Thursday, 21 February 2019
ອະຄະຕິ 4
ອະຄະຕິ 4
%25E0%25B8%25AA%25E0%25B8%25B4%25E0%25B8%2599%25E0%25B8%259A%25E0%25B8%2599
ອະຄະຕິ ມາຈາກພາສາບາລີ ຄຳວ່າ:
- ອະ ໝາຍເຖິງ ຜິດ, ບໍ່, ບໍ່ຖືກຕ້ອງ, ບໍ່ດີງາມ, ບໍ່ສົມຄວນ
- ຄະຕິ ໝາຍເຖິງ ວິຖີ, ແນວທາງ, ສິ່ງທີ່ເປັນໄປ, ການດຳເນີນໄປ, ຄວາມເປັນໄປ, ການຕອບສະຫນອງ, ການສະແດງອອກ
ອະຄະຕິ ໝາຍເຖິງ ບໍ່ຄວນປະພຶດ ບໍ່ຄວນເຮັດ ບໍ່ຄວນຍ່າງໄປຫາ ທັງນີ້ ອັນເກີດຈາກທັດສະນະ ຫລື ຄວາມຄິດເຫັນໃນທາງທີ່ຜິດ ຊຶ່ງຕໍ່ມາຈຶ່ງໃຊ້ຄຳໃຫ້ເຂົ້າໃຈງ່າຍເປັນ ຄວາມລຳອຽງ ຫລື ຄວາມບໍ່ທ່ຽງທຳ ປະກອບດ້ວຍ 4 ປະການ ຄື:
1. ສັນທາຄະຕິ ຄື: ຄວາມລຳອຽງເພາະຄວາມຮັກໃຄຣ່ກັນ (Prejudice caused by love or desire; partiality)
2. ໂທສາຄະຕິ ຄື: ຄວາມລຳອຽງເພາະກຽດ ຫລື ຊິງຊັງ (Prejudice caused by hatred or enmity)
3. ໂມຫາຄະຕິ ຄື: ຄວາມລຳອຽງເພາະຫຼົງ ຫລື ຄວາມລຳອຽງເພາະຄວາມໂງ່ (Prejudice caused by delusion or stupidity)
4. ພະຍາຄະຕິ ຄື: ຄວາມລຳອຽງເພາະຢ້ານ (Prejudice caused by fear)
ອະຄະຕິ 4 ເປັນທຳສຳລັບປຸຖຸຊົນທົ່ວໄປ ໂດຍສະເພາະຜູ້ທີ່ເປັນຜູ້ນຳ ເປັນຫົວໜ້າ ຜູ້ທີ່ເຮັດຫນ້າທີ່ຝ່າຍປົກຄອງ ເພາະທຳເຫຼົ່ານີ້ ເປັນສັດຈະຄວາມຈິງທີ່ມັກເກີດຂຶ້ນກັບບຸກຄົນເຫຼົ່ານີ້ ແລະ ມີຜົນຢ່າງຫລວງຫລາຍຕໍ່ການບໍລິຫານງານ ຕໍ່ການປົກຄອງ ແລະ ຄວາມສະຫງົບສຸກຂອງສັງຄົມ ຜູ້ນຳ ຫົວໜ້າງານ ຫລື ຝ່າຍປົກຄອງທີ່ລະເວັ້ນຈາກອະຄະຕິ 4 ປະການນີ້ໄດ້ ຄວນເຮັດໃຫ້ລູກນ້ອງ ຜູ້ຢູ່ໃຕ້ບັງຄັບບັນຊາ ຫລື ປະຊາຊົນເກີດຄວາມສຸກ ອັນສົ່ງຜົນຕໍ່ຄວາມຈະເລີນຂອງສັງຄົມ ແລະ ຄວາມສະຫງົບສຸກຂອງສັງຄົມຕາມມາ
ຄະຕິ ມີຄວາມແຕກຕ່າງກັບ ທັດສະນະ ຄື:
ທັດສະນະ ໝາຍເຖິງ ຄວາມເຫັນ, ຄວາມຄິດເຫັນ, ມຸມມອງ ສ່ວນ ຄະຕິ ໝາຍເຖິງ ດັ່ງຂ້າງຕົ້ນ ດັ່ງນັ້ນ ທັດສະນະຄະຕິ ຈຶ່ງໝາຍເຖິງ ການສະແດງອອກ ຫລື ວິຖີທີ່ດຳເນີນໄປອັນເກີດຈາກຄວາມຄິດ ຫລື ຄວາມເຫັນ
ຄວາມຫມາຍທີ່ຄອບຄຸມຂອງອະຄະຕິ:
– ວິຖີໃນທາງທີ່ຜິດ
– ແນວທາງທີ່ຜິດ
– ສິ່ງທີ່ເປັນໄປໃນທາງທີ່ບໍ່ດີງາມ
– ການດຳເນີນໄປໃນທາງທີ່ຜິດ
– ຄວາມລຳອຽງ
– ຄວາມບໍ່ທ່ຽງທຳ
– ຄວາມບໍ່ເປັນກາງ
ບົດອະທິບາຍ:
1. ສັນທາຄະຕິ ຄື ຄວາມລຳອຽງເພາະຄວາມຮັກໃຄຣ່
ສັນທາຄະຕິ ມາຈາກຄຳວ່າ ສັນທະ + ອະຄະຕິ
ສັນທະ ໝາຍເຖິງ ຄວາມມັກ ຫລື ຄວາມພໍໃຈ
ສັນທຄະຕິ ແປວ່າ: ລຳອຽງເພາະຮັກໃຄຣ່ກັນ ເຊັ່ນ: ການຕັດສີນຄະດີອະທິກອນພິພາກຕ່າງໆ ກໍດີ ການແບ່ງປັນສິ່ງຂອງກໍດີ ການພິຈາລະນາໃຫ້ຍົດ ຫລື ລາງວັນກໍດີ ດ້ວຍອຳນາດຄວາມພໍໃຈຮັກໃຄຣ່ກັນ ໂດຍຕັດສິນໃຫ້ຜູ້ທີ່ມັກພໍກັນເປັນຜູ້ຊະນະ ທັງໆ ທີ່ບໍ່ຄວນຊະນະ ໃຫ້ສິ່ງຂອງທີ່ດີ ໃຫ້ຍົດຫລື ລາງວັນແກ່ຄົົນທີ່ມັກພໍກັນທັງໆ ທີ່ບໍ່ຄວນຈະໄດ້ ຊຶ່ງເປັນກະທໍາທີ່ບໍ່ມີຄວາມຍຸດຕິທຳ
2. ໂທສາຄະຕິ ຄື ຄວາມລຳອຽງເພາະໂກດ ຫລື ຊິງຊັງ
ໂທສາຄະຕິ ມາຈາກຄຳວ່າ ໂທສະ + ອະຄະຕິ
ໂທສະ ໝາຍເຖິງ ຄວາມໂກດ
ໂທສາຄະຕິ ແປວ່າ: ລຳອຽງເພາະບໍ່ມັກກັນ ຫລື ເພາະຄຽດກັນ ກຽດຊັງກັນ ຊັງກັນ ເຊັ່ນການຕັດສິນຄະດີດ້ວຍອຳນາດຄວາມຄຽດກຽດຊັງ ໂດຍໃຫ້ຜູ້ທີ່ຕົນກຽດຊັງນັ້ນ ເປັນຜູ້ພ່າຍແພ້ ທັງໆ ທີ່ບໍ່ຄວນພ່າຍແພ້ ໃຫ້ຂອງທີ່ຊົ່ວແກ່ຜູ້ທີ່ຕົນກຽດຊັງ ທັງໆ ທີ່ເຂົາຄວນຈະໄດ້ຂອງດີ ບໍ່ໃຫ້ຍົດ ຫລື ລາງວັນແກ່ຜູ້ທີ່ບໍ່ມັກກັນ ທັງໆ ທີ່ທ່ານຄວນໄດ້.
ປັດໃຈທີ່ກໍ່ໃຫ້ເກີດຄວາມໂກດ ຫລື ຊິງຊັງໃນຄັມພີປະຣິວານ
– ໂກດເພາະໄດ້ເຮັດແລ້ວ ຊຶ່ງສິ່ງທີ່ບໍ່ເປັນປະໂຫຍດ ຫລື ກໍ່ໂທດແກ່ຕົນເອງ
– ໂກດເພາະກຳລັງເຮັດ ຊຶ່ງສິ່ງທີ່ບໍ່ເປັນປະໂຫຍດ ຫລື ກໍ່ໂທດແກ່ດນເອງ
– ໂກດເພາະຄິດຈະເຮັດ ຊຶ່ງສິ່ງທີ່ບໍ່ເປັນປະໂຫຍດ ຫລື ກໍ່ໂທດແກ່ດນເອງ
– ໂກດເພາະໄດ້ເຮັດແລ້ວ ຊຶ່ງສິ່ງທີ່ບໍ່ເປັນປະໂຫຍດ ຫລື ກໍ່ໂທດແກ່ຄົົນທີ່ຕົນຮັກ
– ໂກດເພາະກຳລັງເຮັດ ຊຶ່ງສິ່ງທີ່ບໍ່ເປັນປະໂຫຍດ ຫລື ກໍ່ໂທດແກ່ຄົົນທີ່ຕົນຮັກ
– ໂກດເພາະຄິດຈະເຮັດ ຊຶ່ງສິ່ງທີ່ບໍ່ເປັນປະໂຫຍດ ຫລື ກໍ່ໂທດແກ່ຄົົນທີ່ຕົນຮັກ
– ໂກດເພາະໄດ້ເຮັດແລ້ວ ຊຶ່ງປະໂຫຍດຕໍ່ຜູ້ທີ່ຕົນຊິງຊັງ
– ໂກດເພາະກຳລັງເຮັດ ຊຶ່ງປະໂຫຍດຕໍ່ຜູ້ທີ່ຕົນຊິງຊັງ
– ໂກດເພາະຄິດຈະເຮັດ ຊຶ່ງປະໂຫຍດຕໍ່ຜູ້ທີ່ຕົນຊິງຊັງ
3. ໂມຫາຄະຕິ ຄື ຄວາມລຳອຽງເພາະຫຼົງ ຫລື ຄວາມລຳອຽງເພາະຄວາມໂງ່
- ໂມຫາຄະຕິ ມາຈາກຄຳວ່າ ໂມຫະ + ອະຄະຕິ
- ໂມຫະ ໝາຍເຖິງ ຄວາມຫຼົງ ຄວາມລຸ່ມຫຼົງ
ໂມຫາຄະຕິ ແປວ່າ: ລຳອຽງເພາະໂງ່ ຫລື ເພາະຄວາມຫຼົງງົມງວາຍ ບໍ່ພິຈາລະນາໃຫ້ຖ່ອງແທ້ວ່າຢ່າງໃດຖືກ ຢ່າງໃດຜິດ ຢ່າງໃດຄວນຢ່າງໃດບໍ່ຄວນ ເປັນຄົນຫູເບົາໃຈງ່າຍ ຂາດຄວາມຮອບຄອບ ເຊັ່ນເມື່ອໄດ້ຮັບຄຳຟ້ອງແລ້ວ ຍັງບໍ່ທັນໄດ້ສອບສວນໃຫ້ຮອມຄອບ ກໍດ່ວນຕັດສິນຜິດໆ ພາດໆ ຂາດໆ ເກີນໆ ບໍ່ຖືກຕ້ອງ ບໍ່ພໍດີຕາມທີ່ຄວນ
4. ພະຍາຄະຕິ ຄື ຄວາມລຳອຽງເພາະຢ້ານ
- ພະຍາຄະຕິ ມາຈາກຄຳວ່າ ພະຍະ + ອະຄະຕິ
- ພະຍະ ໝາຍເຖິງ ຄວາມຢ້ານ ຄວາມຫວາດຫວັ່ນ
ພະຍາຄະຕິ ແປວ່າ: ລຳອຽງເພາະຢ້ານ ຫລື ເພາະເກງໃຈ ເຊັ່ນຜູ້ມີອຳນາດເຮັດຜິດ ຜູ້ພິພາກສາ ບໍ່ກ້າຕັດສິນລົງໂທດ ເພາະຢ້ານເຂົາຈະເຮັດຮ້າຍຕອບ ຫລື ຜູ້ນ້ອຍທີ່ຢູ່ໃນຄວາມປົກຄອງເຮັດຜິດ ຜູ້ປົກຄອງບໍ່ກ້າລົງໂທດເພາະເກງຈະຂາດເມດຕາກະລຸນາ ຫລື ຢ້ານວ່າເຂົາຈະເດືອດຮ້ອນ.
ສະຫລຸບຄວາມແລ້ວ: ຄວາມລຳອຽງ (ອະຄະຕິ) ສາມາດເກີດຂື້ນໄດ້ໃນໃຈທຸກດວງທີ່ຍັງບໍ່ບັນລຸທັມ ຫລື ຄວາມລຳອຽງເກີດໄດ້ງ່າຍໃນຄົນທີ່ມີກິເລສຫນາ ຕັນຫາຫລາຍ ເພາະຍັງມີ ຄວາມຮັກ ຄວາມຊອບ ຄວາມໂລບ ຄວາມໂກດ ແລະ ຄວາມຫລົງ ເພາະເຫດນີ້ ເມື່ອຄົນເຮົາເຮັດຢ່າງໃດກໍ່ມັກຈະຄິດເຖິງປະໂຫຍດຂອງຕົນ ຫລື ພັກພວກກ່ອນສະເໝີ ເຮັດໃຫ້ເກີດຄວາມລໍາອຽງຂື້ນ.
Credit: http://yarkhu.blogspot.com/2017/06/4.html#more
Subscribe to:
Post Comments (Atom)
No comments:
Post a Comment