫຼັກຍຶດໜ່ຽວໃຈກັນໄວ້, ວິທີເຮັດໃຫ້ຄົນຮັກ, ຫຼັກສັງຄົມສົງເຄາະ ຊຶ່ງເປັນເຄື່ອງປະສານໃຈ ແລະ ໜ່ຽວໃຈຄົນໃຫ້ເປັນອັນໜຶ່ງອັນດຽວກັນໄດ້ ແລະ ເຮັດໃຫ້ຢູ່ກັນດ້ວຍຄວາມຮັກຄວາມປາຖະຫນາດີຕໍ່ກັນ ມີຢູ່ 4 ປະການ ໄດ້ແກ່:
1. ທານ ຄື: ການໃຫ້ ການເສຍສະຫລະ ຫລື ການເອື້ອເຟື້ອເພື່ອແຜ່ແບ່ງປັນຂອງໆຕົນເພື່ອປະໂຫຍດແກ່ບຸກຄົນອື່ນ ບໍ່ຂີ້ຖີ່ຖີ່ໜຽວ ບໍ່ເປັນຄົນເຫັນແກ່ໄດ້ຝ່າຍດຽວ ຄຸນນະທັມຂໍ້ນີ້ ຈະຊ່ວຍໃຫ້ບໍ່ເປັນຄົນໂລບມາກ ບໍ່ເຫັນແກ່ຕັວ ເຮົາຄວນຄຳນຶງຢູ່ສະເໝີວ່າ ຊັບສິ່ງຂອງທີ່ເຮົາຫາມາໄດ້ ບໍ່ແມ່ນສິ່ງຈີລັງຢັ່ງຢືນ ເມື່ອເຮົາສິ້ນຊີວິດໄປແລ້ວກໍບໍ່ສາມາດຈະນຳຕິດຕັວເອົາໄປໄດ້
2. ປິຍວາຈາ ຄື: ການເວົ້າຈາດ້ວຍຖ້ອຍຄຳທີ່ມ່ວນອ່ອນຫວານ ເວົ້າດ້ວຍຄວາມຈິງໃຈ ບໍ່ເວົ້າຫຍາບຄາຍ ເວົ້າໃນສິ່ງທີ່ເປັນປະໂຫຍດເໝາະສຳລັບການເທສະ ພະພຸດທະເຈົ້າຊົງໃຫ້ຄວາມສຳຄັນກັບການເວົ້າເປັນຢ່າງຍິ່ງ ເພາະການເວົ້າເປັນບັນໄດຂັ້ນທຳອິດທີ່ຈະສ້າງມະນຸດສຳພັນອັນດີໃຫ້ເກີດຂຶ້ນ ວິທີການທີ່ຈະເວົ້າໃຫ້ເປັນປິຍະວາຈານັ້ນ ຈະຕ້ອງເວົ້າໂດຍຍິດຖືຫຼັກເກນດັ່ງຕໍ່ໄປນີ້:
⟢ ເວັ້ນຈາກການເວົ້າເທັດ
⟢ ເວັ້ນຈາກການເວົ້າສໍ່ສຽດ
⟢ ເວັ້ນຈາກການເວົ້າຄຳຫຍາບ
⟢ ເວັ້ນຈາກການເວົ້າເພີ້ເຈີ້
3. ອັຕຖະຈະຣິຍາ ຄື: ການສົງເຄາະທຸກຊະນິດ ຫລື ການປະພຶດໃນສິ່ງທີ່ເປັນປະໂຫຍດແກ່ຜູ້ອື່ນ
4. ສມານັດຕາ ຄື: ການເປັນຜູ້ມີຄວາມສມ່ຳສະເໝີ ຫລື ມີຄວາມປະພຶດສະເໝີຕົ້ນສະເໝີປາຍ ຄຸນນະທັມຂໍ້ນີ້ ຈະຊ່ວຍໃຫ້ເຮົາເປັນຄົນມີຈິດໃຈໜັກແໜ້ນບໍ່ໂລເລ ທັງຫມົດທັງຍັງເປັນການສ້າງຄວາມນິຍົມ ແລະ ໄວ້ເນື້ອເຊື່ອໃຈໃຫ້ແກ່ຜູ້ອື່ນ.
ໂລກກະທັມ 8
%25E0%25B9%2582%25E0%25B8%25A5%25E0%25B8%2581%25E0%25B8%2598%25E0%25B8%25A3%25E0%25B8%25A3%25E0%25B8%25A1
ໂລກກະທັມ 8 ໝາຍເຖິງ ເລື່ອງຂອງ ໂລກມີຢູ່ປະຈຳກັບຊີວິດ ສັງຄົມ ແລະ ໂລກຂອງມະນຸດເປັນຄວາມຈິງທີ່ທຸກຄົນຕ້ອງປະສົບນຳກັນ ທັງນັ້ນຢ່າງຫຼີກລ້ຽງບໍ່ໄດ້ ບໍ່ວ່າຈະມັກ ຫລື ບໍ່ມັກກໍຕາມ ຂໍ້ແຕກຕ່າງຄື ໃຜປະສົບຫລາຍ ປຣະສົບນ້ອຍ ຊ້າ ຫລື ໄວ ໂລກກະທັມແບ່ງອອກເປັນ 8 ຊະນິດ ຈຳແນກອອກເປັນ 2 ຝ່າຍຄອບຄູ່ກັນ ແລະ ມີຄວາມຫມາຍກົງກັນຂ້າມກັນ ຄື:
1. ໂລກະທັມຝ່າຍອິດຖາຣົມ ຄື ຝ່າຍທີ່ມະນຸດພໍໃຈມີ 4 ເລື່ອງ ຄື:
➩ ໄດ້ລາບ ໝາຍຄວາມວ່າ: ໄດ້ຜົນປະໂຫຍດ ໄດ້ຊັບສິນເງີນທອງ ໄດ້ບ້ານເຮືອນຫລືທີ່ດວົນ ໄຮ່ນາ
➩ ໄດ້ຍົດ ໝາຍຄວາມວ່າ: ໄດ້ຮັບແຕ່ງຕັ້ງໃຫ້ມີຖານັນດົນສູງຂຶ້ນ ໄດ້ຕຳແໜ່ງ ໄດ້ອຳນາດເປັນໃຫຍ່ເປັນໃຫຍ່
➩ ໄດ້ຮັບສັນລະເສີນ ຄື: ໄດ້ຍິນ ໄດ້ຟັງ ຄຳສັນສັນລະເສີນ ຄຳຍ້ອງຍໍ
➩ ໄດ້ສຸກ ຄື: ໄດ້ຄວາມສະບາຍກາຍ ສະບາຍໃຈ ໄດ້ຄວາມເບີກບານ ໄດ້ຄວາມບັນເທີງໃຈ
2. ໂລກະທັມຝ່າຍອະນິດຖານມນ໌ ຄື ຝ່າຍທີ່ມະນຸດບໍ່ພໍໃຈມີ 4 ເລື່ອງ ຄື:
➩ ເສຍລາບ ໝາຍຄວາມວ່າ ລາບທີ່ໄດ້ມາແລ້ວເສຍໄປ
➩ ເສື່ອມຍົດ ໝາຍເຖິງ ຖືກລົດຄວາມເປັນໃຫຍ່ ຖືກຖອດອອກຈາກຕຳແໜ່ງ ຖືກຖອດອຳນາດ
➩ ຖືກນິນທາ ໝາຍເຖິງ ຖືກຕຳໜິຕິຕຽນວ່າບໍ່ດີ ມີໃຜເວົ້າເຖິງ ຄວາມບໍ່ດີຂອງເຮົາໃນທີ່ລັບຫຼັງເອີ້ນວ່າ:ຖືກນິນທາ
➩ ຕົກທຸກ ຄື: ໄດ້ຮັບຄວາມທຸກທໍລະມານກາຍທໍລະມານໃຈ
ພົມວິຫານ 4
ພົມວິຫານ 4
5c08fff7
ພົມວິຫານ ຫລື ພົມວິຫານທັມ ແປວ່າ: ທັມຂອງພຣົມ ຫຼື ຂອງທ່ານຜູ້ໃຫຍ່ ເປັນຫຼັກທຳປະຈຳໃຈເພື່ອໃຫ້ຕົນດຳລົງຊີວິດໄດ້ຢ່າງປະເສີດ ແລະ ບໍລິສຸດ ປະກອບດ້ວຍຫຼັກປະຕິບັດ 4 ປະການ ໄດ້ແກ່:
1. ເມດຕາ ໝາຍເຖິງ ຄວາມປາຖະຫນາໃຫ້ຜູ້ອື່ນໄດ້ຮັບສຸກ
2. ກະລຸນາ ໝາຍເຖິງ ຄວາມປາດຖະຫນາໃຫ້ຜູ້ອື່ນພົ້ນທຸກ ຄວາມທຸກ
3. ມຸທິຕາ ໝາຍເຖິງ ຄວາມຍິນດີເມື່ອຜູ້ອື່ນໄດ້ດີ
4. ອຸເປກຂາ ໝາຍເຖິງ ການຮູ້ຈັກວາງເສີຍ
ບົດອະທິບາຍ:
1. ເມດຕາ ຄື: ຄວາມປາຖະຫນາໃຫ້ຜູ້ອື່ນໄດ້ຮັບສຸກ ຄວາມສຸກເປັນສິ່ງທີ່ທຸກຄົນປາດຖະຫນາ ຄວາມສຸກເກີດຂຶ້ນໄດ້ທັງກາຍ ແລະ ໃຈ ເຊັ່ນ: ຄວາມສຸກເກີດການມີຊັບ, ຄວາມສຸກເກີດຈາກການໃຊ້ຈ່າຍຊັບເພື່ອການບໍລິໂພກ, ຄວາມສຸກເກີດຈາກການບໍ່ເປັນໜີ້ ແລະ ຄວາມສຸກເກີດຈາກການເຮັດວຽກງານທີ່ປາດສະຈາກໂທດ ເປັນຕົ້ນ.
ປະເພດຂອງເມດຕາ
1.1. ເມດຕາແທ້ ຄື: ຄວາມປາຖະນາທີ່ຈະໃຫ້ຜູ້ອື່ນມີຄວາມສຸກຢ່າງແທ້ຈິງ ອັນປະກອບຂຶ້ນຈາກໃຈທີ່ບໍລິສຸດບໍ່ແອບແຝງດ້ວຍພຽງຫວັງປະໂຫຍດແກ່ຕົນ
1.2. ເມດຕາທຽມ ຄື: ການແກ້ງເຮັດດ້ວຍຄວາມປາດຖະຫນາ ຫລື ຄວາມປະສົງທີ່ຈະໃຫ້ຜູ້ອື່ນມີຄວາມສຸກ ອັນປະກອບຂຶ້ນຈາກໃຈທີ່ມຸ້ງຫວັງຫວັງປະໂຫຍດແກ່ຕົນ
2. ກະລຸນາ ຄື: ຄວາມປາດຖະຫນາໃຫ້ຜູ້ອື່ນພົ້ນທຸກ ຄວາມທຸກ ຄື ສິ່ງທີ່ເຂົ້າມາບຽດບຽນໃຫ້ເກີດຄວາມບໍ່ສະບາຍກາຍ ບໍ່ສະບາຍໃຈ ແລະ ເກີດຂຶ້ນຈາກປັດຈັຍຫຼາຍປະການນຳກັນ ພະພຸດທະອົງຄ໌ຊົງສະຫລຸບໄວ້ວ່າຄວາມທຸກມີ 2 ກຸ່ມໃຫຍ່ໆ ດັ່ງນີ້:
ᗌ ທຸກໂດຍສະພາວະ ຫລື ເກີດຈາກປ່ຽນແປງຕາມທຳມະຊາດຂອງຮ່າງກາຍ ເຊັ່ນ: ການເກີດ, ການເຈັບໄຂ້, ຄວາມແກ່ ແລະ ຄວາມຕາຍ ສິ່ງມີຊີວິດທັງຫຼາຍທີ່ເກີດມາໃນໂລກຈະຕ້ອງປະສົບກັບການປ່ຽນແປງທາງຮ່າງກາຍຢ່າງຫຼີກລ້ຽງບໍ່ໄດ້ ຊຶ່ງທັງຫມົດເອີ້ນວ່າ: ກາຍິກທຸກ
ᗌ ທຸກຈົນ ຫລື ທຸກທາງໃຈ ອັນເປັນຄວາມທຸກທີ່ເກີດຈາກສາເຫດທີ່ຢູ່ນອກຕົວເຮົາ ເຊັ່ນ: ເມື່ອປາດຖະຫນາແລ້ວບໍ່ສົມຫວັງກໍເປັນທຸກ ການປະສົບກັບສິ່ງອັນບໍ່ເປັນທີ່ຮັກກໍເປັນທຸກ ການພັດພາກຈາກສິ່ງອັນເປັນທີ່ຮັກ ກໍເປັນທຸກ ທັງຫມົດເອີ້ນວ່າ: ເຈຕສິກທຸກ
ປະເພດຂອງກະລຸນາ
1.1. ກະລຸນາແທ້ ຄື: ການສົງເຄາະຜູ້ອື່ນໃຫ້ພົ້ນຈາກທຸກດ້ວຍຄວາມປາຖະນາທີ່ແທ້ຈິງ ອັນປະກອບຂຶ້ນຈາກໃຈທີ່ບໍລິສຸດ ບໍ່ໄດ້ພຽງສົງເຄາະຜູ້ອື່ນເພາະຫວັງໃຫ້ເຂົາຫຼົງເຊື່ອ ຫລື ຍັງຊຶ່ງປະໂຫຍດແກ່ຕົນ
1.2. ກະລຸນາທຽມ ຄື: ການແກ້ງເຮັດສົງເຄາະຜູ້ອື່ນໃຫ້ພົ້ນຈາກທຸກ ດ້ວຍຄວາມທີ່ມຸ້ງຫວັງໃຫ້ເຂົາຫຼົງເຊື່ອຫລື ພຽງເພື່ອຫວັງໃນປະໂຫຍດຈາກຜູ້ອື່ນ ຫລື ເພື່ອເພີ່ມຄວາມທຸກໃຫ້ຜູ້ອື່ນ
3. ມຸທິຕາ ຄື: ຄວາມຍິນດີເມື່ອຜູ້ອື່ນໄດ້ດີ ຄຳວ່າ "ດີ" ໃນທີ່ນີ້ ໝາຍເຖິງ ການມີຄວາມສຸກ ຫລື ມີຄວາມຈະເລີນກ້າວໜ້າ ຄວາມຍິນດີເມື່ອຜູ້ອື່ນໄດ້ດີ ຈຶ່ງໝາຍເຖິງ ຄວາມປາຖະຫນາໃຫ້ຜູ້ອື່ນມີຄວາມສຸກຄວາມຈະເລີນກ້າວໜ້າຢິ່ງໆຂຶ້ນ ບໍ່ມີຈິດໃຈຣິສຍາ ຄວາມຣິສະຍາ ຄື ຄວາມບໍ່ສະບາຍໃຈ, ຄວາມຄຽດ, ຄວາມຟຸ້ງຊ່ານ ຊຶ່ງມັກເກີດຂຶ້ນເມື່ອເຫັນຜູ້ອື່ນໄດ້ດີກວ່າຕົນ.
ປະເພດຂອງມຸທິຕາ
1.1. ມຸທິຕາແທ້ ຄື: ການເຮັດໃຈຍິນດີ ແລະ ສະແດງອອກເຖິງຄວາມຢິນດີຕໍ່ຄວາມສຸກ ແລະ ການພົ້ນຈາກທຸກຂອງຜູ້ອື່ນດ້ວຍຈິດອັນບໍລິສຸດ ບໍ່ແມ່ນແກ້ງເຮັດເພື່ອຫວັງໃຫ້ຜູ້ອື່ນຫຼົງເຊື່ອ ເພື່ອຫວັງປະໂຫຍດຈາກເຂົາ
1.2. ມຸທິຕາທຽມ ຄື: ການແກ້ງເຮັດໃຈຍິນດີ ຫລື ແກ້ງສະແດງອອກເຖິງຄວາມຍິນດີຕໍ່ຄວາມສຸກ ແລະການພົ້ນຈາກທຸກຂອງຜູ້ອື່ນ ພຽງເພື່ອຫວັງໃຫ້ຜູ້ອື່ນຫຼົງເຊື່ອ ເພື່ອຈະໄດ້ຮັບປະໂຫຍດຈາກເຂົາ
4. ອຸເປກຂາ ຄື: ການຮູ້ຈັກວາງເສີຍ ໝາຍເຖິງ ການວາງໃຈເປັນກາງ ເພາະພິຈາລະນາເຫັນວ່າ ໃຜເຮັດດີຄວນໄດ້ດີ ໃຜເຮັດຊົ່ວຄວນໄດ້ຊົ່ວ ຕາມກົດແຫ່ງກຳ ຄື ໃຜເຮັດສິ່ງໃດໄວ້ ສິ່ງນັ້ນຄວນຕອບສະຫນອງຄືນບຸກຄົນຜູ້ກະທຳ ເມື່ອເຮົາເຫັນໃຜໄດ້ຮັບຜົນກຳໃນທາງທີ່ເປັນໂທດເຮົາກໍບໍ່ຄວນດີໃຈ ຫລື ຄິດຊ້ຳເຕີມເຂົາໃນເລື່ອງທີ່ເກິດຂື້ນ ເຮົາຄວນມີຄວາມປາຖະນາດີ ຄືພະຍາຍາມຊ່ວຍເຫລືອຜູ້ອື່ນ ໃຫ້ພົ້ນຈາກຄວາມທຸກໃນລັກສະນະທີ່ຖືກຕ້ອງຕາມທຳນອງຄອງທຳ.
ປະເພດຂອງອຸເປກຂາ
1.1. ອຸເປກຂາແທ້ ຄື: ການວາງໃຈເປັນກາງຕໍ່ຄວາມສຸກ ຫລື ຄວາມທຸກດ້ວຍຈິດອັນທີ່ຕົນຕັ້ງມັ່ນໂດຍແທ້ ບໍ່ແມ່ນພຽງແກ້ງເຮັດເພື່ອໃຫ້ຜູ້ອື່ນຫຼົງເຊື່ອ
1.2. ອຸເປກຂາທຽມ ຄື: ການແກ້ງເຮັດໃນການວາງໃຈເປັນກາງຕໍ່ຄວາມສຸກ ຫລື ຄວາມທຸກ ພຽງເພື່ອຫຼອກໃຫ້ຜູ້ອື່ນຫຼົງເຊື່ອໃນຕົນ
ຄະຣາວາດທັມ
ຄະຣາວາດທັມ
women-481794_640
ຄາຣະວາດທັມ ໝາຍເຖິງ ທັມມະຂອງຄະຣາວາດ ຫລື ທັມມະສຳລັບຜູ້ຄອງເຮືອນ
ຄະຣາວາດ ໝາຍເຖິງ ຜູ້ຄອງເຮືອນ ບາງທີເອີ້ນວ່າ: ຄະລືຫັດ ໝາຍເຖິງ ບຸກຄົນທີ່ບໍ່ແມ່ນນັກບວດ ຫລືພະສົງຄ໌ ທີ່ມີອາຊີບແຕກຕ່າງກັນ ເຊັ່ນ: ຊາວນາ, ຊາວໄຮ່, ພໍ່ຄ້າ, ນັກສຶກສາ ເປັນຕົ້ນ.
ຄະຣາວາດທັມ 4 ປະການ ຄື:
1. ສັຈຈະ (ຄວາມຊື່ສັດ)
2. ທະມະ (ການຝຶກຕົນ)
3. ຂັນຕິ (ການອົດທົນ)
4. ຈາຄະ (ການບໍລິຈາກ/ຄວາມເສຍສະຫລະ)
1. ສັຈຈະ (ຄວາມຊື່ສັດ)
ສັດຈະ ໃນຄະຣາວາດທັມ 4 ໝາຍເຖິງ ຄວາມຊື່ສັດ ຊື່ກົງ ດ້ວຍກາຍຈິງ ຄື ປະພຶດດ້ວຍຄວາມສຸຈະຣິດ ບໍ່ຄົດໂກງ ບໍ່ຫລອກລວງ ບໍ່ເວົ້າຕົ໋ວະ ຄື ເວົ້າຄວາມຈິງ ແລະ ໃຈຈິງ ຄື ມີຄວາມຈິງໃຈ
2. ທະມະ (ການຝຶກຕົນ)
ທະມະ ໃນຄະຣາວາດທັມ 4 ໝາຍເຖິງ ການຝຶກຝົນ ການຝຶກຕົນ ໃຫ້ມີການປັບປຸງຕົວ ທັງໃນດ້ານຈິດໃຈ ແລະ ການກະທຳ ດ້ວຍປັນຍາເພື່ອປັບປຸງ ແກ້ໄຂຂໍ້ບົກຜ່ອງໃນຫນ້າທີ່ການງານ ຫລື ສິ່ງທີ່ກະທຳຢູ່ນັ້ນ
ທະມະ ເປັນທັມທີ່ມຸ້ງເນັ້ນໃຫ້ໃຊ້ປັນຍາຕຶງຕອງ ແລະ ໄຕ່ຕອງໃຫ້ອ້ອມຄອບກ່ອນທີ່ຈະກະທຳການໃດໆ ໂດຍຕ້ອງຄຳນຶງຢູ່ສະເໝີວ່າ ມີປະໂຫຍດຫລາຍກວ່າໂທດ ຫລື ມີດີຫລາຍກວ່າຊົ່ວຈຶ່ງຈະກະທຳ ໂດຍສະເພາະການເອົາຊະນະຄວາມໂກດ ເພາະເມື່ອຄວາມໂກດເກີດຂຶ້ນຍ່ອມສົ່ງຜົນໃຫ້ຈິດໃຈຂຸ່ນມົວ ຜິວພັນເສົ້າໝອງ ເປັນເຫດໃຫ້ເກີດຜົນເສຍແກ່ຕົນເອງ ແລະ ຜູ້ອື່ນ ທັງນີ້ ເພາະຜູ້ມີໂກດຍ່ອມບໍ່ຮູ້ຈັກຜິດຖືກ ບໍ່ຮູ້ດີຊົ່ວ ສາມາດຂ້າໄດ້ແມ້ກະທັ່ງບິດາມານດາຂອງຕົນເອງ ຜູ້ທີ່ຖືກຄວາມໂກດເຂົ້າຄອບງຳຍ່ອມເສຍຊັບ ເສື່ອມລາບຢົດ ຫາທີ່ພຶ່ງພິງໄດ້ຍາກ ບໍ່ມີຍາດຂາດມິດ
ທະມະ ແບ່ງເປັນອອກ 2 ປະການ ຄື:
1. ການຝຶກຝົນຕົນເອງ ເປັນຄວາມມຸ້ງໝາຍເພື່ອສະກົດກັ້ນ ຝຶກຝົນ ອົບຮົມຈິດໃຈຂອງຕົນໃຫ້ມີສະພາບຈິດໃຈດີຂຶ້ນ ໃຫ້ເຂັ້ມແຂງຫລາຍຂຶ້ນ ຝຶກຂົ່ມຄວາມຮູ້ສຶກເພື່ອໃຫ້ພ້ອມກັບສະຖານນະການຕ່າງໆ ທີ່ອາດເກີດຂຶ້ນ ເຮົາຕ້ອງຂົ່ມໃຈບໍ່ໃຫ້ສະແດງອາການຮວນເຮ ຫວາດຫວັ່ນ ເຊັ່ນ: ບໍ່ຫລົງລືມສະຕິດ່າວ່າອອກມາໂດຍບໍ່ມີສະຕິຢັບຢັ້ງ ຫລື ຂົ່ມຄວາມລະອາຍເມື່ອຕ້ອງເວົ້າ ຫລື ສະແດງອອກ
ອີກຢ່າງໜຶ່ງ ທະມະນີ້ ໃນຄວາມຫມາຍທີ່ເລິກໃນທາງພຣະ ໝາຍເຖິງ ການຮູ້ຈັກຝຶກອິນຊີ (ກາຍ ແລະ ໃຈ) ໄດ້ແກ່: ຕາ ຫູ ດັງ ລິ້ນ ກາຍ ໃຈ ດ້ວຍອຳນາດຂອງຄຸນະທັມ ບໍ່ໃຫ້ເປັນໄປຕາມກຳລັງຂອງກິເລສຫລື ຄວາມຊົ່ວຊາມ ການຝຶກໃຈໃຫ້ມີທະມະ ຄື ການຮູ້ຈັກໃຊ້ສະຕິໃຫ້ຫລາຍ ເພື່ອຂົ່ມຄວາມຮູ້ສຶກທີ່ບໍ່ດີໄວ້ ແລະ ຫາທາງພັດທະນາໃຈຕົນເອງໃຫ້ຫມັ້ນຄົງຂຶ້ນ ດ້ວຍວິທີການຝຶກຈິດໃຈ ເຊັ່ນ: ຝຶກສະມາທິ, ຝຶກນັ່ງກຳມະຖານ ເປັນຕົ້ນ
2. ການຂົ່ມໃຈຕົນເອງ ຄື: ການຢັບຢັ້ງ ແລະ ຮູ້ຈັກຄວບຄຸມຈິດໃຈຂອງຕົນບໍ່ໃຫ້ຕິດຢູ່ໃນວັງວົນແຫ່ງອະບາຍຍະມຸກແຫ່ງໂທສະ ຄື: ຄວາມໂກດ ໂມໂຫຮ້າຍ ໂລພະ ຄື ຄວາມທະຍານຢາກທີ່ຈະນຳໄປສູ່ການສະຫນອງຄວາມຕ້ອງການຂອງຕົນໃນທາງສິ່ງທີ່ບໍ່ຖືກຕ້ອງຕາມກົດຫມາຍ ແລະ ສິນທຳ ແລະ ໂມຫະ ຄື ຄວາມຫຼົງກັບຄວາມສຸກທີ່ເກິດຂື້ນຈາກສິ່ງທີ່ບໍ່ຢັ້ງຢືນ ເປັນຕົ້ນ.
3. ຂັນຕິ (ຄວາມອົດທົນ)
ຂັນຕິ ໃນຄະຣາວາດທັມ 4 ໝາຍເຖິງ ຄວາມອົດທົນ ອົດກັ້ນຕໍ່ບັນຫາອຸປະສັກນາໆ ປະການ ຕະຫລອດຈົນເຖິງອົດທົນ ອົດກັ້ນຕໍ່ສິ່ງທີ່ບໍ່ພຶງປາຖະຫນາທາງໃຈ ເຊັ່ນ: ຄວາມຍາກລຳບາກໃນການງານ, ຄຳປ້ອຍດ່າຈາກຜູ້ອື່ນ ຊຶ່ງຄວາມອົດທົນນີ້ ປະກອບດ້ວຍ 4 ລັກສະນະ ໄດ້ແກ່:
1. ຄວາມອົດທົນ ອົດກັ້ນຕໍ່ຄວາມຍາກລຳບາກກາກກໍາທາງທຳມະຊາດຊຶ່ງເກີດຂຶ້ນທາງກາຍ ເຊັ່ນ: ຄວາມຮ້ອນ, ຄວາມໜາວ, ຄວາມຫິວກະຫາຍ, ແລະ ຄວາມເມື່ອຍລ້າອ່ອນແຮງ
2. ຄວາມອົດທົນ ອົດກັ້ນຕໍ່ທຸກຂະເວທະນາທີ່ເກິດຂື້ນທາງກາຍ ເຊັ່ນ: ຄວາມເຈັບໄຂ້ໄດ້ປ່ວຍ, ຄວາມທຸກທໍລະມານ ກໍຮູ້ຈັກອົດທົນອົດກັ້ນເອົາໄວ້ ບໍ່ສ້າງຄວາມທຸກເພີ່ມຂຶ້ນອີກ
3. ຄວາມອົດທົນ ອົດກັ້ນຕໍ່ຄວາມເຈັບໃຈອັນເກີດຂຶ້ນທາງໃຈ ເຊັ່ນ: ວາຈາສໍ່ສຽດ, ຖ້ອຍຄຳດ່າວ່າຫຍາບຄາຍ ຫລື ຄຳກ່າວລ່ວງເກີນກໍ່ໃຫ້ເກີດຄວາມເສຍຫາຍ ສ້າງຄວາມຂຸ່ນເຄືອງໃຈອັນບໍ່ພຶງປາຖະຫນາ
4. ຄວາມອົດທົນ ອົດກັ້ນຕໍ່ພະລັງອຳນາດບີບຄັ້ນຂອງກິເລສ ໄດ້ແກ່: ຣາຄະ ໂທສະ ໂມຫະ ເປັນຕົ້ນ ຄວາມອົດທົນອົດກັ້ນຕໍ່ກິເລສທັງປວງ ເພື່ອໃຫ້ບັນລຸເປົ້າໝາຍສູງສຸດແຫ່ງຊີວິດທີ່ດີງາມ
4. ຈາຄະ (ການບໍລິຈາກ/ຄວາມເສຍສະຫລະ)
ຈາຄະ ໃນຄາຣະວາດທັມ 4 ໝາຍເຖິງ ການບໍລິຈາກ ຫລື ຄວາມເສຍສະຫລະຈາກຄວາມສຸກ ແລະຜົນປະໂຫຍດຂອງຕົນ ຕະຫລອດຈົນເຖິງການລະຈາກກິເລສ ເຮັດໃຫ້ເປັນຜູ້ມີຄວາມໃຈກວ້າງ ຮູ້ຈັກເອື້ອເຟື້ອເຜື່ອແຜ່ແກ່ຜູ້ອື່ນ ແລະ ພ້ອມທີ່ຈະຜະເຊີນກັບຄວາມທຸກຮ່ວມກັບຜູ້ອື່ນ
ຈາຄະມີຄວາມຫມາຍກວ້າງກວ່າທານ ເນື່ອງຈາກວ່າ ຈາຄະ ຄື ການສະລະທັງສິ່ງທີ່ເປັນຮູບປະທັມ ແລະ ນາມມະທັມ ໂດຍບໍ່ສົນໃຈວ່າຈະມີຜູ້ຮັບ ຫລື ບໍ່ ແລະ ມີຄວາມຫມາຍໂດຍທັງໃນລະດັບໂລກີຍະ ແລະ ໂລກຸດຕະລະ
ໃນລະດັບໂລກີຍະ ເປັນການເສຍສະລະ ການໃຫ້ທານ ການແບ່ງປັນເອື້ອເຟື້ອເຜື່ອແຜ່ຕໍ່ຜູ້ອື່ນ ທັງໃນວັດຖຸ ແລະ ສິ່ງທີ່ເປັນນາມມະທັມ ສ່ວນໃນລະດັບໂລກຸດຕະຣະ ເປັນການສະລະໃນຄວາມຢຶດໝັ້ນຖືຫມັ້ນ ຄວາມບໍ່ດີຕ່າງໆ ທີ່ຢູ່ໃນຈິດໃຈ ດັ່ງນັ້ນ, ຄວາມເສຍສະລະຈຶ່ງມີ 2 ຢ່າງຄື:
1. ການເສຍສະລະວັດຖຸສິ່ງຂອງ ໄດ້ແກ່: ຊັບສິນເງີນທອງຂອງຂອງຕົນເພື່ອປະໂຫຍດແກ່ຜູ້ອື່ນ ໂດຍບໍ່ເກີນກຳລັງຄວາມສາມາດຂອງຕົນ
2. ການເສຍສະລະສິ່ງທີ່ເປັນນາມມະທຳ ເຊັ່ນ: ສະຫລະກິເລສ, ສະຫລະຄວາມເຫັນແກ່ຕົວ, ສະຫລະອາລົມຄວາມຮູ້ສຶກທີ່ບໍ່ດີຕ່າງໆ ຊຶ່ງການຝຶກຝົນໃຫ້ມີຈາຄະຄວນເຮັດໃຫ້ຈິດໃຈຄາຍຄວາມຢຶດໝັ້ນຖືຫມັ້ນ ແລະ ມີຄວາມເຂົ້າໃຈໃນສິ່ງທັງຫຼາຍຕາມຄວາມເປັນຈິງ ເຮັດໃຫ້ມີຄວາມສຸກດ້ວຍໃຈຂອງຕົນເອງ ມີຈິດທີ່ເປັນອິດສະຫລະ ບໍ່ຂຶ້ນຕໍ່ສິ່ງອື່ນໃດມີຄວາມສຸກໄດ້ແມ່ນຈະຕ້ອງສູນເສຍບາງສິ່ງໄປ.
ຕັນຫາ 3
ຕັນຫາ 3
17_02
ຕັນຫາ ຫລື ຣາຄະ ຫລື ໂລພະ ໝາຍເຖິງ ຄວາມທະຍານຢາກ ທີ່ເກີດຈາກການຫຼົງມົວເມົາຕາມຈິດຂອງຕົນ ຕາມຄວາມຈິດໃຈຂອງຕົນ ຕາມຄວາມຢຶດຕິດຂອງຕົນ ຊຶ່ງເຮັດໃຫ້ດິ້ນຮົນ ແລະ ສະແຫວງຫາສິ່ງເຫຼົ່ານັ້ນ ມາສະຫນອງຕໍ່ຄວາມຕ້ອງການ ປະກອບດ້ວຍ 3 ປະການ ຄື:
1. ກາມຕັນຫາ ໝາຍເຖິງ ຄວາມທະຍານຢາກໃນທະວານສັມຜັດທັງ 5 ຄື ໃນກາມຮູບ
2. ພະວະຕັນຫາ ໝາຍເຖິງ ຄວາມທະຍານຢາກເປັນ ຄື ຄວາມຢາກ ອັນມຸ້ງຫວັງໃຫ້ເກີດຂຶ້ນຕໍ່ຕົນທັງໃນຊີວິດປະຈຸບັນ ແລະ ຊີວິດໃນພາຍພາກໜ້າ
3. ວິພາວະຕັນຫາ ໝາຍເຖິງ ຄວາມທະຍານຢາກທີ່ບໍ່ຢາກເປັນ ຄື ຄວາມຢາກ ອັນມຸ້ງຫວັງບໍ່ໃຫ້ເກີດຂຶ້ນຕໍ່ຕົນທັງໃນຊີວິດປະຈຸບັນ ແລະ ຊີວິດໃນພາຍພາກໜ້າ
ຕັນຫາ 3 ຢ່າງ:
1. ກາມຕັນຫາ
ກາມຕັນຫາ ຄື ຄວາມທະຍານຢາກໃນຮູບສັມຜັດອັນເກີດຈາກຄວາມກຳໜັດ ຄວາມຫຼົງໃຫຼ ຄວາມຕິດໃຈໃນສິ່ງທີ່ຕົນເຄີຍສັມຜັດຈາກທະວານທັງ 5 ອັນເປັນອິດຖາຣົມ ຄື ເປັນສິ່ງໜ້າໃຄຣ່ ນ່າປາຖະນາ
ກາມຕັນຫາ ເປັນຄວາມທະຍານຢາກເພື່ອໃຫ້ໄດ້ສະເໜີຕໍ່ທະວານທັງ 5 ຫລື ກາມມະຄຸນ 5 ຄື
1. ຫູໄດ້ຍິນ ເຊັ່ນ: ໄດ້ຍິນສຽງເພລງ, ໄດ້ຍິນສຽງສະຕີ
2. ຕາໄດ້ເຫັນ ເຊັ່ນ: ເຫັນຮູບກາຍສະຕີ, ເຫັນສິ່ງຂອງສວຍງາມ
3. ດັງໄດ້ກິ່ນ ເຊັ່ນ: ໄດ້ກິ່ນຫອມອາຫານ, ໄດ້ກິ່ນນ້ຳຫອມ
4. ລິ້ນຮັບຣົສ ເຊັ່ນ: ຊິມຮູູ້ຣົສຫວານ, ຊິມຮູ້ຣົສເຄັມ
5. ກາຍໄດ້ສັມຜັດ ເຊັ່ນ: ສັມຜັດຮູ້ອຸ່ນ, ສັມຜັດຮູ້ເຢັນ
ການຫຼົງມັວເມົາ ຕັນຫາທີ່ເກິດຂື້ນໃນກາມມະຄຸນທັງ 5 ນີ້ ເປັນຕັນຫາໃນຮູບປະທຳ ມີຕົວຕົນທີ່ຈັບຕ້ອງໄດ້ ດ້ວຍທະວານທັງ 5 ນຳມາສູ່ຈິດນຶກທົບທວນ ນຶກໃຄຣ່ຫຼົງໃນສັມຜັດທີ່ເກິດຂື້ນ ເຮັດໃຫ້ທະຍານຢາກທີ່ຈະສັມຜັດ ແລະ ຮັບຮູ້ອີກຕໍ່ໄປເປັນນິດ
2. ພະວະຕັນຫາ
ພະວະຕັນຫາ ຄື ຄວາມທະຍານຢາກໃຫ້ເກີດຂຶ້ນຕາມຮູບປະທໍາ ທີ່ຕົນໄດ້ປຸງແຕ່ງໃຫ້ເກີດໃນຈິດໃຈ ເຊັ່ນ: ຢາກເປັນຕຳຫລວດ, ຢາກເກີດເປັນເສດຖີ ເປັນຕົ້ນ
ພະວະຕັນຫາ ມີຖານສັບມາຈາກພາສາບາລີ ຄື
– ພະວະ ແປວ່າ: ພົບ ຄື ໂລກ ຫລື ສະຖານອັນເປັນທີ່ຢູ່ຂອງຕົນ ທັງໃນຊີວິດປະຈຸບັນ ແລະ ຊີວິດໃນພາຍພາກໜ້າ
– ຕັນຫາ ແປລວ່າ ຄວາມຢາກ
ແປລຕາມຮາກສັບ ຄື: ຄວາມຢາກເປັນໃນສິ່ງໃດໆ ທັງໃນຊີວິດປະຈຸບັນ ແລະ ຊີວິດໃນພາຍພາກໜ້າ
3. ວິພະວະຕັນຫາ
ວິພະວະຕັນຫາ ຄື ຄວາມທະຍານຢາກທີ່ຈະຂ້າມພົ້ນໄປຈາກຮູບປະທໍາ ທີ່ຕົນໄດ້ປຸງແຕ່ງໃຫ້ເກີດໃນຈິດໃຈ ເຊັ່ນ: ບໍ່ຢາກເປັນໂຈນ, ບໍ່ຢາກເກີດເປັນສັດ ເປັນຕົ້ນ
ວິພະວະຕັນຫາ ມີຖານສັບມາຈາກພາສາບາລີ ຄື:
– ວິ ແປວ່າ: ບໍ່
– ພະວະ ແປວ່າ: ພົບ
– ຕັນຫາ ແປວ່າ: ຄວາມຢາກ
ແປຕາມຮາກສັບ ຄື ຄວາມຢາກບໍ່ເປັນໃນສິ່ງໃດໆ ທັງໃນຊີວິດປະຈຸບັນ ແລະ ຊີວິດໃນພາຍພາກໜ້າ
ພະວະຕັນຫາ ແລະ ວິພະວະຕັນຫາ ເປັນຄວາມທະຍານຢາກໃນທະວານທີ 6 ຄື ຄວາມຕ້ອງການທາງໃຈ ທີ່ຈິດຕົນພະຍາຍາມປຸງແຕ່ງໃຫ້ເກີດເປັນຮູບໃນຈິດໃຈ ຊຶ່ງສ່ວນຫນຶ່ງມາຈາກພື້ນຖານກາມຕັນຫາ ຄື ຄວາມລືມຫຼົງໃນຮູບສັມຜັດທັງຫຼາຍ ທີ່ຕົນເຄືຍສໍາຜັດມາ
ຕັນຫາຍັງໃຫ້ເກີດການປະພຶດ ຄື:
1. ທາງກາຍ 2 ຢ່າງ ຄື:
– ເຮັດໃຫ້ເກີດການລັກຊັບຜູ້ອື່ນ
– ເຮັດໃຫ້ລ່ວງຜິດໃນກາມກັບຍິງ ຫລື ຊາຍອື່ນ
2. ທາງວາຈາ 3 ຢ່າງ ຄື
– ເຮັດໃຫ້ເວົ້າຄວາມເທັດ
– ເຮັດໃຫ້ເວົ້າບຽດບຽນ ຫລື ຍຸແຍ່ຜູ້ອື່ນ ເພາະຄວາມອິດສາ
– ເຮັດໃຫ້ເວົ້າບໍ່ມີສາລະ (ບໍ່ມີປະໂຫຍດ) ບໍ່ມີຄຳທີ່ໜ້າເຊື່ອຖືໄດ້
3. ທາງໃຈ 2 ຢ່າງ ຄື
– ເຮັດໃຫ້ຢິນດີໃນຄວາມທຸກຂອງຜູ້ອື່ນ
– ເຮັດໃຫ້ຮູ້ຜິດ ເຂົ້າໃຈຜິດ ບໍ່ສອດຄ້ອງກັບຄວາມເປັນຈິງ
ກາລາມະສູດ 10 ປະການ
ກາລາມະສູດ 10 ປະການ
0001560_wm10086_750
ກາລາມະສູດ ແປວ່າ ພຣະສູດທີ່ພຣະພຸທທະເຈົ້າໄດ້ຊົງສະແດງແກ່ຊົນຊາວ “ກາລາມະ” ໃນໝູ່ບ້ານສະປຸດຕິຍະນິຄົມ ແຄວ້ນໂກສົນ ບາງຄັ້ງກໍ່ເອີ້ນວ່າ: ເກສະປຸດຕະສູດ ກໍ່ມີ ເຊິ່ງ ກາລາມະສູດນີ້ເປັນຫຼັກແຫ່ງຄວາມເຊື່ອ ບໍ່ໃຫ້ເຊື່ອງົມງາຍໂດຍທີ່ບໍ່ໃຊ້ປັນຍາພິຈາລະນາ ໃຫ້ເຫັນຈິງເຖິງຄຸນໂທດ ຫຼື ດີບໍ່ດີ. ກ່ອນເຊື່ອນັ້ນ ມີ 10 ປະການທີ່ຄວນພິຈາລະນາຄື:
1.
ມາ ອະນຸສສະເວນະ
ຢ່າຟ້າວເຊື່ອ ຕາມຖ້ອຍຄຳທີ່ໄດ້ຍິນ ໄດ້ຟັງມາ
2.
ມາ ປຣັມປຣາຍະ
ຢ່າຟ້າວເຊື່ອ ຕາມຖ້ອຍຄຳສືບໆ ກັນມາ
3.
ມາ ອິຕິກິຣາຍະ
ຢ່າຟ້າວເຊື່ອ ຕາມມົງຄຸນຕື່ນຂ່າວ ວ່າໄດ້ຍິນຢ່າງນີ້
4.
ມາ ປິດະກະສັມປະທາເນນະ
ຢ່າຟ້າວເຊື່ອ ໂດຍອ້າງຕຳລາ
5.
ມາ ຕັກກະເຫຕຸ
ຢ່າຟ້າວເຊື່ອ ໂດຍເດົາເອົາເອງ
6.
ມາ ນະຍະເຫຕຸ
ຢ່າຟ້າວເຊື່ອ ໂດຍຄາດຄະເນ
7.
ມາ ອາກາຣະປະຣິວິຕັກເກນະ
ຢ່າຟ້າວເຊື່ອ ຕາມຄວາມຄິດໄປຕາມອາການທີ່ໄດ້ເຫັນ
8.
ມາ ທິຖຖິນິຊນານັກຂັນຕິຍະ
ຢ່າຟ້າວເຊື່ອ ໂດຍຊອບໃຈວ່າ ເຂົ້າກັນໄດ້ກັບທິດສະດີຂອງຕົນ
9.
ມາ ພັພພະຣູປະຕາຍະ
ຢ່າຟ້າວເຊື່ອ ໂດຍເຊື່ອວ່າ ຜູ້ເວົ້າສົມຄວນຈະເຊື່ອໄດ້
10.
ມາ ສະມະໂນ ໂນຄະຣູຕິ
ຢ່າຟ້າວເຊື່ອ ຜູ້ເວົ້າເປັນສະມະນະ ຫລື ຄູບາອາຈາຣຍ໌ຂອງເຮົາ
Do not accept anything on (mere) hearsay
(i.e., thinking that thus have we heard it from a long time).
Do not accept anything by mere tradition
(i.e., thinking that it has thus been handed down through many generations).
Do not accept anything on account of mere rumors
(i.e., by believing what others say without my investigation).
Do not accept anything just because it accords with your scriptures.
Do not accept anything by mere supposition.
Do not accept anything by mere inherent.
Do not accept anything by merely considering the reasons.
Do not accept anything merely because it agrees with your preconceived notions.
Do not accept anything merely because it seems acceptable
(i.e., thinking that as the speaker seems to be a good person his words should be accepted).
Do not accept anything thinking that the ascetic is respected by us
(therefore it is right to accept his word).
ເມື່ອໃດທ່ານທັງຫລາຍຮູ້ດ້ວຍຕົນເອງວ່າ:
1. ທັມເຫລົ່ານີ້ ເປັນກຸສົລ
2. ທັມເຫລົ່ານີ້ ບໍ່ມີໂທດ
3. ທັມເຫລົ່ານີ້ ທ່ານຜູ້ຮູ້ສັນລະເສີນ
4. ທັມເຫລົ່ານີ້ ໃຜສະມາທານໃຫ້ບໍລິບູນແລ້ວ ເປັນໄປເພື່ອປະໂຍດເກື້ອກູນ ເພື່ອຄວາມສຸກ,
ເມື່ອນັ້ນ ທ່ານທັງຫລາຍຄວນເຂົ້າເຖິງທັມເຫລົ່ານັ້ນແລ້ວຈິງເຊື່ອ.
ອະຣິຍະມັກຄ໌ມີອົງຄ໌ 8
ອະຣິຍະມັກຄ໌ມີອົງຄ໌ 8
NobleEightfoldPath
ອະຣິຍະມັກຄ໌ ມີອົງ 8 (The Noble Eightfold Path) ໝາຍເຖິງ ແນວທາງປະຕິບັດເພື່ອໃຫ້ເກີດຄວາມຮູ້ແຈ້ງດ້ວຍປັນຍາ ສຳລັບກຳຈັດຄວາມໂງ່ ຄວາມຫຼົງຜິດ ຄວາມທຸກ ເພື່ອໃຫ້ການດຳເນີນຊີວິດດຳລົງຢູ່ໃນສິນລະທຳອັນດີງາມ ປະກອບດ້ວຍທຳ 8 ປະການ ຄື:
1. ສັມມາທິດຖິ ຄື ການເຫັນທີ່ຖືກຕ້ອງ (Right View)
2. ສັມມາສັງກັບປະ ຄື ການຄິດທີ່ຖືກຕ້ອງ (Right Thought)
3. ສັມມາວາຈາ ຄື ວາຈາທີ່ຖືືກຕ້ອງ (Right Speech)
4. ສັມມາກັມມັນຕະຄື ການປະຕິບັດທີ່ຖືກຕ້ອງ (Right Action)
5. ສັມມາອາຊີວະ ຄື ການຫາລ້ຽງຊີບທີ່ຖືກຕ້ອງ (Right Livelihood)
6. ສັມມາວາຢາມະ ຄື ຄວາມພຽນທີ່ຖືກຕ້ອງ (Right Effort)
7. ສັມມາດຕິ ຄື ການມີສະຕິທີ່ຖືກຕ້ອງ (Right Mindfulness)
8. ສັມມາດມາທິ ຄື ການມີສະມາທິທີ່ຖືກຕ້ອງ (Right Concentration)
ປັນຍາທີ່ເປັນເຄື່ອງມືໃນການກຳຈັດຄວາມໂງ່ ແບ່ງເປັນ 3 ປະເພດ ຄື:
1. ສຸຕະມະຍະປັນຍາ ຄື ປັນຍາທີ່ເກີດຈາກການສຶກສາຮໍ່າຮຽນໃນຕຳລາຮຽນ
2. ຈິນຕະມະຍະປັນຍາ ຄື ປັນຍາທີ່ເກີດຈາກຂະບວນການຄິດ ການວິເຄາະ ໄຕ່ຕອງໃນເຫດ ແລະ ຜົນ ໂດຍໃຊ້ສຸຕະມະຍະປັນຍາເປັນປັນຍາພື້ນຖານ
3. ພາວະນາມະຍະປັນຍາ ຄື ປັນຍາທີ່ເກີດຈາກການລົງມືປະຕິບັດ ລົງມືເຮັດ ລົງມືທົດລອງ ຈົນຮູ້ເຫັນດ້ວຍປະສົບການທີ່ແທ້ຈິງຂອງຕົນ ໂດຍມີສຸຕະມະຍະປັນຍາ ແລະ ຈິນຕະມະຍະປັນຍາເປັນປັນຍາພື້ນຖານ
ມັກຄ໌ ທັງ 8 ແບ່ງໄດ້ 3 ໝວດ ຄື:
1. ໝວດສິນ ປະກອບດ້ວຍ:
– ສັມມາວາຈາ
– ສັມມາກັມມັນຕະ
– ສັມມາອາຊີວະ
2. ໝວດສະມາທິ ປະກອບດ້ວຍ:
– ສັມມາວາຍະາມະ
– ສັມມາສະຕິ
– ສັມມາສະມາທິ
3. ໝວດປັນຍາ ປະກອບດ້ວຍ:
– ສັມມາທິດຖິ
– ສັມມາສັງກັບປະ
ຫົນທາງ 8 ປະການ ສຳລັບການດຳເນີນຊີວິດ ມີຄື:
1. ສັມມາທິດຖິ (ການເຫັນຊອບ)
ສັມມາທິດຖິ ແຫ່ງມັກຄ໌ 8 ໝາຍເຖິງ ຄວາມເຫັນ ຫລື ການເຂົ້າໃຈໃນສິ່ງທີ່ຖືກຕ້ອງ ແລະ ດີງາມ ຕາມແນວທາງແຫ່ງອະຣິຍະສັດ 4 ອັນປະກອບດ້ວຍ:
– ທຸກ ຄື ສະພາວະຈິດໃຈທີ່ເກີດຄວາມທຸກ
– ສະມຸທັຍ ຄື ສິ່ງທີ່ເຮັດໃຫ້ເກີດທຸກ ອັນໄດ້ແກ່ ໂທສະ ໂມຫະ ແລະ ໂລພະ
– ນິໂຣດ ຄື ສິ່ງທີ່ສາມາດດັບທຸກໄດ້ ອັນປະກອບດ້ວຍຄວາມເຂົ້າໃຈໃນສະພາບຄວາມເປັນຈິງຂອງທຳມະຊາດ ຄື ອະນິດຈັງ ທຸກຂັງ ແລະ ອະນັດຕາ
– ມັກຄ໌ ຄື ຫົນທາງໃນການດັບທຸກ ຄື ມັກຄ໌ 8
ອົງທີ່ກໍ່ໃຫ້ເກີດສັມມາທິດຖິ 2 ຢ່າງ ຄື:
– ປະຣະໂຕໂຄສະ ຄື ຄວາມເຫັນຊອບທີ່ມາຈາກປັດຈັຍພາຍນອກ ເຊັ່ນ: ຄຳບອກເລົ່າ ຂ່າວສານ ຄຳສັ່ງສອນ ຕຳລາ ເປັນຕົ້ນ; ສິ່ງເຫລົ້ານີ້ ເປັນບໍ່ເກີດຂອງຄວາມຮູ້ທີ່ປະກອບຂຶ້ນຈາກພາຍນອກທີ່ເຮົາຕ້ອງຂົນຂວາຍຫາ ແຕ່ຄວາມຮູ້ເຫຼົ່ານີ້ ຈຳເປັນຕ້ອງຮູ້ຈັກໃຊ້ວິຈາລະນາຍານໃຫ້ເກີດຄວາມເຂົ້າໃຈຢ່າງທ່ອງແທ້ເສຍກ່ອນ ການໃຊ້ວິຈາລະນາຍານນີ້ ເອີ້ນທາງພຸດທະທັມວ່າ: ໂຍນິໂສມະນະສິການ
– ໂຍນິໂສມະນະສິການ ຄື ການຮູ້ຈັກຄິດ ວິເຄາະໃນເຫດ ແລະ ຜົນ ອັນນຳມາຊຶ່ງປັນຍາ ຄື ການຮູ້ແຈ້ງ ໂດຍໃຊ້ຂໍ້ມູນຂ່າວສານ ຫລື ແຫຼ່ງຄວາມຮູ້ຕ່າງໆ ຈາກປະຣະໂຕໂຄສະມາປະກອບ
ສັມມາທິດຖິ 2 ລະດັບ ຄື:
– ໂລກິຍະສັມມາທິດຖິ ຄື ຄວາມເຫັນ ຫລື ການເຂົ້າໃຈໃນລະດັບປຸຖຸຊົນທີ່ມີຄວາມເຫັນ ຫລື ເຂົ້າໃຈໃນສິ່ງທີ່ເປັນຄວາມຊົ່ວ ແລະ ຄວາມດີ ທີ່ມີຄວມກ່ຽວເນື່ອງກັນກັບທັມນອງຄອງທັມ ແຕ່ກໍຍັງບໍ່ໄດ້ເຂົ້າເຖິງການຮູ້ແຈ້ງໃນລະດັບພະອະຣິຍະ ເຮັດໃຫ້ຍັງຕ້ອງວຽນວາຍຕາຍຢູ່ໃນວັດຕະສົງສານ
– ໂລກຸດຕະຣະສັມມາທິດຖິ ຄື ຄວາມເຫັນ ຫລື ການເຂົ້າໃຈໃນລະດັບພະອະຣິຍະທີ່ມີຄວາມເຫັນແຈ້ງ ຮູ້ແຈ້ງໃນທຸກສັບພະສິ່ງເທິງໂລກ ຫຼຸດພົ້ນຈາກກິເລສທັງປວງ ແລະ ບໍ່ມີການວຽນວາຍຕາຍເກີດໃນວັດສົງສານອີກຕໍ່ໄປ...
2. ສັມມາສັງກັບປະ (ການດຳຣິຊອບ)
ສັມມາສັງກັບປະ ແຫ່ງມັກຄ໌ 8 ໝາຍເຖິງ ການຮູ້ຈັກຄິດໃນທາງທີ່ຖືກທີ່ຄວນ ເທິງພື້ນຖານຂອງສິນລະທຳອັນດີງາມ ທີ່ປາສະຈາກການຄິດໂລບໃນຄວາມຢາກຂອງຕົນ ການຄິດພະຍາາບາດ ອາຄາດແຄ້ນ ແລະ ການຄິດທີ່ຈະບຽດບຽນຜູ້ອື່ນໃຫ້ເສຍຫາຍ
ສັມມາສັງກັບປະ ເປັນທັມທີ່ພຶ່ງເວັ້ນຈາກມິດສາສັງກັບປະ 3 ປະການ ຄື:
– ກາມສັງກັບປະ ຄື ການຄິດໃນກາມ ອັນເປັນຄວາມຢາກ ຄວາມຕ້ອງການຂອງຕົນໃນທຸກດ້ານ ໂດຍບໍ່ສົນໃຈເລື່ອງສິນລະທຳອັນດີ ຈົນນຳໄປສູ່ການສະແຫວງຫາແນວທາງ ເພື່ອໃຫ້ບັນລຸຊຶ່ງຄວາມຢາກເຫຼົ່ານັ້ນ
– ພະຍາບາດສັງກັບປະ ຄື ການຄິດພະຍາບາດ ອັນປະກອບຂຶ້ນດ້ວຍຈິດທີ່ມີຄວາມຂຸ່ນເຄືອງ ຄວາມຄຽດແຄ້ນ ແລະ ຄວາມອາຄາດຕໍ່ຜູ້ອື່ນ
– ວິຫິງສາສັງກັບປະ ຄື ການຄິດບຽດບຽນ ອັນປະກອບຂຶ້ນຈາກພະຍາບາດສັງກັບປະທີ່ຝັງຢູ່ໃນຈິດໃຈ ຈົນນຳໄປສູ່ການຄິດເພື່ອສະແຫວງຫາທາງທີ່ຈະບຽດບຽນ ຫລື ກະທຳຮ້າຍຜູ້ອື່ນໃຫ້ເກີດຄວາມເສຍຫາຍ
3. ສັມມາວາຈາ (ການເວົ້າຈາຊອບ)
ສັມມາວາຈາ ແຫ່ງມັກຄ໌ 8 ໝາຍເຖິງ ການເວົ້າຈາຊອບໃນທາງທີ່ຖືກທີ່ງາມ ອັນປະກອບດ້ວຍ ເວັ້ນຈາກການເວົ້າຕົ໋ວະ ເວັ້ນຈາກການເວົ້າສໍ່ສຽດ ເວັ້ນຈາກການເວົ້າຄຳຫຍາບ ເວັ້ນຈາກການເວົ້າກັບຄໍາ
ການປະພຶດສັມມາວາຈາ ທ່ານແນະນຳໃຫ້ພຶ່ງເວັ້ນຈາກ ວະຈີທຸດຈະລິດ 4 ປະການ ຄື:
– ມຸສາວາທາ ຄື ເພິ່ງເວັ້ນຈາກການເວົ້າຕົ໋ວະ ຄຳຫລອກລວງ ທີ່ບໍ່ເປັນຈິງດັ່ງປາກົດພຽງເພື່ອຫວັງປະໂຫຍດແກ່ຕົນ ແລະ ຍັງໃຫ້ຜູ້ອື່ນເສຍຫາຍ
– ປິສຸນາວາຈາ ຄື ເພິ່ງເວັ້ນຈາກການເວົ້າສໍ່ສຽດເພື່ອໃຫ້ຜູ້ອື່ນເຈັບໃຈ ແລະ ການເວົ້າຍຸແຍ່ເພື່ອໃຫ້ເກີດຄວາມແຕກແຍກໃນໝູ່ຄະນະ
– ຜະຣຸສາວາຈາ ຄື ເພິ່ງເວັ້ນຈາກການເວົ້າຄຳຫຍາບ ອັນເປັນຄຳທີ່ບໍ່ມ່ວນຫູ ພຽງເພື່ອເຮັດໃຫ້ຜູ້ອື່ນເຈັບໃຈ ຫລື ເວົ້າເພາະຄວາມຄຶກຄະນອງ
– ສັມຜັບປະລາປະ ຄື ເພິ່ງເວັ້ນຈາກການເວົ້າກັບຄຳ ເວົ້າກັບໄປກັບມາ ຈັບສາລະບໍ່ໄດ້
4. ສັມມາກັມມັນຕະ (ການປະພຶດຊອບ)
ສັມມາກັມມັນຕະ ແຫ່ງມັກຄ໌ 8 ໝາຍເຖິງ ການປະພຶດປະຕິບັດໃນທາງທີ່ຖືກຕ້ອງອັນຄວນ
ສັມມາກັມມັນຕະໃນທາງໂລກ ທ່ານເພິ່ງໃຫ້ລະເວັ້ນຈາກກາຍະທຸດຈະລິດ 3 ປະການ ຄື:
– ປານາຕິປາຕາ ຄື ການລະຊຶ່ງການຂ້າສັດ
– ອະທິນນາທານາ ຄື ການລະຊຶ່ງການລັກຊັບ
– ກາເມສຸມິດສາຈາຣາ ຄື ການລະຊຶ່ງການປະພຶດຜິດໃນກາມໃນຍິງຕ້ອງຫ້າມ ແລະ ຊາຍຕ້ອງຫ້າມທັງຫຼາຍ
5. ສັມມາອາຊີວະ (ການລ້ຽງຊີບຊອບ)
ສັມມາອາຊີວະ ແຫ່ງມັກ 8 ໝາຍເຖິງ ການປະກອບອາຊີບ ຫລື ການຫາລ້ຽງຊີບດ້ວຍຄວາມສຸດຈະລິດ ດ້ວຍການໃຊ້ປັນຍາ ແລະ ຄວາມຮູ້ຂອງຕົນ ໃນການປະກອບອາຊີບບົນພື້ນຖານຂອງຄວາມຖືກຕ້ອງ ປາສະຈາກການປະພຶດອັນຜິດຕໍ່ສິນລະທຳ
ຜູ້ມີສັມມາອາຊີວະທ່ານພຶງໃຫ້ເວັ້ນຈາກມິດສາອາຊີວະ 5 ປະການ ຄື:
- ສັດຖະວະນິດຊາ ຄື ການປະກອບອາຊີບດ້ວຍການຄ້າຂາຍອາວຸດສົງຄາມ ຫລື ວັດຖຸທີ່ກ່ຽວຂ້ອງກັບອາວຸດ
- ສັດຕະວະນິດຊາ ຄື ການປະກອບອາຊີບດ້ວຍການຄ້າຂາຍມະນຸດ ການໃຊ້ແຮງງານຜິດກົດຫມາຍ ການທາລຸນກໍາ ການບໍລິການທາງເພດ ເປັນຕົ້ນ
- ມັງສະວະນິດຊາ ຄື ການປະກອບອາຊີບດ້ວຍການຄ້າຂາຍສັດ ຄ້າຂາຍເນື້ອສັດຕ້ອງຫ້າມທີ່ຜິດຕໍ່ຫຼັກກົດຫມາຍ ຫລື ສາດສະຫນາ
- ມັດຊະວະນິດຊາ ຄື ການປະກອບອາຊີບດ້ວຍການຄ້າຂາຍນ້ຳເມົາ ແລະ ສານເສບຕິດ
ວິສະວະນິດຊາ ຄື ການປະກອບອາຊີບດ້ວຍການຄ້າຂາຍຢາ ຫລື ສານສຳລັບການເຮັດພິດຕໍ່ຄົນ ຫລື ສັດ
6. ສັມມາວາຍາມະ (ການພຽນຊອບ)
ສັມມາວາຍາມະ ແຫ່ງມັກຄ໌ 8 ໝາຍເຖິງ ຄວາມພຽນໃນການງານ ຫລື ຄວາມພຽນໃນການປະພຶດຕໍ່ຄຸນງາມຄວາມດີ ອັນໄດ້ແກ່:
– ສັງວອນປະທານ ຄື ການພຽນປ້ອງກັນບໍ່ໃຫ້ຕົນປະພຶດຢູ່ໃນອະກຸສົນກັມ (ກັມຊົ່ວ)
– ປະຫານປະທານ ຄື ການພຽນລະຊຶ່ງອະກຸສົນກັມ (ກັມຊົ່ວ) ທີ່ເກິດຂື້ນແລ້ວໃຫ້ໝົດໄປຈາກຕົນ
– ພາວະນາປະທານ ຄື ການພຽນສ້າງກຸສົນກັມ (ກັມດີ) ອັນທີ່ຍັງບໍ່ເກີດ ໃຫ້ເກີດຂຶ້ນແກ່ຕົນ ແລະ ຜູ້ອື່ນ
– ອະນຸຣັກຂະນາປະທານ ຄື ການພຽນຖືຮັກສາສິ່ງທີ່ດີ ທີ່ເກິດຂື້ນແລ້ວໃຫ້ຍັງຄົງຢູ່ເປັນນິດ ແລະ ພຽນສົ່ງເສີມພັດທະນາໃຫ້ສິ່ງນັ້ນເກີດຢິ່ງໆ ຂຶ້ນໄປ
7. ສັມມາດຕິ (ການຕັ້ງສະຕິຊອບ)
ສັມມາສະຕິ ແຫ່ງມັກຄ໌ 8 ໝາຍເຖິງ ການຕັ້ງສະຕິໄດ້ ການລະເລິກໄດ້ ບໍ່ຟັ່ນເຟືອນ ບໍ່ເລື່ອນຟູ ສາມາດລະວັງຕົວບໍ່ໃຫ້ປະພຶດຕົນຫຼົງເຂົ້າໄປໃນວັງວົນຂອງກິເລສທັງຫຼາຍ ຫຍັງຄວນເຮັດ ຫຍັງບໍ່ຄວນເຮັດ ທັງຫມົດເຖິງການຕື່ນຕົວໃນຫນ້າທີ່ ການສຳນຶກໃນຫນ້າທີ່ຢູ່ສະເໝີ
ລັກສະນະຂອງການມີສະຕິ
1. ລະເລິກໄດ້ວ່າ ສິ່ງທີ່ຈະກະທຳ ຫລື ກຳລັງກະທຳມີປະໂຫຍດ ຫລື ບໍ່ ເປັນເລື່ອງດີ ຫລື ເລື່ອງຊົ່ວ
2. ລະເລິກໄດ້ວ່າ ສິ່ງທີ່ຈະກະທຳ ຫລື ກຳລັງກະທຳເໝາະກັບຕົນ ຫລື ບໍ່
3. ລະເລິກໄດ້ວ່າ ສິ່ງທີ່ຈະກະທຳ ຫລື ກຳລັງກະທຳມີຜົນດີີ ຫລື ຮ້າຍ
4. ລະເລິກໄດ້ວ່າ ສິ່ງທີ່ຈະກະທຳ ຫລື ກຳລັງກະທຳເປັນເລື່ອງງົມງາຍ ຫລື ບໍ່
5. ລະເລິກໄດ້ວ່າ ສິ່ງທີ່ຈະກະທຳ ຫລື ກຳລັງກະທຳມີໂອກາດສຳເຮັດ ຫລື ບໍ່
8. ສັມມາສະມາທິ (ການຕັ້ງມັ່ນຊອບ)
ສັມມາສະມາທິ ແຫ່ງມັກຄ໌ 8 ໝາຍເຖິງ ການຕັ້ງມັ່ນໃນຈິດ ການມີຈິດແນ່ວແນ່ຕໍ່ສິ່ງໃດສິ່ງໜຶ່ງ ຄື ມີຈິດເປັນໜຶ່ງທັງຫມົດກັບສິ່ງໃດໆ
ແບ່ງເປັນ 3 ລະດັບ ຄື:
- ຂະນິກະສະມາທິ ຄື ສະມາທິຊົ່ວຂະນະ ເປັນສມາທິທີ່ເກີດຂະນະເຮັດສິ່ງໃດສິ່ງໜຶ່ງໃນການດຳເນີນຊີວິດ ເຊັ່ນ: ການເຮັດວຽກງານ ການຈົ່ມຫນັງສື ເປັນຕົ້ນ
- ອຸປະຈາຣະສະມາທິ ຄື ສະມາທິໃກ້ຈະແນ່ວແນ່ ເປັນສະມາທິທີ່ເກີດຈາກການກຳນົດຈິດຕໍ່ສິ່ງໃດສິ່ງໜຶ່ງໃນຊົ່ວຂະນະ ທີ່ບໍ່ໄດ້ດຳເນີນໄປຢ່າງຕໍ່ເນື່ອງຈົນເຖິງການມີຈິດທັງຫມົດເປັນໜຶ່ງກັບສິ່ງນັ້ນ ເຊັ່ນ ການກຳນົດຈິດຕໍ່ລົມຫາຍໃຈເຂົ້າອອກໄດ້ຊົ່ວຂະນະ ເພາະເກີດຈິດເລື່ອນຟູໄປນຶກເຖິງສິ່ງອື່ນ
- ອັບປະນາສະມາທິ ຄື ສະມາທິທີ່ແນ່ວແນ່ເປັນໜຶ່ງ ເປັນສະມາທິທີ່ເກີດຈາກການກຳນົດຈິດຕໍ່ສິ່ງໃດສິ່ງໜຶ່ງທີ່ດຳເນີນໄປຢ່າງຕໍ່ເນື່ອງ ຈົນສາມາດກຳນົດຈິດແນ່ວແນ່ທັງຫມົດເປັນໜຶ່ງກັບສິ່ງນັ້ນໄດ້ ເຊັ່ນ: ຈິດຮັບຮູ້ ແລະ ແນ່ວແນ່ຕໍ່ລົມຫາຍໃຈເຂົ້າອອກ.
ທັມອັນໃຊ້ຄູ່ກັບມັກຄ໌ທັງ 8
1. ສັມມາທິດຖິ : ສມຸທັຍ ແລະ ນິໂຣທ ແຫ່ງອະຣິຍະສັດ 4
2. ສັມມາສັງກັບປະ : ເວັ້ນຈາກມິດສາສັງກັບປະ 3
3. ສັມມາວາຈາ : ເວັ້ນຈາກວະຈີທຸດຈະລິດ 4
4. ສັມມາກັມມັນຕະ : ເວັ້ນຈາກກາຍະທຸດຈະລິດ 3
5. ສັມມາອາຊີວະ : ວິຣິຍະ
6. ສັມມາວາຢາມະ : ປະທານ 4
7. ສັມມາດຕິ : ສະຕິ ສຳປະຊັນຍາ
8. ສັມມາດມາທິ : ຊານ 4
ກັມແມ່ນຫຍັງ
ກັມແມ່ນຫຍັງ
oa3fy9ahh5isfxkRg8I-o
ກັມ ແປວ່າ: ‘‘ການກະທຳ ທີ່ປະກອບດ້ວຍເຈຕະນາ’’ ໄດ້ແກ່: ກະທໍາທາງກາຍເອີ້ນວ່າ: ກາຍະກັມ, ທາງວາຈາ ເອີ້ນວ່າ: ວະຈີກັມ ແລະ ທາງໃຈ ເອີ້ນວ່າ: ມະໂນກັມ.
* ກັມ 2: (ການກະທຳ, ການກະທຳທີ່ປະກອບດ້ວຍ ເຈຕະນາ ທາງກາຍກໍຕາມ, ທາງວາຈາກໍຕາມ ແລະ ທາງໃຈກໍຕາມ
1. ອະກຸສົລກັມ: (ກັມທີ່ເປັນອະກຸສົລ, ກັມຊົ່ວ, ການກະທຳທີ່ບໍ່ດີ ບໍ່ສະຫລາດ ບໍ່ເກີດຈາກປັນຍາ ເຮັດໃຫ້ເຊື່ອມເສຍຄຸນນະພາບຊີວິດ ຫມາຍເຖິງ ການກະທຳທີ່ເກີດຈາກ ອະກຸສົລມູນ 3 ຢ່າງຄື: ໂລພະ, ໂທສະ ແລະ ໂມຫະ.
2. ກຸສົລກັມ: (ກັມທີ່ເປັນກຸສົລ, ກັມດີ, ການກະທຳທີ່ດີສະຫລາດ ເກີດຈາກປັນຍາ ສົ່ງເສີມຄຸນນະພາບຊີວິດຈິດໃຈ ຫມາຍເຖິງ ການກະທຳທີ່ເກີດຈາກກຸສົລມູນ 3 ຢ່າງ ຄື: ອະໂລພະ, ອະໂທສະ ແລະ ອະໂມຫະ;
ການຈໍາແນກປະເພດຂອງກັມ
ກັມດີ ຫລື ກັມຊົ່ວກໍ່ຕາມ ກະທຳທາງກາຍ, ທາງວາຈາ ຫລື ທາງໃຈກໍ່ຕາມ ສາມາດຈໍາປະເພດຕ່າງໆໄດ້ຫລາຍແບບຄື:
* ກັມຈໍາແນກຕາມເວລາການໃຫ້ຜົນຂອງກັມ
(ປາກກາລ ຈະຕຸກະ) 4 ຢ່າງ
* ກັມຈໍາແນກຕາມຫນ້າທີ່ຂອງກັມ (ກິຈຈະຕຸກກະ) 4 ຢ່າງ
* ກັມຈໍາແນກຕາມລຳດັບການໃຫ້ຜົນຂອງກັມ
(ປາກທານ ຈະຕຸກະ) 4 ຢ່າງ
1. ກັມຈໍາແນກຕາມກາລເວລາການໃຫ້ຜົນຂອງກັມ
- ທິດຖະທັມເວທະນີຍະກັມ ຫມາຍເຖິງ ກັມທີ່ໃຫ້ຜົນໃນປະຈຸບັນ ຄື ໃນພົບນີ້ (ຊາດນີ້)
- ອຸປະປັຊຊະເວທະນີຍະກັມ ຫມາຍເຖິງ ກັມທີ່ໃຫ້ຜົນໃນພົມທີ່ຈະໄປເກີດ ຄື ໃນພົບຫນ້າ (ຊາດຫນ້າ)
- ອະປະຣາປະຣິເວທະນີຍະກັມ ຫມາຍເຖິງ ກັມທີ່ໃຫ້ຜົນໃນພົບຕໍ່ໆ ໄປ (ໃນຊາດຕໍ່ໆໄປ...)
2. ກັມຈໍາແນກຕາມຫນ້າທີ່ຂອງກັມ
- ຊະນະກະກັມ ຫມາຍເຖິງ ກັມເປັນຕົວນໍາໄປເກີດກັມແຕ່ງໃຫ້ເກີດ
- ອຸປັຕຖັມພະກະກັມ ຫມາຍເຖິງ ກັມສະຫນັບສະຫນູນກັມທີ່ຊ່ວຍສະໜັບສະໜູນ ຫລື ຊໍ້າເຕີມ ຕໍ່ຈາກຊະນະກະກັມ
- ອຸປະປິຣິກະກັມ ຫມາຍເຖິງ ກັມບີບຄັ້ນ ກັມທີ່ມາໃຫ້ຜົນບີບຄັ້ນ ຜົນແຫ່ງຊະນະກະກັມ ແລະ ອຸປັຕຖັມພະກະກັມນັ້ນ ໃຫ້ແປປ່ຽນທຸເລົາລົງໄປບັນທອນວິບາກບໍ່ໃຫ້ໄປໄດ້ນານ
- ອຸປະຄາຕະກະກັມ ຫມາຍເຖິງ ກັມຕັດຮອນ ກັມທີ່ແຮງ ຝ່າຍກົງກັນຂ້າມກັບຊະນະກະກັມ ແລະ ອຸປັຕຖັພພະກະກັມ ເຂົ້າຕັດຮອນການໃຫ້ຜົນຂອງກັມທັງສອງຢ່າງໃຫ້ຂາດເສຍໄປ.
3. ຈໍາແນກລໍາກັບການໃຫ້ຜົນຂອງກັມ
1. ຄຣຸຸກັມ ຫມາຍເຖິງ ກັມຫນັກໃຫ້ຜົນກ່ອນເຊັ່ນ: ຍານສະມາບັດ 8 ຫລື ອະນັນຕະຣິຍະກັມ ຈັດເປັນກັມທີ່ຫນັກທີ່ສຸດໃຫ້ຜົນໄວ ແລະ ແຮງ ມີທັງຝ່າຍທີ່ເປັນກຸສົລ ຄື ຝ່າຍດີ ແລະ ຝ່າຍທີ່ເປັນອະກຸສົລ ຄື ຝ່າຍບໍ່ດີ
- ຄຣຸກັມທີ່ເປັນຝ່າຍກຸສົລ ໄດ້ແກ່: ຍານສະມາບັດ 8 ຜູ້ໄດ້ຍານສະມາບັດຊື່ວ່າ ໄດ້ທຳກັມຝ່າຍທີ່ເປັນກຸສົລທີ່ດີທີ່ສຸດເມື່ອໄດ້ຊິ້ນຊີວິດແລ້ວຍ່ອມໄດ້ໄປເກີດໃນພຣົມມະໂລກທັນທີ
- ຄຣຸກັມທີ່ເປັນຝ່າຍອະກຸສົລ ໄດ້ແກ່: ອະນັນຕະຣິຍະກັມ 5 ມີ: ຂ້າບິດາ, ຂ້າມານດາ, ຂ້າພຣະອໍຣະຫັນຕ໌, ທຳຮ້າຍພຣະພຸດທະເຈົ້າຈົນເຖິງພຣະໂລຫິດຫໍ້ຂື້ນໄປ, ສັງຄະເພທ ທໍາລາຍສົງໃຫ້ແຕກແຍກກັນ ຜູ້ທໍາອັນຕະຣິຍະກັມຊື່ວ່າ ໄດ້ທໍາຝ່າຍອະກຸສົລທີ່ຮ້າຍແຮງທີ່ສຸດ ເມື່ອຊິ້ນຊີວິດແລ້ວ ຍ່ອມໄປເກີດໃນນະລົກທັນທີ
2. ພະຫຸລະກັມ ຫລື ອາຈິນກັມ ຫມາຍເຖິງ ກັມທີ່ເຮັດຫລາຍ ຫລື ເຮັດຈົນເຄີຍຊິນ ໃຫ້ຜົນຮອງຈາກຄຣຸກັມ
3. ອາສັນນະກັມ ຫມາຍເຖິງ ກັມຈວນຈຽນ ຫລື ກັມໄກ້ຕາຍ ຄື ກັມທີ່ເຮັດເມື່ອໄກ້ຈະຕາຍຈັບໃຈຢູ່ໃຫມ່ໝ ຖ້າບໍ່ມີ 2 ຂໍ້ກ່ອນ ກໍຈະໃຫ້ຜົນກ່ອນອື່ນ
4. ກະຕັດຕາກັມ ຫລື ກະຕັດຕາວາປະນະກັມ (ກັຕຕະຕາ-ສິ່ງທີ່ເຄີຍເຮັດໄວ້, ວາ ປະນະ-ກໍ ຫລື ວ່າ, ກັມມະ-ກັມ) ຫມາຍເຖິງ ກັມອື່ນທີ່ເຄີຍເຮັດໄວ້ແລ້ວ ນອກຈາກກັມ 3 ຢ່າງຂ້າງຕົ້ົ້ນ, ຖິກາ ກ່າວວ່າ: ກັມນີ້ໃຫ້ຜົນໃນຊາດທີ 3 ເປັັນຕົ້ນໄປ ກັມນີ້ຈິ່ງຈະໃຫ້ຜົນເປັນກັມທັງຝ່າຍດີ ແລະ ຝ່າຍບໍ່ດີ ເຮັດໄປໂດຍບໍ່ຕັ້ງໃຈ ບໍ່ມີເຈດຕະນາ ຖືວ່າເປັນກັມທີ່ມີໂທດເບົາທີ່ສຸດໃນບັນດາກັມທັງຫລາຍ.
* ຈໍາແນກຕາມຖານທີ່ໃຫ້ເກີດຂອງກັມ
- ອະກຸສົນກັມ
- ກາມາວະຈະຣະກຸສົນກັມ
- ຣູປາວະຈະຣະກຸສົນກັມ
- ອະຣູປາວະຈະຣະກຸສົລກັມ
* ກົດແຫ່ງກັມ
- ກັມໃດໃຜກໍ່ ຕົນເອງເທົ່ານັ້ນ ທີ່ຈະໄດ້ຮັບ ຜົນຂອງສິ່ງທີ່ກະທຳ
- ກັມໃນປັດຈຸບັນເປັນຜົນມາຈາກ ການກະທໍາໃນອະດີດ ແລະ ກັມທີ່ກໍ່ໄວ້ໃນປັດຈຸບັນ ເປັນເຫດທີ່ຈະສົ່ງຜົນສືບເນື່ອງຕໍ່ໄປຍັງອະນາຄົດ
- ກັມດີ-ກັມຊົ່ວ ລົບລ້າງກັນບໍ່ໄດ້
- ເຖິງແມ່ນວ່າ ການທໍາກັມດີ ຈະລົບລ້າງກັມຊົ່ວເກົ່າທີ່ມີຢູ່ເດີມບໍ່ໄດ້ ແຕ່ມີສ່ວນຊ່ວຍໃຫ້ຜົນຈາກກັມຊົ່ວ ທີ່ມີຢູ່ເດີມຜ່ອນລົງ ຄື ຜ່ອນຫນັກໃຫ້ເປັນເບົາ ສັດທັງຫລາຍມີກັມເປັນຂອງຕົນ ເປັນທາຍາດແຫ່ງກັມ ມີກັມເປັນກໍາເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ກັມຍ່ອມຈໍາແນກສັດໃຫ້ຊົ່ວ ແລະ ປານີດໄດ້
‘‘ກັມມຸນາ ວັຕຕະຕິໂລໂກ’’
ອະຄະຕິ 4
ອະຄະຕິ 4
%25E0%25B8%25AA%25E0%25B8%25B4%25E0%25B8%2599%25E0%25B8%259A%25E0%25B8%2599
ອະຄະຕິ ມາຈາກພາສາບາລີ ຄຳວ່າ:
- ອະ ໝາຍເຖິງ ຜິດ, ບໍ່, ບໍ່ຖືກຕ້ອງ, ບໍ່ດີງາມ, ບໍ່ສົມຄວນ
- ຄະຕິ ໝາຍເຖິງ ວິຖີ, ແນວທາງ, ສິ່ງທີ່ເປັນໄປ, ການດຳເນີນໄປ, ຄວາມເປັນໄປ, ການຕອບສະຫນອງ, ການສະແດງອອກ
ອະຄະຕິ ໝາຍເຖິງ ບໍ່ຄວນປະພຶດ ບໍ່ຄວນເຮັດ ບໍ່ຄວນຍ່າງໄປຫາ ທັງນີ້ ອັນເກີດຈາກທັດສະນະ ຫລື ຄວາມຄິດເຫັນໃນທາງທີ່ຜິດ ຊຶ່ງຕໍ່ມາຈຶ່ງໃຊ້ຄຳໃຫ້ເຂົ້າໃຈງ່າຍເປັນ ຄວາມລຳອຽງ ຫລື ຄວາມບໍ່ທ່ຽງທຳ ປະກອບດ້ວຍ 4 ປະການ ຄື:
1. ສັນທາຄະຕິ ຄື: ຄວາມລຳອຽງເພາະຄວາມຮັກໃຄຣ່ກັນ (Prejudice caused by love or desire; partiality)
2. ໂທສາຄະຕິ ຄື: ຄວາມລຳອຽງເພາະກຽດ ຫລື ຊິງຊັງ (Prejudice caused by hatred or enmity)
3. ໂມຫາຄະຕິ ຄື: ຄວາມລຳອຽງເພາະຫຼົງ ຫລື ຄວາມລຳອຽງເພາະຄວາມໂງ່ (Prejudice caused by delusion or stupidity)
4. ພະຍາຄະຕິ ຄື: ຄວາມລຳອຽງເພາະຢ້ານ (Prejudice caused by fear)
ອະຄະຕິ 4 ເປັນທຳສຳລັບປຸຖຸຊົນທົ່ວໄປ ໂດຍສະເພາະຜູ້ທີ່ເປັນຜູ້ນຳ ເປັນຫົວໜ້າ ຜູ້ທີ່ເຮັດຫນ້າທີ່ຝ່າຍປົກຄອງ ເພາະທຳເຫຼົ່ານີ້ ເປັນສັດຈະຄວາມຈິງທີ່ມັກເກີດຂຶ້ນກັບບຸກຄົນເຫຼົ່ານີ້ ແລະ ມີຜົນຢ່າງຫລວງຫລາຍຕໍ່ການບໍລິຫານງານ ຕໍ່ການປົກຄອງ ແລະ ຄວາມສະຫງົບສຸກຂອງສັງຄົມ ຜູ້ນຳ ຫົວໜ້າງານ ຫລື ຝ່າຍປົກຄອງທີ່ລະເວັ້ນຈາກອະຄະຕິ 4 ປະການນີ້ໄດ້ ຄວນເຮັດໃຫ້ລູກນ້ອງ ຜູ້ຢູ່ໃຕ້ບັງຄັບບັນຊາ ຫລື ປະຊາຊົນເກີດຄວາມສຸກ ອັນສົ່ງຜົນຕໍ່ຄວາມຈະເລີນຂອງສັງຄົມ ແລະ ຄວາມສະຫງົບສຸກຂອງສັງຄົມຕາມມາ
ຄະຕິ ມີຄວາມແຕກຕ່າງກັບ ທັດສະນະ ຄື:
ທັດສະນະ ໝາຍເຖິງ ຄວາມເຫັນ, ຄວາມຄິດເຫັນ, ມຸມມອງ ສ່ວນ ຄະຕິ ໝາຍເຖິງ ດັ່ງຂ້າງຕົ້ນ ດັ່ງນັ້ນ ທັດສະນະຄະຕິ ຈຶ່ງໝາຍເຖິງ ການສະແດງອອກ ຫລື ວິຖີທີ່ດຳເນີນໄປອັນເກີດຈາກຄວາມຄິດ ຫລື ຄວາມເຫັນ
ຄວາມຫມາຍທີ່ຄອບຄຸມຂອງອະຄະຕິ:
– ວິຖີໃນທາງທີ່ຜິດ
– ແນວທາງທີ່ຜິດ
– ສິ່ງທີ່ເປັນໄປໃນທາງທີ່ບໍ່ດີງາມ
– ການດຳເນີນໄປໃນທາງທີ່ຜິດ
– ຄວາມລຳອຽງ
– ຄວາມບໍ່ທ່ຽງທຳ
– ຄວາມບໍ່ເປັນກາງ
ບົດອະທິບາຍ:
1. ສັນທາຄະຕິ ຄື ຄວາມລຳອຽງເພາະຄວາມຮັກໃຄຣ່
ສັນທາຄະຕິ ມາຈາກຄຳວ່າ ສັນທະ + ອະຄະຕິ
ສັນທະ ໝາຍເຖິງ ຄວາມມັກ ຫລື ຄວາມພໍໃຈ
ສັນທຄະຕິ ແປວ່າ: ລຳອຽງເພາະຮັກໃຄຣ່ກັນ ເຊັ່ນ: ການຕັດສີນຄະດີອະທິກອນພິພາກຕ່າງໆ ກໍດີ ການແບ່ງປັນສິ່ງຂອງກໍດີ ການພິຈາລະນາໃຫ້ຍົດ ຫລື ລາງວັນກໍດີ ດ້ວຍອຳນາດຄວາມພໍໃຈຮັກໃຄຣ່ກັນ ໂດຍຕັດສິນໃຫ້ຜູ້ທີ່ມັກພໍກັນເປັນຜູ້ຊະນະ ທັງໆ ທີ່ບໍ່ຄວນຊະນະ ໃຫ້ສິ່ງຂອງທີ່ດີ ໃຫ້ຍົດຫລື ລາງວັນແກ່ຄົົນທີ່ມັກພໍກັນທັງໆ ທີ່ບໍ່ຄວນຈະໄດ້ ຊຶ່ງເປັນກະທໍາທີ່ບໍ່ມີຄວາມຍຸດຕິທຳ
2. ໂທສາຄະຕິ ຄື ຄວາມລຳອຽງເພາະໂກດ ຫລື ຊິງຊັງ
ໂທສາຄະຕິ ມາຈາກຄຳວ່າ ໂທສະ + ອະຄະຕິ
ໂທສະ ໝາຍເຖິງ ຄວາມໂກດ
ໂທສາຄະຕິ ແປວ່າ: ລຳອຽງເພາະບໍ່ມັກກັນ ຫລື ເພາະຄຽດກັນ ກຽດຊັງກັນ ຊັງກັນ ເຊັ່ນການຕັດສິນຄະດີດ້ວຍອຳນາດຄວາມຄຽດກຽດຊັງ ໂດຍໃຫ້ຜູ້ທີ່ຕົນກຽດຊັງນັ້ນ ເປັນຜູ້ພ່າຍແພ້ ທັງໆ ທີ່ບໍ່ຄວນພ່າຍແພ້ ໃຫ້ຂອງທີ່ຊົ່ວແກ່ຜູ້ທີ່ຕົນກຽດຊັງ ທັງໆ ທີ່ເຂົາຄວນຈະໄດ້ຂອງດີ ບໍ່ໃຫ້ຍົດ ຫລື ລາງວັນແກ່ຜູ້ທີ່ບໍ່ມັກກັນ ທັງໆ ທີ່ທ່ານຄວນໄດ້.
ປັດໃຈທີ່ກໍ່ໃຫ້ເກີດຄວາມໂກດ ຫລື ຊິງຊັງໃນຄັມພີປະຣິວານ
– ໂກດເພາະໄດ້ເຮັດແລ້ວ ຊຶ່ງສິ່ງທີ່ບໍ່ເປັນປະໂຫຍດ ຫລື ກໍ່ໂທດແກ່ຕົນເອງ
– ໂກດເພາະກຳລັງເຮັດ ຊຶ່ງສິ່ງທີ່ບໍ່ເປັນປະໂຫຍດ ຫລື ກໍ່ໂທດແກ່ດນເອງ
– ໂກດເພາະຄິດຈະເຮັດ ຊຶ່ງສິ່ງທີ່ບໍ່ເປັນປະໂຫຍດ ຫລື ກໍ່ໂທດແກ່ດນເອງ
– ໂກດເພາະໄດ້ເຮັດແລ້ວ ຊຶ່ງສິ່ງທີ່ບໍ່ເປັນປະໂຫຍດ ຫລື ກໍ່ໂທດແກ່ຄົົນທີ່ຕົນຮັກ
– ໂກດເພາະກຳລັງເຮັດ ຊຶ່ງສິ່ງທີ່ບໍ່ເປັນປະໂຫຍດ ຫລື ກໍ່ໂທດແກ່ຄົົນທີ່ຕົນຮັກ
– ໂກດເພາະຄິດຈະເຮັດ ຊຶ່ງສິ່ງທີ່ບໍ່ເປັນປະໂຫຍດ ຫລື ກໍ່ໂທດແກ່ຄົົນທີ່ຕົນຮັກ
– ໂກດເພາະໄດ້ເຮັດແລ້ວ ຊຶ່ງປະໂຫຍດຕໍ່ຜູ້ທີ່ຕົນຊິງຊັງ
– ໂກດເພາະກຳລັງເຮັດ ຊຶ່ງປະໂຫຍດຕໍ່ຜູ້ທີ່ຕົນຊິງຊັງ
– ໂກດເພາະຄິດຈະເຮັດ ຊຶ່ງປະໂຫຍດຕໍ່ຜູ້ທີ່ຕົນຊິງຊັງ
3. ໂມຫາຄະຕິ ຄື ຄວາມລຳອຽງເພາະຫຼົງ ຫລື ຄວາມລຳອຽງເພາະຄວາມໂງ່
- ໂມຫາຄະຕິ ມາຈາກຄຳວ່າ ໂມຫະ + ອະຄະຕິ
- ໂມຫະ ໝາຍເຖິງ ຄວາມຫຼົງ ຄວາມລຸ່ມຫຼົງ
ໂມຫາຄະຕິ ແປວ່າ: ລຳອຽງເພາະໂງ່ ຫລື ເພາະຄວາມຫຼົງງົມງວາຍ ບໍ່ພິຈາລະນາໃຫ້ຖ່ອງແທ້ວ່າຢ່າງໃດຖືກ ຢ່າງໃດຜິດ ຢ່າງໃດຄວນຢ່າງໃດບໍ່ຄວນ ເປັນຄົນຫູເບົາໃຈງ່າຍ ຂາດຄວາມຮອບຄອບ ເຊັ່ນເມື່ອໄດ້ຮັບຄຳຟ້ອງແລ້ວ ຍັງບໍ່ທັນໄດ້ສອບສວນໃຫ້ຮອມຄອບ ກໍດ່ວນຕັດສິນຜິດໆ ພາດໆ ຂາດໆ ເກີນໆ ບໍ່ຖືກຕ້ອງ ບໍ່ພໍດີຕາມທີ່ຄວນ
4. ພະຍາຄະຕິ ຄື ຄວາມລຳອຽງເພາະຢ້ານ
- ພະຍາຄະຕິ ມາຈາກຄຳວ່າ ພະຍະ + ອະຄະຕິ
- ພະຍະ ໝາຍເຖິງ ຄວາມຢ້ານ ຄວາມຫວາດຫວັ່ນ
ພະຍາຄະຕິ ແປວ່າ: ລຳອຽງເພາະຢ້ານ ຫລື ເພາະເກງໃຈ ເຊັ່ນຜູ້ມີອຳນາດເຮັດຜິດ ຜູ້ພິພາກສາ ບໍ່ກ້າຕັດສິນລົງໂທດ ເພາະຢ້ານເຂົາຈະເຮັດຮ້າຍຕອບ ຫລື ຜູ້ນ້ອຍທີ່ຢູ່ໃນຄວາມປົກຄອງເຮັດຜິດ ຜູ້ປົກຄອງບໍ່ກ້າລົງໂທດເພາະເກງຈະຂາດເມດຕາກະລຸນາ ຫລື ຢ້ານວ່າເຂົາຈະເດືອດຮ້ອນ.
ສະຫລຸບຄວາມແລ້ວ: ຄວາມລຳອຽງ (ອະຄະຕິ) ສາມາດເກີດຂື້ນໄດ້ໃນໃຈທຸກດວງທີ່ຍັງບໍ່ບັນລຸທັມ ຫລື ຄວາມລຳອຽງເກີດໄດ້ງ່າຍໃນຄົນທີ່ມີກິເລສຫນາ ຕັນຫາຫລາຍ ເພາະຍັງມີ ຄວາມຮັກ ຄວາມຊອບ ຄວາມໂລບ ຄວາມໂກດ ແລະ ຄວາມຫລົງ ເພາະເຫດນີ້ ເມື່ອຄົນເຮົາເຮັດຢ່າງໃດກໍ່ມັກຈະຄິດເຖິງປະໂຫຍດຂອງຕົນ ຫລື ພັກພວກກ່ອນສະເໝີ ເຮັດໃຫ້ເກີດຄວາມລໍາອຽງຂື້ນ.
Credit: http://yarkhu.blogspot.com/2017/06/4.html#more
ສັງຄະຫະວັດຖຸ
ສັງຄະຫະວັດຖຸ
Give-food-to-the-monks
ສັງຄະຫະວັດຖຸ ແປວ່າ: ທຳທີ່ເປັນທີ່ຕັ້ງແຫ່ງການສົງເຄາະກັນ, ທຳເປັນເຄື່ອງຍຶດໜ່ຽວນ້ຳໃຈກັນ ໝາຍເຖິງ ຫຼັກການຄອງໃຈຄົນ, ຫຼັກຍຶດໜ່ຽວໃຈກັນໄວ້, ວິທີເຮັດໃຫ້ຄົນຮັກ, ຫຼັກສັງຄົມສົງເຄາະ ຊຶ່ງເປັນເຄື່ອງປະສານໃຈ ແລະ ໜ່ຽວໃຈຄົນໃຫ້ເປັນອັນໜຶ່ງອັນດຽວກັນໄດ້ ແລະ ເຮັດໃຫ້ຢູ່ກັນດ້ວຍຄວາມຮັກຄວາມປາຖະນາດີຕໍ່ກັນ ມີຢູ່ 4 ປະການ ໄດ້ແກ່:
1. ທານ ຄື: ການໃຫ້ ການເສຍສະຫລະ ຫລື ການເອື້ອເຟື້ອເພື່ອແຜ່ແບ່ງປັນຂອງໆ ຕົນເພື່ອປະໂຫຍດແກ່ບຸກຄົນອື່ນ ບໍ່ຂີ້ຖີ່ໜຽວແໜ້ນ ບໍ່ເປັນຄົນເຫັນແກ່ໄດ້ຝ່າຍດຽວ ຄຸນະທັມຂໍ້ນີ້ ຈະຊ່ວຍໃຫ້ບໍ່ເປັນຄົນໂລບມາກ ບໍ່ເຫັນແກ່ຕົວ ເຮົາຄວນຄຳນຶງຢູ່ສະເໝີວ່າ ຊັບສິ່ງຂອງທີ່ເຮົາຫາມາໄດ້ ບໍ່ແມ່ນສິ່ງຈີລັງຢັ່ງຢືນ ເມື່ອເຮົາສິ້ນຊີວິດໄປແລ້ວກໍບໍ່ສາມາດຈະນຳຕິດຕົວເອົາໄປໄດ້
2. ປິຍະວາຈາ ຄື: ການເວົ້າຈາດ້ວຍຖ້ອຍຄຳທີ່ມ່ວນອ່ອນຫວານ ເວົ້າດ້ວຍຄວາມຈິງໃຈ ບໍ່ເວົ້າຫຍາບຄາຍ ເວົ້າໃນສິ່ງທີ່ເປັນປະໂຫຍດເໝາະໃນກາລະເທສະ ພຣະພຸດທະເຈົ້າຊົງໃຫ້ຄວາມສຳຄັນກັບການເວົ້າເປັນຢ່າງຍິ່ງ ເພາະການເວົ້າເປັນບັນໄດຂັ້ນທຳອິດທີ່ຈະສ້າງມະນຸດສຳພັນອັນດີໃຫ້ເກີດຂຶ້ນ ວິທີການທີ່ຈະເວົ້າໃຫ້ເປັນປິຍະວາຈານັ້ນ ຈະຕ້ອງເວົ້າໂດຍຍິດຖືຫຼັກເກນ ດັ່ງຕໍ່ໄປນີ້:
- ເວັ້ນຈາກການເວົ້າຕົ໋ວະ
- ເວັ້ນຈາກການເວົ້າສໍ່ສຽດ
- ເວັ້ນຈາກການເວົ້າຄຳຫຍາບ
- ເວັ້ນຈາກການເວົ້າເພີ້ເຈີ້
3. ອັຕຖະຈະຣິຍາ ຄື: ການສົງເຄາະທຸກຊະນິດ ທຸກຊີວິດທີ່ເກີດມາ ຄວນກະທຳໃນສິ່ງທີ່ເປັນປະໂຫຍດແກ່ຕົນເອງ ແລະ ຜູ້ອື່ນ
4. ສະມານັດຕາ ຄື: ການເປັນຜູ້ມີຄວາມສມ່ຳສະເໝີ ຫລື ມີຄວາມປະພຶດສະເໝີຕົ້ນສະເໝີປາຍ ຄຸນນະທັມຂໍ້ນີ້ ຈະຊ່ວຍໃຫ້ເຮົາເປັນຄົນມີຈິດໃຈໜັກແໜ້ນບໍ່ໂລເລ ທັງຫມົດທັງຍັງເປັນການສ້າງຄວາມນິຍົມຊົມຊອບ ແລະ ໄວ້ເນື້ອເຊື່ອໃຈໃຫ້ແກ່ຜູ້ອື່ນ.
Credit: http://yarkhu.blogspot.com/2017/06/blog-post_68.html
ໄຕຣລັກສະນະ
ໄຕຣລັກສະນະ
rose-lotus-bud-painting-jiang
ໄຕຣລັກສະນະ (three characteristics of existence) ໝາຍເຖິງ ສະພາບທີ່ເປັນປົກກະຕິວິໃສ ຫລື ເປັນໄປຕາມທຳມະຊາດ ເພາະທຸກສິ່ງເທິງໂລກຈະຢູ່ໃນກົດ ຫລື ພາວະເຊັ່ນນີ້ຄືກັນທັງໝົດ ໄຕຣລັກສະນະ ຈຶ່ງເປັນຫຼັກສັດຈະທຳທາງພຣະພຸດທະສາສະນາ ທີ່ມຸ້ງສອນໃຫ້ເຂົ້າໃຈຊີວິດທີ່ເປັນໄປຕາມທຳມະດາ ຕາມຄວາມເປັນຈິງ ເຮັດໃຫ້ເກີດຄວາມເຂົ້າໃຈວ່າ ຊີວິດເປັນຢ່າງໃດ ເກີດຄວາມຮູ້ເທົ່າທັນ ແລະ ຮັບຮູ້ຕໍ່ທຸກອາການຂອງສິ່ງທີ່ກໍາລັງເກີດຂື້ນຕໍ່ຕົນ.
ໃນພຣະພຸດທສາສະນາ ມີຫຼັກສັດຈະທຳ ຫລື ຄຳສອນທີ່ສຳຄັນສຳລັບພຸດທະສາສະນິກະຊົນຢູ່ເປັນຈໍານວນຫລາຍ ໂດຍໄຕຣລັກສະນະເປັນຫຼັກຄຳສອນທີ່ສຳຄັນປະການໜຶ່ງ ທີ່ມຸ້ງເນັ້ນໃຫ້ລະນຶກເຖິງຄວາມເປັນປົກກະຕິທຳມະດາຂອງສັບພະສິ່ງເທິງໂລກ ກົງກັບຄຳວ່າ ເກີດຂຶ້ນ ຕັ້ງຢູ່ ແລະ ດັບໄປ ເປັນອາການສາມັນຂອງທຸກສັບພະສິ່ງ ທັງນາມມະທຳ ແລະ ຮູບປະທຳ
ຄຳວ່າ ໄຕຣລັກສະນະ ເປັນຄຳສັນສະກິດ (ສະກົດດ້ວຍຕົວອັກສອນໂຣມັນແບບຖ່າຍສຽງໄດ້ເປັນ tri-laksana) ກົງກັບຄຳບາລີວ່າ: ຕິລັກຂະນະ (ti-lakhana) ຊຶ່ງມາຈາກຄຳວ່າ ໄຕຣລັກສະະນະ ຫລື ຕິ ແປວ່າ 3 ລວມກັບຄຳວ່າ: ລັກສະນະ ຫລື ລັກຂະນະ ທີ່ແປວ່າ: ລັກສະນະ (ທີ່ເປັນສາມັນທັ່ວໄປ) ເມື່ອເອົາມາລວມເຂົ້າກັນແລ້ວ ຈຶ່ງໝາຍຄວາມວ່າ: ລັກສະນະທີ່ເປັາສາມັນທົ່ວໄປ 3 ປະການ ຄື:
1. ອະນິດຈັງ/ອະນິດຈະຕາ (impermanence)
ອະນິດຈັງ/ອະນິດຈະຕາ ແຫ່ງໄຕຣລັກສະນະ 3 ຄື: ຄວາມບໍ່ທ່ຽງ ໝາຍເຖິງ ຄວາມບໍ່ທ່ຽງ ຄວາມບໍ່ຖາວອນຄົງທີ່ແນ່ນອນ ຄວາມບໍ່ຄົງທີ່ຢູ່ໄດ້ໃນສະພາບເດີມຕະຫລອດໄປ ພາວະທີ່ເກິດຂື້ນແລ້ວເສື່ອມສະຫລາຍປັ່ນປ່ວນໄປ ກ່າວຄື ທຸກສິ່ງທຸກຢ່າງໃນໂລກມີການປ່ຽນແປງຢູ່ສະເໝີ ບໍ່ມີສິ່ງໃດຢຸດນິ່ງຄົງທີ່ຢູ່ຢ່າງເດີມໄດ້ຕະຫລອດໄປ ຂຶ້ນຢູ່ກັບວ່າຈະປ່ຽນແປງຊ້າ ຫລື ປ່ຽນແປງໄວເທົ່ານັ້ນ ແຕ່ທີ່ແນ່ນອນກໍ່ຄືສິ່ງຕ່າງໆ ທັງໝົດຈະຖືກການເວລາເຮັດໃຫ້ປ່ຽນແປງປ່ຽນສະພາບໄປຢ່າງແນ່ນອນ ສິ່ງໃດມີການເກີດຂຶ້ນໃນຕອນຕົ້ນ ສິ່ງນັ້ນແມ່ນຈະຄົງມີຢູ່ໃນທ່າມກາງ ແຕ່ກໍຍັງຕ້ອງມີຄວາມເສື່ອມສະຫລາຍດັບໄປໃນທີ່ສຸດ ນີ້ນັບເປັນສິ່ງທຳມະດາແທ້ຂອງໂລກ
ຫຼັກອະນິດຈະຕາ (ຄວາມບໍ່ທ່ຽງ) ຈະປາກົດຂຶ້ນເມື່ອສັບພະສິງບໍ່ວ່າຈະມີຮູບຮ່າງ (ຮູບປະທຳ) ຫລື ບໍ່ມີຮູບຮ່າງ (ອະຮູບປະທຳ) ກໍຕາມ ມີການເກີດຂຶ້ນ ຕັ້ງຢູ່ ແລະ ດັບສູນສະຫລາຍໄປ ຖ້າບຸກຄົນໃສ່ໃຈພິຈາລະນາໃຫ້ດີໃນຕົນເອງ ແລະ ສັບພະສິງອ້ອມຂ້າງກໍຈະເຫັນໄດ້ ຄົນເຮົາມັກຈະເຂົ້າໄປຢຶດຕິດສິ່ງຕ່າງໆ ຈົນເກີດຄວາມເຂົ້າໃຈຜິດຄິດວ່າ ສິ່ງທີ່ຕົນເຫັນ ຫລື ກ່ຽວຂ້ອງມີຕົວຕົນແທ້ໆ ແລ້ວຖືຫມັັ້ນຢຶດຫມັ້ນພະຍາຍາມຮັກສາປ້ອງກັນບໍ່ໃຫ້ສິ່ງທີ່ຕົນຊອບ ພໍໃຈ ຮັກໃຄຣ່ ປ່ຽນແປງໄປ ແຕ່ຖ້າເປັນສິ່ງທີ່ຕົນບໍ່ມັກ ຫລືບໍ່ຮັກໃຄຣ່ ກໍ່ຈະພະຍາຍາມໃຫ້ສິ່ງນັ້ນໆ ປ່ຽນແປງໄປໃນທາງທີ່ດີ ພາວະຂອງຄວາມບໍ່ທ່ຽງມີສະພາບເປັນກາງໆ ບໍ່ດີ ບໍ່ຊົ່ວ ຂຶ້ນຢູ່ກັບການສົມມຸດ ແຕ່ບໍ່ວ່າຈະເປັນການປ່ຽນແປງແບບຈະເລີນ ຫລື ເສື່ອມ ກໍຄືຄວາມບໍ່ທ່ຽງປ່ຽນແປງນັ້ນເອງ
ພະພຸດທະສາສະນາສອນຫຼັກອະນິດຈະຕາ ບໍ່ແມ່ນໃຫ້ຄົນຢຶດຕິດ ຫລື ຫຼີກໜີຄວາມບໍ່ທ່ຽງ ແຕ່ສອນເພື່ອໃຫ້ບຸກຄົນເຫັນ ຫລື ເຂົ້າໃຈກົດທຳມະຊາດຂອງຄວາມບໍ່ທ່ຽງວ່າ ທຸກສິ່ງເປັນໄປພາຍໃຕ້ກົດຂອງການປ່ຽນແປງ ບໍ່ຄົງທີ່ຖາວອນຢູ່ຢ່າງເດີມໄດ້ຕະຫລອດໄປ ເມື່ອຄົນເຮົາເຫັນ ແລະ ເຂົ້າໃຈກົດທຳມະຊາດນີ້ແລ້ວ ກໍ່ຈະເກີດຄວາມຮູ້ເທົ່າທັນ ສາມາດດຶງເອົາຄຸນຄ່າຂອງຄວາມຈິງຂໍ້ນີ້ມາປະຕິບັດດຳເນີນຊີວິດໄດ້ຢ່າງເໝາະສົມ ໂດຍການບໍ່ເຂົ້າໄປຢຶດໝັ້ນວ່າເປັນ “ຕົວນັ້ນ ສິ່ງນັ້ນ ສິ່ງນີ້” ອັນຈະເຮັດໃຫ້ເກີດຄວາມຢຶດໝັ້ນຕໍ່ໄປວ່າ “ຂອງເຮົາ” ແລະ ໂດຍການບໍ່ປະຫມາດໃນການເວລາ ໃນຊີວິດ ແລະ ໄວ ເປັນຕົ້ນ ການຮູ້ ແລະ ເຂົ້າໃຈຈົນເກີດຄວາມຮູ້ເທົ່າທັນຕໍ່ກົດເກນຂອງຄວາມບໍ່ທ່ຽງຢ່າງນີ້ ຈະຊ່ວຍໃຫ້ບຸກຄົນບໍ່ເກີດຄວາມທຸກເກີນສົມຄວນໃນຍາມເມື່ອເກີດຄວາມເສື່ອມ ຄວາມສູນເສຍ ຫລື ພັດພາກຂຶ້ນກັບຕົນ ແລະ ບໍ່ຫຼົງຈົນເກີດຄວາມປະຫມາດໃນຄວາມຈະເລີນ ແລະ ຄວາມສຸກສະບາຍ
ຄວາມບໍ່ທ່ຽງ ຄວາມບໍ່ຄົງທີ່ ປ່ຽນແປງ ຂອງຫຼັກອະນິດຈະຕາ ປາກົດຂະນະທີ່ສັບພະສິ່ງເກີດຂຶ້ນ ຕັ້ງຢູ່ ແລະ ດັບສະຫລາຍໄປໃນ 3 ຈັງຫວະ ຄື ສິ່ງທີ່ເປັນຮູບປະທຳມີການປ່ຽນແປງເກີດຂຶ້ນ ສັງເກດໄດ້ຈາກ 3 ຈັງຫວະນີ້ ຄື:
1) ອຸປະຈະຍະ ມີການເກີດຂຶ້ນ
2) ສັນຕະຕິ ມີການສືບຕໍ່
3) ຊະນະຕາ ມີການຕາຍ ແຕກດັບ ແລະ ສະຫລາຍໄປ
ສ່ວນສິ່ງທີ່ເປັນນາມມະທຳມີການປ່ຽນແປງເກີດຂຶ້ນສັງເກດໄດ້ຈາກ 3 ຈັງຫວະ ຄື:
1) ອຸບປາທະ ມີການເກີດຂຶ້ນຂອງຄວາມຮູ້ສຶກຈຳໄດ້ໝາຍຮູ້ ຄິດນຶກ ແລະ ຮັບຮູ້ໃນທາງຈິດ
2) ຖິຕິ ມີການຕັ້ງຢູ່ຊົ່ວຂະນະຂອງຄວາມຮູ້ສຶກຈຳໄດ້ໝາຍຮູ້ ຄິດນຶກ ແລະ ຮັບຮູ້ໃນທາງຈິດ
3) ພັງຄະ ມີການແຕກດັບສີ້ນສຸດໄປຂອງຄວາມຮູ້ສຶກຈຳໄດ້ໝາຍຮູ້ ຄິດນຶກ ແລະ ຮັບຮູ້ໃນທາງຈິດ
2. ທຸກຂັງ/ທຸກຂະຕາ (stress and conflict)
ທຸກຂັງ/ທຸກຂະຕາ ແຫ່ງໄຕຣລັກສະນະ 3 ຄື: ຄວາມເປັນທຸກ ໝາຍເຖິງ ຄວາມຜິດຫວັງທີ່ເກີດຈາກສິ່ງທີ່ບໍ່ເປັນໄປຕາມຄວາມປະສົງຂອງຕົນເອງ ທັງຫມົດເຖິງພາວະທີ່ຖືກບີບຄັ້ນດ້ວຍການເກີດຂຶ້ນຂອງເຫດອັນບໍ່ເພິ່ງປະສົງ ເກີດສະພາບຝືນທົນ ແລະ ຂັດແຍ້ງຢູ່ໃນຕົວ ກ່າວຄື ສິ່ງຕ່າງໆ ທີ່ມີອົງລ້ວນມີປະກອບຈາກປັດໄຈຕ່າງໆ ທີ່ບໍ່ສາມາດດຳລົງຢູ່ຕາມສະພາບເດີມໄດ້ ມີປ່ຽນແປງ ເສື່ອມຖອຍ ແລະ ສະຫລາຍໄປຕາມການເວລາ
ຫຼັກທຸກຂະຕາ (ຄວາມເປັນທຸກ) ຈະປາກົດຂຶ້ນເມື່ອສັບພະສິ່ງບໍ່ວ່າຈະມີຮູບຮ່າງ (ຮູບປະທຳ) ຫລື ບໍ່ມີຮູບຮ່າງ (ອະຮູບປະທຳ) ກໍຕາມ ກຳລັງຕັ້ງຢູ່ ຫລື ດຳເນີນໄປ ຖ້າບຸກຄົນໃສ່ໃຈພິຈາລະນາໃຫ້ດີໃນຕົນເອງ ແລະ ສັບພະສິ່ງອ້ອມຂ້າງກໍຈະໄດ້ເຫັນຄຳວ່າ “ທຸກ” ທີ່ໝາຍເຖິງໃນຫລັກໄຕຣລັກສະນະ ຫລື ສາມັນລັກສະນະນີ້ ມີຄວາມຫມາຍກວ້າງທົ່ວໄປ ໄດ້ແກ່ສິ່ງມີຊີວິດ ແລະ ບໍ່ມີຊີວິດ ມີການຈັດແບ່ງປະເພດຂອງທຸກໄວ້ຫຼາຍແບບນຳກັນ ແຕ່ຢ່າງໃດກໍຕາມເມື່ອພິຈາລະນາໃນເລື່ອງຂອງທຸກ ມີຂໍ້ຄວນເຮັດຄວາມເຂົ້າໃຈຢູ່ 2 ປະການ ຄື:
1. ປະການທີຫນຶ່ງ
ທຸກໃນໄຕຣລັກສະນະ ກັບ ທຸກໃນອະຣິຍະສັດ 4 ກ່າວຄື ທຸກທີ່ປາກົດຢູ່ໃນໝວດທຳສຳຄັນ 3 ໝວດ ຄື:
1.1 ເວທະນາ ເອີ້ນວ່າ: “ທຸກຂະເວທະນາ” ປະກອບດ້ວຍ ເວທະນາ 3 ຄື:
- ທຸກ
- ສຸກ
- ອຸເປກຂາ ແລະ ເວທະນາ 5
- ທຸກ
- ສຸກ
- ໂທມະນັດ
- ໂສມະນັດ
- ອຸເປກຂາ
1.2 ໄຕຣລັກສະນະ ເອີ້ນວ່າ: “ທຸກຂະລັກສະນະ”
- ອະນິດຈັງ
- ທຸກຂັງ
- ອະນັດຕາ
1.3 ອະຣິຍະສັດ 4 ເອີ້ນວ່າ: “ທຸກຂັງຣິຍະສັດ”
- ທຸກ
- ສະມຸທັຍ
- ນິໂຣດ
- ມັກຄ໌
2. ປະການທີສອງ
ລັກສະນະຂອງທຸກທີ່ກ່ຽວຂ້ອງກັບຊີວິດຄົນເຮົາມັກເປັນທຸກໃນອະຣິຍະສັດ 4 ເພາະເປັນທຸກທີ່ເກີດຈາກສະພາບຈິດທີ່ປຸງແຕ່ງຂຶ້ນ ດ້ວຍປຸຖຸຊົນບໍ່ສາມາດຫຼີກລຽງໄດ້ ສ່ວນທຸກທີ່ກ່ຽວຂ້ອງໃນໄຕຣລັກສະນະ 3 ເປັນເລື່ອງທີ່ກ່ຽວຂ້ອງກັບການດຳເນີນຊີວິດ ຫລື ການງານອາຊີບໂດຍກົງ
ດັ່ງນັ້ນ, ທຸກໃນຂໍ້ນີ້ ຈຶ່ງໝາຍເຖິງ ທຸກໃນໄຕຣລັກສະນະ ທີ່ໝາຍທັງຫມົດທັງສິ່ງມີຊີວິດຄື ມະນຸດ ແລະ ສັດ ແລະ ສິ່ງທີ່ບໍ່ມີຊີວິດ ເຊັ່ນ: ບ້ານເຮືອນ ພູເຂົາ ກ້ອນຫິນ ແລະ ອື່ນໆ ຊຶ່ງຕ້ອງມີຄວາມທຸກ ມີການຊຸດໂຊມ ຫລື ແກ່ຊະລາເປັນທຳມະດາ ທຸກຊະນິດນີ້ສຳພັນກັບກ່ຽວຂ້ອງກັບຫຼັກອະນິດຈະຕາ ເປັນຕົ້ນວ່າ ຄວາມຄົງທົນຢູ່ໃນສະພາບເດີມບໍ່ໄດ້ ເປັນທຸກກໍເພາະສັບພະສິ່ງມີການປ່ຽນແປງເຫດແຫ່ງປັດໄຈ (ອະນິດຈັງ)
3. ອະນັດຕາ/ອະນັດຕະຕາ (soullessness or non-self)
ອະນັດຕາ/ອະນັດຕະຕາ ແຫ່ງໄຕຣລັກສະນະ 3 ຄື: ຄວາມເປັນອະນັດຕາ ໝາຍເຖິງ ຄວາມບໍ່ແມ່ນຕົວຕົນ ຫລື ຄວາມບໍ່ມີຕົວຕົນແທ້ຈິງຂອງສັບພະສິ່ງ ແລະ ບໍ່ສາມາດຄວບຄຸມໃຫ້ຄົງຢູ່ໄດ້ຕາມຄວາມມຸ້ງໝາຍຂອງຕົນ ກ່າວຄື ຊີວິດ ຫລື ຮ່າງກາຍນີ້ ບໍ່ອາດກ່າວໄດ້ວ່າເປັນຕົວຕົນແທ້ຈິງຂອງບຸກຄົນບໍ່ແມ່ນເຂົາ ຫລື ບໍ່ແມ່ນເຮົາ ເພາະທີ່ເຮົາເບິ່ງເຫັນເປັນຮູບຮ່າງ ຫລື ເປັນຊີວິດນີ້ກໍເພາະມີການລວມກັນຂອງຂັນທ໌ 5 ຄື:
1. ຮູບ ຫລື ຮູບຂັນທ໌ 1 ອັນເປັນສ່ວນຮູບ ຫລື ກາຍ ມີສ່ວນປະກອບຄື ມະຫາພູຕະຮູບ 4 ຄື:
- ດິນ
- ນ້ຳ
- ລົມ
- ໄຟ
2. ອຸປະທາຍະຮູບ 24 ແລະ ນາມ ຫລື ນາມຂັນທ໌ 4 ສ່ວນ ຄື:
- ເວທະນາ
- ສັນຍາ
- ສັງຂານ
- ວິນຍານ
ນາມຂັນທ໌ທັງ 4 ນີ້ ເປັນສ່ວນນາມ ຫລື ຈິດ ເມື່ສ່ວນປະກອບດ້ານຮູບຂັນທ໌ ຫລື ນາມຂັນທ໌ທັງ 5 ປະກອບລວມກັນເຂົ້າແລ້ວ ຈຶ່ງເປັນຮູບຮ່າງ ຫລື ຊີວິດເກີດຂຶ້ນກ່ອນໃນເບື້ອງຕົ້ນ ຢູ່ໄດ້ພຽງຊົ່ວຂະນະເທົ່ານັ້ນ ແລະ ເກີດການປ່ຽນແປງ ຊຸດໂຊມ ຈົນໃນທີ່ສຸດ ກໍ່ແຕກດັບສະຫລາຍສູນສິ້ນ ຊຶ່ງເປັນໄປຕາມກົດເກນຂອງທຳມະຊາດທີ່ເກິດຂື້ນກັບທຸກສັບພະສິ່ງ.
ດັ່ງນັ້ນ, ສັບພະສິ່ງ ໝາຍເຖິງ ທຸກສິ່ງທຸກຢ່າງທີ່ມີຢູ່ເທິງໂລກ ແລະ ໃນຈັກກະວານ ລວມທັງຈັກກະວານເອງດ້ວຍ ກໍ່ຕົກຢູ່ພາຍໃຕ້ຄວາມເປັນອະນັດຕາເຊັ່ນກັນ ໂດຍສະຫລຸບກໍຄື ບໍ່ມີສິ່ງໃດເລີຍທີ່ບໍ່ເປັນອະນັດຕາ
ທັງນີ້ ຄຳວ່າ ສັບພະສິ່ງ ທີ່ມີຄວາມຫມາຍຄອບຄຸມສັບພະສິ່ງທີ່ວ່ານີ້ເປັນ 2 ປະເພດ ຄື:
1. ສິ່ງທີ່ເປັນສັງຂະຕະທຳ ຄື ສິ່ງທີ່ມີເງື່ອນໄຂປັດໄຈປຸງແຕ່ງໃຫ້ເກີດຂຶ້ນ ດຳລົງຢູ່ ເສື່ອມລົງ ແລະ ດັບສະຫລາຍໄປ ມີລັກສະນະສະເພາະຕົນ
2. ສິ່ງທີ່ເປັນອະສັງຂະຕະທຳ ຄື ສິ່ງທີ່ຄົງຢູ່ໄດ້ດ້ວຍຕົວເອງ ບໍ່ຕ້ອງມີເງື່ອນໄຂປັດໄຈຫຍັງ ບໍ່ຕ້ອງອາໄສສິ່ງໃດອື່ນໆ ມີລັກສະນະກົງກັນຂ້າມກັບສັງຂະຕະທຳ ຄື ບໍ່ມີການເກີດ ບໍ່ມີການດັບສະຫລາຍ ແລະ ເມື່ອດຳລົງຢູ່ ກໍ່ບໍ່ມີການປ່ຽນແປງປາກົດ ໄດ້ແກ່: ນິບພານ
ໄຕຣລັກສະນະທັງ 3 ປະການ ຄື: ອະນິດຈັງ ທຸກຂັງ ອະນັດຕາ ເປັນສິ່ງທີ່ຊາວພຸດເພິ່ງລະນຶກໄດ້ ຫາກເກີດທຸກ ຄື ຄວາມທຸກທີ່ເກີດຊ້ຳໄປຊ້ຳມາແລ້ວ ໃຫ້ເພິ່ງໃຊ້ປັນຍາເບິ່ງໃຫ້ເຫັນຊຶ່ງຄວາມບໍ່ທ່ຽງຂອງສັບພະສິ່ງເທິງໂລກ ຄື ອະນິດຈັງ ຊຶ່ງຈະນຳໄປສູ່ຄວາມເຫັນແຈ້ງໃນອະນັດຕາ ຄື ຄວາມບໍ່ມີຕົວຕົນທີ່ບໍ່ມີສິ່ງໃດຄົງຢູ່ໄດ້ໂດຍບໍ່ມີມື້ເສື່ອມສະຫລາຍ
ຢ່າງໃດກໍ່ຕາມຫຼັກສັດຈະທຳໄຕຣລັກສະນະພຣະພຸດທະສາສະນາ ຍັງເປັນຫຼັກທຳທີ່ກ່າວເຖິງທຸກສັບພະສິ່ງເທິງໂລກໃບນີ້ ມີທັງສິ່ງທີ່ເປັນຮູບປະທຳ ແລະ ນາມມະທຳແລ້ວແມ່ນຕົກຢູ່ໃນສະພາວະດຽວກັນ ຄື: ມີການເກີດຂຶ້ນ ການຕັ້ງຢູ່ ແລະ ການດັບສູນ ບໍ່ມື້ໃດກໍ່ມື້ໜຶ່ງ ອັນເປັນກົດຂອງທຳມະຊາດທີ່ບໍ່ອາດປະຕິເສດໄດ້
Credit: http://yarkhu.blogspot.com/2017/06/blog-post_25.html#more
ໄຕຣສິກຂາ
ໄຕຣສິກຂາ
hqdefault
ໄຕຣສິກຂາ ແປວ່າ: ສິກຂາ 3 ໝາຍເຖິງ ຂໍ້ປະຕິບັດທີ່ຕ້ອງສຶກສາ 3 ຢ່າງ ຄື:
1. ສິນສິກຂາ ຫລື ຂະບວນການລະບຽບປະຕິບັດ (ວິນັຍ) ເພື່ອໃຫ້ເກີດວາຈາຊອບ, ການກະທຳຊອບ ແລະ ການປະກອບອາຊີບຊອບ ເປັນແນວທາງ ແລະ ກອບທີ່ກຳກັບການກະທຳ ຫລື ການປະກອບກິດຈະກຳຕ່າງໆ ນັ້ນເອງ.
2. ສະມາທິສິກຂາ ຫລື ຂະບວນການຝຶກອົບຮົມຈິດສຳນຶກ ເພື່ອໃຫ້ເກີດຄວາມພຽນຊອບ ການລະນຶກຊອບ ແລະ ມີຈິດສຳນຶກທີ່ຊອບ ເປັນຂະບວນການເພື່ອໃຫ້ຈິດມີການພັດທະນາຄວາມສຳນຶກ ເພື່ອຄວາມສົມດຸນທັງຈິດ ແລະ ກາຍ ເປັນຂະບວນການເກື້ອໜຸນໃຫ້ສິ່ງທີ່ຮັບເຂົ້າມາໃນຊີວິດດຳເນີນໄປດ້ວຍປະສິດທິພາບສູງສຸດ.
3. ປັນຍາສິກຂາ ຫລື ຂະບວນການທາງຄວາມຮູ້ ເປັນວິທີການອົບຮົມສຶກສາເພື່ອໃຫ້ເກີດວິຊາຄວາມຮູ້ ຄວາມເຂົ້າໃຈອັນຖືກຕ້ອງ ແລະ ສົມບູນເຖິງທີ່ສຸດ ໃນສິ່ງທັງຫລາຍທັງປວງຕາມທີ່ເປັນຈິງ ປັນຍາ ຊຶ່ງຈະຍັງຜົນໃຫ້ເກີດມີທັດສະນະ ຄວາມເຊື່ອ ຄ່ານິຍົມທີ່ຖືກຕ້ອງ.
ຂະບວນການ ໄຕຣສິກຂາ ມີອົງຄ໌ປະກອບຂອງມັກຄ໌ 8 ປະການຄື:
1. ສິນ
- ສັມມາທິດຖິ
- ສັມມາສັງກັບປະ
2. ສະມາທິ
- ສັມມາວາຈາ
- ສັມມາກັມມັນຕະ
- ສັມມາອາຊີວະ
3. ປັນຍາ
- ສັມມາວາຍາມະ
- ສັມມາສະຕິ
- ສັມມາສະມາທິ
Credit: http://yarkhu.blogspot.com/2017/06/blog-post_5.html#more
ໂອວາດປາຕິໂມກ
ໂອວາດປາຕິໂມກ
1211945925
ໂອວາດປາຕິໂມກ ເປັນຫຼັກຄຳສອນທີ່ເປັນຫົວໃຈຂອງພຣະພຸດທະສາສະນາ ທີ່ພຣະພຸດທະອົງໄດ້ປະທານແກ່ທີ່ປະຊຸມພຣະພິກຂຸສົງຄ໌ 1,250 ອົງຄ໌ ທີ່ມາປະຊຸມກັນໂດຍບໍ່ໄດ້ນັດຫມາຍ ທີ່ ວັດເວຣຸວັນມະຫາວິຫານ ໃນວັນເພັງ ເດືອນ 3 (ວັນມາຄະບູຊາ) ໂອວາດປາຕິໂມກທີ່ຊົງສະແດງໃນວັນນັ້ນ ຖືເປັນຫລັກທັມຄໍາສັ່ງສອນທີ່ສໍາຄັນ ຫລື ເປັນຫຼັກຄຳສອນທີ່ເປັນຫົວໃຈຂອງພຣະພຸດທສາສະນາ ຫລັກທັມດັ່ງກ່າວ ແບ່ງເປັນ 3 ສ່ວນ ຄື: ຫຼັກທຳ 3 ອຸດົມການ 4 ແລະ ວິທີການ 6.
ຫຼັກການ 3 ໄດ້ແກ່:
1. ສັບພະປາປັດສະ ອະກະຣະນັງ = ການບໍ່ເຮັດຄວາມຊົ່ວທັງປວງ ( not to do any evil)
2. ກຸສະລັດສູປະສັມປະທາ = ການເຮັດແຕ່ຄວາມດີ (to do good; to cultivate good)
3. ສະຈິດຕະປະຣິໂຍທະປະນັງ = ການເຮັດຈິດຂອງຕົນໃຫ້ຜ່ອງໃສ (to purify the mind)
ອຸດົມການ 4 ໄດ້ແກ່:
1. ຄວາມອົດທົນ ຄື ການອົດກັ້ນ ເມື່ອປະສົບກັບສິ່ງທີ່ບໍ່ຊອບໃຈ
2. ຄວາມບໍ່ບຽດບຽນ ຄື ການງົດເວັ້ນຈາກການທຳຮ້າຍ ລົບກວນ ຫລື ບັງບຽນຜູ້ອື່ນ
3. ຄວາມສະຫງົບ ຄື ປະຕິບັດຕົນໃຫ້ສະຫງົບທາງກາຍ ວາຈາ ແລະ ໃຈ
4. ນິບພານ ຄື ການດັບທຸກທີ່ເປັນເປົ້າໝາຍສູງສຸດໃນພຸດທະສາສະນາ ຊຶ່ງຈະເກີດຂຶ້ນໄດ້ກໍຕໍ່ເມື່ອດຳເນີນຊີວິດຕາມມັກມີອົງຄ໌ແປດ
ວິທີການ 6 ໄດ້ແກ່:
1. ການບໍ່ວ່າຮ້າຍ ຄື ບໍ່ກ່າວໃຫ້ຮ້າຍຜູ້ອື່ນ
2. ການບໍ່ທຳຮ້າຍ ຄື ບໍ່ບຽດບຽນຜູ້ອື່ນ
3. ຄວາມສັງລວມໃນປາຕິໂມກຂ໌ (ຮັກສາຄວາມປະພຶດໃຫ້ໜ້າເຫຼື້ອມໃສ)
4. ຄວາມເປັນຜູ້ຮູ້ຈັກປະມານໃນອາຫານ (ເສບປັຈຈັຍສີ່ຢ່າງຮູ້ປະມານພໍພຽງ)
5. ທີ່ນັ່ງນອນອັນສະຫງັດ (ສັນໂດດບໍ່ຄຸກຄີດ້ວຍໝູ່ຄະນະ)
6. ຝຶກຫັດຈິດໃຈໃຫ້ສະຫງົບ ຄື ການຝຶກຈິດ ໝັ່ນທຳສະມາທິພາວະນາ.
Credit:http://yarkhu.blogspot.com/2017/06/blog-post_54.html
ທິບພະມົນ
ບົດເທດທິບພະມົນ
ktt19_1ducphat1kienthuc_qzbd
ນະໂມ ຕັດສັດຖູ ຣະຕະນັດຕະຍັດສະ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ທັນຍະທາຣາ ທະນັນຊະຍັດສະ ຄະເຣ ປະວັດສັນຕຸ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາຈະ ໂກຈິ ອຸປັດທະໂວ ຍະຖາ ການຈະນາມິ ອຸກຄະຕັດສະ ຄະເຣ ປະວັດສັນຕຸ ມາ ຂະໂຍ ມາວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ການຈະນະຄິຣິສັງກາໂສ ຊະຕິລັດສະ ຄະເຣ ອຸປັດຊະຕິ ມາຂະໂຍ ມາ ວະໂຍ ຕຸຍຫັງ ມາຈະ ໂກຈິ ອຸບັດທະໂວ ຍະຖາ ກະຫາປະນານິ ມັນທາຕຸຣາຊິໂນ ຄະເຣ ປະວັດສັນຕຸ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸບັດທະໂວ ຍະຖາ ສັບພະທະນານິ ປຸນນະກັດສະ ຄະເຣ ປະວັດສັນຕຸ ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ ຈະ ໂກຈິ ອຸບັດທະໂວ ຍະຖາ ສັດຕະຣະຕະນະວັດສານິ ເວດສັນຕະຣັດສະ ຄະເຣ ປະວັດສັນຕູຕິ.
ໂພ ສາທະໂວ ດູຣາສັບປຸຣິສະທັງຫຼາຍ ໂກຈິບັດທະໂວ ອັນວ່າຄວາມກັງວົນອົນຕາຍ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບັງເກິດມີແກ່ທ່ານເຖີ້ນ ໂກຈິ ປະຣິໂພໂຄ ອັນວ່າເຂົ້າຂອງເຄຶ່ອງບໍຣິໂພກ ອັນໃດອັນໜຶ່ງກໍດີ ມາ ຂະໂຍ ມາ ວະໂຍ ກໍຢ່າໄດ້ສ້ຽງໄປເໝິດໄປແກ່ທ່ານເຖີ້ນ ທັນຍະທາຣາ ອັນວ່າຖ່ອງແຖວເຂົ້າເປຶອກທັງຫຼາຍກໍຕົກລົງມາ ຄະເຣ ໃນເຮຶອນແຫ່ງທະນັນໄຊຍະເສດຖີແລ ມີດ້ວຍປະການສັນໃດ ອັນວ່າຖ່ອງແຖວເຂົ້າປຶອກທັງຫຼາຍ ກໍຈົ່ງໃຫ້ຕົກລົງມາ ຄະເຣ ໃນຢ້າວເຮຶອນແຫ່ງທ່ານ ກໍມີດ້ວຍປະການສັນນັ້ນເຖີນ ກ່າວຄືວ່າ ຄວາມສ້ຽງໄປເໝິດໄປແຫ່ງວັດຖຸເຂົ້າຂອງເຄຶ່ອງບໍຣິໂພກກໍດີແລ ຄວາມກັງວົນອົນຕາຍອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບັງເກິດມີແກ່ທ່ານເຖີ້ນ ອີກປະການໜຶ່ງ ໂກຈິ ປະຣິໂພໂຄ ອັນວ່າເຂົ້າຂອງກອງແກ້ວ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບົກໄດ້ແຫ້ງໄປແກ່ທ່ານເຖີ້ນ ການຈະນານິ ອັນວ່າເງິນແລຄໍາທັງຫຼາຍ ກໍຕົກລົງມາ ຄະເຣ ໃນເຮືອນແຫ່ງຈຸກຄະຕະເສດຖິ ແລມີອຸປະມາສັນໃດ ອັນວ່າເງິນແລຄໍາທັງຫລາຍ ກໍຈົ່ງຫລັ່ງໄຫລລົງມາ ຄະເຣໃນຢ້າວເຮືອນແຫ່ງທ່ານ ກໍມີອຸປະມາສັນນັ້ນເຖີ້ນ ໂກຈິ ອຸບັດທະໂວ ອັນວ່າອຸບັດທະວະເຫດຮ້າຍອົນຕາຍ ອັນໃດອັນໝຶ່ງກໍດີ ກໍຢ່າໄດ້ບັງເກິດມີແກ່ທ່ານທັງຫລາຍເຖີ້ນ ອັນໝຶ່ງ ໂກຈິ ປະຣິໂພໂຄ ອັນວ່າວັດຖຸເຂົ້າຂອງເຄຶ່ອງບໍລິໂພກ ທີ່ໄດ້ເສຍສະຫລະວາງໄປໃຫ້ເປັນທານແລ້ວອັນໃດອັນໝຶ່ງກໍດີ ກໍຢ່າໄດ້ບົກໄດ້ແຫ່ງໄປແກ່ທ່ານເຖີ້ນ ການຈະນະຄິຣີສັງກາໂສ ອັນວ່າດອຍຄໍາອັນສູງໄດ້ແປດສອກ ກໍເກີດມີມາໃນກໍ້າຫລັງເຮືອມແຫ່ງຊະດິນເສດຖີ ແລມີດ້ວຍປະການສັນໃດ ອັນວ່າເງິນແລຄໍາອັນເປັນພູດອຍ ກໍຈົ່ງບັງເກິດມີແກ່ທ່ານທັງຫລາຍດ້ວຍປະການສັນນັ້ນເຖີ້ນ ອັນວ່າອຸປັດທະວະອົນຕາຍ ອັນໃດອັນໝຶ່ງກໍດີ ກໍຢ່າໄດ້ເກິດມີແກ່ທ່ານເຖີ້ນ ອີກປະການໝຶ່ງ ອັນວ່າວັດຖຸເຂົ້າຂອງເຄຶ່ອງບໍຣິໂພກ ອັນໄດ້ໃຫ້ທານໄປແລ້ວ ກ່າວຄືວ່າເງິນແລຄໍາ ແກ້ວແຫວນ ເສື້ອຜ້າອາພອນອັນໃດອັນໝຶ່ງກໍດີ ກໍຢ່າໄດ້ ສ້ຽງໄປເໝິດກໍຂ້າແລກະຫາປະນານິ ອັນວ່າກະຫາປະນະຄືວ່າເງິນຄໍາແກ້ວແຫວນທັງຫລເຍ ກໍຕົກລົງມາ ຄະເລ ໃນຢ້າວເຮືອນຫໍໂຮງແຫ່ງພຣະຍາມັນທາຕຸຣາດ ດ້ວຍປະການສັນໃດ ອັນວ່າເຂົ້າຂອງກອງແກ້ວແລະເງິນຄໍາທັງຫລາຍ ຈົ່ງຕົກລົງມາ ຄະເຣ ໃນຢ້າວເຮືອນແຫ່ງທ່ານທັງຫລາຍດ້ວຍປະການສັນນັ້ນເຖີ້ນ ສ່ວນອັນວ່າຄໍາກັງວົນອົນຕາຍ ເຍື່ອງໃດເຍື່ອງໝຶ່ງກໍດີກໍຢ່າບັງເກິດມີແກ່ທ່ານ ພ້ອມທັງເຂົ້າຂອງເຄື່ອງບໍຣິໂພກ ອັນໃດອັນໝຶ່້ງກໍດີ ກໍຢ່າໄດ້ ສ້ຽງໄປເໝິດໄປແກ່ທ່ານເຖີ້ນ ສັບພະທະນານິ ອັນວ່າຊັບສົມບັດເຂົ້າຂອງທັງມວນ ອັນຕົກລົງມາ ຄະເຣ ໃນເຮືອນແຫ່ງປຸນນະກະເສດຖີ ແລມີດ້ວຍປະການສັນໃດ ອັນວ່າຊັບສົມບັດເຂົ້າຂອງເຫລົ່ານັ້ນ ກໍຈົ່ງຕົກລົງມາ ຄະເຣ ໃນຢ້າວເຮືອນຂອງທ່ານດ້ວຍປະການສັນນັ້ນເຖີ້ນ ກັບທັງຄວາມກັງວົນອົນຕາຍທັງຫລາຍເປັນຕົ້ນວ່າ ຄວາມບໍ່ສໍາບາຍເດືອດເນື້ອຮ້ອນໃຈ ເຈັບໄຂ ທຸກໂສກໄໝ້ໝອງໃຈ ແລະ ຮ້ອງໄຫ້ຕ່າງໆກໍຢ່າໄດ້ບັງເກິດມີແກ່ທ່ານເຖີ້ນ ອີກປະການໜຶ່ງ ອັນວ່າເຂົ້າຂອງເຄຶ່ອງບໍຣິໂພກ ອັນໃດອັນໜຶ່ງກໍດີ ຄືວ່າເງິນຄໍາແກ້ວແຫວນ ເສື້ອຜ້າອາພອນ ແລະ ເຂົ້ານໍ້າໂພຊະນະອາຫານກໍຢ່າໄດ້ສ້ຽງ ໄດ້ເໝິດໄປແກ່ທ່ານແລ ສັດຕະຣະຕະນະວັດສານິອັນວ່າຫ່າຝົນແກ້ວເຈັດປະການ ອັນຕົກລົງມາ ໃນຂ່ວງຄຸ້ມຜາສາດຣາຊວັງຫຼວງ ແຫ່ງພຣະຍາເວດສັນດອນ ປາງເມື່ອເປັນຣັດສີຕົນສິກໃໝ່ ສະເດັດຈາກປ່າໄມ້ເຂົ້າມາເມືອງວັນນັ້ນ ກໍມີດ້ວຍປະການສັນໃດ ອັນວ່າຫ່າຝົນແກ້ວເຈັດປະການຄື:
ວ່າແກ້ວປັດທະມະຣາດເຫຼື້ອມເຫຼືອຕາ ແກ້ວພິລາງາມພົ້ນພຸ່ງ ແກ້ວປະພານມີແສງເຮຶອງຮຸ່ງ ແກ້ວມະນີພຸ່ງຣັສມີ ແກ້ວພິທູນມີຄ່າມາກ ແກ້ວວະຊິຣະຫຼາກອາພາ ແກ້ວມຸກດາງາມຊ້ອຍໂຊດ ເຊິນຄໍາໂສກເຫຼຶອຫຼາຍ ກໍຈົ່ງຕົກລົງມາຢາຍຢັ່ງຢາດເດັຍຣະດາດເຕັມບ້ານເຕັມເຮືອນ ຂອງທ່ານເຈົ້າມູລສັດທາອັນມີເຈົ້າເຮຶອນເປັນເຄົ້າ ກັບທັງຂໍຢ່າໃຫ້ພວກທ່ານໂສກເສົ້າ ທຸກຍາກໄຮ້ເຂັນໃຈສັງສັກເທຶ່ອກໍຂ້າເຖີ້ ເທສນາປະຣິໂຍສາເນ ໃນເມຶ່ອແລ້ວຣົສທັມມະເທສນາ ຂໍໃຫ້ເຈົ້າມູລສັດທາທັງຫຼາຍ ຈົ່ງໄດ້ດັ່ງຄໍາມັກ ຄໍາປາຖະນາສົມດັ່ງກ່າວມາແລ້ວ ແຕ່ຫົນຫຼັງນິດຖິຕັງ ກໍສະເດັດບໍຣະບວນຄວນແລ້ວທໍ່ນີ້ກ່ອນແລນິດຖິຕາ.
Credit: http://yarkhu.blogspot.com/2018/12/blog-post_1.html
ສະຫະຊາດທັງ 7
08
ສະຫະຊາດ ໝາຍເຖິງ ຄົນເກີດຮ່ວມຊາດທີເປັນສະຫາຍກັນ, ພຣະໂພທິສັດ ເກີດຈະມີຄົນສະຫາຍເກີດຮ່ວມຊາດ, ໃນວັນປະສູດຂອງພຣະມະຫາບູຣຸດນັ້ນ ມິສະຫະຊາດມຸງຄຸນ ບັງເກີດຮ່ວມກັບພຣະຮາຊະກຸມານ ເອີ້ນວ່າ: ສະຫະຊາດທັງ 7 ຄື:
1. ພຣະນາງຍະໂສທະຣາ (ໄດ້ພຣະຊາຍາ).
2. ພຣະອານົນເຖຣ (ໄດ້ເປັນພຣະອຸປະຖາກ).
3. ສັນນະອຳມາດ.
4. ກາລຸທາຍີອຳມາດ.
5. ກັນທະອັສວະຣາຊ ມ້າຊົງສໍາລັບພຣະອົງ.
6. ຕົ້ນສີມະຫາໂພທິບັນລັງທີ່ປະທັບຕອນຕັສຮູ້.
7. ຂຸມຊັບທັງ 4.
ພຸດທະປະຫວັດ
▂▃▅▇█▓▒░۞ເລື່ອງ: ພຸດທະປະຫວັດ “ສະບັບຫຍໍ້”۞░▒▓█▇▅▃▂
maxresdefault
●▬▬▬▬๑۩۩๑▬▬▬▬▬●
1. ປະຫວັດພຣະພຸດທະເຈົ້າ: ພຣະນາມເດີມ ໂຄຕວົງ ແລະ ບ້ານເກີດ.
ພະພຸດທເຈົ້າມີພະນາມເດີມວ່າ "ສິດທັດຖະ" ໝາຍເຖິງ ຜູ້ທີ່ສຳເລັດຄວາມມຸ້ງໝາຍແລ້ວ ຫລື ຜູ້ປາດຖະຫນາສິ່ງໃດ ຄວນໄດ້ສິ່ງນັ້ນ ເປັນພະຣາຊະໂອລົດຂອງ ພະເຈົ້າສຸດໂທທະນະ ກະສັດຜູ້ຄອງກຸງກະບິນດະພັດ ແຄວ້ນສັກກະ ຊຶ່ງປະຈຸບັນຕັ້ງຢູ່ທາງພາກໃຕ້ຂອງປະເທດເນປານ ພະຣາຊະມານດາ ຊົງພະນາມວ່າ "ພະນາງສິຣິມະຫາມາຍາ" ຊຶ່ງເປັນພະຣາຊະທິດາຂອງກະສັດຣາຊະສະກຸນໂກລິຍະວົງແຫ່ງກຸງເທວະທະຫະ ແຄວ້ນໂກລິຍະ.
2. ປະຫວັດພຣະພຸດທະເຈົ້າ: ວັນປະສູຕ.
08
●▬▬▬▬๑۩۩๑▬▬▬▬▬●
ເຈົ້າຊາຍສິດທັດຖະຣາຊະກຸມມາຣ ປະສູຕ ເມື່ອ ວັນເພັງ ເດືອນ 6 ກ່ອນ ພ.ສ 80 ປີ ທີ່ສວນອຸທະຍານ ສວນລຸມພິນີວັນ ພາຍໄຕ້ກ້ອງຮົ່ມໄມ້ຮັງ ລະຫວ່າງເມືອງກະບິລະພັດ ກັບ ເມືອງເທວະທະຫະຊາຍແດນຕິດຕໍ່ກັນ (ປະຈຸບັນຄື ເມືອງ ຣຸມມິນເດ ປະເທດເນປານ).
ຊົງດໍາເນີນດ້ວຍພະບາດ 7 ກ້າວ ແລະ ມີດອກບົວເກີດຂື້ນເພື່ອຮອງຮັບພຣະບາດ ພ້ອມເປ່ງພະວາຈາວ່າ: "ເຮົາເປັນເລີດທີ່ສຸດໃນໂລກ ປະເສີດທີ່ສຸດໃນໂລກ ການເກີດເທື່ອນີ້ ເປັນເທື່ອສຸດທ້າຍຂອງເຮົາ"
07
●▬▬▬▬๑۩۩๑▬▬▬▬▬●
ໄດ້ມີພຣາມທັງ 8 ໄດ້ທຳນາຍວ່າ: ເຈົ້າຊາຍສິດທັດຖະມີລັກສະນະເປັນມະຫາບຸຣຸສ ຄື ຖ້າດໍາລົງຕົນຢູ່ໃນຄອງຄາຣະວາດຈະໄດ້ເປັນຈັກກະພັດ ຖ້າອອກບວດຈະໄດ້ເປັນສາສະດາເອກຂອງໂລກ ແຕ່ໂກນຖັນຍະພຣາມຜູ້ມີອາຍຸນ້ອຍທີ່ສຸດ ໃນຈຳນວນນັ້ນຢືນຢັນໜັກແໜ້ນວ່າ: ພະຣາຊະກຸມມານສິດທັດຖະຈະສະເດັດອອກບວດ ແລະ ຈະໄດ້ຕັສສະຮູ້ເປັນພະພຸດທະເຈົ້າຢ່າງແນ່ນອນ.
10
●▬▬▬▬๑۩۩๑▬▬▬▬▬●
ຫຼັງຈາກທີ່ປະສູດໄດ້ 7 ວັນ ພະນາງສິຣິມະຫາມາຍາກໍໄດ້ສິ້ນພະຊົນ ຈຶ່ງຊົງຢູ່ໃນຄວາມເບິ່ງແຍງຂອງພະນາງປະຊາບໍດີໂຄຕະມີ ເປັນພະລາຊະທິດາຂອງພຣະເຈົ້າອັນຊະນາທິປະຣາຊ ແຫ່ງກຸງເທວະທະຫະ ແຄວ້ນໂກລິຍະ ແລະ ເປັນນ້ອງສາວຂອງພຣະນາງສີຣິມະຫາມາຍາ.
3. ປະຫວັດພຣະພຸດທະເຈົ້າ: ສຳເລັດວິຊາຄວາມຮູ້ທາງໂລກ.
14
●▬▬▬▬๑۩۩๑▬▬▬▬▬●
ເຈົ້າຊາຍສິທັດຖະຣາຊະກຸມາຣ ເປັນມະຫາບຸຣຸສທີ່ປະເສີດ ມີຄວາມປະເສີດຢູ່ກັບພຣະອົງມາກ່ອນແລ້ວ ແລະ ຄວາມຮູ້ຂອງພະອົງກໍ່ປະເສີດກວ່າຄົນອື່ນທັງປວງ ພຣະອົງຄ໌ ຊົງມີພຣະອາຈາຣຍ໌ຫຼາຍທ່ານ ແລະ ພຣະອາຈາຣຍ໌ ທີ່ຮັບຜິດຊອບປະຈຳພຣະອົງຄ໌ນັ້ນ ຊື່ວ່າ: ພຣະອາຈາຣຍ໌ວິສະວາມິຕ ພຣະອົງຄ໌ຈົບວິຊາກາຣຕ່າງໆ ຕັ້ງແຕ່ອາຍຸ 16 ພັນສາ (ປີ) ເຊິ່ງຍາກຈະຫາບຸຄຄົລໃດສະເຫມີເໝືອນ ພຣະອາຈາຣຍ໌ຂອງພຣະອົງຄ໌ທຸກຄົນ ກໍຍອມຮັບວ່າພຣະອົງຄ໌ ເປັນເລີດກວ່າພຣະອາຈາຣຍ໌ແຕ່ລະຄົນ, ໃນໄລຍະ 16 ພຣະພັນສານັ້ນ ພຣະອົງຄ໌ສຳເລັດ ວິຊາການທາງໂລກ 18 ສາດ ໃນສຳນັກຄູວິສາວາມິດ ໃນນັ້ນລວມທັງຄໍາພີໄຕເວທ ຫຼື ໄຕຣເພທອັນເປັນຄໍາພີຂອງສາສນາ ພຣາມດ້ວຍ.
4. ປະຫວັດພຣະພຸດທະເຈົ້າ: ຊີວິດໃນໄວເດັກ
a10
●▬▬▬▬๑۩۩๑▬▬▬▬▬●
ພະຜູ້ເປັນພໍ່ບໍ່ປະສົງຈະໃຫ້ເຈົ້າຊາຍສິດທັດຖະອອກບວດ ຈຶ່ງພະຍາຍາມໃຫ້ເຈົ້າຊາຍສິດທັດຖະພົບເຫັນແຕ່ຄວາມສຸກທາງໂລກ ເຊັ່ນ: ສ້າງຜາສາດ 3 ລະດູ ແລະ ເມື່ອອາຍຸ ເມື່ອພຣະຊົນອາຍຸໄດ້ 16 ພັນສາແລ້ວ ພຣະບິດາ ພຣະມາຣດາ ແລະ ພຣະຍາຕວົງໄດ້ເລືອກຄູ່ຄອງໃຫ້ພຣະອົງຄ໌ ໄດ້ອະພິເສກສົມຣົສ ກັບ ພະນາງຍະໂສທະຣາ (ພິມພາ) ຜູ້ເປັນພະທິດາຂອງພະເຈົ້າກຸງເທວະທະຫະ ຊຶ່ງເປັນພະຍາດຝ່າຍພະມານດາ ເມື່ອມີພະຊົນອາຍຸໄດ້ 29 ປີ ພະນາງພິມພາກໍໃຫ້ປະສູດ ຣາຫຸນຣາຊະກຸມມາຣ (ບ່ວງ)
5. ປະຫວັດພຣະພຸດທະເຈົ້າ: ສະເດັດອອກບວດ
e0b8abe0b899e0b8b5e0b8ade0b8ade0b881e0b888e0b8b2e0b881e0b8a7e0b8b1e0b887
●▬▬▬▬๑۩۩๑▬▬▬▬▬●
ມື້ໜຶ່ງ ເຈົ້າຊາຍສິດທັດຖະ ຈຶ່ງຊວນສານຖີຊົງລົດມ້າບະພາດອຸທິຍານເທື່ອນັ້ນ ໄດ້ທອດພະເນດເຫັນຄົນແກ່, ຄົນເຈັບ, ຄົນຕາຍ ແລະ ນັກບວດ ເອີ້ນວ່າ: ເທວະທູດທັງ 4 (ທູດສະຫວັນ) ທີ່ແປງກາຍມາ ພະອົງຈຶ່ງຊົງຄິດໄດ້ວ່າ ນີ້ເປັນທຳມະດາຂອງໂລກ ຊີວິດຂອງທຸກຄົນຕ້ອງຕົກຢູ່ໃນສະພາບເຊັ່ນນັ້ນ ບໍ່ມີໃຜສາມາດຫຼີກລ້ຽງຄວາມເກີດ, ແກ່, ເຈັບ, ຕາຍໄດ້ ຈຶ່ງຊົງເຫັນວ່າ ຄວາມສຸກທາງໂລກເປັນພຽງພາບມາຍາເທົ່ານັ້ນ ແລະ ວິທີທີ່ຈະພົ້ນຈາກຄວາມທຸກ ຄື ຕ້ອງຄອງເຮືອນເປັນສະມະນະ ດັ່ງນັ້ນ ພະອົງຈຶ່ງໃຄຣ່ຈະສະເດັດອອກບັນພະຊາ (ອອກບວດ) ໃນຂະນະທີ່ມີພະຊົນອາຍຸໄດ້ 29 ພັນສາ.
16
●▬▬▬▬๑۩۩๑▬▬▬▬▬●
ຄັ້ງນັ້ນ, ພະອົງຈຶ່ງສະເດັດອອກຈາກພຣະຣາຊະວັງ ອອກຊົງຜະນວຊ ໄປພ້ອມກັບນາຍສັນນະ ສາຣະຖີ ຊຶ່ງຕຽມມ້າພະທີ່ນັ່ງ ນາມວ່າ: ມ້າກັນຖະກະ ເດີນທາງໄປຍັງແມ່ນ້ຳອະໂນມານທີ ກ່ອນຈະປະທັບນັ່ງເທິງກອງຊາຍ ຊົງຕັດພະເມົາລີ (ຜົມທີ່ມີຈຸກ) ດ້ວຍພະຂັນ ແລະ ປ່ຽນຊຸດຜ້າກາສາວະພັດ (ຜ້າຍ້ອມດ້ວຍຣົສຝາດແຫ່ງຕົ້ນໄມ້) ແລະ ໃຫ້ນາຍສັນນະ ນຳເຄື່ອງຊົງກັບພະນະຄອນ ດ້ວຍອະທິຖານຕົນບວດ ເພື່ອສະແຫວງຫາໂມກຂະທັມ (ທາງພົ້ນທຸກ) ສືບຕໍ່ໄປ.
21
●▬▬▬▬๑۩۩๑▬▬▬▬▬●
6. ປະຫວັດພຣະພຸດທະເຈົ້າ: ທົດລອງວິຊາຄວາມຮູ້ຕ່າງໆ.
23
●▬▬▬▬๑۩۩๑▬▬▬▬▬●
ພຣະສິດທັດຖະຣາຊະກຸມມາຣ ພາຍຫຼັງທີ່ໄດ້ອະທິຖານຜະນວຊແລ້ວ ພຣະອົງກໍໄດ້ໄປຮໍ່າຮຽນນໍາພຣະຣືສີມີຊື່ວ່າ: ອາຣະຣາດາບົສ ກາລາມະໂຄຕ ແລະ ອຸທະກະດາບົສ ຣາມະບຸຕ ຈົນຈົບວິຊາໄຕຣເພທ (ເວທຍ໌) ຂອງສາສນາພຣາມ ຈົນໄດ້ຍານສະມາບັຕ ອັນເປັນຄວາມຮູ້ສຸດຍອດຂອງສາສນາພຣາມແລ້ວ ພຣະອົງຄ໌ຊົງມາພິຈາຣະນາວ່າ ຄວາມຮູ້ນີ້ຍັງບໍ່ທັນ ເປັນສິ່ງທີ່ພົ້ນທຸກຂ໌ໄດ້ ຈຶ່ງປ່ຽນວິທີການໃໝ່ ຈຶ່ງໄດ້ທຳການເດີນທາງມຸ້ງໜ້າໄປເຖິງ ແມ່ນໍ້າ ເນຣັນຊະຣາ ບ້ານ ອຸຣຸເວຣາເສນານິຄົມ ຕາແສງ ອຸຣຸເວຣາເສນານິຄົມ (ລັດພິຫານ ແຂວງ ຄະຍາ ປະເທດອິນເດຍ) ຈຶ່ງເລີ່ມຄົ້ນຄວ້າ ແລະ ສຶກສາທັມດ້ວຍຕົນເອງ ຈົນເຖິງ ເດືອນ 6 ເພັງ.
7. ປະຫວັດພຣະພຸດທະເຈົ້າ: ຄົ້ນພົບສັຈຈະທັມ (ບັລລຸທັມ).
31
●▬▬▬▬๑۩۩๑▬▬▬▬▬●
ພຣະມະຫາບຸຣຸສ ເມື່ອພຣະອົງຄ໌ຕັ້ງພຣະທັຍບໍາເພັງພຽນແລ້ວ ພຣະອົງຄ໌ກໍ່ໄດ້ທໍາຈິຕຂອງຕົນ ໃຫ້ສະອາດດີແລ້ວ ທໍາຄວາມປາຖະນາໃຫ້ເຖິງພ້ອມ ຈົນມາເຖິງ ວັນ ເພັງ ເດືອນ 6 ຫຼັງຈາກພຣະອົງຄ໌ຮັບ ເຂົ້າມະທຸປາຍາດ ພ້ອມຖາດທອງຄຳ ຈາກນາງສຸຊາດາ ແລ້ວ ຫຼັງຈາກທີ່ພຣະອົງສັນເຂົ້າມະທຸປາຍາດສໍາເລັດແລ້ວ ກໍ່ໄດ້ເອົາຖາດທອງຄຳນັ້ນ ລົງໄປທີ່ແຄມແມ່ນໍ້າ ເນຣັນຊະຣາ ພຣະອົງຄ໌ກໍ່ໄດ້ໄຫຼຖາດທອງຄຳລົງສູ່ແມ່ນໍ້າ ຫລັງຈາກນັ້ນ ພຣະອົງກໍ່ໄດ້ຕັ້ງຈິດອະທິດຖານວ່າ: ຫາກພຣະອົງຄ໌ຈະຕັສຮູ້ໃນຄໍ່າຄືນວັນນີ້ ຂໍໃຫ້ຖາດຄຳນີ້ ຂໍຈົ່ງລອຍຂຶ້ນທວນກະແສນໍ້າ ແລະ ແລ້ວຖາດນັ້ນກໍລອຍທວນກະແສນໍ້າຂຶ້ນໄປດັ່ງຄວາມປາຖນາ ຕາມຄວາມປະສົງຂອງພຣະອົງຄ໌ ແລະ ມີຄວາມຕັ້ງໃຈວ່າ: ຈະປະຕິບັຕຕົນຈົນສຳເລັດທັມໃນຄໍ່າຄືນນີ້ ຫຼັງຈາກນັ້ນ ພຣະອົງຄ໌ກໍໄດ້ຮັບການຖວາຍຫຍ້າຄາ 8 ກຳຈາກໂສຕຖີຍະພຣາມ ພຣະອົງຄ໌ກໍໄດ້ເອົາຫ້ຍາຄານັ້ນ ມາປູລວດເປັນບັນລັງ ໃນຮົ່ມຕົ້ນໄມ້ປ່າແປ້ງ (ຕົ້ນໂພທິ) ແຄມ ນໍ້າແມ່ ເນຣັນຊະຣາ (ເອີ້ນວ່າ: ພຸທທະຄະຍາ).
ຄັ້ງນັ້ນ, ພະອົງຊົງປະທັບນັ່ງຂັດສມາທິ ໃຕ້ຕົ້ນພະສະຣີມະຫາໂພທິ ທີ່ ອຸຣຸເວລາເສນານິຄົມ ເມືອງພາຣານສີ ຫັນໜ້າໄປທາງທິດຕະເວັນອອກ ແລະ ຕັ້ງຈິດອະທິຖານດ້ວຍຄວາມແນ່ວແນ່ວ່າ: “ເມື່ອໃດທີ່ຍັງບໍ່ບັນລຸສັມມາສັມໂພທິຍານ ກໍຈະບໍ່ລຸກຂຶ້ນຈາກສະມາທິບັນລັງ” ຈົນເວລາຜ່ານໄປໃນທີ່ສຸດ ພະອົງຊົງບັນລຸຮູບຊານ ຄື:
⇨ ຍາມຕົ້ນ ຫລື ປະຖົມມະຍາມ ຊົງບັນລຸປຸພເພນິວາສານຸສະຕິຍານ ຄື: ສາມາດລະນຶກຊາດໄດ້
⇨ ຍາມສອງ ທາງບັນລຸຈຸຕູປະປາຕະຍານ (ທິບປະຈັກຂຸຍານ) ຄື: ຮູ້ເລື່ອງການເກີດການຕາຍຂອງສັດທັງຫຼາຍວ່າ ເປັນໄປຕາມກຳທີ່ກຳນົດໄວ້
⇨ ຍາມສາມ ຊົງບັນລຸອາສະວັກຂະຍະຍານ ຄື: ຄວາມຮູ້ທີ່ເຮັດໃຫ້ສິ້ນອາດວະ ຫລື ກິເລດ ດ້ວຍອຣິຍສັດ 4 ໄດ້ແກ່: ທຸກຂ໌, ສມຸທັຍ, ນິໂຣທ, ມັກ ແລະ ໄດ້ຕັສສະຮູ້ດ້ວຍພະອົງເອງ ເປັນພະສັມມາສັມພຸດທເຈົ້າ ແລະ ເປັນສາສະດາເອກຂອງໂລກ ວັນທີພະສັມມາສັມພຸດທເຈົ້າຕັສສະຮູ້ນັ້ນ ກົງກັບ ວັນເພັງ ເດືອນ 6 ຂະນະທີ່ມີພະຊົນອາຍຸໄດ້ 35 ພັນສາ.
8. ປະຫວັດພຣະພຸດທະເຈົ້າ: ປະຖົມມະເທສນາ
35
●▬▬▬▬๑۩۩๑▬▬▬▬▬●
ຫຼັງຈາກພະສັມມາສັມພຸດທເຈົ້າຕັສສະຮູ້ແລ້ວ ຊົງພິຈາລະນາທັມທີ່ພະອົງຕັສສະຮູ້ມາເປັນເວລາ 7 ອາທິດ ແລະ ຊົງເຫັນວ່າ: ພຣະທັມນັ້ນ ຍາກຕໍ່ບຸກຄົນທົ່ວໄປທີ່ຈະເຂົ້າໃຈ ແລະ ປະຕິບັດໄດ້ ພະອົງຈຶ່ງຊົງພິຈາລະນາວ່າ: ບຸກຄົນໃນໂລກນີ້ມີຫຼາຍຈຳພວກ ປຽບສະເຫມືອນດ່ັງບົວ 4 ເຫຼົ່າທີ່ມີທັງຜູ້ທີ່ສອນໄດ້ງ່າຍ ແລະ ຜູ້ທີ່ສອນໄດ້ຍາກ ພະອົງຈຶ່ງຊົງລະເລິກເຖິງ ອາລາລະດາບົສ ແລະ ອຸທະກະດາບົສ ຜູ້ເປັນພະອາຈານ ຈຶ່ງຫວັງສະເດັດໄປໂປດ ແຕ່ທັງສອງທ່ານເສຍຊີວິດແລ້ວ ພະອົງຈຶ່ງຊົງລະນຶກເຖິງປັັນຈະວັກຄີ ທັງ 5 ທີ່ເຄີຍມາເຝົ້າຮັບໃຊ້ ຈຶ່ງໄດ້ສະເດັດໄປໂປດປັນຈະວັກຄີ ທີ່ ປ່າອິສິປະຕະນະມະຖະຄະທາຍະວັນ
ໃນກາລນີ້ ພະໂກນຖັນຍະໄດ້ທຳຈັກສຸ ຄື ດວງຕາເຫັນທັມເປັນຄົນທໍາອິດ ພະພຸດທະອົງຄ໌ຈຶ່ງຊົງເປ່ງວາຈາວ່າ: "ອັນຍາສິ ວະຕະໂກຍະທັນໂຍ" ແປວ່າ: ໂກນຖັນຍະໄດ້ຮູ້ແລ້ວ ທ່ານໂກນທັນຍະ ຈຶ່ງໄດ້ສາຍາວ່າ: ອັນຍາໂກນທັນຍະ ແລະ ໄດ້ຮັບການບວດເປັນພະສົງຄ໌ອົງຄ໌ທໍາອິດ ໃນພະພຸດທະສາດສະຫນາ ໂດຍເອີ້ນການບວດທີ່ພະພຸດທເຈົ້າບວດໃຫ້ວ່າ: "ເອຫິພິກຂຸອຸບສັມປທາ"
ທັມມະເທສນາກັນທໍາອິດທີ່ພະອົງຊົງສະແດງທັມຄື: "ທັມມະຈັກກັປປະວັຕຕະນະສູຕ" ແປວ່າ: ສູຕຂອງການໝຸນວົງລໍ້ແຫ່ງພະທັມໃຫ້ເປັນໄປ ຊຶ່ງຖືເປັນການສະແດງພະທຳເທດນາເທື່ອແຮກ ໃນວັນເພັງ ຂຶ້ນ 15 ຄ່ຳ ເດືອນ 8 ກົງກັບ ວັນອາສາຣະຫະບູຊາ
10. ປະຫວັດພຣະພຸດທະເຈົ້າ: ກໍ່ຕັ້ງສາສນາ
44
●▬▬▬▬๑۩۩๑▬▬▬▬▬●
ໃນປີຕໍາອິດ ພຣະຣາຊາຊື່ວ່າ: ພຣະເຈົ້າພິມພິສານ ຜູ້ເປັນພຣະເຈົ້າແຜ່ນດິນ ເມືອງມະຄົດ ເວລານີ້ເອີ້ນວ່າ: ປະຕະນະ ໄດ້ຖວາຍສວນໄມ້ໄຜ່ແກ່ພຣະອົງຄ໌ໃຫ້ເປັນອາຮາມ ເພື່ອທຳເປັນວັດ ສຳລັບຢູ່ຂອງພຣະອົງຄ໌ພອ້ມດ້ວຍພຣະສົງຄ໌ ມີຊື່ວ່າ: ວັດເວຣຸວັນ (ຄືສວນໄມ້ໄຜ່) ເປັນວັດທໍາອິດໃນພຣະພຸດທະສາສນາ ແລະ ໃນຕອນທ້າຍນີ້ນັ້ນເອງ ເປັນວັນເພັງ ເດືອນສາມມາຄະບູຊາ ພຣະພຸທອົງຄ໌ໄດ້ວາງຫຼັກສາສນາໄວ້ໂດຍການສະແດງໂອວາທພຣະປະຕິໂມກໃນລະຫວ່າງກາງພຣະອໍຣະຫັນຕ໌
ທັງຫຼາຍ 1,250 ອົງຄ໌ ທີ່ ວັດພຣະເວຣຸຸວັນນັ້ນເອງ.
ຫຼັກຄໍາສັ່ງສອນຂອງສາສນາມີດັ່ງນີ້:
1. ລະຄວາມຊົ່ວທັງຫຼາຍທັງປວງ.
2. ກະທໍາຄວາມດີທັງຫຼາຍທັງປວງ.
3. ທຳໃຫ້ຈິຕໃຈຜ່ອງໃສ
11. ປະຫວັດພຣະພຸດທະເຈົ້າ: ເຜີຍແຜ່ພຣະສາສນາ
42
●▬▬▬▬๑۩۩๑▬▬▬▬▬●
ຕໍ່ມາພະພຸດທະເຈົ້າໄດ້ເທສນາທັມໂປຣດແກ່ຍະສະກຸລະບຸດ ລວມທັງເພື່ອນຂອງຍະສະກຸລະບຸດ ຈົນໄດ້ສຳເລັດເປັນພະອໍຣະຫັນຕ໌ທັງໝົດ ທັງຫມົດ 60 ຮູບ
ພະພຸດທເຈົ້າຊົງມີພະຣາຊະປະສົງຈະໃຫ້ມະນຸດໂລກພົ້ນທຸກ ພົ້ນກິເລສ ຈຶ່ງຕັສຮຽກສາວົກທັງ 60 ຮູບ ມາປະຊຸມກັນ ແລະ ຕັສໃຫ້ພະສາວົກ 60 ຮູບ ຈາຣິກແຍກຍ້າຍກັນເດິນທາງໄປປະກາດສາດສະຫນາ 60 ແຫ່ງ ໂດຍລຳພັງ ໃນເສັ້ນທາງທີ່ບໍ່ຊ້ຳກັນ ເພື່ອໃຫ້ສາມາດເຜຍແຜ່ພະພຸດທະສາດສະຫນາໄດ້ໃນຫຼາຍພື້ນທີ່ຢ່າງຄອບຄຸມ ສ່ວນພະອົງເອງໄດ້ສະເດັດໄປສະແດງທັມ ທີ່ ຕາແສງອຸຣຸເວລາ ເສນານິຄົມ
ຕະຫຼອດໄລຍະເວລາ 45 ປີ ພຣະພຸທອົງຄ໌ໄດ້ປະກາດຄວາມຈິງຄື: ທັມມະ ທີ່ພົ້ນຈາກຄວາມທຸກໃຫ້ແກ່ຊາວໂລກຢ່າງກວ້າງຂວາງ ພ້ອມທັງໄດ້ປະກາດກົດແຫ່ງການກະທຳ ຄວາມດີ, ຄວາມຊົ່ວ ແລະ ທຳໃຫ້ຈິດໃຈຜ່ອງໃສອັນເປັນຫຼັກຊີວິດທຸກໆຄົນ ແລະ ໄດ້ປະກາດລົບລ້າງຄວາມບໍ່ຮູ້ເທົ່າເຖິງການ ອັນຈັກນຳສັພພະສັຕວ໌ໃຫ້ຕົກທຸກໄດ້ຍາກ ແລ້ວພຣະອົງກໍໄດ້ຈູດໂຄມໄຟ ອັນເປັນແສງສະຫວ່າງທີ່ຈະນຳສັພພະສັດໃຫ້ພົ້ນຈາກທຸກໄດ້ ພ້ອມທັງເກີດຄວາມຮົ່ມເຢັນເປັນສຸກຈາກວັນນັ້ນ ຢູ່ຕລອດມາ ຈົນເຖິງ ທຸກວັນນີ້.
12. ປະຫວັດພຣະພຸດທະເຈົ້າ: ປະກາດປະຣິນິພພານ (ປົງສັງຂາຣ)
77
●▬▬▬▬๑۩۩๑▬▬▬▬▬●
ພຣະສັມມາສັມພຸດທະເຈົ້າໄດ້ສະເດັສໂປຣດສັດ ແລະ ສະແດງພຣະທັມເທສນາ ຕະຫລອດໄລຍະເວລາ 45 ພັນສາ ຊົງສະດັບວ່າ: ອີກ 3 ເດືອນຂ້າງໜ້າຈະປຣິນິພພານ ຈຶ່ງໄດ້ຊົງປົງອາຍຸສັງຂານ ຂະນະນັ້ນ ພະອົງໄດ້ປະທັບຈຳພັນສາ ທີ່ ເວລຸຄາມ ໃກ້ເມືອງເວລາສີ ແຄວ້ນວັດຊີ ໂດຍກ່ອນສະເດັຈດັບຂັນປະຣິນິພພານ 1 ວັນ ພະອົງໄດ້ສະເຫວີຍສຸກມັດທະວະ ທີ່ອຸບາສົກຈຸນທະເຮັດຖວາຍ ແຕ່ເກີດອາພາດລົງ ພະອົງຕັສວ່າ: “ບິນທະບາດທີ່ມີອານິສົງຄ໌ທີ່ສຸດ ມີ 2 ປະການ ຄື: ເມື່ອຕະຖາຄົທ (ພຸດທະອົງຄ໌) ສະເຫວີຍບິນທະບາດແລ້ວຕັສຮູ້ ແລະ ປະຣິນິພພານ” ແລະ ມີພະດຳລັດວ່າ: "ໂຢ ໂວ ອານົນທ໌ ທັມມະ ຈະວິນໂຍ ມະຍາ ເທສິໂຕ ປັນຍະຕະໂຕ ໂສ ໂວ ມະມັຈຈະເຍນະ ສະຕະຖາ" ແປວ່າ: "ເບິ່ງກ່ອນອານົນທ໌ ທຳ ແລະ ວິນັຍອັນທີ່ເຮົາສະແດງແລ້ວ ບັນຍັດແລ້ວແກ່ນາງທັງຫຼາຍ ທຳວິນັຍນັ້ນ ຈັກເປັນສາດດາຂອງທ່ານທັງຫຼາຍ ເມື່ອເຮົາລ່ວງລັບໄປແລ້ວ"
80
●▬▬▬▬๑۩۩๑▬▬▬▬▬●
______________ແຫລ່ງອ້າງອິງຈາກ:
http://buddhahistory.blogspot.com/2011/09/blog-post.html
ພະສົງຄ໌/ພະພິກສຸ ແລະ ອະລັຊຊີ
ພຣະສົງຄ໌ ຫລື ພຣະພິກສຸ ໝາຍເຖິງ ຜູ້ສະລະການຄອງເຮືອນ ຄອງຊັບເພື່ອອອກບວດ ແລະ ຖືວັດປະຕິບັດຕາມພະທັມມະວິນັຍ ອັນເປັນຄຳສອນຂອງພະພຸທທະເຈົ້າ ເພື່ອຍັງໃຫ້ຕົນ ແລະ ຜູ້ອື່ນໃຫ້ຮູ້ແຈ້ງໃນທັມ
ພຣະສົງຄ໌ ຫລື ພຣະພິກສຸ ຫາກແປຕາມຖານສັບດັ້ງເດີມ ປະກອບດ້ວຍ:
• ສົງຄ໌ ມາຈາກພາສາບາລີຄຳວ່າ: ສັງຄະ ແປວ່າ: ໝູ່ ຫລື ຄະນະ
• ພິກສຸ ມາຈາກພາສາບາລີຄຳວ່າ: ພິກຂຸ ແປວ່າ: ຜູ້ຂໍ ຄື ຜູ້ສະລະຕົນ ສະລະຊັບສົມບັດຈາກການຄອງເຮືອນ (ຄະຣາວາດ) ເພື່ອອຸທິດຕົນເພື່ອການບຳເພັນທັມ ແລະ ຍັງໃຫ້ຜູ້ອື່ນເຖິງຊຶ່ງກຸສົລດ້ວຍການອອກຂໍພັດຕາຫານຂອງຜູ້ອື່ນ
• ພິກສຸສົງຄ໌ ມາຈາກພາສາບາລີ ຄຳວ່າ: ພິກຂຸ + ສັງຄະ ແປວ່າ: ໝູ່ແຫ່ງຜູ້ຂໍ
• ພຣະ ມາຈາກຮາກສັບພາສາບາລີ ຄຳວ່າ: ວະຣະ ແປວ່າ: ປະເສີດ
• ພະສົງຄ໌ ມາຈາກພາສາບາລີ ຄຳວ່າ: ພະຣະ + ສັງຄະ ແປວ່າ: ຜູ້ຂໍອັນປະເສີດ
• ພະພິກສຸ ມາຈາກພາສາບາລີ ຄຳວ່າ: ພະຣະ + ພິກຂຸ ແປວ່າ: ໝູ່ແຫ່ງຜູ້ປະເສີດ
ພະສົງຄ໌ ຫລື ພະພິກສຸ ຖືເປັນໜຶ່ງໃນຣັດຕະນະທັງສາມ ຄື ພະພຸທ ພະທັມ ແລະ ພະສົງຄ໌ ອັນເປັນອົງຄ໌ ສາມ ທີ່ສຳຄັນໃນພະພຸດທສາສະນາ ທີ່ຍັງໃຫ້ພະພຸດທສາສະນາປາກົດຂຶ້ນ ດຳເນີນຢູ່ ແລະ ດຳລົງຢູ່ຈົນເຖິງປະຈຸບັນ ແລະ ໃນອະນາຄົດ
ພະສົງຄ໌ ຫລື ພະພິກສຸ ຖືເປັນສາວົກຂອງພະພຸທທະເຈົ້າ ທີ່ຕ້ອງຖືວັດປະຕິບັດຕາມພຣະທັມມະວິນັຍອັນປະກອບດ້ວຍສິລ ຈຳນວນ 227 ຂໍ້ ເພື່ອຍັງໃຫ້ຕົນເປັນຜູ້ຈະເລີນ ພ້ອມກັບສຶກສາພຣະທັມຄຳສອນໃຫ້ຮູ້ແຈ້ງ ແລະ ຍັງໃຫ້ຜູ້ອື່ນເຂົ້າເຖິງຊຶ່ງພຣະທັມນັ້ນ ດ້ວຍການເຜີຍແຜ່ພຣະທຳຄຳສອນແກ່ປຸຖຸຊົນທັງຫຼາຍ
ອະລັຊຊີ ເປັນຄຳສັບທີ່ໃຊ້ເອີ້ນນັກບວດໃນສາສະນາ ຜູ້ບໍ່ປະພຶດປະຕິບັດຕາມຫຼັກທຳຄຳສອນຂອງພະສາດສະດາ ເປັນຜູ້ປະພຶດຜິດຈາກທໍານອງຄອງທັມທີ່ຍັງໃຫ້ສາສະນາເສື່ອມເສຍ ບໍ່ມີຄວາມລະອາຍຕໍ່ສິ່ງທີ່ກະທຳນັ້ນ ເຊັ່ນ: ອະລັຊຊີໃນພຣະພຸທທະສາສະນາ ຄື: ພະສົງຄ໌ ທີ່ບໍ່ປະພຶດຕາມພະທັມມະວິນັຍຊຶ່ງຍັງໃຫ້ພຣະທັມມະວິນັຍຂາດ ເຊັ່ນ: ພະສົງຄ໌ທີ່ເສບເມຖຸນ, ດື່ມສຸຣາເມຣັຍ, ຂ້າສັດ ເປັນຕົ້ນ
ອະລັຊຊີ ແປວ່າ: ຜູ້ບໍ່ມີຄວາມລະລາຍ ມີຖານສັບມາຈາກພາສາບາລີ ປະກອບດ້ວຍ:
– ອະ ແປວ່າ: ບໍ່
– ລັຊຊະ ແປວ່າ: ຄວາມລະອາຍ
ພຣະສົງຄ໌ 2 ປະເພດ
1. ສົມມຸດຕິສົງຄ໌
ສົມມຸດຕິສົງຄ໌ ຄື ພຣະສົງຄ໌ທົ່ວໄປຕັ້ງແຕ່ 4 ຮູບ ຂຶ້ນໄປ ທີ່ໄດ້ຮັບການອຸປະສົມບົດຕາມພຸດທານຸຍາດ ເຊິ່ງໄດ້ປະຕິບັດຕາມຫຼັກທຳຄຳສອນຂອງພະພຸດທະອົງຄ໌ ທີ່ຍັງບໍ່ໄດ້ບັນລຸໂລກຸດຕະລະທັມ ເປັນພຣະອໍຣະຫັນຕ໌ຕາມພະພຸດທອົງຄ໌ ໝູ່ພຣະສົງຄ໌ເຫຼົ່ານີ້ ເອີ້ນວ່າ: ສົມມຸດຕິສົງຄ໌
2. ພະອະຣິຍະສົງຄ໌
ພະອະຣິຍະສົງຄ໌ ຄື: ໝູ່ແຫ່ງພິກສຸຜູ້ທີ່ໄດ້ຟັງທຳຄຳສອນທີ່ອອກຈາກພຣະໂອດຂອງພະພຸດທະເຈົ້າໂດຍກົງ ແລະ ຍັງໃຫ້ຕົນຮູ້ແຈ້ງຕາມທັມນັ້ນ ຄື: ບັນລຸໂລກຸດຕະລະທັມເປັນພະອໍຣະຫັນຕ໌ ຕາມພະພຸດທະອົງຄ໌ ປະກອບດ້ວຍ ຄູ່ແຫ່ງບຸຣຸດ 4 ຄູ່ ຕາມມັຄ ແລະ ຜົລ ຄື:
– ພະໂສດາບັນ 1 ຄູ່ ຄື: ຜູ້ມີສຸປະຕິປັນໂນ ເປັນຜູ້ປະຕິບັດດີປະຕິບັດງາມ ປະກອບດ້ວຍພຣະໂສດາປະຕິມັກ 1 ແລະ ພຣະໂສດາປະຕິຜົລ 1
– ພະສະກະທາຄາມິ 1 ຄູ່ ຄື: ຜູ້ມີອຸຊຸປະຕິປັນໂນ ເປັນຜູ້ປະຕິບັດກົງປະຕິບັດຖືກຕ້ອງ ປະກອບດ້ວຍພຣະສະກະທາຄາມິມັຄ 1 ແລະ ພຣະສະກະທາຄາມິຜົລ 1
– ພະອະນາຄາມິ 1 ຄູ່ ຄື: ຜູ້ມີຍາຍະປະຕິປັນໂນ ເປັນຜູ້ປະຕິບັດຊອບ ປະກອບດ້ວຍພຣະອະນາຄາມິມັຄ 1 ແລະ ພຣະອະນາຄາມິຜົລ 1
– ພະອໍຣະຫັນຕ໌ 1 ຄູ່ ຄື: ຜູ້ມີສາມີຈິປະຕິປັນໂນ ເປັນຜູ້ປະຕິບັດເໝາະສົມ ປະກອບດ້ວຍພຣະອໍຣະຫັນຕົມັຄ 1 ແລະພະອົນຫັນຕ໌ຜົລ 1
ອະຣິຍະບຸກຄົນ ຄື: ບຸກຄົນຜູ້ປະເສີດທັງທີ່ເປັນປຸຖຸຊົນ ຫລື ພຣະສົງຄ໌ ທີ່ລະແລ້ວໃນສັງໂຢດອັນເປັນກິເລສທີ່ຜູກມັດຕົນໄວ້ໃນພົບພູມຕ່າງໆ (ໂລກພູມ ນະຣົກພູມ ເທວະພູມ ແລະ ພຣົມພູມ)
ມັຄ ຄື: ຍານທີ່ຊ່ວຍໃຫ້ລະຊຶ່ງສັງໂຢດ ເພື່ອໃຫ້ເປັນອະຣິຍະບຸກຄົນໃນລະດັບຊານຕ່າງໆ
ຜົລ ຄື: ກຸສົລທີ່ເກີດຈາກການລະແລ້ວຊຶ່ງສັງໂຢດຕ່າງໆ ທີ່ພຣະບຸກຄົນເພີ່ງສະເຫວີຍ
ສັງໂຢດ 10 ຫລື ກິເລສ 10
1. ສັງກາຍະທິດຖິ ຄື: ການຢຶດໝັ່ນໃນຮ່າງກາຍວ່າເປັນຂອງຕົນ ບໍ່ມີມື້ດັບຫາຍ
2. ວິຈິກິດສາ ຄື: ຄວາມສົງໄສໃນຫຼັກທັມຄຳສອນຂອງພະພຸດທອົງຄ໌ ຄື ເຫັນຜິດ ເຊື່ອຜິດ ເຊື່ອໃນຫຼັກການອື່ນທີ່ບໍ່ມີເຫດ ແລະ ຜົນ
3. ສີລັພພະຕະປຣາມາສ ຄື: ການສຳຄັນຜິດ ຫລື ປະພຶດໃນສິນ
4. ກາມຣາຄະ ຄື: ການຢຶດໝັ່ນໃນກາມາຣົມ ຄື ຄວາມຕ້ອງການຂອງຕົນ ເປັນໂລພະ ຄື ຄວາມໂລບ
5. ປະຕິຄະ ຄື: ຄວາມຂຸ່ນເຄືອງ ສະແດງພະຍາບາດ ເປັນໂທສະ ຄື ຄວາມໂກດ
6. ຮູປະຣາຄະ ຄື: ຢຶດໝັ່ນໃນຮູບ ສຽງ ກິ່ນ ຣົສ ແລະ ໂຜດຖັບພະ ເປັນໂມຫະ ຄື ຄວາມຫຼົງ
7. ອະຮູປະຣາຄະ ຄື: ຢຶດໝັ່ນໃນສິ່ງບໍ່ມີຮູບ ເປັນນາມມະທັມ ຈັບຕ້ອງບໍ່ໄດ້ ເຊັ່ນ: ຄຳສັນລະເສີນ ຄວາມຮັກ ອາລົມປາຖະຫນາຂອງຕົນ ເປັນຕົ້ນ (ກຳນົດລະໂດຍໃຊ້ອຸເປກຂາ ແຫ່ງພຣົມມະວິຫານ 4)
8. ມານະ ຄື: ຄວາມຢຶດໝັ່ນຖືມັ່ນໃນນາມສົມມຸດທີ່ທ່ານຕັ້ງໃຫ້ (ອາຈາຣຍ໌, ຄູ, ນັກຮຽນ) ແລະ ສຳຄັນຕົນວ່າດີກວ່າ ຕໍ່າກວ່າ ຫລື ແຕກຕ່າງຈາກເຂົາຢ່າງໃດ
9. ອຸທທັຈຈະ ຄື: ມີຈິດຟຸ້ງຊ່ານ ບໍ່ມີສະມາທິ
10. ອະວິຊຊາ ຄື: ຄວາມບໍ່ຮູ້ຄວາມຈິງອັນປະເສີດ ຄື ອະຣິຍະສັດ 4
ລຳດັບຊານແຫ່ງການບັນລຸ
1. ໂສດາບັນ ຄື: ຜູ້ທີ່ລະແລ້ວຊຶ່ງສັງໂຢດໃນຂໍ້ 1-3 ພຽງເທື່ອດຽວ ແຕ່ຍັງບໍ່ບັນລຸຊານອື່ນທີ່ສູງກວ່າ ຜູ້ບັນລຸຊານນີ້ ຍັງຕ້ອງວຽນວ່າຍຕາຍເກີດໃນພົບພູມ
2. ສະກະທາຄາມີ ຄື: ຜູ້ທີ່ລະແລ້ວຊຶ່ງສັງໂຢດໃນຂໍ້ 1-3 ດ້ວຍການສັ່ງສົມໃນຊາດດຽວ ຫລື ຫຼາຍຊາດ ຈົນເກືອບລະແລ້ວຊຶ່ງ ຣາຄະ ໂທສະ ໂມຫະ ແຕ່ຍັງບໍ່ບັນລຸຊານອື່ນທີ່ສູງກວ່າ ຜູ້ບັນລຸຊານນີ້ ຍັງຕ້ອງວຽນວ່າຍຕາຍເກີດໃນພົບພູມ
3. ອະນາຄາມີ ຄື: ຜູ້ທີ່ລະແລ້ວຊຶ່ງສັງໂຢດໃນຂໍ້ 1–5 ຜູ້ບັນລຸຊານນີ້ ດ້ວຍການສັ່ງສົມໃນຊາດດຽວ ຫລືຫຼາຍຊາດ ຍັງຕ້ອງວຽນວ່າຍຕາຍເກີດໃນພົບພູມ ທັງນີ້ ລະດັບອະນາຄາມີຕ່າງຈາກລະດັບສະກະທາຄາມີໃນພຽງຂໍ້ 4 ແລະ 5 ຊຶ່ງຜູ້ທີ່ລະແລ້ວຊຶ່ງຂໍ້ 4 ມັກເປັນຜູ້ສະຫລະແລ້ວຊຶ່ງການຄອງເຮືອນ ຄື ອອກບວດເປັນພິກສຸໃນພຸທທະສາສະນາ
4. ອໍຣະຫັນຕ໌ ຄື: ຜູ້ທີ່ລະແລ້ວຊຶ່ງສັງໂຢດທັງ 10 ຂໍ້ ເອີ້ນວ່າ: ບັນລຸອໍຣະຫັນຕ໌ ຫລື ເຂົ້າສູ່ພຣະນິບພານ ຜູ້ບັນລຸຊານນີ້ ບໍ່ມີການວຽນວ່າຍຕາຍເກີດໃນພົບພູມອີກຕໍ່ໄປ...
Credit:http://yarkhu.blogspot.com/2017/06/blog-post_6.html
ທັມມະ ແມ່ນຫຍັງ?
ທັມມະ ແປວ່າ ສະພາບທັມທີ່ມີຈິງທັງຫມົດ ຫລື ທັມມະ ແປວ່າ ຊົງໄວ້ເຊິ່ງລັກສະນະຂອງຕົນ ໝາຍຄວາມວ່າ ທັມມະ ຝ່າຍດີ ກໍຊົງຄວາມດີໄວ້ ເຊັ່ນ: ຖ້າໃຜເຮັດຄວາມດີຂັ້ນ ກາມາວະຈອນ, ຣູປາວະຈອນ, ອະຣູປາວະຈອນ, ໂລກຸຕຕະຣະ, ທັມມ໌ ກໍຊົງຄວາມດີນັ້ນໆ ໄວ້ຢ່າງຍຸຕິທັມສະເໝີ ທັມຝ່າຍຊົ່ວກໍຊົງຄວາມຊົ່ວໄວ້ ເຊັ່ນ: ຖ້າໃຜເຮັດທຸຈຣິຕ ທາງກາຍ ວາຈາ ແລະ ໃຈ ທັງກໍຊົງຄວາມຊົ່ວນັ້ນໆ ໄວ້ຢ່າງຍຸຕິທັມເຊັ່ນກັນ. ທັມມ໌ ແປວ່າ ສະພາວະເປັນກາງ ເປັນທໍາມະຊາດ ຊົງໄວ້ເຊິ່ງຄວາມເປັນກາງ ບໍ່ເຂົ້າຂ້າງໃຜ ໃຜເຮັດດີ ຜົນຂອງການກະທໍາດີນັ້ນ ກໍຕອບສະໜອງໄປໃນທາງທີ່ດີ ໃຜເຮັດຊົ່ວ ຜົນຂອງຄວາມຊົ່ວກໍຕອບສະໜອງໄປໃນທາງທີ່ຊົ່ວ ຕາມອໍານາດຂອງການກະທໍາ ສິ່ງໃດໜັກກ່ອນ ສິ່ງນັ້ນກໍຈະໃຫ້ຜົນກ່ອນ.
☛ ທັມມ໌ 3 ຄື : ປະຣິຍັຕສັທທັມ, ປະຕິປັຕຕິສັທທັມ ແລະ ປະຕິເວທສັທທັມ.
☛ ທັມມ໌ 3 ຄື : ກຸສະລະທັມ, ອະກຸສະລະທັມ ແລະ ອັພຍາກະຕະທັມ.
☛ ທັມມ໌ 4 ຄື: ເທສນາ, ອະນຸສາສະນີ, ພຣະສູຕຣ໌, ພຣະອະພິທັມ.
ທັມມະ ມີຄວາມໝາຍງ່າຍ ແລະ ຍາກ ສໍາລັບຜູ້ບໍ່ເຂົ້າໃຈ. ບາງຄັ້ງພຣະສົງບອກວ່າ ທັມມະ ຄື ທໍາມະຊາດ ເວົ້າສ່ໍານີ້ກໍຍັງບໍ່ທັນເຂົ້າໃຈຕ້ອງໄດ້ອະທິບາຍໄປຫຼາຍແງ່ມຸມອີກ ອະທິບາຍແລ້ວຍັງເຂົ້າໃຈຜິດຢູ່ກໍມີ.
ທັມມະ ຄື ທໍາມະຊາດແນວໃດ? ບາງຄົນອາດຈະເຂົ້າໃຈວ່າ ອາດຈະແມ່ນຕົ້ນໄມ້ພູເຂົາ ທີ່ສວຍສົດງົດງາມ ມີຕາເວັນ ດວງຈັນ ດວງດາວເປັນຕົ້ນ...ອັນນັ້ນກໍແມ່ນ ແຕ່ຍັງບໍ່ທັນເຂົ້າໃຈແທ້. ຖ້າຈະໃຫ້ໃສ່ຄວາມໝາຍທາງຄໍາສັບຕາມພາສາທາງທັມ ເພິ່ນຈະບອກວ່າ ທໍາມະຊາດ ທີ່ເປັນພູຜາປ່າດົງ ຕົ້ນໄມ້ນັ້ນ ເພິ່ນເອີ້ນວ່າ: ສັງຂາຣ ທີ່ບໍ່ມີໃຈຄອງ ຄື ບໍ່ມີຈິຕ ບໍ່ມີໃຈ ເປັນຮູບເປັນຮ່າງຂື້ນມາ ມັນມີແຕ່ ຣູປຂັນທ໌ ແຕ່ບໍ່ມີນາມຂັນທ໌ ຄື ບໍ່ມີໃຈ ບໍ່ມີຄວາມຮັບຮູ້ອາຣົມເປັນຕົ້ນ. ຖ້າເວົ້າເຖິງຄົນ ເພິ່ນຈະໃສ່ຊື່ໃຫ້ວ່າ ສິ່ງທີ່ປະກອບກັນເຂົ້າດ້ວຍ ທາດສີ່ ຄື: ດິນ, ນ້ໍາ, ລົມ,ໄຟ ຖ້າຈະເພິ່ມເຂົ້າອີກ ກໍເປັນທາດຫົກ ຄື: ມີ ອາກາສາທາດ ແລະ ວິນຍານທາດເຂົ້າໄປອີກ, ບວກກັບ ຂັນທ໌ 5 ແລະ ມີເຄື່ອງຮັບເຄື່ອງສົ່ງ ຄື ອາຍະຕະນະພາຍໃນ ແລະ ພາຍນອກເອີ້ນວ່າ: ອາຍະຕະນະ 12 ຄື: ມີ ຕາ, ຫູ, ດັງ, ລີ້ນ, ກາຍ ແລະ ໃຈເປັນສິ່ງກະທົບກັບ ຮູບ, ສຽງ, ກິ່ນ, ຣົສ, ໂຜດຖັບພະ ແລະ ທັມມາຣົມ ແລະ ຫຼາຍຢ່າງລວມລົງແລ້ວ ມີແຕ່ ຣູປທັມ ແລະ ນາມທັມ.
ຖ້າຈະເວົ້າໃຫ້ເຂົ້າໃຈແບບງ່າຍແນ່ຈັກໜ່ອຍ ຄໍາວ່າ ທັມມະ ຄື: ທໍາມະຊາດ ນັ້ນ ຍ້ອນທຸກຢ່າງມັນເປັນໄປຕາມກົດເກນຂອງທໍາມະຊາດ ເຊັ່ນ : ຮູບ ມີລັກສະນະ ແຕກດັບ ປ່ຽນແປງ ໄປຕາມກົດເກນຂອງໄຕລັກ ເຊັ່ນ: ຄົນບໍ່ໄດ້ກິນເຂົ້າ ກໍຫິວ, ຢູ່ໃນອາກາດໜາວ ກໍໜາວ ຢູ່ໃນອາກາດຮ້ອນຫຼາຍ ກໍຢູ່ບໍ່ໄດ້ ຍ້ອນຫຍັງ? ຍ້ອນມັນປະກອບດ້ວຍສິ່ງທີ່ເປັນທໍາມະຊາດ ຄື ທາດສີ່ ດັ່ງທີ່ກ່າວມາ ອັນນີ້ເພິ່ນກໍເອີ້ນວ່າ: ທັມມະເຊັ່ນກັນ.
ທັມມະນັ້ນ ບໍ່ວ່າ ຄົນຈະເຂົ້າໃຈ ຫຼື ບໍ່ເຂົ້າໃຈ ມັນກໍ່ຍັງເປັນທັມມະ ເຊັ່ນກັນ. ທໍາມະຊາດຂອງຄວາມບໍ່ເຂົ້າໃຈ ເພິ່ນເອີ້ນວ່າ: ໂງ່ ຕາມສັບວິຊາການ ເພິ່ນເອີ້ນວ່າ ອະວິຊຊາ ຖ້າເຂົ້າໃຈດີ ເພິ່ນເອີ້ນວ່າ ເປັນຜູ້ມີປັນຍາ ທັງອະວິຊຊາ ແລະປັນຍາ ກໍແມ່ນສະພາວະຂອງທັມມະອີກ.
ຄົນຂີ້ເຫຼົ້າ ຫຼົງລືມສະຕິ ກໍເປັນອົງປະກອບຂອງທັມມະອີກ ຄື ເປັນທັມມະທີ່ເປັນຝ່າຍອະກຸສົລ(ຝ່າຍບໍ່ດີ ຝ່າຍບໍ່ສະຫຼາດ). ຄົນທີ່ເປັນບັນດິດ ສ້າງແຕ່ຄວາມດີ ກໍເປັນອົງປະກອບຂອງທັມມະອີກ ຄື ສ້າງແຕ່ກັມ ແລະ ທັມທີ່ເປັນຝ່າຍກຸສົລ (ຝ່າຍດີ ຝ່າຍສະຫຼາດ ກໍ່ໃຫ້ເກີດຄວາມຈະເລີນ), ເພາະສະນັ້ນແລ້ວ, ທັມມະ ຈິ່ງໝາຍເຖິງສິ່ງທັງປວງ ທີ່ປະຕິສໍາພັນກັນ ແລະ ບໍ່ປະຕິສໍາພັນກັນ.
ທັມມະໃດ ທີ່ບຸກຄົນປະຕິບັດດີແລ້ວ ຫຼື ຄວາມດີໃດທີ່ບຸກຄົນເຮັດດີແລ້ວ ຈະເປັນທີ່ເພິ່ງແກ່ບຸກຄົນນັ້ນ,ເໝືອນທີ່ພຸດທະອົງບອກວ່າ: ທັມມະ ຍ່ອມຮັກສາຜູ້ປະພຶດທັມ ຍ້ອນຜູ້ປະພຶດດີ ມີຄວາມດີທີ່ຕົນເອງເຮັດດີແລ້ວເປັນທີ່ເພິ່ງ ຈິ່ງສົມແລ້ວກັບຄໍາທີ່ວ່າ ຕົນເປັນທີ່ເພິ່ງແຫ່ງຕົນ ຍ້ອນຕົນປະຕິບັດດີແລ້ວນັ້ນເອງ.
Credit: http://yarkhu.blogspot.com/2017/03/blog-post_91.html
Subscribe to:
Posts (Atom)


