Thursday, 21 February 2019
ສັງຄະຫະວັດຖຸ
ສັງຄະຫະວັດຖຸ
Give-food-to-the-monks
ສັງຄະຫະວັດຖຸ ແປວ່າ: ທຳທີ່ເປັນທີ່ຕັ້ງແຫ່ງການສົງເຄາະກັນ, ທຳເປັນເຄື່ອງຍຶດໜ່ຽວນ້ຳໃຈກັນ ໝາຍເຖິງ ຫຼັກການຄອງໃຈຄົນ, ຫຼັກຍຶດໜ່ຽວໃຈກັນໄວ້, ວິທີເຮັດໃຫ້ຄົນຮັກ, ຫຼັກສັງຄົມສົງເຄາະ ຊຶ່ງເປັນເຄື່ອງປະສານໃຈ ແລະ ໜ່ຽວໃຈຄົນໃຫ້ເປັນອັນໜຶ່ງອັນດຽວກັນໄດ້ ແລະ ເຮັດໃຫ້ຢູ່ກັນດ້ວຍຄວາມຮັກຄວາມປາຖະນາດີຕໍ່ກັນ ມີຢູ່ 4 ປະການ ໄດ້ແກ່:
1. ທານ ຄື: ການໃຫ້ ການເສຍສະຫລະ ຫລື ການເອື້ອເຟື້ອເພື່ອແຜ່ແບ່ງປັນຂອງໆ ຕົນເພື່ອປະໂຫຍດແກ່ບຸກຄົນອື່ນ ບໍ່ຂີ້ຖີ່ໜຽວແໜ້ນ ບໍ່ເປັນຄົນເຫັນແກ່ໄດ້ຝ່າຍດຽວ ຄຸນະທັມຂໍ້ນີ້ ຈະຊ່ວຍໃຫ້ບໍ່ເປັນຄົນໂລບມາກ ບໍ່ເຫັນແກ່ຕົວ ເຮົາຄວນຄຳນຶງຢູ່ສະເໝີວ່າ ຊັບສິ່ງຂອງທີ່ເຮົາຫາມາໄດ້ ບໍ່ແມ່ນສິ່ງຈີລັງຢັ່ງຢືນ ເມື່ອເຮົາສິ້ນຊີວິດໄປແລ້ວກໍບໍ່ສາມາດຈະນຳຕິດຕົວເອົາໄປໄດ້
2. ປິຍະວາຈາ ຄື: ການເວົ້າຈາດ້ວຍຖ້ອຍຄຳທີ່ມ່ວນອ່ອນຫວານ ເວົ້າດ້ວຍຄວາມຈິງໃຈ ບໍ່ເວົ້າຫຍາບຄາຍ ເວົ້າໃນສິ່ງທີ່ເປັນປະໂຫຍດເໝາະໃນກາລະເທສະ ພຣະພຸດທະເຈົ້າຊົງໃຫ້ຄວາມສຳຄັນກັບການເວົ້າເປັນຢ່າງຍິ່ງ ເພາະການເວົ້າເປັນບັນໄດຂັ້ນທຳອິດທີ່ຈະສ້າງມະນຸດສຳພັນອັນດີໃຫ້ເກີດຂຶ້ນ ວິທີການທີ່ຈະເວົ້າໃຫ້ເປັນປິຍະວາຈານັ້ນ ຈະຕ້ອງເວົ້າໂດຍຍິດຖືຫຼັກເກນ ດັ່ງຕໍ່ໄປນີ້:
- ເວັ້ນຈາກການເວົ້າຕົ໋ວະ
- ເວັ້ນຈາກການເວົ້າສໍ່ສຽດ
- ເວັ້ນຈາກການເວົ້າຄຳຫຍາບ
- ເວັ້ນຈາກການເວົ້າເພີ້ເຈີ້
3. ອັຕຖະຈະຣິຍາ ຄື: ການສົງເຄາະທຸກຊະນິດ ທຸກຊີວິດທີ່ເກີດມາ ຄວນກະທຳໃນສິ່ງທີ່ເປັນປະໂຫຍດແກ່ຕົນເອງ ແລະ ຜູ້ອື່ນ
4. ສະມານັດຕາ ຄື: ການເປັນຜູ້ມີຄວາມສມ່ຳສະເໝີ ຫລື ມີຄວາມປະພຶດສະເໝີຕົ້ນສະເໝີປາຍ ຄຸນນະທັມຂໍ້ນີ້ ຈະຊ່ວຍໃຫ້ເຮົາເປັນຄົນມີຈິດໃຈໜັກແໜ້ນບໍ່ໂລເລ ທັງຫມົດທັງຍັງເປັນການສ້າງຄວາມນິຍົມຊົມຊອບ ແລະ ໄວ້ເນື້ອເຊື່ອໃຈໃຫ້ແກ່ຜູ້ອື່ນ.
Credit: http://yarkhu.blogspot.com/2017/06/blog-post_68.html
Subscribe to:
Post Comments (Atom)
No comments:
Post a Comment