Thursday, 21 February 2019

ສຸກຂອງຄະລືຫັດ 4

ສຸກ ຂອງຄະລືຫັດ (house-life happiness; deserved bliss of a layman) ຫລື ຄິ ຫິ ສຸກ ຫລື ກາມ ໂພ ຄີ ສຸກ  ຄືສຸກ ຂອງ ຊາວ ບ້ານ ສຸກ ທີ່ ຊາວ ບ້ານ ຄວນ ພະຍາຍາມ ເຂົ້າ ເຖິງ ໃຫ້ ໄດ້ ສະໝໍ່າ ສະເໝີ ສຸກ ອັນ ຊອບ ທຳ ທີ່ ຜູ້ ຄອງ ເຮືອນ ຄວນ ມີ  ມີ 4 ປະການ ຄື:

1. ອັດ ຖິ ສຸຂ (bliss of ownership): ສຸກ ເກີດແຕ່ຄວາມມີຊັບ ຫມາຍເຖິງ ຄວາມ ພູູມໃຈ ເອີບ ອິ່ມ ໃຈ ວ່າຕົນ ມີໂພຄະຊັບ ທີ່ ໄດ້ ມາ ດ້ວຍ ເຫື່ອ ແຮງ ເພາະຄວາມ ຂະຫຍັນ ໝັ່ນ ພຽນ ຂອງ ຕົນ ແລະ  ໂດຍ ຊອບ ທຳ  

2. 
ໂພຄະສຸຂ (bliss of enjoyment): ສຸກ ເກີດ ແຕ່ ການ ໃຊ້ ຈ່າຍ ຊັບ ຫມາຍເຖິງ ຄວາມ ພູູມໃຈ ເອີບ ອິ່ມ ໃຈ  ວ່າຕົນໄດ້ ໃຊ້ ຊັບ ທີ່ ໄດ້ ມາ ໂດຍ ຊອບທຳ ນັ້ນ ຫາລ້ຽງ ຊີບ ລ້ຽງ ຜູ້ ຄວນ ລ້ຽງ ແລະ ບຳ ເພັນ ປະໂຫຍດ  

3. ອະ ນະນະ ສຸຂ  (bliss of debtlessness): ສຸກ ເກີດ ແຕ່ ຄວາມ ບໍ່ ເປັນ ໜີ້ ຫມາຍເຖິງ ຄວາມ ພູູມໃຈ ເອີບ ອິ່ມ ໃຈ ບໍ່ ມີ ໜີ້ ສິນ ຕິດ ຄ້າງ ໃຜ

4. 
ອະ ນະ ວັ ຊ ຊະ ສຸຂ  (bliss of blamelessness): ສຸກ ເກີດ ແຕ່ ການທຳງານທີ່ປາສະຈາກໂທດ ຫມາຍເຖິງ ຄວາມ ພູູມໃຈ  ເອີບ ອິ່ມ ໃຈ ວ່າຕົນ ມີ ຄວາມ ປະພຶດ ສຸະ ຣິດ ທີ່ປະກອບດ້ວຍກາຍຍະກັມ ວາຈາກັມ ແລະ ມະໂນກັມ ອັນບໍ່ມີໂທດ ຄົນເຮົາຈະມີຄວາມສຸກຢ່າງແທ້ຈິງນັ້ນ ຕ້ອງເພິ່ງການທໍາງານທີ່ບໍ່ມີໂທດ ຄື ບໍ່ຜິດກົດໝາຍ ບໍ່ຜິດສິນທໍາ.

   ໃນບັນດາສຸກທັງ 4 ຢ່າງນີ້ ສຸກເກີດແຕ່ການທໍາງານທີ່ປາສະຈາກໂທດ ປະເສີດກວ່າຄວາມສຸກທັງ 3 ຢ່າງຂ້າງຕົ້ນ.

Credit: http://yarkhu.blogspot.com/2017/06/4_18.html#more

No comments:

Post a Comment